ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ວາງແຜນປູກຕົ້ນໄມ້ ປົກຫຸ້ມ 70 ເປີເຊັນໃຫ້ໄດ້ ພາຍໃນປີ 2025


ແຜນການປູກຕົ້ນໄມ້ປົກຫຸ້ມ ໃນ ສປປ ລາວ.
ແຜນການປູກຕົ້ນໄມ້ປົກຫຸ້ມ ໃນ ສປປ ລາວ.

ລັດຖະບານລາວວາງແຜນການຈະເພີິ້ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເກີນກວ່າ 70
ເປີເຊັນ ຂອງພີື້ນທີ່ທັງໝົດໃນປີ 2025 ທັງຈະອອກໃບຕາດິນ ໃຫ້ໄດ້ 1.6 ລ້ານຕອນ
ແລະຍຸຕິການປ່ອຍອາຍແກັສເຮືອນແກ້ວອີກດ້ວຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານ
ຈາກບາງກອກ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງ
ແຜນການ ແລະການລົງທຶນ ຖະແຫຼງຢືນຢັນວ່າ ລັດຖະບານລາວ ໄດ້ວາງແຜນການທີ່
ຈະເພີ້ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເກີນກວ່າ 70 ເປີເຊັນ ຂອງ ພືຶ້ນທີ່ທັງໝົດໃນປີ
2025 ພ້ອມກັນນີ້ ກໍໄດ້ວາງເປົ້າໝາຍຈະອອກໃບຕາດິນໃຫ້ ປະຊາຊົນລາວໃນທົ່ວ
ປະເທດໃຫ້ໄດ້ເຖິງ 1 ລ້ານ 6 ແສນຕອນຮວມທັງຈະສູ້ຊົນ ເພື່ອຍຸຕິການປ່ອຍອາຍ
ແກັສເຮືອນແກ້ວ ທີ່ເປັນສາເຫດຂອງພາວະໂລກຮ້ອນໃຫ້ ໄດ້ຢ່າງແທ້ຈິງ ແລະສ້າງຕັ້ງ
ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນບ້ານ ແລະ ຂັ້ນເມືອງ ໃນຂອບເຂດທົ່ວປະເທດ
ອີກດ້ວຍ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນ ຢັນວ່າ:

“ສູ້ຊົນໃຫ້ພື້ນທີ່ປົກຫຸ້ມປ່າໄມ້ເພີ້ມຂຶ້ນຫຼາຍກວ່າ 70 ສ່ວນຮ້ອຍ ໃນປີ 2025 ສູ້ຊົນໃຫ້
ອອກໃບຕາດິນໃຫ້ໄດ້ 1.6 ລ້ານຕອນ ສຶກສາຄວາມເປັນໄປໄດ້ການຫຼຸດ ຜ່ອນການປ່ອຍ
ອາຍແກັສເຮືອນແກ້ວ ໃຫ້ອອກລະດັບດຸນດ່ຽງກັບຄວາມສາມາດ ໃນການດູດຊັບຂອງ
ແຫຼ່ງດູດຊັບຕ່າງໆ ຊຶ່ງແມ່ນການປ່ອຍໃຫ້ ອາຍແກັສເຮືອນ ແກ້ວ ໃຫ້ຢູ່ໃນລະດັບສູນ ສູ້
ຊົນສ້າງ ແລະປັບປຸງຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນເມືອງ-ບ້ານ ທີ່ມີຄວາມສ່ຽງ
ຕໍ່ໄພພິບັດສູງ ໃຫ້ໄດ້ 100 ເມືອງ 800 ບ້ານ ໃນຂອບເຂດທົ່ວປະເທດ.”

ແຕ່ຢ່າງໃດກໍຕາມບັນຫາໄຟໄໝ້ປ່າໃນຊ່ວງລະດູຮ້ອນໃນແຕ່ລະປີກໍເຮັດໃຫ້ປ່າໄມ້ ຂອງ
ລາວເສຍຫາຍໄປຫຼາຍກວ່າ 100,000 ເຮັກຕາ ໂດຍສະເພາະແມ່ນໃນເຂດ ພາກເໜືອທີ່
ມີການຈູດໄຟເຜົາປ່າເພື່ອເຮັດໄຮ່ເລື່ອນລອຍນັ້ນ ຖືເປັນເຂດທີ່ປ່າໄມ້ ເສຍຫາຍຫຼາຍທີ່
ສຸດ ໂດຍສາເຫດສຳຄັນ ທີ່ເຮັດໃຫ້ເກີດສະພາບການດັ່ງກ່າວກໍ ຍ້ອນປັນຫາທຸກຍາກຂອງປະຊາຊົນລາວບັນດາເຜົ່າ ໃນພື້ນທີ່ຫ່າງໄກສອກຫຼີກ ສະນັ້ນຈຶ່ງຕ້ອງແກ້ໄຂບັນຫາທຸກຈົນ
ຂອງປະຊາຊົນລາວໃຫ້ໄດ້ຢ່າງແທ້ຈິງເທົ່ານັ້ນ ຈຶ່ງຈະສາມາດຍຸຕິການເຜົາປ່າເພື່ອເຮັດ
ໄຮ່ເລື່ອນລອຍໄດ້ຢ່າງຄັກແນ່ ດັ່ງທີ່ນັກ ອະນຸລັກສິ່ງແວັດລ້ອມທຳມະຊາດຢືນຢັນວ່າ:

“ຕົກມາໃນລະດູແລ້ງປີນີ້ ກະຖືວ່າໄຟປ່ານີ້ ທຽບໃສ່ທຸກປີນີ້ ກະຖືວ່າຂ້ອນຂ້າງ ຮຸນແຮງ
ເນື້ອທີ່ຫຼາຍເຂດກະຖືກທຳລາຍ ສາເຫດອັນຫຼັກໆກະແມ່ນເລື້ອງການ ຈູດປ່າເຮັດໄຮ່
ຂອງປະຊາຊົນເນາະ ເພາະວ່າມັນມີຄວາມຈຳເປັນຕ້ອງໄດ້ບຸກ ເບີກເນື້ອທີ່ທຳການຜະ
ລິດ ແຕ່ໃນຄວາມເປັນຈິງແລ້ວປະຊາຊົນເຂົາເຈົ້າກະຈູດ ເຮັດໄຮ່ ແບບລັກສະນະຮອບ
ວຽນ ແຕ່ວ່າມາດຕະການໃນການຄວບຄຸມ ໃນ ເວລາເຂົາເຈົ້າຈູດນັ້ນ ບໍ່ໄດ້ເກີດໄຟແລ້ວ
ມັນກະເຮັດໃຫ້ມັນໄໝ້ລາມ ໂດຍທີ່ ເອົາບໍ່ຢູ່ ບາດນີ້ຖ້າວ່າພວກເຮົາເອົາວຽກຈັດສັນອັນ
ຄົງທີ່ພັດທະນາຊົນນະບົດ ເຂົ້າໄປກະທົບໃສ່ໃຫ້ມັນແຂງແຮງກວ່າເກົ່າ ກະເຊື່ອໝັ້ນວ່າ
ການຖາງປ່າເຮັດ
ໄຮ່ແບບເລື່ອນລອຍນີ້ມັນກະຈະໝົດໄປ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະປ່າໄມ້ເປີດເຜີຍວ່າໄຟໄໝ້ປ່າຍັງເປັນບັນ
ຫາທີ່ຫຍຸ້ງຍາກທີ່ສຸດ ໃນການດຳເນີນມາດຕະການປາບປາມ ເພາະຈະ ຕ້ອງໄດ້ຮັບການ
ຮ່ວມມືຈາກປະຊາຊົນໃນເຂດທີ່ມີການລັກລອບເຜົາປ່ານັ້ນ ໂດຍ ການເກັບກໍາຂໍ້ມູນໃນໄລ
ຍະ 5 ປີຜ່ານມາພົບວ່າໄຟໄໝ້ປ່າທີ່ເກີດຂຶ້ນນັ້ນ ຂະບວນ ການລັກລອບຄ້າໄມ້ເຖື່ອນຢູ່ໃນ
ເຂດຊາຍແດນລາວ

ກັບຈີນ ຫວຽດນາມ ແລະໄທ ກໍມີສ່ວນກ່ຽວຂ້ອງດ້ວຍ ເພາະການເຜົາປ່າໃຫ້ກາຍເປັນ
ປ່າໄມ້ເສື່ອມໂຊມນັ້ນຍ່ອມ ໝາຍເຖິງໂອກາດຈະໄດ້ຮັບອະນຸຍາດໃຫ້ເຂົ້າໄປຕັດໄມ້ໃນ
ເຂດປ່າເສື່ອມໂຊມນັ້ນ ເອງ ສະນັ້ນກະຊວງກະສິກຳ ແລະປ່າໄມ້ ຈຶ່ງໄດ້ແຕ່ງຕັ້ງຄະນະ
ສະເພາະກິດເພື່ອ ກວດກາການຈັດຕັ້ງປະຕິບັດໃນທ້ອງຖິ່ນທົ່ວປະເທດ ຕາມຄຳສັ່ງນາ
ຍົກລັດຖະມົນ ຕີ ເລກທີ 15 ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ
ນັບ ແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍໄດ້ປິດໂຮງງານປຸງແຕ່ງໄມ້ 1,545 ແຫ່ງ
ໂຮງເລື່ອຍ1,206 ແຫ່ງ ຈັບກຸມຜູ້ກະທໍາຄວາມຜິດຫຼາຍກວ່າ 1,700 ຄົນ ແລະຍຶດໄມ້ຜິດ
ກົດໝາຍໄດ້ຫຼາຍກວ່າ 3 ລ້ານແມັດກ້ອນໃນ 3 ປີທີ່ຜ່ານມາ.

ນອກຈາກນີ້ການປູກຕົ້ນໄມ້ ໂດຍພາກລັດຍັງສາມາດຈັດຄັ້ງປະຕິບັດໄດ້ຕໍ່າກວ່າ ແຜນ
ການທີ່ວາງໄວ້ໃນທຸກໆປີອີກດ້ວຍ ໂດຍມີສາເຫດສຳຄັນມາຈາກການຂາດ ແຄນງົບປະ
ມານ ເພາະວ່າງົບປະມານທີ່ນຳໃຊ້ໃນການປູກຕົ້ນໄມ້ໂດຍພາກລັດ ມີແຫລ່ງລາຍຮັບພຽງ
ຈາກຄ່າພັນທະປູກໄມ້ທົດແທນເທົ່ານັ້ນ.

ປັດຈຸບັນລາວມີອັດຕາກການປົກຫຸ້ມຂອງປ່າໄມ້ 62.2 ເປີເຊັນ ຂອງພື້ນທີ່ທັງໝົດ ຫຼື
15.91 ລ້ານເຮັກຕາ ຊຶ່ງໃນນີ້ເປັນປ່າປ້ອງກັນ 7.98 ລ້ານເຮັກຕາ ປ່າສະ ຫງວນ 4.93
ລ້ານເຮັກຕາ ປ່າຜະລິດ 3.1 ລ້ານເຮັກຕາ ແລະປ່າໄມ້ທີ່ຖືກປູກ ໂດຍບໍລິສັດຕ່າງຊາດ
ທີ່ສຳປະທານທີ່ດິນພາກລັດຖະບານໃນພື້ນທີ່ລວມ 486,600 ເຮັກຕາ ຈຶ່ງເຮັດໃຫ້ຈະ
ຕ້ອງດຳເນີນມາດຕະການເພີ້ມປ່າໄມ້ໃຫ້ໄດ້ອີກ 584,000 ເຮັກຕາ ເພື່ອທີ່ວ່າຈະເຮັດ
ໃຫ້ບັນລຸເປົ້າໝາຍການເພີ້ມການປົກຫຸ້ມ

XS
SM
MD
LG