ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວທຸ່ມ ງົບປະມານ 100 ຕື້ກີບ ຟື້ນຟູ 12 ແຂວງ ທີ່ປະສົບ ໄພນໍ້າຖ້ວມ ປີກາຍນີ້


ແຂວງອັດຕະປື ນຶ່ງໃນຫຼາຍແຂວງ ທີ່ປະສົບໄພນໍ້າຖ້ວມ ເມື່ອປີ 2013 ຜ່ານມາ
ແຂວງອັດຕະປື ນຶ່ງໃນຫຼາຍແຂວງ ທີ່ປະສົບໄພນໍ້າຖ້ວມ ເມື່ອປີ 2013 ຜ່ານມາ
ລັດຖະບານ​ລາວ ສາມາດ​ຈັດ​ສັນ​ ງົບປະມານ​ ສໍາລັບ​ນໍາ​ໃຊ້​ໃນ​
ການ​ຟື້ນ​ຟູ​ ສະພາບ​ການ​ ພາຍຫຼັງ​ຈາກ​ ໄພ​ນໍ້າ​ຖ້ວມ​ໃຫຍ່​ ໃນ
12 ​ແຂວງ ໄດ້​ພຽງ​ແຕ່ 100 ຕື້​ກີບ​ເທົ່າ​ນັ້ນ ​ໃນ​ແຜນການ​ ປີ
2013-2014 ນີ້.


ພົນ​ໂທ ດ​ວງ​ໃຈ​ ພິຈິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ
ພົນ​ໂທ ດ​ວງ​ໃຈ​ ພິຈິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ

ພົນ​ໂທ ດ​ວງ​ໃຈ​ ພິຈິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນ
ຕີ​ວ່າການ​ ກະຊວງປ້ອງ​ກັນ​ປະ​ເທດ ຖະ​ແຫຼ​ງວ່າ​ ລັດຖະບານ​
ລາວໄດ້​ມອບ​ໝາຍ​ໃຫ້ 4 ພາກສ່ວນ​ເປັນ​ຜູ້​ຮັບຜິດຊອບ​ ແລະ​
ປະສານ​ງານ​ກັນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ສະພາບ​ການ​ພາຍຫຼັງ​ຈາກ​
ໄພ​ນໍ້າ​ຖ້ວມ​ໃຫຍ່​ ທີ່​ເກີດຂຶ້ນ​ ໃນ 12 ​ແຂວງ​ ຂອງ​ລາວ ​ໃນ​ປີ
201​3 ທີ່​ຜ່ານ​ມາ.

​ໂດຍ​ສໍາລັບ​ການ​ດໍາ​ເນີນ​ງານ​ ໃນ​ແຜນການ​ ປະ​ຈໍາປີ 2013-
2014 ນີ້ ຄະນະ​ລັດຖະບານ​ລາວ ​ໄດ້​ຈັດ​ສັນ​ ງົບປະມານ​ຄິດ​
ເປັນມູນ​ຄ່າ​ລວມ 100 ຕື້​ກີບ​ ຊຶ່ງ​ແບ່ງ​ເປັນ 60 ຕື້​ກີບ ສໍາລັບ​
ການສ້ອມແປງ​ລະບົບພື້ນຖານ​ໂຄງ​ຮ່າງທີ່​ເປ້​ເພ ​ເຊັ່ນ​ການ​ສ້ອມ​ແປງຖະໜົນ​ຫົນ ທາງ ​ແລະ​ລະບົບ ສາຍ​ສົ່ງ​ກະແສ​ໄຟຟ້າ ​ເພື່ອ​ໃຫ້​ກັບ​ຄື​ນມາ​ໃຊ້​ການ​ໄດ້​ຢ່າງ​ເປັນ​ປົກກະຕິ​ ໃຫ້​ໄວ​ທີ່​ສຸດ ສ່ວນ​ທີ່​ເຫຼືອອີກ 30 ຕື້​ກີ ​ແລະ 10 ຕື້​ກີບ​ນັ້ນ ຈະ​ໃຊ້​ໃນ​ການ​ສ້ອມ​ແປງ​ຄອງ​ຊົນ ລະປະທານ ​ແລະ​ການຈັດ​ຫາ​ເຄຶ່ອງອຸບປະ​ໂພ​ກ-ບໍລິ​ໂພ​ກ ​ໃຫ້​ແກ່​ປະຊາຊົນ ທີ່​ປະສົບ​ໄພ​ນໍ້າ​ຖ້ວມ​ຕາມ​ລໍາ​ດັບ.

ສ່ວນ ກ່ຽວ​ກັບ​ພາກ​ສ່ວນ​ທີ່​ຮັບຜິດຊອບ​ນັ້ນ ກໍ​ມີ​ທະນາຄານ​ແຫ່ງ​ຊາດ​ລາວ ທີ່​ຈະ​ຕ້ອງ​ປະ ສານ​ງານ​ໄປ​ເຖິງ​ບັນດາ​ ທະນາຄານ​ຕ່າງໆ​ ເພື່ອ​ໃຫ້ການ​ຜ່ອນຜັນ​ໃນ​ການ​ຊໍາລະ​ຄືນ​ໜີ້​ເງິນ​ກູ້ໃຫ້​ແກ່​ ກະເສດ​ຕະກອນ ທີ່​ປະສົບ​ໄພ​ນໍ້າ​ຖ້ວມ ລວມ​ເຖິງ​ການຈັດ​ສັນ ເງິນ​ກູ້​ກ້ອນ​ໃໝ່​ເພື່ອ​ໃຫ້ການ​ຊຸກຍູ້ກະ​ເສດ​ຕະກອນ ​ໃນ​ການ​ປູກ​ພືດ ​ແລະ​ເຮັດ​ນາ ​ໃນ​ຊ່ວງ​ລະດູແລ້ງ​ອີກ​ດ້ວຍ.

ນອກຈາກ​ນີ້ ກໍ​ມີ​ອີກ 3 ພາກສ່ວນ​ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ລັດຖະບານ​ລາວ ກໍ​ຄື​ ກະຊວງການ​ເງິນ ກະຊວງ​ໂຍທາ​ທິການແລະ​ຂົນ​ສົ່ງ ​ແລະ​ກະຊວງ​ແຜນການ​ ແລະ​ການ​ລົງທຶນ ດັ່ງ​ທີ່ ພົນ​ໂທດ​ວງ​ໃຈ ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

“​ໃຫ້​ກະຊວງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ຮັບຜິດຊອບຟື້ນ​ຟູ​ບັນດາ​ໂຄງ​ຮ່າງ ທີ່​ຖືກ​ເສຍ​ຫາຍ​ ໃຫ້ກັບ​ຄືນສູ່​ສະພາບ​ປົກກະຕິ​ໂດຍ​ໄວ ​ໃຫ້​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ເປັນ​ໃຈກາງ​ໃນ​ການ ກໍາໜົດປະ​ເມີນ​ໂຄງການ​ຟື້ນ​ຟູ​ຕົວ​ຈິງ ກະຊວງ​ ການ​ເງິນ​ເປັນ​ຜູ້​ສະໜອງ​ງົບປະມານ​ຈໍານວນ 100 ຕື້​ກີບ ​ໂດຍ​ໃຫ້​ຈ່າຍ​ທັງ​ໝົດ​ເຂົ້າສົບ​ງົບປະມານ 2013-2014.”

ກ່ອນ​ໜ້າ​ນີ້ ທ່ານ​ທອງ ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ຖະ​ແຫຼ​ງຍອມຮັບ​ວ່າ ລາວ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພນໍ້າ​ຖ້ວມ​ຢ່າງ​ໜັກໜ່ວງ​ຫຼາຍ​ຂຶ້ນທຸກ​ປີ ​ໂດຍ​ສໍາລັບ​ໄພ​ນໍ້າ​ຖ້ວມ​ໃນ​ປີ 2013 ທີ່​ເລີ່​ມຈາກ​ເຂດພາກ​ເໜືອ​ຕໍ່​ເນື່ອງ​ມາ​ພາກ​ກາງ ​ແລະ​ລົງ​ໄປ​ພາກ​ໃຕ້​ນັ້ນ ກໍ​ເຮັດ​ໃຫ້​ຕ້ອງ​ໃຊ້​ຈ່າຍ​ງົບປະມານ ຫຼາຍ​ກວ່າ 700 ຕື້​ກີບ ສໍາລັບ​ການ​ບູລະນະ​ຟື້ນ​ຟູ​ສະພາບ​ການ​ຕ່າງໆ ​ໃຫ້​ກັບ​ຄືນ​ສູ່​ສະພາວະທີ່​ເປັນ​ປົກກະຕິ ​ເພາະວ່າ​ການ​ທີ່​ມີ​ຝົນຕົກ​ລົງ​ມາ​ຢ່າງ​ຫຼວງ​ຫຼາຍ​ໄດ້​ເຮັດ​ໃຫ້ເກີດໄພ​ນໍ້າ​ຖ້ວມ​ຢ່າງກວ້າງຂວາງ ​ໃນ 12 ​ແຂວງ.

ນໍ້າຖ້ວມຕະຫຼາດຈໍາປາສັກ ເມື່ອປີ 2013 ຜ່ານມາ
ນໍ້າຖ້ວມຕະຫຼາດຈໍາປາສັກ ເມື່ອປີ 2013 ຜ່ານມາ

ຕົວຢ່າງ​ກໍ​ຄື​ນໍ້າ​ຖ້ວມ​ໃນ​ເຂດ​ທັງ 10 ​ເມືອງ​ຂອງ​ແຂວງ​ຈໍາປາ​ສັກ ​ໄດ້​ສົ່ງ​ຜົນ​ກະທົບ​ ຕໍ່​ຊີ ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫຼາຍ​ກວ່າ 134,000 ຄົນ ​ໃນ​ເຂດ 318 ບ້ານ ທັງ​ກໍ​ຍັງ​ເຮັດ​ໃຫ້​ນາ​ເຂົ້າ​ເສຍ​ຫາຍ​ໄປ​ຄິດເນື້​ອທີ່​ກວ້າງ ກວ່າ 15,000 ​ເຮ​ັກຕ້າ ສັດລ້ຽງ​ຕາຍ​ໄປ​ຫຼາຍ​ພັນ​ຕົວ ​ແລະ​ຖະໜົນ​ເປ້​ເພ ​ໄປ​ເຖິງ 50 ​ເສັ້ນທາງ.

ສ່ວນ​ຢູ່​ເຂດ​ແຂວງ​ສາລະ​ວັນ​ນັ້ນ ທັງ 8 ​ເມືອງ​ຂອງ​ແຂວງ​ຕ່າງ​ກໍ​ຕ້ອງ​ປະ​ເຊີນ​ກັບ​ໄພ​ນໍ້າ​ຖ້ວມ ຢ່າງ​ໜັກ​ໜ່ວງ​ເຊັ່ນ​ດຽວ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ເມືອງຄົງ​ເຊໂດນ​ນັ້ນ ກໍ​ມີ​ປະຊາ ຊົນ​ໄດ້​ຮັບ​ຜົນ​ກະທົບ​ເຖິງ 9,596 ຄອບຄົວ​ໃນ​ເຂດ 79 ບ້ານ ​ແລະ​ພື້ນ​ທີ່ການ​ກະ​ເສດ​ເສຍ​ຫາຍ​ໄປ​ກວ້າງ​ກວ່າ 12,500 ​ເຮັກ​ຕ້າ ຈຶ່ງ​ນັບເປັນ​ອີກ​ເຂດ​ນຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຮຸນ​ແຮງ​ທີ່​ສຸດ.

ສໍາລັບ​ຢູ່​ແຂວງ​ເຊ​ກອງ​ນັ້ນ ກໍ​ມີ​ເມືອງ​ກະລຶມ ​ເມືອງ​ທ່າ​ແຕງ ​ແລະ​ເມືອງ​ລະ​ມາ​ມ ທີ່​ໄດ້​ຮັບ​ຜົນ​ກະທົບຫຼາຍ​ທີ່​ສຸດ ​ໂດຍ​ມີ​ປະຊາຊົນ​ຫຼາຍ​ກວ່າ 2,2​00 ຄອບຄົວ ຫຼື​ໝື່ນ​ກວ່າ​ຄົນ ​ໃນ 60 ກວ່າ​ບ້ານ ທີ່​ໄດ້​ຮັບ​ຜົນ​ກະທົບ​ແລະ​ພື້ນ​ທີ່​ການ​ກະ​ເສດ​ເສຍ​ຫາຍ​ໄປ​ຢ່າງ​ສິ້ນ​ເຊີງ ກວ້າງ​ກວ່າ 2,500 ​ເຮັກຕ້າ ພ້ອມ​ດ້ວຍບໍ່​ລ້ຽງ​ປາ 45 ​ແຫ່ງ ​ແລະ​ຖະໜົນ 30 ​ເສັ້ນ ຄິດ​ເປັນ​ລະຍະ​ທາງ ຍາວ​ກວ່າ 450 ກິ​ໂລ​ແມັດ ທີ່​ຈະ​ຕ້ອງ​ສ້ອມ​ແປງ​ຢ່າງ​ຮີບ​ດ່ວນ.

ສ່ວນ​ຢູ່​ແຂວງ​ອັດ​ຕະປືນັ້ນ ກໍມີ​ເມືອງ​ໄຊ​ເສດ​ຖາ ​ເມືອງ​ສະໜາມ​ໄຊ ​ແລະ​ເມືອງ​ສາມັກຄີ​ໄຊ ທີ່ ​ໄດ້​ຮັບ​ຜົນ​ກະທົບ​ຮ້າຍ​ແຮງ​ທີ່​ສຸດ ​ແລະ​ແຂວງ​ອຸດົມໄຊ ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ຢ່າງ​ໜັກ ​ໂດຍ​ມີ​ຜູ້​ເສຍ​ຊີວິດ​ໄປ​ເຖິງ 16 ຄົນ​ອີກ​ດ້ວຍ.

​ໂດຍສະ​ລຸບ ກໍ​ຄື​ໄພ​ນໍ້າ​ຖ້ວມ​ໃນ​ປີ 2013 ​ເຮັດ​ໃຫ້​ເກີດ​ ການ​ເສຍ​ຫາຍ​ ໄປ​ຫຼາຍ​ກວ່າ 2,240 ຕື້​ກີບ ທີ່​ເກີດຂຶ້ນ​ໃນ 1,159 ບ້ານ ​ໃນ​ເຂດ 62 ​ເມືອງ ທີ່​ຕັ້ງ​ຢູ່​ໃນ​ເຂດ 12 ​ແຂວງ​ທົ່ວ​ປະ​ເທດລາວ
XS
SM
MD
LG