ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ລາວ ຈະຢຸດສຳປະທານ ປູກກ້ວຍ ທັງໝົດ ໃນທົ່ວປະເທດ


ຊາວສວນໝາກກ້ວຍ ລ້າງໝາກກ້ວຍ ກຽມສົ່ງອອກ ທີ່ສວນໝາກກ້ວຍຈີນ ແຫ່ງນຶ່ງໃນ ລາວ.
ຊາວສວນໝາກກ້ວຍ ລ້າງໝາກກ້ວຍ ກຽມສົ່ງອອກ ທີ່ສວນໝາກກ້ວຍຈີນ ແຫ່ງນຶ່ງໃນ ລາວ.

ລັດຖະບານ ລາວ ຈະຍຸຕິສຳປະທານການປູກກ້ວຍທັງໝົດໃນທົ່ວປະເທດໃຫ້ໄດ້ຢ່າງ
ເປັນຮູບປະທຳ ໂດຍຈະບໍ່ມີການຕໍ່ອາຍຸສຳປະທານ ແລະ ຈະບໍ່ມີການອະນຸຍາດສຳ
ປະທານລາຍໃໝ່ອີກຢ່າງເດັດຂາດ.

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ
ໂຄສົກຄະນະລັດຖະບານ ລາວ ຖະແຫຼງຢືນຢັນວ່າ ຄະນະລັດຖະບານ ລາວ ຊຸດປັດ
ຈຸບັນພາຍໃຕ້ການນຳຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງ
ມອບໝາຍໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຈະຕ້ອງດຳເນີນມາດຕະການໃນທຸກວິທີ
ທາງ ເພື່ອຮັບປະກັນຜົນຜະລິດ ແລະ ຕອບສະໜອງສະບຽງອາຫານໃຫ້ກັບປະຊາຊົນ
ລາວ ບັນດາເຜົ່າໃຫ້ໄດ້ຢ່າງພຽງພໍກັບຄວາມຕ້ອງການໃນປະເທດຢ່າງແທ້ຈິງ ທັງມີ
ສ່ວນເຫຼືອແຮໄວ້ ແລະ ສ່ວນເກີນສຳລັບສົ່ງເປັນສິນຄ້າອອກໄປຕ່າງປະເທດອີກດ້ວຍ.

ຍິ່ງໄປກວ່ານັ້ນ ລັດຖະບານ ລາວ ຍັງໄດ້ແນໃສ່ໃຫ້ການສົ່ງເສີມການຜະລິດກະສິກຳສີ
ຂຽວ ດ້ວຍການຈັດຕັ້ງປະຕິບັດໃນທຸກວິທີທາງ ເພື່ອຈະລົບລ້າງການປູກພືດທີ່ສົ່ງຜົນ
ກະທົບຕໍ່ສິ່ງແວດລ້ອມທຳມະຊາດໃຫ້ໄດ້ຢ່າງສິ້ນເຊີງໃນທົ່ວປະເທດ ໂດຍສະເພາະ
ແມ່ນການລົບລ້າງການປູກກ້ວຍຫອມທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ
ໃນແຂວງພາກເໜືອຂອງ ລາວ ຢ່າງກວ້າງຂວາງໃນປັດຈຸບັນນີ້.

ໂດຍຫຼ້າສຸດກໍມີລາຍງານວ່າອຳນາດການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຍຸ
ຕິການອະນຸຍາດໃຫ້ສຳປະທານທີ່ດິນລາຍໃໝ່ເພື່ອປູກກ້ວຍຫອມຢ່າງສິ້ນເຊີງແລ້ວ
ສ່ວນທີ່ໄດ້ອະນຸຍາດສຳປະທານໄປແລ້ວນັ້ນກໍຈະຈຳກັດພື້ນທີ່ປູກໃຫ້ຫຼຸດລົງເທື່ອລະ
ກ້າວ ໂດຍໃນໄລຍະທີ່ຜ່ານມາກໍໄດ້ມີຄຳສັ່ງໃຫ້ຍົກເລີກສຳປະທານປູກກ້ວຍໄປແລ້ວ
ໃນເນື້ອທີ່ 2,000 ກວ່າເຮັກຕາ ຈຶ່ງຍັງເຫຼືອ 4,000 ກວ່າເຮັກຕາທີ່ຈະຕ້ອງຍົກເລີກສຳ
ປະທານໃຫ້ໄດ້ທັງມົດພາຍໃນປີ 2018.

ທັງນີ້ເນື່ອງຈາກມີລາຍງານວ່າ ປາ ແລະ ສັດນໍ້າຊະນິດຕ່າງໆຢູ່ໃນເຂດວັງສະຫງວນ
ນໍ້າງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຕາຍໄປຢ່າງຫຼວງຫຼາຍໃນເດືອນມີນາທີ່
ຜ່ານມາ ຊຶ່ງຈາກການວິເຄາະຄຸນນະພາບນໍ້າໃນເຂດດັ່ງກ່າວກໍພົບວ່າມີສານເຄມີເຈືອ
ປົນຢ່າງໜາແໜ້ນທີ່ເຊື່ອວ່າເປັນສານເຄມີທີ່ຮົ່ວໄຫຼລົງມາຈາກເຂດສຳປະທານປູກ
ກ້ວຍຂອງບັນດານັກທຸລະກິດ ຈີນ ແຕ່ກໍບໍ່ສາມາດລະບຸໄດ້ວ່າເປັນສານເຄມີຈາກເຂດ
ສຳປະທານຂອງນັກທຸລະກິດ ຈີນ ລາຍໃດແທ້.

ການກໍ່ສານພິດຕ່າງໆທີ່ສວນກ້ວຍ ຈີນ ໃນປະເທດ ລາວ.
ການກໍ່ສານພິດຕ່າງໆທີ່ສວນກ້ວຍ ຈີນ ໃນປະເທດ ລາວ.

ຊຶ່ງກໍເຊັ່ນດຽວກັນກັບສະພາບການໃນແຂວງອຸດົມໄຊ ໂດຍສະເພາະກໍແມ່ນຢູ່ໃນເຂດ
ເມືອງ ຮຸນ ນັ້ນກໍຈະບໍ່ມີການອະນຸຍາດສຳປະທານລາຍໃໝ່ ທັງຍັງຈະບໍ່ມີການຕໍ່ອາ
ຍຸສຳປະທານລາຍເກົ່າເມື່ອຄົບອາຍຸສັນຍາສຳປະທານແລ້ວອີກດ້ວຍ ດັ່ງທີ່ທ່ານ
ບຸນຄົງ ຫຼ້າຈຽມພອນ ເຈົ້າເມືອງຮຸນ ໃຫ້ການຢືນຢັນວ່າ.

"ເພື່ອປະຕິບັດຕາມທິດທາງນະໂຍບາຍຂອງພັກ-ລັດ ທາງເມືອງກະໄດ້ມີມະຕິເຫັນດີ
ເປັນເອກະພາບໃຫ້ຍຸຕິສວນກ້ວຍ ແລະ ຍຸຕິນີ້ໝາຍຄວາມວ່າ ການຂະຫຍາຍໃໝ່ນີ້
ເດັດຂາດ ພວກເຮົາຈະບໍ່ໃຫ້ມີການຂະຫຍາຍໃໝ່. ສ່ວນພື້ນທີ່ເກົ່າຈຳນວນ 3,000
ກວ່າເຮັກຕາມນີ້ລະແມ່ນພວກເຮົາໄດ້ເຫັນດີເປັນເອກະພາບກັນຈະໄດ້ຈັດຕັ້ງປະຕິ
ບັດເບິ່ງຕາມສັນຍາເນາະ ຖ້າບໍລິສັດໃດໝົດສັນຍາລະແມ່ນພວກເຮົາຍຸຕິເນາະ ຖ້າບໍ
ລິສັດໃດຍັງບໍ່ທັນຮອດສັນຍາລະແມ່ນພວກເຮົາຄຸ້ມຄອງເຂົາເຈົ້າໃຫ້ເຂົ້າສູ່ລະບຽບ
ໄປຈົນກວ່າວ່າໝົດສັນຍາ."

ທາງດ້ານທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ອອກຄຳສັ່ງໄປເຖິງໜ່ວຍ
ງານກ່ຽວຂ້ອງໃນທົ່ວແຂວງ ເພື່ອໃຫ້ຢຸດການອະນຸຍາດສຳປະທານທີ່ດິນໃຫ້ກັບນັກທຸ
ລະກິດ ຈີນ ທີ່ມາລົງທຶນປູກກ້ວຍໃນແຂວງບໍ່ແກ້ວຢ່າງສິ້ນເຊີງ ທັງຍັງມີຄຳສັ່ງໃຫ້ຍົກ
ເລີກສຳປະທານທີ່ດິນ 18 ແຫ່ງທີ່ປູກກ້ວຍໄປແລ້ວອີກດ້ວຍ ເພາະກວດພົບວ່າພື້ນທີ່
ປູກກ້ວຍຂອງນັກທຸລະກິດ ຈີນ ດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ
ແລະ ປະຊາຊົນໃນແຂວງບໍ່ແກ້ວຢ່າງກວ້າງຂວາງ ໂດຍໄດ້ນຳໃຊ້ສານເຄມີປ້ອງກັນ
ໂຣກພືດເຖິງ 28 ຊະນິດ ແລະ ຢາຂ້າສັດຕູພືດ 19 ຊະນິດ ລວມເຖິງການໃຊ້ສານເຄມີ
ເພື່ອເລັ່ງຜົນຜະລິດດ້ວຍນັ້ນ ກໍໄດ້ຄຸກຄາມຕໍ່ສຸຂະພາບອະນາໄມຂອງປະຊາຊົນ ທັງ
ຍັງກະທົບແຫຼ່ງນໍ້າທຳມະຊາດ, ສັດນໍ້າ, ທີ່ນາ ແລະ ພືດຜົນຕ່າງໆຂອງປະຊາຊົນ ລາວ
ຢ່າງໜັກໜ່ວງອີກດ້ວຍ.

XS
SM
MD
LG