ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ນຳໃຊ້ທະຫານໃນການກວດກາຊາຍແດນ ທີ່ຕິດກັບໄທ ເພື່ອສະກັດການລັກລອບກັບບ້ານຂອງແຮງງານລາວໃນໄທ


ບັນດາເຈົ້າໜ້າທີ່ຕຳຫຼວດ ແລະທະຫານຂອງລາວ ດຳເນີນການລາດຕະເວນຢູ່ລຳແມ່ນ້ຳຂອງລະຫວ່າງ ລາວແລະໄທ ເພື່ອສະກັດການລັກລອບກັບບ້ານຂອງແຮງງານລາວໃນໄທ.
ບັນດາເຈົ້າໜ້າທີ່ຕຳຫຼວດ ແລະທະຫານຂອງລາວ ດຳເນີນການລາດຕະເວນຢູ່ລຳແມ່ນ້ຳຂອງລະຫວ່າງ ລາວແລະໄທ ເພື່ອສະກັດການລັກລອບກັບບ້ານຂອງແຮງງານລາວໃນໄທ.

ລັດຖະບານລາວ ນຳໃຊ້ກຳລັງທະຫານເຂົ້າໃນການກວດກາຊາຍແດນທີ່ຕິດຕໍ່ກັບໄທ ເພື່ອສະກັດການລັກລອບກັບບ້ານຂອງແຮງງານລາວໃນໄທ ທີ່ກຳລັງປະເຊີນກັບການລະບາດ ຂອງໄວຣັສ ໂຄວິດ-19 ຢ່າງຮຸນແຮງ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານ ໃນເຂດນະ ຄອນວຽງຈັນ ຖະແຫລງວ່າ ການທີ່ມີແຮງງານລາວ ຈຳນວນຫຼາຍໄດ້ພາກັນເດີນທາງຈາກໄທ ເພື່ອລັກລອບກັບຄືນມາລາວ ໂດຍບໍ່ໄດ້ຂໍອະນຸຍາດຢ່າງຖືກຕ້ອງຕາມກົດໝາຍຈາກທາງການລາວນັ້ນ ໄດ້ກາຍເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນນັບມື້ ຈົນກຳລັງເຈົ້າໜ້າທີ່ຝ່າຍປົກຄອງແລະປ້ອງກັນຄວາມສະຫງົບໃນສັງຄົມລາວ ບໍ່ສາມາດຈະຮັບມືໄດ້ຢ່າງທົ່ວເຖິງ ແລະເທົ່າທັນກັບສະພາບການທີ່ເກີດຂຶ້ນດັ່ງກ່າວ ຈຶ່ງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງທີ່ຕ້ອງນຳໃຊ້ກຳລັງທະຫານເຂົ້າໃນການກວດກາຊາຍແດນລາວໃນທົ່ວປະເທດ ໂດຍສະເພາະແມ່ນຊາຍແດນຕິດຕໍ່ກັບໄທ ທີ່ກຳລັງປະເຊີນກັບການລະບາດຂອງໄວຣັສ ໂຄວິດ-19 ຢ່າງຮຸນແຮງແລະເຮັດໃຫ້ແຮງງານລາວ ຖືກເລີກຈ້າງແລະໄດ້ພາກັນລັກລອບເດີນທາງກັບຄືນມາລາວ ເພີ້ມຂຶ້ນທຸກວັນ.

ໂດຍສະເພາະໃນເຂດນະຄອນວຽງຈັນນັ້ນ ກອງທັບປະຊາຊົນລາວ ໄດ້ຈັດສົ່ງກຳລັງທະຫານໄປປະຈຳການໃນຕະຫຼອດແນວເຂດຊາຍແດນ 178 ກິໂລແມັດ ໃນແນວແມ່ນ້ຳຂອງຕິດຕໍ່ກັບໄທ ໂດຍມີພື້ນທີ່ຮັບຜິດຊອບໃນເຂດ 101 ບ້ານຂອງ 6 ເມືອງ ທີ່ມີຊາຍແດນໃນແມ່ນ້ຳຂອງຕິດຕໍ່ກັບໄທ ຊຶ່ງກຳລັງທະຫານດັ່ງກ່າວນີ້ ຈະຄຸ້ມຄອງຢູ່ຊາຍແດນເພື່ອປ້ອງກັນການລັກລອບເດີນທາງກັບມາ ລາວ ໂດຍບັນດາແຮງງານລາວ ທີ່ຖືກເລີກຈ້າງໃນໄທ ເປັນດ້ານຫລັກ ດັ່ງທີ່
ພົນຈັດຕະວາ ສີພອນ ໄດ້ໃຫ້ການຢືນຢັນວ່າ:

“ຢູ່ຫັ້ນ ກະມີທະຫານຊາຍແດນ 5 ກອງຮ້ອຍ ແລ້ວກໍມີກອງຮ້ອຍທະຫານລາບເພື່ອປ້ອງກັນຊາຍແດນຄິດສະເລ່ຍແລ້ວ ກອງໜຶ່ງນີ້ຮັບຜິດຊອບ 30-40 ກິໂລ ແມັດ ຈັງຊັ້ນ ການປ້ອງກັນຊາຍແດນນີ້ ພວກເຮົາກະໄດ້ຈັດຕັ້ງກຳລັງໃຫ້ແຕ່ລະກົມ-ກອງນັ້ນ ເຄື່ອນໄຫວລຽບຕາມຊາຍແດນທາງເມືອງລາວ ພ້ອມກັນນັ້ນ ຫລະໃຫ້ກຳລັງຈຳນວນໜຶ່ງລົງຫາບ້ານຢູ່ຕາມຊາຍແດນ ພ້ອມກັນນັ້ນ ກະໄດ້ໂຮມເຮືອຂອງປະຊາຊົນເພື່ອບໍ່ໃຫ້ເຮືອນັ້ນເຄືຶ່ອນໄຫວລຽບຕາມຊາຍແດນ ເວັ້ນແຕ່ເຮືອຂອງເຈົ້າໜ້າທີ່ທະຫານເພື່ອກວດກາສາລະເວ.”

ທັງນີ້ ຜູ້ປະສານງານເຄືອຂ່າຍທາງດ້ານປະຊາກອນຂ້າມຊາດ (MWG) ຢືນຢັນວ່າ ການລະບາດຂອງໄວຣັສ ໂຄວິດ-19 ໄດ້ເຮັດໃຫ້ບັນດານາຍຈ້າງໃນໄທ ຕ້ອງເລີກຈ້າງແຮງງານຈາກມຽນມາ ກຳປູເຈຍ ແລະລາວ ຫຼາຍກວ່າ 1 ລ້ານຄົນ ໃນນີ້ 80 ເປີເຊັນ ເປັນການເລີກຈ້າງແຮງງານມຽນມາ ແລະກຳປູເຈຍ ສ່ວນ 20 ເປີເຊັນ ຫຼືວ່າ 2 ແສນຄົນນັ້ນ ກໍຄືແຮງງານລາວ ທີ່ໄດ້ພາກັນເດີນທາງກັບຄືນໄປລາວ ໃນເວລານີ້ ແຕ່ດ້ວຍຄວາມຢ້ານກົວວ່າ ຈະຖືກທາງການລາວ ຈັບກຸມຈຶ່ງໄດ້ພາກັນລັກລອບເດີນທາງກັບຄືນໄປລາວ ເປັນສ່ວນຫຼາຍ ອັນໄດ້ກາຍເປັນສາເຫດທີ່ເຮັດໃຫ້ເກີດການລະບາດຮອບໃໝ່ຂອງໄວຣັສ ໂຄວິດ-19 ໃນລາວໃນປັດຈຸບັນນີ້.

ໂດຍນັບຕັ້ງແຕ່ເດືອນມີນາ 2020 ເປັນຕົ້ນມາ ປາກົດວ່າ ມີແຮງງານລາວ ທີ່ເດີນທາງຈາກໄທ ກັບມາລາວ 3 ແສນກວ່າຄົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ໃນປັດຈຸບັນ ມີແຮງງານລາວ ທຳງານໃນໄທ ຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ຂະນະທີ່ເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນໄທ ລະບຸວ່າ ມີແຮງງານລາວໃນໄທ ຫຼາຍກວ່າ 6 ແສນຄົນ ຊຶ່ງໃນນີ້ ເປັນແຮງງານຜິດກົດໝາຍເກີນກວ່າ 3 ແສນຄົນ ກໍຄືກຸ່ມແຮງງານລາວ ທີ່ໄດ້ພາກັນເດີນທາງກັບຄືນໄປລາວ ແລ້ວນັ້ນເອງ.

ທາງດ້ານທ່ານອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາຝີມືແຮງງານ ແລະຈັດຫາງານ ຖະແຫລງຢືນຢັນວ່າ ເຖິງທ້າຍເດືອນພຶດສະພາ 2021 ມີແຮງງານລາວ ຈຳນວນ 246,757 ຄົນທີ່ໄດ້ພາກັນເດີນທາງຈາກໄທ ກັບຄືນມາລາວ ແລະໄດ້ກາຍເປັນກຸ່ມຄົນທີ່ວ່າງງານໃນປັດຈຸບັນ ສ່ວນສະພາອຸດສາຫະກຳແລະການຄ້າແຮງຊາດລາວ ລາຍງານວ່າ ໃນປັດຈຸບັນ ມີແຮງງານລາວ 9 ໝື່ນກວ່າຄົນ ທີ່ມີປະກັນສັງຄົມ ສ່ວນທີ່ເຫຼືອອີກຫຼາຍກວ່າ 2 ລ້ານຄົນນັ້ນ ກໍຄືກຸ່ມແຮງງານລາວ ເພາະສະນັ້ນ ເມື່ອຕ້ອງຖືກເລີກຈ້າງ ຈຶ່ງເປັນກຸ່ມແຮງງານລາວ ທີ່ບໍ່ໄດ້ຮັບການຄຸ້ມຄອງດ້ານສະຫວັດດີການສັງຄົມແຕ່ຢ່າງໃດ.

ສ່ວນ ທ່ານເພັດສະໝອນ ຜິວແສງທອງ ແພດປະຈຳດ່ານມິດຕະພາບ ລາວ-ໄທ ແຫ່ງທີ 1 ຢືນຢັນວ່າ ການກວດສຸຂະພາບຂອງຄົນລາວ ແລະຊາວຕ່າງຊາດທີ່ເດີນທາງເຂົ້າມາໃນລາວ ຍັງໄດ້ສືບຕໍ່ດຳເນີນການໄປຢ່າງເຂັ້ມງວດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ. ທີ່ວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະກຽມຄວາມພ້ອມຢ່າງຮອບດ້ານເພື່ອຕ້ານພະຍາດໄວຣັສ Covid-19 ໃຫ້ເຂັ້ມງວດ ແລະມີປະສິດທິຜົນສູງທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການນັບຕັ້ງແຕ່ ວັນທີ 22 ເມສາ 2021 ເປັນຕົ້ນມາ ກໍຄືທຸກຄົນປະຕິບັດຕາມເງື່ອນໄຂທີ່ທາງການລາວ ກຳນົດຈຶ່ງຈະໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມາລາວ ຢ່າງຖືກຕ້ອງຕາມກົດໝາຍຂອງລາວນັ້ນເອງ.

XS
SM
MD
LG