ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລັດຖະບານລາວ ຈະໂຈະໂຄງການລົງທຶນຂອງລັດທີ່ຕ້ອງນຳໃຊ້ງົບປະມານຫຼາຍ ຍ້ອນການຂາດແຄນງົບປະມານ


ໂຄງການຂຸດຄົ້ນບໍ່ແຮ່ຢູ່ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ
ໂຄງການຂຸດຄົ້ນບໍ່ແຮ່ຢູ່ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ

ລັດຖະບານລາວ ຈະໂຈະໂຄງການລົງທຶນຂອງລັດທີ່ຕ້ອງນຳໃຊ້ງົບປະມານຫຼາຍ ແຕ່ມີຜົນຄືບໜ້າໃນການຈັດຕັ້ງປະຕິບັດໃນລະດັບຕ່ຳ ໂດຍມີສາເຫດມາຈາກການຂາດແຄນງົບປະມານຂອງລັດຖະບານ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການແລະການລົງທຶນ ຖະແຫລງຍອມຮັບວ່າ ລັດຖະບານລາວ ຈຳເປັນຕ້ອງໂຈະຫຼາຍໂຄງການພັດທະນາທີ່ລົງທຶນໂດຍລັດຖະບານລາວເອງ ທັງນີ້ ໂດຍມີສາເຫດມາຈາກການມີງົບປະມານຢ່າງຈຳກັດ ຊຶ່ງເປັນຜົນກະທົບໂດຍກົງຈາກບັນຫາການລະບາດຂອງໄວຣັສໂຄວິດ-19 ທີ່ໄດ້ເຮັດໃຫ້ການຈັດເກັບລາຍຮັບຂອງລັດຖະບານໃນແຜນການປີ 2021 ບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມເປົ້າໝາຍທີ່ວາງໄວ້ ຈຶ່ງເຮັດໃຫ້ຈະຕ້ອງໂຈະບັນດາໂຄງການຂະໜາດໃຫຍ່ທີ່ຕ້ອງນຳໃຊ້ງົບປະມານຫຼາຍ ແຕ່ມີຜົນຄືບໜ້າໃນການຈັດຕັ້ງປະຕິບັດໃນລະດັບຕ່ຳກວ່າຄາດໝາຍນັ້ນ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກວ່າ ມູນຄ່າແລະຈໍານວນໂຄງການລົງທຶນຂອງລັດພວກເຮົາຫຼາຍເນາະ ຊຶ່ງພວກເຮົາກໍຈະໄດ້ກວດກາຄືນໂຄງການມູນຄ່າສູງ ແຕ່ວ່າປະຕິບັດໄດ້ໜ້ອຍບາງເທື່ອກໍອາດຈະໂຈະ ຖ້າວ່າໂຄງການມູນຄ່າສູງປະຕິບັດໄດ້ຫຼາຍແລ້ວ ໃກ້ຈະສຳເລັດ 70-80 ເປີເຊັນແລ້ວ ບາງເທື່ອເຮົາກໍສຸມທຶນໃສ່ເນາະ ເພື່ອໃຫ້ໂຄງການໄດ້ຈັດຕັ້ງປະຕິບັດ ຫຼືວ່າ ໂຄງການປະຕິບັດໄດ້ເຄິ່ງນຶ່ງ ແຕ່ວ່າມີຄວາມຈຳເປັນແລະກໍມີຜົນຕອບແທນທາງດ້ານເສດຖະກິດ ເຮົາກະຊຸກຍູ້ພາກສ່ວນເສດຖະກິດທີ່ມາຕໍ່ຍອດເພື່ອໃຫ້ໂຄງການສຳເລັດ.”

ໂດຍນາຍົກລັດຖະມົນຕີລາວ ໄດ້ມີຄຳສັ່ງເລກທີ 99 ລົງວັນທີ 20 ຕຸລາ 2020 ເພື່ອແຕ່ງຕັ້ງຄະນະສະເພາະກິດ ເພື່ອຮັບຜິດຊອບໃນການສົ່ງເສີມພາກທຸລະກິດເອກະຊົນລາວ ແລະຕ່າງປະເທດໃຫ້ເຂົ້າຮ່ວມລົງທຶນໃນໂຄງການພັດທະນາຕ່າງໆຂອງລັດຖະບານລາວ ຫຼາຍຂຶ້ນ ໂດຍສະເພາະແມ່ນການຮ່ວມລົງທຶນໃນໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະໂລຈິສຕິກ ທີ່ເຊື່ອມຕໍ່ລາວກັບປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນນັ້ນ ຖືເປັນໂຄງການທີ່ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນຈະໃຫ້ການສົ່ງເສີມການລົງທຶນ ທັງໃນຮູບແບບການຮ່ວມທຶນລະຫວ່າງລັດກັບເອກະຊົນ (PPP) ແລະຮູບແບບເອກະຊົນລົງທຶນແລ້ວ ກໍບໍລິຫານແລະໂອນໂຄງການໃຫ້ລັດຖະບານລາວ ເມື່ອຄົບສັນຍາສຳປະທານ (BOT) ແລ້ວນັ້ນ ໂດຍສະເພາະແມ່ນບັນດາໂຄງການເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ໃນລາວນັ້ນ ດັ່ງທີ່ ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ:

“ຕ້ອງໄດ້ເລັ່ງພັດທະນາ ແລະນໍາໃຊ້ເສັ້ນທາງລົດໄຟ ຕາມຍຸດທະສາດແຫ່ງຊາດ ສືບຕໍ່ຍົກລະດັບເສັ້ນທາງຄົມມະນາຄົມ-ທາງບົກຕາມບັນດາແລວເສດຖະກິດ ແລະກຳນົດມາດຕະຖານເທັກນິກ ເພື່ອໃຫ້ໂຄງຮ່າງມີຄວາມທົນທານ ປັບປຸງຂະແໜງ ໂລຈິດຕິກ ໃຫ້ມີຄວາມເຂັ້ມແຂງ ກໍ່ສ້າງສາງພັກ ເຄື່ອນຖ່າຍສິນຄ້າ ສົ່ງເສີມທຸລະກິດດ້ວຍຮູບແບບການລົງທຶນແບບສຳປະທານກໍ່ສ້າງ-ເປັນເຈົ້າຂອງ-ມອບໂອນ (BOT) ແລະການລົງທຶນແບບຫຸ້ນສ່ວນລະຫວ່າງລັດກັບເອກະຊົນ (PPP) ແນໃສ່ໃຫ້ສາມາແຂ່ງຂັນກັບຕ່າງປະເທດ ດ້ວຍການຫລຸດຜ່ອນຂັ້ນຕອນ ໃຫ້ມີຄວາມສະດວກແກ່ ໂລຈິດສຕິກ ແລະສອດຄ້ອງກັບອາຊ່ຽນ.”

ພ້ອມກັນນີ້ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບດັ່ງກ່າວ ກໍຍັງໄດ້ມອບໝາຍໃຫ້ຄະນະສະເພາະກິດ ເປັນພາກສ່ວນຮັບຜິດຊອບໃນການສົ່ງເສີມບໍລິສັດເອກະຊົນລາວແລະຕ່າງປະເທດໃຫ້ຮ່ວມລົງທຶນໃນໂຄງການພັດທະນາຕ່າງໆຂອງລັດຖະບານລາວ ໃຫ້ເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍສຳລັບໃນປີ 2021 ນີ້ ກໍມີເຖິງ 184 ໂຄງການ ທີ່ລັດຖະບານຕ້ອງການໃຫ້ພາກເອກະຊົນຮ່ວມລົງທຶນດ້ວຍ ໂດຍສະເພາະແມ່ນການລົງທຶນໃນດ້ານພະລັງງານແລະການຂຸດຄົ້ນແຮ່ທາດນັ້ນ ຖືເປັນຂະແໜງການບູລິມະສິດທີ່ລັດຖະບານລາວ ຕ້ອງການສົ່ງເສີມພາກເອກະຊົນລາວ ແລະຕ່າງຊາດໃຫ້ຮ່ວມທຶນເພີ້ມຂຶ້ນຢ່າງຕໍ່ເນື່ອງ ເພາະວ່າເປັນຂະແໜງການທີ່ສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ລັດຖະບານລາວ ໄດ້ເກືອບ 2,000 ລ້ານໂດລາໃນປີ 2020.

ທັງນີ້ ການລະບາດຂອງພະຍາດໄວຣັສ ໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດ ເຂົ້າມາລົງທຶນໃນລາວພຽງແຕ່ 23 ໂຄງການມີມູນຄ່າລົງທຶນລວມ 2,064 ລ້ານໂດລາ ໃນປີ 2020 ທີ່ຜ່ານມາ ໂດຍຫລຸດລົງຫຼາຍກວ່າ 80 ເປີເຊັນທຽບກັບປີ 2019 ທີ່ຕ່າງຊາດລົງທຶນໃນລາວ ໃນມູນຄ່າລວມເກີນກວ່າ 9,800 ລ້ານໂດລາ ຍິ່ງໄປກວ່ານັ້ນ ການລະບາດຂອງໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ບໍລິສັດຕ່າງຊາດ ໄດ້ນຳເງິນທຶນເຂົ້າມາໃນລາວຈິງພຽງ 350 ລ້ານໂດລາ ຫຼືຄິດເປັນ 17 ເປີເຊັນເທົ່ານັ້ນ ຂອງມູນຄ່າການລົງທຶນທັງໝົດ ເນື່ອງຈາກວ່າ ການລະບາດຂອງໄວຣັສ ໂຄວິດ-19 ເຮັດໃຫ້ບໍ່ສາມາດດໍາເນີນທຸລະກິດໄດ້ຢ່າງເປັນປົກກະຕິນັ້ນເອງ.

XS
SM
MD
LG