ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຈະພິຈາລະນາອອກຄຳສັ່ງ ເພື່ອດຳເນີນມາດຕະການສຸກເສີນ ຖ້າມີການລະບາດ ຂອງ COVID-19 ຮຸນແຮງຂຶ້ນ


ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ລາວ, ກ່າວຄຳປາໄສ.
ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ລາວ, ກ່າວຄຳປາໄສ.

ລັດຖະບານ ລາວ ຈະພິຈາລະນາອອກຄຳສັ່ງເພື່ອດຳເນີນມາດຕະການໃນສະພາວະສຸກເສີນ ຖ້າຫາກການລະບາດຂອງພະຍາດໄວຣັສ COVID-19 ມີສະພາບການຮຸນແຮງຂຶ້ນ ແລະ ມີການແຜ່ລາມຫຼາຍຂຶ້ນໃນທົ່ວປະເທດ.

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີຖະແຫຼງວ່າ ລັດຖະບານ ລາວ ຈະມີການພິຈາ ລະນາອອກຄຳສັ່ງທີ່ເຂັ້ມງວດຫຼາຍຂຶ້ນ ຖ້າຫາກການລະບາດຂອງພະຍາດໄວຣັສ COVID-19 ມີສະພາບການຮຸນແຮງຂຶ້ນ ແລະ ມີການແຜ່ລາມຢ່າງກວ້າງຂວາງໃນທົ່ວປະເທດ ອັນເຮັດໃຫ້ຈະຕ້ອງດຳເນີນມາດຕະການໃນພາວະສຸກເສີນເທົ່ານັ້ນ ຈຶ່ງຈະສາມາດສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວໄດ້ຢ່າງມີປະສິດທິຜົນ ແລະ ສຳລັບໃນໄລຍະນີ້ຍັງຈະຕ້ອງສືບຕໍ່ດຳເນີນມາດຕະການເຂັ້ມງວດຕາມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ ຊຶ່ງທຸກພາກສ່ວນຈະຕ້ອງປະຕິບັດຕາມຢ່າງເຄັ່ງຄັດ ດັ່ງທີ່ທ່ານ ກິແກ້ວ ໄດ້ຖະແຫຼງຢືນຢັນວ່າ

“ສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດພວກເຮົາຍັງເປັນທ່າອຽງທີ່ບໍ່ທັນຫຼຸດ ລົງໄດ້ເທື່ອ ຄະນະສະເພາະກິດຄົ້ນຄວ້າເລິກຊຶ່ງແລ້ວ ຈຶ່ງສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິ ບັດບັນດາມາດຕະການທີ່ໄດ້ກຳນົດໄວ້ຢູ່ໃນຄຳສັ່ງເລກທີ 15/ນຍ ແລະ ຈະພິຈາລະນາຢ່າງເລິກຊຶ່ງຕິດຕາມສະພາບການຢ່າງໃກ້ຊິດ ຄາດຄະເນຢ່າງຖືກຕ້ອງ ກ່ຽວກັບ ທ່າອຽງຂອງການຜັນແປຂອງການລະບາດນີ້ ແລ້ວຈະມີວິດທີການປັບປຸງແກ້ໄຂໃຫ້ທັນການ ສອດຄ່ອງກັບສະພາບຄາວມເປັນຈິງ.”

ຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄວຣັສ COVID-19 ໄດ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດສຸຂະພາບທັງຄົນ ລາວ ແລະ ຊາວຕ່າງຊາດທຸກຄົນທີ່ເດີນທາງມາໃນ ລາວ ໃນໄລຍະນີ້ ໂດຍສະເພາະແມ່ນຢູ່ທີ່ດ່ານຊາຍແດນທີ່ຕິດ ຕໍ່ກັບປະເທດເພື່ອນບ້ານນັ້ນຖືເປັນເຂດທີ່ຈະຕ້ອງເຂັ້ມງວດຫຼາຍເປັນພິເສດ ເພາະໄດ້ກວດພົບຜູ້ຕິດໄວຣັສ COVID-19 ລາຍໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ວັນທີ 11​ ເມສາ 2021 ເປັນຕົ້ນມາ ໂດຍມີສາເຫດສຳຄັນມາຈາກແຮງງານ ລາວ ແລະ ຊາວຕ່າງຊາດທີ່ລັກລອບເດີນທາງເຂົ້າມາ ລາວ ແລະ ໄດ້ນຳເອົາເຊື້ອໄວຣັສ COVID-19 ເຂົ້າມາແຜ່ລະບາດອີກເທື່ອໃໝ່ຢູ່ໃນທົ່ວປະເທດ ລາວ ໃນປັດຈຸບັນນີ້ດ້ວຍນັ້ນ.

ໂດຍສະເພາະແມ່ນໃນກໍລະນີແມ່ຍິງ ລາວ 2 ຄົນທີ່ໄດ້ນຳພາຜູ້ຊາຍ ໄທ 2 ຄົນລັກລອບເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆຢູ່ໃນແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ກໍຄືນາງ ພາວະດີ ວິພາກອນ (ຕຸກຕິກ) ຜູ້ທີ່ນຳພາຄົນ ໄທ ເຂົ້າມາ ລາວ ແລະ ນາງ ມອນມີນາ ສຸດທິດາ (ຕິນ່າ) ຜູ້ນຳທ່ຽວຢູ່ໃນເຂດນະຄອນຫຼວງວຽງຈັນ ໃນຊ່ວງວັນທີ 7-15 ເມສາ 2021 ທີ່ຜ່ານມານັ້ນ ຖືເປັນສາເຫດສຳຄັນທີ່ເຊື່ອວ່າເຮັດໃຫ້ເກີດການລະບາດຂອງເຊື້ອໄວຣັສ COVID-19 ໃນ ລາວ ໃນປັດຈຸບັນນີ້ ອັນເຮັດໃຫ້ທາງການ ລາວ ໄດ້ຄວບຄຸມຕົວແມ່ຍິງ ລາວ 2 ຄົນໄວ້ເພື່ອດຳເນີນຄະດີອາຍາຕໍ່ໄປ ດັ່ງທີ່ ພົນໂທ ວິລະພົນ ໄພບູນ ຫົວໜ້າຜະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດໃນເຂດນະຄອນຫຼວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ

“ກ່ຽວກັບ ກໍລະນີຜູ້ຕິດເຊື້ອກໍລະນີທີ 59 ກະຄືນາງ ຕິນ່າ ຊຶ່ງເປັນຜູ້ທີ່ພາເອື້ອຍຮັກ ແລະ ຄົນໄທໄປທ່ຽວໃນສະຖານທີ່ສາທາລະນະຕ່າງໆ ທີ່ພາໃຫ້ເກີດການລະບາດຂອງເຊື້ອໂຄວິດເຂົ້າສູ່ຊຸມຊົນເປັນວົງກວ້າງ ຊຶ່ງສ້າງຜົນເສຍຫາຍໃຫ້ແກ່ເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ຕໍ່ການກະທຳດັ່ງກ່າວເຫັນວ່າເປັນການກະທຳທີ່ແຕະຕ້ອງເຖິງມາດຕາ 199 ຂອງປະມວນກົດໝາຍອາຍາແຫ່ງ ສປປ ລາວ ທາງເຈົ້າໜ້າທີ່ ປກສ ຈະໄດ້ສືບຕໍ່ດຳເນີນການສືບສວນສອບສວນຜູ້ກ່ຽວ ແລະ ພັກ ພວກເພື່ອສະຫຼຸບສຳນວນຄະດີ ແລະ ສົ່ງໃຫ້ໄອຍະການຖະແຫຼງໃຫ້ສານຕັດສິນຕາມຂັ້ນຕອນຂອງລະບຽບກົດໝາຍ.”

ໂດຍຄວາມຜິດຕາມມາດຕາ 199 ຂອງກົດໝາຍອາຍາກໍຄືການເຮັດໃຫ້ເກີດການລະບາດຂອງເຊື້ອໂຣກທີ່ຮ້າຍແຮງໃນ ລາວ ຈະຖືກລົງໂທດຂັງຄຸກແຕ່ 2 ປີເຖິງ 15 ປີ ແລະ ປັບໄໝຕັ້ງແຕ່ 10 ລ້ານກີບເຖິງ 70​ ລ້ານກີບ ສ່ວນຜູ້ຊາຍ ໄທ 2 ຄົນທີ່ລັກລອບເດີນທາງເຂົ້າມາ ລາວ ແລະ ໄດ້ເດີນ ທາງກັບໄປ ໄທ ແລ້ວນັ້ນທາງການ ລາວ ກໍຈະຂໍໃຫ້ທາງການ ໄທ ສົ່ງຕົວໃຫ້ໃນສະຖານະຜູ້ຮ້າຍຂ້າມແດນຕໍ່ໄປ.

ສ່ວນການສະກັດກັ້ນການລະບາດຂອງໄວຣັສ COVID-19 ໃນເວລານີ້ ນາຍົກລັດຖະມົນຕີ ລາວ ກໍໄດ້ມີຄຳສັ່ງປິດນະຄອນຫຼວງວຽງຈັນ ນັບຈາກວັນທີ 22 ເມສາເຖິງວັນທີ 20 ພຶດສະພາ 2021 ໂດຍຫ້າມເດີນທາງເຂົ້າ-ອອກນະຄອນຫຼວງວຽງຈັນ ໃຫ້ຢຸດການເດີນລົດຂົນສົ່ງລະຫວ່າງນະຄອນ ຫຼວງວຽງຈັນກັບຕ່າງແຂວງໃນທົ່ວປະເທດ ຫ້າມເຜີຍແຜ່ຂໍ້ມູນ-ຂ່າວສານເທັດ, ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ, ຫ້າມຈັດກອງປະຊຸມ, ງານຊຸມນຸມກິດຈະກກຳທາງສາສະໜາ-ປະເພນີ, ງານລ້ຽງສັງສັນທີ່ມີຜູ້ເຂົ້າຮ່ວມເກີນ 20 ຄົນ, ໃຫ້ປິດສະຖານບັນເທີງຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ, ສະປາ, ຮ້ານອິນເຕີແນັດ, ສນຸກເກີ,​ ສູນອອກກຳລັງກາຍ ແລະ ກິລາໃນຮົ່ມ ສ່ວນກິດຈະ ການຂົນສົ່ງສິນຄ້າ-ສາທາລະນຸປະໂພກ, ທະນາຄານ, ການຄ້າ ແລະ ບໍລິການທີ່ຈຳເປັນຕໍ່ສ່ວນລວມນັ້ນ ໃຫ້ສາມາດເປີດດຳເນີນກິດຈະການໄດ້ຕາມຄວາມເໝາະສົມຂອງສະພາບການຕົວຈິງ.

XS
SM
MD
LG