ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງວ່າ ແຜນການຍຸດທະສາດແຫ່ງຊາດວ່າດ້ວຍການພັດທະນາທາງດ້ານການຂຸດຄົ້ນແຮ່ທາດ ໄດ້ກຳນົດຢ່າງຄັກແນ່ວ່າ ລັດຖະບານລາວຈະຕ້ອງດຳເນິນການສ້າງຕັ້ງຄັງສະສົມໂລຫະຄຳແຫ່ງຊາດໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2030 ໂດຍມີເປົ້າໝາຍເພື່ອເປັນການຄໍ້າປະກັນຢ່າງໜັກແໜ້ນຕໍ່ລະດັບຄວາມເຊື່ອຖືໃນດ້ານການເງິນ ແລະງົບປະມານ ລາຍຮັບ-ລາຍຈ່າຍ ຂອງລັດຖະບານລາວໃນສາຍຕາຂອງນານາຊາດ ແລະສະຖາບັນການເງິນສາກົນທີ່ມີບົດບາດຢ່າງສຳຄັນໃນການສະໜັບສະໜູນເງິນທຶນກູ້ຢືມໃຫ້ແກ່ລັດຖະບານລາວ ທັງໃນປັດຈຸບັນ ແລະ ໃນໄລຍະຕໍ່ໄປ ໂດຍຄັງສະສົມໂລຫະຄຳແຫ່ງຊາດດັ່ງກ່າວ ຈະໄດ້ມາຈາກການເກັບຄ່າສໍາປະທານການຂຸດຄົ້ນບໍ່ແຮ່ຄໍາໃນອັດຕາ 50 ເປີເຊັນຂອງມູນຄ່າຊັບພະຍາກອນແຮ່ຄໍາ, ແລະພ້ອມກັນນີ້ ລັດຖະບານລາວກໍຍັງຈະສົ່ງເສີມການລົງທຶນກໍ່ສ້າງໂຮງງານເພື່ອແຍກໂລຫະປະສົມໃຫ້ເປັນທາດດ່ຽວໃຫ້ໄດ້ອີກດ້ວຍ, ດັ່ງທີ່ ທ່ານ ໂພໄຊ ໄດ້ຖະແຫຼງຢືນຢັນວ່າ:
“ສັ່ງເສິມໃຫ້ມີການສ້າງຄັງສະສົມໂລຫະຄຳແຫ່ງຊາດດ້ວຍການຫັກ 50 ສ່ວນຮ້ອຍຂອງຄ່າຊັບພະຍາກອນແຮ່ຄຳ ເພື່ອເປັນການຄໍ້າປະກັນໃຫ້ແກ່ລັດຖະບານ ດ້ອມທັງສືບຕໍ່ໃຫ້ການຊຸກຍູ້ ສົ່ງເສິມໃຫ້ຍົກລະດັບໂຮງງານປຸງແຕ່ງແຮ່ທາດ ໃຫ້ສາມາດແຍກໂລຫະປະສົມອອກເປັນທາດດ່ຽວໃນທຸກໂຄງການໃຫ້ສຳເລັດບໍ່ເກີນພາຍໃນປີ 2030 ເພື່ອຈຳໜ່າຍພາຍໃນ ແລະສົ່ງອອກຕ່າງປະເທດ, ທັ້ງນີ້ ເພື່ອຈໍາກັດການນໍາເຂົ້າຈາກຕ່າງປະເທດ."
ສ່ວນນັກຊ່ຽວຊານດ້ານການເງິນໃນອາຊຽນເປີດເຜີຍວ່າ ປະລິມານຄຳສຳຮອງຂອງລັດຖະບານລາວໃນປັດຈຸບັນມີທັງໝົດ 880 ກິໂລກຣາມ, ມີມູນຄ່າປະມານ 56.4 ລ້ານໂດລາ, ເຊິ່ງຖືກຈັດຢູ່ໃນອັນດັບສຸດທ້າຍຂອງ 10 ປະເທດສະມາຊິກອາຊຽນ. ໂດຍລັດຖະບານໄທມີປະລິມານຄຳສຳຮອງສູງສຸດແມ່ນ 235 ໂຕນ, ຄິດເປັນມູນຄ່າ 15,157.5 ລ້ານໂດລາ, ຮອງລົງມາກໍແມ່ນ ສິງກະໂປ 229 ໂຕນ ຫຼື 14,770.5 ລ້ານໂດລາສະຫະລັດ ແລະ ຟີລິບປິນ 146 ໂຕນ ຫຼື 9,417 ລ້ານໂດລາ, ສ່ວນ ອິນໂດເນເຊຍ ນັ້ນມີຄຳສຳຮອງ 78.57 ໂຕນ, ກຳປູເຈຍ 41.85 ໂຕນ, ມາເລເຊຍ 38.88 ໂຕນ, ຫວຽດນາມ 10.51 ໂຕນ, ມຽນມາ 7.27 ໂຕນ, ແລະ ປະເທດບຣູໄນ 4.53 ໂຕນ, ເຊິ່ງຕະຫຼາດໂລກປັດຈຸບັນ ລາຄາສະເລ່ຍຂອງຄໍາແມ່ນ 64.5 ລ້ານໂດລາສະຫະລັດຕໍ່ໂຕນ.
ແນວໃດກໍ່ຕາມ, ສ ປ ປ ລາວ ເປັນປະເທດທີ່ສົ່ງອອກຄຳໄປຕ່າງປະເທດມີມູນຄ່າສະເລ່ຍຮອດ 800 ລ້ານໂດລາຕໍ່ປີ, ເຊິ່ງໃນ 7 ເດືອນຕົ້ນປີ 2024 ໄດ້ສົ່ງອອກຄຳໄປຕ່າງປະເທດຄິດເປັນມູນຄ່າລວມ 401 ລ້ານໂດລາ, ຄາດວ່າຕະຫຼອດປີ 2024 ຈະສາມາດສົ່ງອອກຄຳໄປຕ່າງປະເທດໄດ້ຫຼາຍກວ່າ 800 ລ້ານໂດລາເຊັ່ນດຽວກັນ ທັງຍັງໄດ້ວາງເປົ້າໝາຍເພີ້ມປະລິມານຄັງສຳຮອງເງິນຕາຕ່າງປະເທດໂດຍການເກັບລາຍຮັບຈາກພາສີອາກອນ ແລະນຳການຄ້ານອກລະບົບໃຫ້ເຂົ້າສູ່ລະບົບໃຫ້ໄດ້ຢ່າງມີປະສິດທິຜົນ ດັ່ງເຈົ້າໜ້າທີ່ກະຊວງການເງິນ ໄດ້ຢືນຢັນວ່າ:
“ໃຫ້ທະນາຄານແຫ່ງ ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດແຜນວຽກງານຈຸດສຸມ ໂດຍສະເພາະການແກ້ໄຂບັນຫາເງິນເຟີ້ ການຄຸ້ມຄອງອັດຕາແລກປ່ຽນແລະລາຄາສິນຄ້າໃນນີ້ ສຸມໃສ່ການສະກັດກັ້ນການຄ້ານອກລະບບແລະການຄ້າຊາຍແດນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊູກຍູ້ການນໍາເຂົ້າ-ສົ່ງອອກໃຫ້ຈົດທະບຽນ ແລະຊໍາລະສະສາງຜ່ານລະບົບທະນາຄານ, ຊູກຍູ້ການໃຊ້ເງິນກີບທົ່ວສັງຄົມ ແລະເດັດຂາດບໍ່ໃຫ້ຮັບເງິນຕາ, ດຶງເງິນນອກລະບົບເຂົ້າສູ່ລະບົບ ເພື່ອເພີ້ມຄັງສໍາຮອງ."
ສ່ວນເຈົ້າໜ້າທີ່ໃນຄະນະກວດກາຂອງສະພາແຫ່ງຊາດລາວໃຫ້ທັດສະນະວ່າ ມັນເປັນການຍາກທີ່ສຸດທີ່ລັດຖະບານລາວ ຈະສາມາດດໍາເນີນງານເພື່ອບັນລຸເປົ້າໝາຍດັ່ງກ່າວ ເພາະວ່າ ຈາກການກວດກາບັນດາໂຄງການຂຸດຄົ້ນແຮ່ທາດໃນໄລຍະທີ່ຜ່ານມາພົບວ່າມີບັນຫາໃນ 8 ດ້ານດ້ວຍກັນທີ່ເປັນອຸປະສັກຕໍ່ການພັດທະນາອຸດສາຫະກຳການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຂອງລາວ ກໍຄື: ພາລະບົດບາດບໍ່ໄດ້ກຳນົດຢ່າງຈະແຈ້ງ ການຄຸ້ມຄອງບໍ່ຊັດເຈນ ການບັງຄັບໃຊ້ກົດໝາຍບໍ່ເຂັ້ມງວດ ການຈັດເກັບລາຍໄດ້ບໍ່ມີຄວາມເປັນເອກະພາບ, ລັດຖະບານບໍ່ມີງົບປະມານໃນການສຳຫຼວດຫາແຫລ່ງຊັບພະຍາກອນແຮ່ທາດ ການບອລິຫານບໍ່ລວມສູນ ການອະນຸມັດສໍາປະທານບໍ່ໂປ່ງໃສ. ປະຊາຊົນບໍ່ມີສ່ວນຮ່ວມເພາະວ່າບໍ່ໄດ້ຮັບຜົນປະໂຫຍດ ແລະບໍ່ມີການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດຢ່າງໄດ້ມາດຕະຖານສາກນ ດັງນັ້ນ ຈຶ່ງໄດ້ສົ່ງຜົນກະທົບຕໍ່ສັງຄົມລາວຢ່າງກວ້າງຂວາງແລະຮຸນແຮງຂື້ນນັບມື້ນັ່ນເອງ
ຟໍຣັມສະແດງຄວາມຄິດເຫັນ