ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຈະຈຳກັດການຂາດດຸນ ການຄ້າກັບຕ່າງປະເທດ


ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດ ສາຫະກຳ ແລະ ການຄ້າ.
ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດ ສາຫະກຳ ແລະ ການຄ້າ.

ລັດຖະບານ ລາວ ຈະຈຳກັດການຂາດດຸນການຄ້າຕ່າງປະເທດໃຫ້ຢູ່ທີ່ມູນຄ່າລວມບໍ່ເກີນ 23 ລ້ານໂດລາດ້ວຍການຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ທີ່ລະດັບ 4,482 ລ້ານໂດລາໃນຕະຫຼອດປີ 2017 ນີ້.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຖະ ແຫຼງຢືນຢັນວ່າ ລັດຖະບານ ລາວ ໄດ້ວາງແຜນການທີ່ຈະຈຳກັດສະພາວະການຂາດດຸນ ການຄ້າຕ່າງປະເທດ ໃຫ້ຢູ່ທີ່ມູນຄ່າລວມ 23 ລ້ານໂດລາ ດ້ວຍການຄວບຄຸມການນຳ ເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ທີ່ລະດັບ 4,482 ລ້ານໂດລາ ແລະ ສົ່ງເສີມການສົ່ງສິນ ຄ້າອອກໄປຕ່າງປະເທດໃຫ້ໄດ້ 4,459 ລ້ານໂດລາ ທັງກໍຍັງຈະຊຸກຍູ້ການຜະລິດສິນຄ້າ ໃນພາກອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໃຫ້ໄດ້ເຖິງ 6,927 ຕື້ກີບ ຫຼື ເກີນກວ່າ 865 ລ້ານໂດລາໃນຕະຫຼອດປີ 2017 ນີ້ອີກດ້ວຍ.

ທັງນີ້ໂດຍມາດຕະການໜຶ່ງທີ່ລັດຖະບານ ລາວ ໄດ້ຈັດຕັ້ງປະຕິບັດເພື່ອຄວບຄຸມການ ນຳເຂົ້າສິນຄ້າຈາກຕ່າງປະເທດກໍຄື ການຈັດເກັບອາກອນມູນຄ່າເພີ່ມໃນອັດຕາ 10 ເປີ ເຊັນຈາກຄົນ ລາວ ແລະ ຊາວຕ່າງຊາດທີ່ໄດ້ຊື້ເຄື່ອງຕິດຕົວຈາກຕ່າງປະເທດເຂົ້າມາ ໃນ ລາວ ທີ່ລາຄາເກີນ 4 ແສນກີບ ຫຼື 50 ໂດລາຕາຂໍ້ກຳນົດຂອງລັດຖະມົນຕີວ່າການກະ ຊວງການເງິນ ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດ ຢູ່ສະເພາະດ່ານສະ ພານມິດຕະພາບ ລາວ ໄທ ແຫ່ງທີ 1 ຊຶ່ງກໍໄດ້ຈັດເກັບອາກອນມູນ ຄ່າເພີ່ມຈາກຄົນ ລາວ ແລະ ຊາວຕ່າງຊາດທີ່ເດີນທາງເຂົ້າອອກ ລາວ ດ້ວຍລົດສ່ວນ ຕົວເປັນສຳຄັນ.

ສ່ວນມາດຕະການສົ່ງເສີມການສົ່ງສິນຄ້າໄປຕ່າງປະເທດ ແລະ ຊຸກຍູ້ການຜະລິດສິນ ຄ້າໃນພາກ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳນັ້ນ ກໍໄດ້ມີການດຳເນີນມາດຕະການ ຫຼຸດຕົ້ນທຶນການຜະລິດໃຫ້ຕ່ຳລົງ ເພື່ອໃຫ້ສາມາດແຂ່ງຂັນທາງດ້ານລາຄາສິນຄ້າໃນຕະ ຫຼາດໂລກໃຫ້ໄດ້ ດັ່ງທີ່ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດ ສາຫະກຳ ແລະ ການຄ້າໄດ້ໃຫ້ການຢືນຢັນວ່າ.

"ຄັນແມ່ນວ່າພວກເຮົາຫັ້ນກຳນົດຕົ້ນທຸນຂອງພວກເຮົານີ້ເຮົາໄລ່ຂຶ້ນນີ້ ແນ່ນອນເຮົາ ໄປຂາຍແຂ່ງກັບໝູ່ມັນກະມີຄວາມຫຍຸ້ງຍາກ ສະນັ້ນແລ້ວ ກໍຕ້ອງໄດ້ເບິ່ງກັນວ່າ ໃນ ການດຳເນີນການຄ້າສິນຄ້າ ຫຼືວ່າ ການປູກສິນຄ້າກະສິກຳ ຫຼືວ່າ ປຸງແຕ່ງກະສິກຳນີ້ ພວກເຮົາຕ້ອງໄດ້ເບິ່ງວ່າການປະສານງານພວກເຮົາຈະຊ່ວຍກັນແນວໃດ ໃນຢູ່ບ່ອນ ວ່າສິນຳໃຊ້ວິທະຍາສາດ ເທັກໂນໂລຈີ ເພື່ອຫຼຸດຜ່ອນຕົ້ນທຶນຊ່ວຍກັນ ອັນນີ້ແມ່ນ ເລື່ອງຂອງອົງການວິທະຍາສາດ ແລະ ເທັກໂນໂລຈີ."

ໂດຍໃນແຜນການປະຈຳສົກປີ 2015-2016 ທີ່ຜ່ານມາລັດຖະບານ ລາວ ໄດ້ວາງຄາດ ໝາຍການຄ້າຕ່າງປະເທດໃນມູນຄ່າລວມ 9,000 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງ ສິນຄ້າອອກ 3,500 ກວ່າລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດ 5,500 ກວ່າ ລ້ານໂດລາ ເພື່ອເຮັດໃຫ້ລາວ ຂາດດຸນການຄ້າຕ່າງປະເທດໃນມູນຄ່າລວມບໍ່ເກີນ 2,000 ລ້ານໂດລາ ຊຶ່ງປະກົດວ່າ ລາວ ຂາດດຸນການຄ້າຕໍ່ ໄທ ຫຼາຍທີ່ສຸດ ໂດຍອີງຕາມ ລາຍງານ ຂອງກະຊວງການຄ້າ ໄທ ລະບຸວ່າ ໄທ ໄດ້ປຽບດຸນການຄ້າຕໍ່ ລາວ ເຖິງ 3,000 ລ້ານໂດ ລາ ໃນຕະຫຼອດປີ 2016 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ທາງການ ໄທ ຍັງຄາດວ່າຈະໄດ້ປຽບດຸນການຄ້າເພີ່ມຂຶ້ນເປັນ 5,000 ລ້ານໂດລາ ໃນປີ 2017 ນີ້ ຊຶ່ງຄາດໝາຍວ່າການຄ້າລະຫວ່າງ ລາວ ໄທ ຈະມີມູນຄ່າ ລວມ 8,000 ກວ່າລ້ານໂດລາ ໂດຍໃນນີ້ກໍເປັນການສົ່ງສິນຄ້າ ໄທ ມາ ລາວ 6,500 ລ້ານໂດລາ ແລະ ໄທ ຈະນຳເຂົ້າສິນຄ້າ ລາວ 1,500 ລ້ານໂດລາເທົ່ານັ້ນ.

ທາງການ ລາວ ໄທ ໄດ້ຕົກລົງທີ່ຈະເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາໃນປີ 2017 ໃນກອງປະຊຸມຮ່ວມລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ກັບກະຊວງການຄ້າຂອງ ໄທ ຄັ້ງທີ 6 ທີ່ ບາງກອກ ເມື່ອທ້າຍປີ 2016 ໂດຍຖືກເປັນມູນຄ່າການຄ້າທີ່ເພີ່ມຂຶ້ນເຖິງ 150 ເປີເຊັນຈາກປີ 2014 ທີ່ ລາວ ໄທ ມີມູນຄ່າການຄ້າລະຫວ່າງກັນ 5,443 ລ້ານໂດລາ ຊຶ່ງແບ່ງເປັນການນຳເຂົ້າສິນຄ້າ ໄທ ໂດຍ ລາວ ໃນມູນຄ່າ 4,032 ກວ່າລ້ານໂດລາ ແລະ ລາວ ສົ່ງສິນຄ້າໄປ ໄທ ໃນມູນຄ່າ 1,410.56 ລ້ານໂດລາ ຊຶ່ງເຮັດໃຫ້ ລາວ ເປັນຝ່າຍເສຍປຽບດຸນການຄ້າຕໍ່ ໄທ ໃນມູນຄ່າລວມເຖິງ 2,621.99 ລ້ານໂດລາ.

XS
SM
MD
LG