ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານລາວ ຈະເປີດຊ່ອງທາງດ່ວນ ໃຫ້ແກ່ບັນດານັກທຸລະກິດຕ່າງຊາດ ໃນໄລຍະທີີ່ມີການລະບາດໂຄວິດ-19


ພວກເຈົ້າໜ້າທີສະເພາະກິດ ຄວຍຄຸມ ໂຕວິດ-19 ໃນ ສປປ ລາວ
ພວກເຈົ້າໜ້າທີສະເພາະກິດ ຄວຍຄຸມ ໂຕວິດ-19 ໃນ ສປປ ລາວ

ລັດຖະບານລາວຈະເປີດຊ່ອງທາງດ່ວນ ໃນການພົວພັນທາງທຸລະກິດໃຫ້ບັນ ດານັກລົງທຶນ
ຊາວຕ່າງຊາດ ທີ່ຕ້ອງການຈະເດີນທາງເຂົ້າມາລາວ ໃນໄລຍະ ທີ່ຍັງມີການລະບາດຂອງ
ໄວຣັສ COVID-19 ໃນທົ່ວໂລກ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ລິງໂດຍກົງ

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະແຫຼງວ່າ ຄະນະສະເພາະກິດເພື່ອການປ້ອງກັນຄວບຄຸມ ແລະແກ້ໄຂການ ລະບາດຂອງພະຍາດໄວຣັສ COVID-19 ກຳລັງຈະພິຈາລະນາກ່່ຽວກັບມາດຕະການຜ່ອນຜັນ ແລະອຳນວຍຄວາມສະດວກ ໃຫ້ບັນດານັກທຸລະກິດຊາວ ຕ່າງຊາດ ທີ່ຕ້ອງການຈະເດີນທາງເຂົ້າມາລາວ ເພື່ອພົວພັນທາງທຸລະກິດ ແລະການລົງທຶນໃນລາວ ໂດຍເຖິງແມ່ນວ່າຈະບໍ່ພົບຜູ້ຕິດເຊື້ອໄວຣັສ COVID-19 ລາຍໃໝ່ໃນລາວ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາແລ້ວ ກໍຕາມ ແຕ່ການທີ່ພະຍາດຍັງມີການລະບາດໃນທົ່ວໂລກ ຈຶ່ງເຮັດໃຫ້ລັດ ຖະບານລາວຍັງຕ້ອງດຳເນີນມາດຕະການຄວບຄຸມຢ່າງເຂັ້ມງວດຢູ່ເລື້ອຍ ມາຈົນເຖິງປັັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ການດຳເນີນມາດຕະການຄວບຄຸມໄວຣັສ COVID-19 ຢ່າງເຂັ້ມງວດດັ່ງກ່າວ ກໍໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພາກທຸລະກິດການລົງທຶນໃນລາວ ໂດຍສະເພາະແມ່ນການລົງທຶນຂອງບັນດານັກທຸລະກິດ

ຊາວຕ່າງຊາດນັ້ນກໍຄືພາກສ່ວນທີ່ຖືກກະທົບຢ່າງຮຸນແຮງທີ່ສຸດເພາະວ່າພວກ ເຂົາເຈົ້າບໍ່ສາມາດເດີນທາງໄປມາລາວໄດ້ຕາມປົກກະຕິ ສະນັ້ນເພື່ອເປັນການ ບັນເທົາບັນຫາທີ່ເກີດຂຶ້ນດັ່ງກ່າວ ທັງແນໃສ່ການເສີມສ້າງໃຫ້ບັນຍາກາດທາງ ທຸລະກິດການລົງທຶນທຸລະກິດໃນລາວ ໃຫ້ກັບຄືນສູ່ສະພາບການປົກກະຕິ

ໃຫ້ ໄວທີ່ສຸດນັ້ນ ຄະນະສະເພາະກິດ ຈຶ່ງໄດ້ມີການພິຈາລະນາທີ່ຈະອະນຸຍາດໃຫ້ ບັນດານັກທຸ ລະກິດຊາວຕ່່າງຊາດສາມາດເດີນທາງເຂົ້າມາໃນລາວໄດ້ ເປັນກໍ ລະນີພິເສດ ໂດຍຜ່ານຊ່ອງທາງດ່ວນສຳລັບນັກທຸລະກິດ ຫຼື Business fast

track ໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ ແຕ່ວ່າໃນການອະນຸຍາດດັ່ງກ່າວ ຈະຕ້ອງພິຈາລະນາຄຽງຄູ່ ກັບເງື່ອນໄຂການເດີນທາງ ແລະສະພາບການລະ ບາດຂອງໄວຣັສ COVID-19 ໃນປະເທດທີ່ເປັນພູມລໍາເນົາຂອງນັກທຸລະກິດ ຕ່າງຊາດເປັນສຳຄັນ ຮວມທັງຈະຕ້ອງມີການຮັບຮອງຢ່າງຄັກແນ່ ດ້ວຍວ່ານັກ ທຸລະກິດຊາວຕ່າງຊາດ ທີ່ຈະເດີນທາງມາລາວນັ້ນ ເປັນຜູ້ທີ່ປອດໄວຣັສ ດັ່ງທີ່ ທ່ານພູທອນ ຢືນຢັນວ່າ

“ຊ່ອງທາງອັນນຶ່ງເພີ່ນວ່າ Resident track ກະໝາຍຄວາມວ່າເຂົ້າມາແລ້ວ ຕ້ອງຈຳກັດ 14 ວັນ ບໍ່ມີເຊື້ອແລ້ວຈັ່ງໄປເຄື່ອນໄຫວໄດ້ ອັນນີ້ເປັນປົກກະຕິ ເຮົາເຮັດຢູ່ແລ້ວ ອັນທີສອງເພີ່ນເອີ້ນວ່າ Business Track ເປັນຊ່ອງທາງ ສີຂຽວ ຫຼືຊ່ອງທາງໄວມາແລ້ວ ກວດຫາເຊື້ອບໍ່ພົບແລ້ວໄປເຄື່ອນໄຫວໄດ້ໂລດ ອັນນີ້ມັນມີຂໍ້ຈຳກັດບ່ອນວ່າ ກ່ອນເພີ່ນມາເພິ່ນຕ້ອງຈຳກັດຕົນເອງກ່ອນວ່າພາຍ ໃນ 14 ວັນ ເພີ່ນບໍ່ໄດ້ຕິດເຊື້ອແລ້ວ ແລະກວດບໍ່ພົບເຊື້ອແລ້ວຈັ່ງມາບິນຕ້ອງ ບິນຕົງ ບໍ່ຕ້ອງບິນໄປຜ່ານປະເທດທີ່ີມີການລະບາດ ແລະປະເທດທີ່ເພີ່ນຈະມາ ນັ້ນບໍ່ມີການລະບາດເປັນວົງກວ້າງ ກະສາມາດປະຕິບັດເສັ້ນທາງ Business Track.”

ສ່ວນທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນ ຕີກະຊວງແຜນການແລະການລົງທຶນ ຖະແຫຼງວ່າ ບໍລິສັດຕ່າງຊາດໄດ້ເຂົ້າ ມາລົງທຶນໃນລາວພຽງ 23 ໂຄງການ ທີ່ມີມູນຄ່າລວມ 2,064 ລ້ານໂດລາ ສະຫະລັດ ເທົ່ານັ້ນ ໃນ 6 ເດືອນຕົ້ນປີ 2020 ລົດລົງກວ່າ 78 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2019 ທີ່ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນ ລາວ ຄິດເປັນມູນຄ່າລວມເຖິງ

9,710 ລ້ານໂດລາສະຫະຫະລັດ ທັງນີ້ໂດຍ ມີສາເຫດທີ່ສຳຄັນມາຈາກການລະບາດຂອງໄວຣັສ COVID-19 ໃນທົ່ວ ໂລກໃນປັດຈຸບັນນີ້.

ທາງດ້ານອົງການທ່ອງທ່ຽວໂລກ ຄາດການວ່ານັກທ່ອງທ່ຽວສາກົນ ທີ່ເດີນ ທາງໃນປີ 2020 ນີ້ຈະລົດລົງເຖິງ 80 ເປີເຊັນ ແລະຈະກະທົບຕໍ່ການຈ້າງ ງານໃນພາກບໍລິການ ແລະທ່ອງທ່ຽວເຖິງ 120 ລ້ານຄົນອັນຈະເຮັດໃຫ້ລາຍ ຮັບໃນການບໍລິການລົດລົງເຖິງ 1,200 ຕື້ໂດລາ ສະຫະລັດ ໃນທົ່ວໂລກ ໃນນີ້ຮວມມີການສູນເສບລາຍຮັບການບໍລິການໃນລາວ ຄິດເປັນມູນຄ່າເກີນ ກວ່າ 700 ລ້ານໂດລາສະຫະລັດແລະດ້ວຍຜົນກະທົບດັ່ງກ່າວນີ້ ກໍຍັງເຮັດ ໃຫ້ພາກບໍລິການ ແລະທ່ອງທ່ຽວໃນລາວຈະຕ້ອງຝາກຄວາມຫວັງໄວ້ກັບປີ

2021 ຊຶ່ງຫວັງວ່າພາກທຸລະກິດບໍລິການ ແລະທ່ອງທ່ຽວຈະກັບມາຟື້ນໂຕ ໄດ້ເມື່ອໃນທົ່ວໂລກສາມາດຄວບຄຸມການລະບາດຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວນັ້ນ.ທັ້ງນີ້ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ທາງການລາວໄດ້ກວດພົບຜູ້ຕິດ ເຊື້ອ COVID-19 ຈຳນວນ 22 ຄົນຈາກການກວດຄົນລາວ ແລະຊາວຕ່າງຊາດ ທີ່ເດີນທາງເຂົ້າມາລາວ 4 ໝື່ນກວ່າຄົນ.

XS
SM
MD
LG