ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ສືບຕໍ່ການປິດຊາຍແດນ ເພື່ອຄວບຄຸມ ໂຣກລະບາດໂຄວິດ-19


ດ່ານກວດຄົນເຂົ້າເມືອງບໍ່ເຕັນ ຂອງ ສປປ ລາວ.
ດ່ານກວດຄົນເຂົ້າເມືອງບໍ່ເຕັນ ຂອງ ສປປ ລາວ.

ລັດຖະບານຍັງສືບຕໍ່ໂຈະການອອກວີຊາ ແລະປິດດ່ານຊາຍແດນຕິດຕໍ່ກັບປະເທດ
ເພື່ອນບ້ານເພື່ອຄວບຄຸມແລະສະກັດກັ້ນບໍ່ໃຫ້ພະຍາດ COVID-19 ເຂົ້າມາແຜ່ລະ
ບາດໃນລາວອີກເທື່ອໃໝ່ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ


ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫຼງວ່າ ຄະນະ
ສະເພາະກິດ ເພື່ອການປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດ ຂອງພະຍາດໄວຣັດ COVID-19 ໃນລາວ ຍັງໃຫ້ສືບຕໍ່ການຈັດຕັ້ງປະຕິບັດ ມາດຕະການໂຈະການອອກວີຊາ
ໃຫ້ກັບຊາວຕ່າງຊາດ ທີ່ຕ້ອງການຈະເດີນທາງ ເຂົ້າມາລາວໃນໄລຍະນີ້ ແລະໃຫ້ຈັດຕັ້ງ
ປະຕິບັດຄຽງຄູ່ກັບການປິດດ່ານຊາຍ ແດນໃນທົ່ວປະເທດ ທີ່ຕິດຕໍ່ກັບປະທດເພື່ອນບ້ານ
ຕໍ່ໄປ ໂດຍຍົກເວັ້ນໃຫ້ສະ ເພາະພະນັກງານທູດ ແລະພະນັກງານບໍລິສັດຕ່າງຊາດ ຫຼືອົງ
ການສາກົນ ທີ່ ມີຄວາມຈຳເປັນເທົ່ານັ້ນ ຈຶ່ງຈະອອກວີຊາ ແລະອະນຸຍາດໃຫ້ເດີນທາງເຂົ້າ
ມາລາວໄດ້ແບບເປັນແຕ່ກໍລະນີໄປ ທັ້ງນີ້ ເພື່ອຄວບຄຸມແລະສະກັດກັ້ນບໍ່ໃຫ້ ພະຍາດໄວ
ຣັສ COVID-19 ເຂົ້າມາແຜ່ລະບາດ ໃນລາວອີກເທື່ອໃໝ່ ດັ່ງທີ່ ທ່ານບຸນກອງໄດ້ໃຫ້ການ
ຢືນຢັນເຖິງການຕັດສິນໃຈດັ່ງກ່າວຂອງຄະນະສະເພາະ ກິດວ່າ:

“ເຫັນດີໃຫ້ສືບຕໍ່ປະຕິບັດການໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປທີ່ເດີນ
ທາງມາຈາກ ຫຼືຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19 ຍົກເວັ້ນ
ແຕ່ ນັກການທູດ ນັກຊ່ຽວຊານ ນັກວິຊາການ ແລະແຮງງານຕ່າງປະເທດ ທີ່ມີຄວາມຈຳເ
ປັນ ແລະຮີບດ່ວນເຂົ້າມາປະຕິບັດວຽກງານຢູ່ ສະຖານທູດ ຫຼືບັນດາອົງການກິດຈະການ
ແລະໂຄງການຕ່າງໆທີ່ທີຄວາມສຳຄັນ ແລະຈຳເປັນແຕ່ຕ້ອງປະຕິບັດມາດຕະການຕ່າງໆ
ຕາມການແນະນຳຂອງຄະນະ ສະເພາະກິດ."

ນອກຈາກນີ້ມາດຕະການນຶ່ງທີ່ທາງການລາວໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ
ໃນໄລຍະຜ່ານມາກໍຄືການກວດສຸຂະພາບຂອງແຮງງານຕ່າງຊາດ ທຸກ ຄົນ ທີ່ເດີນທາງ
ມາຈາກປະເທດທີ່ມີການແຜ່ລະບາດຂອງໄວຣັສ COVID-19 ໂດຍຖ້າຫາກກວດພົບ
ວ່າມີອາການເປັນໄຂ້ ກໍຈະສົ່ງໂຕໄປຍັງສະຖານທີ່ກັກກັນ ເພື່ອກວດອາການຢ່າງລະ
ອຽດໃນທັນທີ ສ່ວນຜູ້ທີ່ບໍ່ມີອາການໄຂ້ນັ້ນກໍຈະຕ້ອງ ກັກບໍລິເວນຕົນເອງຢູ່ແຕ່ໃນທີ່ພັກ
ເພື່ອເຝົ້າລະວັງອາການເປັນເວລາ 14 ວັນ ໂດຍ ນາຍຈ້າງຈະຕ້ອງຮັບຜິດຊອບລູກ
ຈ້າງຂອງຕົນ ແລະຈະຕ້ອງໃຫ້ການຮ່ວມ ມື ກັບເຈົ້າໜ້າທີ່ສາທາລະນະສຸກ ທີ່ໄປກວດ
ເບິ່ງອາການຂອງລູກຈ້າງທີ່ຖືກກັກບໍລິເວນດັ່ງກ່າວອີກດ້ວຍ ດັ່ງທີ່ທ່ານລັດຕະນະໄຊ
ເພັດສຸວັນ ຫົວໜ້າກົມຄວບ ຄຸມພະຍາດຕິດຕໍ່ໃນລາວ ໄດ້ຢືນຢັນວ່າ:

“ຜູ້ປະກອບການທຸລະກິດຕ່າງໆ ທີ່ມີກໍາມະກອນ ຈາກປະເທດທີ່ມີການລະບາດ ເມື່ອກັບ
ເຂົ້າມາລາວແລ້ວຈະຕ້ອງໄດ້ຜ່ານມາດຕະການວັດແທກອຸນຫະພູມ ຖ້າ ວ່າບໍ່ພົບພາກ
ສ່ວນດັ່ງກ່າວນີ້ຕ້ອງໄດ້ກັກກັນ 14 ວັນ ອາດຈະຢູ່ໃນຫໍພັກທີ່ຖືກ ຈັດສັນໃຫ້ຈາກບໍລິສັດ
ແລ້ວໃຫ້ບໍລິສັດສະໜອງເຄື່ອງແທກອີຟາເຣັດພົກພາຫັ້ນ ສະບູ ແຈວລ້າງມື ຜ້າປິດປາກ
ປິດດັງນີ້ໃຫ້ແກ່ຄົນງານລະກະພະແນກສາທາລະນະສຸກຂອງພວກເຮົາຈະສົ່ງທີມແພດ
ໄປອົບຮົມໃຫ້ ຈົນກວ່າ 14 ວັນ ຈະຜ່ານພົ້ນໄປ."

ໂດຍໃນປັດຈຸບັນນີ້ມີແຮງງານຕ່າງຊາດ 29,825 ຄົນ ທີ່ໄດ້ຮັບອະນຸຍາດ ແລະຊຳລະ
ຄ່າທຳນຽມ ເພື່ອເຮັດວຽກຢູ່ໃນລາວຢ່າງຖືກຕ້ອງຕາມກົດໝາຍ ຫາກ ແຕ່ສະຫະພັນກຳ
ມະບານລາວລາຍງານວ່າ ມີແຮງງານຕ່າງຊາດ 34,928 ຄົນ ທີ່ຍັງບໍ່ຊຳລະຄ່າທຳນຽມ
ໃນການອອກບັດອະນຸຍາດເຮັດວຽກຢ່າງຖືກຕ້ອງ ຊຶ່ງ ສ່ວນໃຫຍ່ກໍແມ່ນແຮງງານທີ່ມາ
ຈາກຈີນ ແລະຫວຽດນາມ ທີ່ມີການລະບາດ ຂອງເຊື້ອໂຣກ COVID-19 ດ້ວຍເຫດນັ້ນ
ຈຶ່ງນັບເປັນປັດໄຈສ່ຽງ ທີ່ເຊື້ອ COVID-19 ຈະເລັດລອດເຂົ້າມາໃນລາວໄດ້ໃນໄລ
ຍະຕໍ່ໄປ

ສ່ວນທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຢືນຢັນວ່າ
ເພື່ອເປັນການຈຳກັດ ແລະຄວບຄຸມການລະບາດຂອງໄວຣັສ COVID-19 ໃຫ້ມີປະສິດ
ທິພາບສູງ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ ໄຂການລະບາດຂອງ
COVID-19 ໃນລາວ ກຳນົດໃຫ້ແຮງງານລາວ ທີ່ຢູ່ຕ່າງ ປະເທດ ແລະຕ້ອງການຈະ
ເດີນທາງກັບມາລາວ ໃນໄລຍະນີ້ສາມາດເດີນທາງ ກັບຄືນມາລາວໄດ້ ໂດບຜ່ານດ່ານ
ຊາຍແດນ 2 ແຫ່ງເທົ່ານັ້ນຄື ຂົວມິດຕະ ພາບລາວ-ໄທ ແຫ່ງທີ 1 ແລະດ່ານວັງເຕົ່າໃນ
ແຂວງຈຳປາສັກ.

ທັ້ງນີ້ ຄະນະສະເພາະກິດ ມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບເປັນພາກ
ສ່ວນທີ່ຮັບຜິດຊອບ ກວດກາການເດີນທາງຂອງແຮງງານ ແລະປະຊາຊົນ ລາວຢ່າງ
ເຂັ້ມງວດ ໂດຍອະນຸຍາດໃຫ້ມີການເດີນທາງພາຍໃນປະເທດເທົ່ານັ້ນ ສ່ວນແຮງງານ
ລາວທີ່ເດີນທາງກັບຈາກຕ່າງປະເທດ ກໍຈະຕ້ອງຖືກສົ່ງໂຕໄປກັກ ບໍລິເວນໂດຍບໍ່ມີ
ການຍົກເວັ້ນ.

XS
SM
MD
LG