ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການ ລາວ ເຂັ້ມງວດກວດຮ່າງກາຍຄົນ ລາວ ແລະ ຊາວຕ່າງຊາດທຸກຄົນ ທີ່ເດີນທາງ ເຂົ້າມາໃນ ລາວ


ດ່ານກວດກາໄວຣັສໂຄໂຣນາ ຢູ່ເຂດຊາຍແດນ ໃນປະເທດ ລາວ.
ດ່ານກວດກາໄວຣັສໂຄໂຣນາ ຢູ່ເຂດຊາຍແດນ ໃນປະເທດ ລາວ.

ທາງການ ລາວ ເຂັ້ມງວດກວດຮ່າງກາຍຄົນ ລາວ ແລະ ຊາວຕ່າງຊາດທຸກຄົນທີ່ເດີນທາງເຂົ້າມາໃນ ລາວ ໂດຍຜ່ານດ່ານຊາຍແດນ ເພາະກວດພົບຊາວ ຈີນ 2 ຄົນທີ່ຕິດໄວຣັສ COVID-19 ໄດ້ລັກລອບເຂົ້າມາ ລາວ.


ທ່ານ ສີສະຫວາດ ສຸດທານິລະໄຊ ຮອງຫົວຣ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຢືນຢັນວ່າ ລາວ ຍັງມີຄວາມສ່ຽງທີ່ຈະຕ້ອງປະເຊີນກັບບັນຫາການລະບາດຂອງພະຍາດໄວຣັສ COVID-19 ໂດຍສະເພາະແມ່ນຢູ່ທີ່ເຂດຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານນັ້ນຖືເປັນເຂດທີ່ມີຄວາມສ່ຽງສູງ ດັ່ງກໍລະນີທີ່ມີຊາວ ຈີນ 2 ຄົນທີ່ຕິດເຊື້ອໄວຣັສ COVID-19 ຈາກເມືອງທ່າຂີ້ເຫຼັກ ໃນ ພະມ້າ ແລ້ວລັກລອບເດີນທາງເຂົ້າມາພັກອາໄສຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເດີນທາງຕໍ່ໄປຍັງເຂດເສດຖະກິດສະເພາະ ບໍ່ເຕັນ ໃນແຂວງຫຼວງນໍ້າທາ ໃນຊ່ວງວັນທີ 24 ພະຈິກ - 2​ ທັນວາທີ່ຜ່ານມາ ແລະ ຖືກເຈົ້າໜ້າທີ່ຕຳຫຼວດ ຈີນ ຈັບກຸມຕົວໄດ້ ໃນຂະນະທີ່ລັກລອບເດີນທາງຈາກ ລາວ ເຂົ້າໄປໃນເຂດແຂວງ ຢຸ່ນໜານ ຂອງ ຈີນ ນັ້ນໄດ້ສົ່ງຜົນເຮັດໃຫ້ທາງການ ລາວ ຕ້ອງມີຄຳສັ່ງໃຫ້ປິດເຂດເສດຖະກິດພິເສດທັງ 2 ແຫ່ງດັ່ງກ່າວ ເພື່ອກວດສຸຂະ ພາບຜູ້ທີ່ມີຄວາມສ່ຽງທີ່ຈະໄດ້ຮັບເຊື້ອຈາກຊາວ ຈີນ ທັງ 2 ຄົນຈຳນວນເຖິງ 286 ຄົນ ນັບແຕ່ວັນທີ 5 ທັນວາ 2020 ເປັນຕົ້ນມາ.

ເຖິງແມ່ນວ່າຈະຍັງກວດພົບຜູ້ທີ່ຕິດເຊື້ອລາຍໃໝ່ກໍຕາມ ຫາກແຕ່ກໍນັບເປັນສະພາບການທີ່ ລາວ ຍັງມີຄວາມສ່ຽງທີ່ຈະໄດ້ຮັບເຊື້ອໄວຣັສ COVID-19 ໄດ້ຕະຫຼອດເວລາ ຖ້າຫາກວ່າບໍ່ເຂັ້ມງວດກວດກາການເດິນທາງເຂົ້າ-ອອກ ລາວ ຢູ່ທີ່ເຂດຕິດຕໍ່ຊາຍແດນກັບປະເທດເພື່ອນບ້ານນັ້ນ ທັງຈະຕ້ອງໄດ້ຮັບການຮ່ວມມືຈາກທ້ອງຖິ່ນໃນການເປັນຫູເປັນຕາໃຫ້ກັບພາກລັດດ້ວຍ ດັ່ງທີ່ທ່ານ ສີສະຫວາດ ໄດ້ຢືນຢັນວ່າ

ພວກເຮົາກໍໄດ້ເພີ່ມທະວີເອົາໃຈໃສ່ຢູ່ຕາມຈຸດຕ່າງໆ ໝາຍຄວາມວ່າເຂັ້ມງວດຂຶ້ນຕື່ມ ແຕ່ກໍສິປາສະຈາກໄດ້ໝົດຫັ້ນກະສິພົບຂໍ້ຫຍຸ້ງຍາກຢູ່ ພວກເຮົາກໍໄດ້ມີແຈ້ງການ ຄຳແນະນຳຂອງກະຊວງສາທາໄປໃຫ້ແຂວງນີ້ ເອົາໃຈໃສ່ເພີ່ມທະວີການເຝົ້າລະວັງຊາຍແດນ ລະແມ່ນອາໄສອຳນາດການປົກຄອງທ້ອງຖິ່ນເປັນຫູເປັນຕາຊ່ວຍກັນ ຖ້າເພີ່ນເຂົ້າມາບໍ່ຖືກຕ້ອງ ເຮົາກໍມີມາດຕະການເອົາເພິ່ນໄປກັກບໍລິເວນ ຫຼື ວ່າກວດສອບຫາເຊື້ອແຕ່ຫົວທີ ເພື່ອບໍ່ໃຫ້ມັນກະຈາຍໄປຕິດຢູ່ໃນຊຸມຊົນ.”

ສ່ວນທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກໍຢືນຢັນວ່າຄະນະສະເພາະກິດ ເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄວຣັສ COVID-19 ໄດ້ເພິ່ມຄວາມເຂັ້ມງວດຫຼາຍຂຶ້ນເຂົ້າໃນການກວດສຸຂະພາບຄົນ ລາວ ແລະ ຊາວຕ່າງຊາດທຸກຄົນທີ່ເດີນທາງເຂົ້າມາໃນ ລາວ ໃນໄລຍະນີ້ ໂດຍສະເພາະແມ່ນຢູ່ດ່ານຊາຍແດນທີ່ຕິດຕໍ່ກັບປະເທດເພື່ອນບ້ານນັ້ນ ຖືເປັນເຂດທີ່ຈະຕ້ອງມີການເພີ່ມມາດຕະການເຂັ້ມງວດໃຫ້ຫຼາຍເປັນພິເສດ ເພາະໄດ້ກວດພົບຜູ້ຕິດເຊື້ອໄວຣັສ COVID-19 ລາຍໃໝ່ເຖິງ 14 ຄົນໃນວັນທີ 23​ ພະຈິກ 2020 ໃນນີ້ເປັນຜູ້ຕິດເຊື້ອສັນຊາດ ລາວ 1​ ຄົນ ແລະ ຊາວຕ່າງຊາດ 13​ ຄົນທີ່ເດີນທາງເຂົ້າມາໃນ ລາວ ໂດຍຜ່ານດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານ ຈຶ່ງເຮັດໃຫ້ຕ້ອງເພີ່ມມາດຕະການເຂັ້ມງວດດັ່ງກ່າວ.

ກ່ອນໜ້ານີ້ ຄະນະສະເພາະກິດໄດ້ໃຫ້ການຜ່ອນຜັນ ແລະ ອຳນວຍຄວາມສະດວກໃຫ້ກັບບັນດານັກທຸລະກິດ ແລະ ນັກທ່ອງທ່ຽວຊາວຕ່າງຊາດ ທີ່ຕ້ອງການເດີນທາງເຂົ້າມາພົວພັນທາງທຸລະກິດ ແລະ ທ່ອງທ່ຽວໃນ ລາວ ໂດຍມີເງື່ອນໄຂວ່າຈະຕ້ອງເປັນການເດີນທາງເຂົ້າມາ ລາວ ດ້ວຍຖ້ຽວບິນທີ່ເຊົ່າເໝົາລຳເທົ່ານັ້ນ ຈະຕ້ອງເປັນປະເທດທີ່ບໍ່ມີິບັນຫາການລະບາດຂອງໄວຣັສ COVID-19 ຢູ່ພາຍໃນຊຸມຊົນອີກດ້ວຍ ພ້ອມກັນນີ້ຄະນະສະເພາະກິດຍັງໄດ້ເຫັນດີບໍ່ກັກກັນບໍລິເວນເປັນເວລາ 14 ວັນສຳລັບຄົນ ລາວ ແລະ ຊາວຕ່າງຊາດທີ່ກວດບໍ່ພົບໄວຣັສ COVID-19 ຫຼັງຈາກທີ່ເດີນທາງເຂົ້າມາ ລາວ ແລະ ຜ່ານການກວດຫາເຊື້ອໄວຣັສ COVID-19 ເປັນເວລາ 48 ຊົ່ວໂມງແລ້ວນັ້ນ ທາງການ ລາວ ກໍອະນຸຍາດໃຫ້ກັບກັນບໍລິເວນ 14 ວັນຢູ່ທີ່ເຮືອນພັກຂອງຕົນໄດ້ ແລະ ຫຼັງຈາກນັ້ນຈຶ່ງຈະສາມາດເດີນທາງເພື່ອການພົວພັນທາງທຸລະກິດ ຫຼື ທ່ອງທ່ຽວໃນ ລາວ ໄດ້ຢ່າງເປັນປົກກະຕິ ຈຶ່ງນັບເປັນຄວາມສ່ຽງທີ່ຈະເຮັດໃຫ້ເກີດການລະບາດຮອບໃໝ່ຂອງເຊື້ອໄວຣັສ COVID-19 ໃນ ລາວ ໄດ້ເຊັ່ນກັນ ອັນເຮັດໃຫ້ທາງການ ລາວ ຕ້ອງເພີ່ມຄວາມເຂັ້ມງວດໃນການກວດສຸຂະພາບຜູ້ທີ່ເດີນທາງເຂົ້າມາ ລາວ ໂດຍເຮືອບິນດ້ວຍເຊັ່ນກັນ.

ທາງການ ລາວ ໄດ້ກວດພົບຜູ້ທີ່ຕິດໄວຣັສ COVID-19 ຈຳນວນ 41 ຄົນໃນຊ່ວງວັນທີ 15 ກຸມພາ - 17 ທັນວາ 2020 ຈາກການກວດສຸຂະພາບຮ່າງກາຍຄົນ ລາວ ແລະ ຊາວຕ່າງຊາດທີ່ເດີນທາງເຂົ້່າມາໃນ ລາວ ເກີນກວ່າ 86,000 ຄົນ ແລະ ຍັງຕ້ອງດຳເນີນມາດຕະການຄວບຄຸມດັ່ງກ່າວຢ່າງເຂັ້ມງວດຕໍ່ໄປ.

XS
SM
MD
LG