ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ລາວ ຕຽມ​ສະ​ເໜີ​ແຜນ​ການ​ເຊື່ອມ​ຈອດ​ອາ​ຊຽນ​ເຂົ້າ​ສູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ທີ່​ນະ​ຄອນຫຼວງ ວຽງ​ຈັນ


ບັນ​ດາ​ຜູ້​ນຳ​ ອາ​ຊຽນ ແລະ ອອ​ສ​ເຕ​ຣ​ເລຍ ນັ່ງ​ຢູ່​ຕ່າງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ.
ບັນ​ດາ​ຜູ້​ນຳ​ ອາ​ຊຽນ ແລະ ອອ​ສ​ເຕ​ຣ​ເລຍ ນັ່ງ​ຢູ່​ຕ່າງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ.

ຜູ້​ປະ​ສານ​ງານ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ຂອງ​ກຸ່ມ​ອາ​ຊຽນ ເປີດ​ເຜີຍ​ວ່າ​ລັດ​ຖະ​ບານ​ລາວ​ໃນ​ຖາ​ນະ​ປະ​ທານ​ຂອງ​ອາ​ຊຽນ​ປະ​ຈຳ​ປີ 2024 ໄດ້​ຕຽມ​ການ​ຈະ​ນຳ​ສະ​ເໜີ​ແຜນ​ການ​ເຊື່ອມ​ຈອດ​ອາ​ຊຽນ ເຂົ້າ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ອາ​ຊຽນ ຄັ້ງ​ທີ 44 ແລະ 45 ທີ່​ຈະ​ດຳ​ເນີນກອງ​ປະ​ຊຸມ​ໃນ​ລະ​ຫວ່າງວັນ​ທີ 6 ຫາ 11 ຕຸ​ລາ 2024 ນີ້​ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ໃຫ້​ຜູ້​ນຳ​ລັດ​ຖະ​ບານ​ຂອງ​ທັງ 10 ປະ​ເທ​ດ​ສະ​ມາ​ຊິກ​ໄດ້​ລົງ​ສັນ​ທະ​ມະ​ຕິ​ວ່າ​ຈະ​ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ໃຫ້​ມີ​ປະ​ສິດ​ທິຜົນ ແລະ ບັນ​ລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ປີ 2025 ຢ່າງ​ແທ້​ຈິງ ແລະ ພ້ອມ​ກັນ​ນີ້​ລັດ​ຖະ​ບານ​ກໍ​ຍັງ​ສະ​ເໜີ​ຮ່າງ​ແຜນ​ການ​ສະ​ບັບ​ໃໝ່​ທີ່​ຈະ​ນຳ​ໃຊ້​ສຳ​ລັບ​ການ​ຮ່ວມ​ມື​ໃນ​ຊ່ວງ​ປີ 2026 ຫາ 2030 ອີກ​ດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG