ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ແຕ່ງຕັ້ງບໍລິສັດຫຼັກຊັບໃນລາວ ເພື່ອຈຳໜ່າຍພັນທະບັດ ຢູ່ໃນຕະຫຼາດການຄ້າ


ບັນດາສາມຜູ້ຕາງໜ້າບໍລິສັດຫລັກຊັບ ເພື່ອຈຳໜ່າຍພັນທະບັດ.
ບັນດາສາມຜູ້ຕາງໜ້າບໍລິສັດຫລັກຊັບ ເພື່ອຈຳໜ່າຍພັນທະບັດ.

ກະຊວງການເງິນແຕ່ງຕັ້ງ 3 ບໍລິສັດຫລັກຊັບໃນລາວ ເພື່ອໃຫ້ຮັບຜິດຊອບ ການລະດົມ
ເງິນທຶນ ຈາກການຈຳໜ່າຍພັນທະບັດລັດຖະບານ ໃນຕະຫຼາດ ຫລັກຊັບລາວ ມີມູນຄ່າ
ລວມ 1,500 ຕື້ກີບກັບ 50 ລ້ານໂດລາສະຫະລັດ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງກະຊວງການເງິນເປີດເຜີຍວ່າ ລັດຖະບານລາວໂດຍກະຊວງ ການເງິນ
ໄດ້ແຕ່ງຕັ້ງ 3 ບໍລິສັດຫລັກຊັບໃນລາວ ໃຫ້ເປັນຜູ້ຮັບຜິດຊອບໃນການລະດົມເງິນທຶນ
ຈາກການຈຳໜ່າຍພັນທະບັດລັດຖະບານ ໃນຕະຫຼາດຫລັກຊັບແຫ່ງ ສປປ ລາວ ໂດຍ
ໄດ້ແບ່ງພັນທະບັດເປັນເງິນ 2 ສະກຸນດ້ວຍກັນຄື ເງິນກີບ ແລະເງິນໂດລາສະຫະລັດ ທີ່ີ
ມີມູນຄ່າລວມ 1,500 ຕື້ກີບ ກັບ 50 ລ້ານໂດລາ ສະລັດຕາມລໍາດັບ ຊຶ່ງຄາດວ່າ ຈະເປີດ
ໃຫ້ນັກທຸລະກິດ ແລະປະຊາຊົນທົ່ວໄປ ໄດ້ຈອງພັນທະບັດທັງ 2 ສະກຸນດັ່ງກ່າວໄດ້ໃນ
ໄຕມາດຕາທີ 4 ຂອງປີ 2020 ເພື່ອທີ່ວ່າຈະໄດ້ນຳເອົາເງິນທຶນ ໄປໃຊ້ດຸນດ່ຽງດ້ານງົບ
ປະມານທີ່ຂາດດຸນຂອງ ລັດຖະບານລາວ ຊຶ່ງມີສາເຫດມາຈາກການຈັດເກັບລາຍຮັບ
ໄດ້ຕໍ່າກວ່າແຜນ ການຍ້ອນການລະບາດຂອງພະຍາດໄວຣັສ COVID-19.

ທັງນີ້ໂດຍຄາດໝາຍວ່າການຈັດເກັບລາຍຮັບຂອງລັດຖະບານລາວ ໃນຕະຫຼອດແຜນ
ການປີ 2020 ຈະປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້ ຄິດເປັນມູນຄ່າລວມເຖິງ
6,322 ຕື້ກີບ ດັ່ງທີ່ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີວ່າການ
ກະຊວງການເງິນ ໄດ້ໃຫ້ການຢືນຢັນວ່າ:

“ກ່ຽວກັບລາຍຮັບຄາດວ່າ ຈະບໍ່ສາມາດບັນລຸແຜນໃດ້ໃນປີນີ້ ປະມານ 6,322 ຕື້ກີບ
ສະເພາະຢູ່ໃນຂະແໜງຊ່ວຍສາອາກອນ ພວກເຮົາກໍຈະບໍ່ໄດ້ຕາມແຜນປະ ມານ 3,930
ຕື້ກີບ ຈາກແຜນເດີມທີ່ໄດ້ຂຶ້ນໄວ້ 13,950 ຕື້ກີບ ຍ້ອນວ່າກົດໝາຍອາດກໍ່ໃໝ່ ມັນມີ
ການຜ່ອນຜັນຫຼາຍບັນຫາ ການຫລຸດອັດຕາອາກອນຈຳນວນນຶ່ງອາກອນຊົມໃຊ້ ອາກອນ
ລາຍໄດ້ ແລະອື່ນໆ ອັນນີ້ເປັນມູນຄ່າປະມານ 800 ຕື້ກີບ ອັນທີມັນບໍ່ໄດ້ຍ້ອນການປະຕິ
ບັດໂຍະຍານ COVID ນີ້ປະມານ425 ຕື້ກີບ."

ໂດຍລັດຖະບານລາວໄດ້ມອບໝາຍໃຫ້ 3 ບໍລິສັດດັ່ງກ່າວ ກໍຄືບໍລິສັດຫລັັກຊັບລ້ານຊ້າງ (ມະຫາຊົນ) ບໍລິສັດຫລັກຊັບ BCEL-KT ຈຳກັດ ແລະບໍລິສັດຫລັກ ຊັບລາວຈີນຈຳກັດ
ເພື່ອດຳເນີນການ ແລະຈັດຈຳໜ່າຍພັນທະບັດລັດຖະບານ ມາແລ້ວຄັ້ງນຶ່ງ ໃນຊ່ວງເດືອນພຶດສະພາຫາມີຖຸນາ 2020 ຊຶ່ງກໍປາກົດວ່າ ໄດ້ມີການຈອງຊື້ພັນທະບັດທັງໝົດທີ່ມີມູນຄ່າ
ລວມເຖິງ 1,700 ຕື້ກີບນັ້ນ ເພາະນັກລົງທຶນເຫັນວ່າໄດ້ຮັບຜົນຕອບແທນເປັນດອກເບ້ຍ
ຕັ້ງແຕ່ 6.8 ເປີເຊນ ຫາ 8 ເປີເຊັນ ແລະພັນທະບັດມີອາຍຸ 3 ຫາ 20 ປີ ລາຄາ 1 ລ້ານກີບ
ຕໍ່ໜ່ວຍໂດຍການອອກພັນລະບັດລັດຖະບານລາວຄັ້ງຫລ້າສຸດ ຈະຖືເປັນຄັ້ງທີ 6 ນັບແຕ່
ເດືອນທັນວາ 2018 ຫາກແຕ່ກໍເປັນຄັ້ງທຳອິດ ທີີ່ມີການຈຳໜ່າຍທັງພັນທະບັດສະກຸນ
ເງິນກີບ ແລະເງິນໂດລາສະຫະລັດໃນໂອກາດດຽວກັນ ສ່ວນການຈຳໜ່າຍ ພັນທະບັດ
ກ່ອນໜ້ານີ້ກໍຄືພັນທະບັດທີີມີມູນຄ່າ 1,000 ຕື້ກີບໃນເດືອນທັນວາ ປີ 2018 ພັນທະ
ບັດມູນຄ່າ 714.87 ຕື້ກີບ ເມື່ອເດືອນກຸມພາ 2019 ພັນທະບັດມູນຄ່າ 1,700 ຕື້ກີບໃນ
ເດືອນກັນຍາ 2019 ໂດຍພັນທະບັດມີລາຄາຈຳໜ່າຍ 1 ລ້ານກີບຕໍ່ໜ່ວຍ ແລະຕ້ອງ
ຈອງຊື້ທີ່ລາຄາ 10 ລ້ານກີບເປັນຢ່າງນ້ອຍ.

ສ່ວນພັນທະບັດເປັນສະກຸນເງິນໂດລາສະຫະລັດຄັ້ງທຳອິດນັ້ນໄດ້ຈັດຈຳໜ່າຍໃນເດືອນ
ຕຸລາ 2019 ທີີ່ມີມູນຄາລວມເຖິງ 500 ລ້ານໂດລາສະຫະລັດ ແບ່ງເປັນ 3 ລາຄາຄຄື
1,000 ໂດລາ 3,000 ໂດລາ 5,000 ໂດລາ ໂດຍຜູ້ຊື້ພັນທະບັດຈະ ໄດ້ຮັບຜົນຕອບ
ແທນໃນອັດຕາ 5 ເປີເຊັນ6 ເປີເຊັນ 7 ເປີເຊັນ ສຳລັບພັນທະ ບັດ ທີມີອາຍຸ 1 ປີ 3 ປີ 5
ປີ ແລະຜູ້ຊື້ພັນທະບັດຈະໄດ້ຮັບເງິນຕົ້ນຄືນທັງໝົດ ເມື່ອພັດທະບັດຄົບກຳໜົດແລ້ວ
ເທົ່ານັ້ນ.

XS
SM
MD
LG