ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ຈະປະກາດເປີດ ປີການທ່ອງທ່ຽວ ລາວ 2018 ໃນວາລະບຸນທາດຫຼວງ ທີ່ຈະມາເຖິງນີ້


ບັນດາຜູ້ນຳ ACMECS ຮ່ວມກັນຖ່າຍຮູບໃນກອງປະຊຸມ
ການທ່ອງທ່ອງທ່ຽວ 2017.
ບັນດາຜູ້ນຳ ACMECS ຮ່ວມກັນຖ່າຍຮູບໃນກອງປະຊຸມ ການທ່ອງທ່ອງທ່ຽວ 2017.

ລັດຖະບານ ລາວ ຈະປະກາດເປີດ ແລະ ເລີ່ມການຈັດຕັ້ງປະຕິບັດປີການທ່ອງທ່ຽວ
ລາວ 2018 ຢ່າງເປັນທາງການໃນໂອກາດດຽວກັນກັບງານບຸນນະມັດສະການທາດ
ຫຼວງ ທີ່ຈະມີຂຶ້ນໃນທ້າຍເດືອນຕຸລາ 2017 ນີ້.

ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວໃຫ້ການຢືນຢັນວ່າ ການປະກາດເປີດ ແລະ ເລີ່ມການຈັດຕັ້ງປະຕິບັດ
ປີການທ່ອງທ່ຽວ ລາວ 2018 ໄດ້ກຳນົດຈະຈັດຂຶ້ນຢ່າງເປັນທາງການໃນໂອກາດດຽວ
ກັນກັບ ງານບຸນນະມັດສະການພະທາດຫຼວງ ປະຈຳປີ 2017 ທີ່ຈະເລີ່ມຂຶ້ນຢ່າງເປັນ
ທາງການໃນວັນທີ 28 ຕຸລາທີ່ຈະມາເຖິງນີ້ ໂດຍຈະເຊີນບັນດາສື່ມວນຊົນ ແລະ
ແຂກຕ່າງປະເທດທັງໃນ ເອເຊຍ ແລະ ພູມີພາກອື່ນໆ ຈາກທົ່ວໂລກເພື່ອເຂົ້າຮ່ວມໃນ
ພິທີເປີດດັ່ງກ່າວດ້ວຍ.

ຍິ່ງໄປກວ່ານັ້ນ ທາງການ ລາວ ກໍຍັງໄດ້ຮັບການຢືນຢັນຈາກປະເທດສະມາຊິກ ອາ
ຊຽນ ດ້ວຍກັນວ່າຈະໃຫ້ການຊ່ວຍເຫຼືອໃນການໂຄສະນາປະຊາສຳພັນປີການທ່ອງ
ທ່ຽວ ລາວ 2018 ຢ່າງກວ້າງຂວາງ ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນເດີນ
ທາງມາທ່ອງທ່ຽວໃນ ລາວ ຫຼາຍຂຶ້ນອີກດ້ວຍ ໂດຍສະເພາະແມ່ນປະເທດໃນເຂດລຸ່ມ
ແມ່ນໍ້າຂອງ (ACMECS) ດ້ວຍກັນນັ້ນ ດັ່ງທີ່ທ່ານ ບໍ່ແສງຄຳ ໄດ້ໃຫ້ການຢືນຢັນວ່າ.

"ຄະນະຜູ້ແທນ ລາວ ເຮົາກໍໄດ້ແຈ້ງໃຫ້ທີ່ປະຊຸມໄດ້ຮັບຊາບວ່າ ປີ 2018 ພວກເຮົາຈະ
ໄດ້ຈັດໃຫ້ເປັນປີທ່ອງທ່ຽວ ລາວ ຢ່າງເປັນທາງການ ໂດຍທີ່ພວກເຮົາຈະເລີ່ມມີການ
ເປີດປີທ່ອງທ່ຽວ ລາວ 2018 ນີ້ໃນງານບຸນນະມັດສະການພະທາດຫຼວງທ້າຍປີນີ້ນີ່
ເວົ້າລວມແລ້ວທຸກປະເທດກະໄດ້ສະໜັບສະໜູນ ແລະ ກະຈະໂຄສະນາຊ່ວຍພວກ
ເຮົາໃນປີທ່ອງທ່ຽວ ລາວ 2018 ນີ້ ພວກເຮົາກະເຊື່ອໝັ້ນວ່າ ການຈັດປີທ່ອງທ່ຽວ
ລາວ 2018 ຈະປະສົບຜົນສຳເລັດຂຶ້ນ ໂດຍການເຂົ້າຮ່ວມຂອງບັນດາປະເທດ
ACMECS ນີ້."

ແຕ່ຢ່າງໃດກໍຕາມ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດໄດ້ເດີນທາງ
ເຂົ້າມາທ່ອງທ່ຽວໃນ ລາວ ຫຼຸດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ
2016 ໂດຍສະເພາະແມ່ນັກທ່ອງທ່ຽວຈາກປະເທດສະມາຊິກໃນ ອາຊຽນ ດ້ວຍກັນນັ້ນ
ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ລາວ ຫຼຸດລົງຫຼາຍທີ່ສຸດ ຊຶ່ງຖ້າຫາກວ່າ
ສະພາບການຍັງຄົງດຳເນີນໄປໃນທິດທາງດັ່ງກ່າວ ກໍຍັງເຮັດໃຫ້ຄາດໝາຍໄດ້ວ່າຈຳ
ນວນນັກທ່ອງທ່ຽວຊາວຕ່າງຊາດທີ່ຈະເດີນທາງເຂົ້າມາໃນ ລາວ ໃນຕະຫຼອດປີ 2017
ນີ້ຈະນ້ອຍກວ່າໃນປີ 2016 ຢ່າງແນ່ນອນ.

ທັງນີ້ ເພື່ອຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນດັ່ງກ່າວ ທາງການ ລາວ ກໍໄດ້ຮຽກຮ້ອງຕໍ່
ລັດຖະບານຂອງບັນດາປະເທດໃນ ອາຊຽນ ດ້ວຍກັນ ເພື່ອຂໍໃຫ້ມີການສົ່ງເສີມພົນລະ
ເມືອງໃນປະເທດຂອງຕົນໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ເພີ່ມຂຶ້ນ ໂດຍສະ
ເພາະແມ່ນປະເທດທີ່ຢູ່ໃນລຸ່ມແມ່ນໍ້າຂອງທີ່ເຂົ້າຮ່ວມການປະຊຸມລັດຖະມົນຕີທ່ອງ
ທ່ຽວ ລະຫວ່າງ ລາວ, ມຽນມາ, ກຳປູເຈຍ, ໄທ ແລະ ຫວຽດນາມ (ACMECS) ນັ້ນ.

ທ່ານ ບໍ່ແສງຄຳ ຢືນຢັນດ້ວຍວ່າເປົ້າໝາຍສຳຄັນໃນການພັດທະນາການທ່ອງທ່ຽວໃນ
ລາວ ໃນປັດຈຸບັນຄືການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທຸກດ້ານ
ເພື່ອເຮັດໃຫ້ ACMECS ກໍຄືກຸ່ມ ອາຊຽນ ນັ້ນ ໃຫ້ເປັນຈຸດໝາຍປາຍທາງດຽວກັນສຳ
ລັບບັນດານັກທ່ອງທ່ຽວຈາກພູມີພາກອື່ນໆໃຫ້ໄດ້ຢ່າງເປັນຮູບປະທຳພາຍໃນປີ 2025
ດ້ວຍການເສີມຂະຫຍາຍການຮ່ວມມືຢ່າງເຂັ້ມແຂງ ແລະ ໃກ້ຊິດ.

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງ ລາວ ໃນປັດຈຸບັນຍັງມີລາຍຮັບຕໍ່າກວ່າອັດຕາສະເລ່ຍໃນກຸ່ມ
ອາຊຽນ ດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງ ອາຊຽນ ຢູ່ທີ່ອັດຕາສະ
ເລ່ຍ 12 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ວ່າ ລາຍຮັບ
ໃນພາກການທ່ອງທ່ຽວຂອງ ລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ GDP
ເທົ່ານັ້ນ.

ໂດຍພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການ ລາວ ໄດ້ກຳນົດແນວທາງແກ້
ໄຂບັນຫາດ້ວຍການນຳເອົາແຜນຍຸດທະສາດ ການພັດທະນາດ້ານການທ່ອງທ່ຽວຂອງ
ອາຊຽນແຕ່ປີ 2016-2025 ມາປັບໃຊ້ໃນ ລາວ ທັງໃນພາກສ່ວນ ກ່ຽວກັບ ການຈັດກິດ
ຈະກຳການທ່ອງທ່ຽວ ແລະ ການສົ່ງເສີມການລົງທຶນໃນພາກບໍລິການ ແລະ ທ່ອງທ່ຽວ
ຢ່າງຄົບວົງຈອນ.

ທັງນີ້ເປົ້າໝາຍສຳຄັນຂອງປີການທ່ອງທ່ຽວ ລາວ 2018 ກໍຄືການດຶງດູດນັກທ່ອງທ່ຽວ
ຊາວຕ່າງຊາດໃຫ້ໄດ້ 5 ລ້ານຄົນ ດ້ວຍການຈັດກິດຈະກຳຕ່າງໆທັງໃນ ແລະ ຕ່າງປະ
ເທດເຊັ່ນ ງານບຸນປະເພນີຕ່າງໆໃນ 18 ແຂວງທົ່ວປະເທດ, ການຈັດຂະບວນຄາຣາ
ວານລົດທ່ອງທ່ຽວແຕ່ເໜືອຮອດໃຕ້, ບຸນມະໂຫລາຍການສະແດງສິນລະປະວັນນະຄະ
ດີພື້ນເມືອງບັນດາເຜົ່່າ, ການແຂ່ງລົດວິບາກ, ກິດຈະກຳປີນໜ້າຜາ, ການຈັດງານວັນ
ລາວ ໃນຕ່າງປະເທດເຊັ່ນ ປະເທດ ໄທ, ຫວຽດນາມ, ຍີ່ປຸ່ນ, ເຢຍຣະມັນ, ຝຣັ່ງ ແລະ
ອັງກິດ ເປັນຕົ້ນ.

XS
SM
MD
LG