ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ວາງແຜນການພັດທະນາ ເສດຖະກິດ ໄປສູ່ລະບົບດິຈິຕອລ ໃຫ້ກວມໃນທົ່ວປະເທດ ໃນປີ 2025


ບໍລິສັດ ລາວ ໂທລະຄົມ ເປີດຕົວລະບົບອິນເຕີເນັດ 5G.
ບໍລິສັດ ລາວ ໂທລະຄົມ ເປີດຕົວລະບົບອິນເຕີເນັດ 5G.

ລັດຖະບານ ລາວ ວາງແຜນການພັດທະນາເສດຖະກິດໄປສູ່ລະບົບດິຈິຕອລ ໃຫ້ກວມໃນທົ່ວປະເທດໃນປີ 2025 ດ້ວຍການຊ່ວຍເຫຼືອທັງໃນດ້ານເງິນທຶນ ແລະ ດ້ານເທັກໂນໂລຈີຢ່າງຄົບວົງຈອນຈາກທາງການ ຈີນ.


ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານຖະແຫຼງວ່າແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ໄລຍະ 5 ປີຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ໄດ້ກຳນົດເປົ້າໝາຍໄວ້ຢ່າງຊັດເຈນວ່າຈະພັດທະນາເສດຖະກິດ ລາວ ໄປສູ່ລະບົບດິຈິຕອລ ໃຫ້ທົ່ວເຖິງໃນທົ່ວປະເທດ ລາວ ໃຫ້ໄດ້ຢ່າງເປັນຮູບປະທຳ ດ້ວຍການຮ່ວມມືກັບປະເທດເພື່ອນມິດຢ່າງໃກ້ຊິດ ໂດຍສະເພາະແມ່ນການຮ່ວມມືກັບ ຈີນ ນັ້ນຖືເປັນປະເທດທີ່ໃຫ້ການຊ່ວຍເຫຼືອ ລາວ ຫຼາຍທີ່ສຸດທັງໃນດ້ານເງິນທຶນ ແລະ ດ້ານເທັກໂນໂລຈີການສື່ສານຢ່າງຄົບວົງຈອນ ທັງນີ້ໂດຍຄາດຫວັງວ່າ ການພັດທະນາ ແລະ ການນຳໃຊ້ລະບົບດິຈິຕອລໃນພາກທຸລະກິດຕ່າງໆຢ່າງກວ້າງຂວາງໃນ ລາວ ນັ້ນຈະເຮັດໃຫ້ເສດຖະກິດໃນ ລາວ ຂະຫຍາຍຕົວດີຂຶ້ນ ທັງຍັງຈະເຮັດໃຫ້ລັດຖະບານ ລາວ ຈັດເກັບລາຍໄດ້ຕ່າງໆໄດ້ເພີ່ມຂຶ້ນດ້ວຍ ດັ່ງທີ່ທ່ານ ທັນສະໄໝ ໄດ້ຖະແຫຼງຢືນຢັນວ່າ

“ແຜນການພັດທະນາວຽກງານ 2021-2025 ຫັນວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ເປັນອຸດສາຫະກຳທັນສະໄໝ ເປັນສື່ກາງໃນການເຊື່ອມໂຍງເຂົ້າຫາການບໍລິການ Smart Service ຕ່າງໆຂອງບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ຄວາມໝາຍສຳຄັນໃນການຫັນເປັນທັນສະໄໝ ໂດຍລະບົບດິຈິຕອລ ເພື່ອຂັບເລື່ອການພັດທະນາເສດຖະກິດ-ສັງຄົມ ດິຈິຕອລ ໃນຕົ້ນປີ 2020 ລັດຖະບານກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ການຫັນເປັນທັນສະໄໝໃນການຊຳລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານຜ່ານໂທລະສັບມືຖື.”

ສ່ວນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ຢືນຢັນວ່າ ໄດ້ມີການຕິດຕັ້ງລະບົບ ອີເລັກໂທຣນິກ ທັນສະໄໝເພື່ອນຳໃຊ້ໃນການຈັດເກັບລາຍຮັບຈາກພາສີອາກອນ ແລະ ບັນດາຄ່າທຳນຽມຕ່າງໆໄວ້ທີ່ດ່ານສາກົນ 24 ແຫ່ງ ແລະ ເຂດເສດຖະກິດພິເສດ 3 ແຫ່ງທີ່ເຊື່ອມຕໍ່ກັບລະບົບຄວບຄຸມການບໍລິການແບບປະຕູດຽວຂອງກົມພາສີໄດ້ຢ່າງຄົບຖ້ວນແລ້ວໃນປີ 2020 ນີ້ ໂດຍແນໃສ່ການຈັດເກັບລາຍຮັບຈາກພາສີອາກອນ ແລະ ຄ່າທຳນຽມຕ່າງໆເຂົ້າງົບປະມານຂອງລັດຖະບານໃຫ້ໄດ້ເພີ່ມຂຶ້ນ ເພາະວ່າລະບົບດັ່ງກ່າວສາມາດຮອງຮັບການແຈ້ງເສຍພາສີຂອງນັກທຸລະກິດໄດ້ໂດຍລະບົບອີເລັກໂທຣນິກທີ່ດ່ານສາກົນທັງ 24 ແຫ່ງ ແລະ ເຂດເສດຖະກິດພິເສດທັງ 3 ແຫ່ງທີ່ເຊື່ອມກັບລະບົບປະຕູດຽວຂອງກົມພາສີທີ່ເອີ້ນວ່າລະບົບ ASYCUDA ດັ່ງທີ່ທ່ານ ສົມດີ ໄດ້ໃຫ້ການຢືນຢັນວ່າ

“ພວກເຮົາໄດ້ຊຸກຍູ້ການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບເປັນຕົ້ນແມ່ນໄດ້ນຳໃຊ້ລະບົບ ASYCUDA ໃນການແຈ້ງພາສີໃນ 24 ດ່ານສາກົນ 3 ເຂດເສດຖະກິດພິເສດ ເຊື່ອມໂຍງກັນກັບກົມພາສີ ນອກຈາກນັ້ນກໍໄດ້ນຳໃຊ້ເຄື່ອງສະແກນເນີ ເພື່ອກວດກາສິນຄ້ານຳເຂົ້າ-ສົ່ງອອກ, ການໃຊ້ລະບົບແຈ້ງພາສີປະຕູດຽວທີ່ນຳໃຊ້ລະບົບການຄຸ້ມຄອງນຳເຂົ້າ-ສົ່ງອອກໃຫ້ມັນສະດວກ ແລະ ການຊຳລະສະສາງພາກສີອາກອນຕ່າງໆຜ່ານລະບົບທະນາຄານ.”

ໃນປີ 2019 ທີ່ຜ່ານມາລັດຖະບານ ລາວ ເກັບລາຍຮັບຈາກພາສີອາກອນໄດ້ 11,422 ຕື້ກີບ ເທົ່າ​ກັບ 92.72 ເປີ​ເຊັນຂອງ​ແຜນ​ການ​ປີ ຫາກ​ແຕ່​ກໍ​ເພີ້ມ​ຂຶ້ນ​ເຖິງ 580 ຕື້​ກີບ ຫຼື 5.8 ເປີ​ເຊັນ ທຽບ​ໃສ່​ປີ 2018 ເພາະ​ວ່າ​ໄດ້​ເລີ້ມ​ນຳ​ໃຊ້​ລະ​ບົບ Electronic ທີ່​ທັນ​ສະ​ໄໝ​ຢູ່​ດ່ານ​ສາ​ກົນ​ບາງ​ດ່ານ ນັບ​ແຕ່​ເດືອນ​ສິງ​ຫາ 2019 ເປັນ​ຕົ້ນ​ມາ ແລ​ະ​ການ​ທີ່​ໄດ້​ຕິດ​ຕັ້ງ​ລ​ະ​ບົບ​ເພີ້ມ​ຂຶ້ນ ທັງ​ຍັງ​ມີບັນ​ດາ​ນັກ​ທຸ​ລະ​ກິດ​ການ​ຄ້າ​ໄດ້​ເຂົ້າ​ເຖິງ​ລະ​ບົບ​ແລ້ວ ຫຼາຍກວ່າ 60 ເປີ​ເຊັນ ໃນ​ປັດ​ຈຸ​ບັນ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ໝັ້ນ​ໃຈວ່າ ຈ​ະ​ສາ​ມາດ​ຈັດ​ເກັບ​ລາຍ​ຮັບ​ຈາກພາ​ສີອ​າ​ກອນໄດ້​ເພີ້ມ​ຂຶ້ນເປັນ 13,590 ຕື້​ກີບ ຊຶ່ງ​ເທົ່າ​ກັບ 7.8 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ປີ 2020 ແລະ​ເພີ້ມ​ຂຶ້ນ 13.2 ເປີ​ເຊັນ ທຽບ​ໃສ່​ແຜນ​ການ​ປີ 2019.

ທາງ​ດ້ານ​ທ່ານ​ສ​ອນ​ໄຊ ສີ​ພັນ​ດອນ, ຮອງນ​າ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ຖະ​ແຫຼງວ່າໃນ​ແຜນ​ການ​ງົບ​ປະ​ມານ​ປະ​ຈຳ​ປີ 2020 ລັດ​ຖະ​ບານ​ລາວຈະ​ຄວບ​ຄຸມ​ການ​ຂາດ​ດຸນ​ງົບ​ປະ​ມານໃຫ້​ຢູ່​ໃນ​ອັດ​ຕາ​ສະ​ເລ່ຍ 3.77 ເປີ​ເຊັນຂອງ GDP ທັງ​ນີ້​ດ້ວຍ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ 28,997 ຕື້ກີ​ບ ຄຶດ​ເປັນ 16.31 ເປີ​ເຊັນ ຂອງ GDP ແລະ​ຄຸມ​ລາຍ​ຈ່າຍ​ໃຫ້​ຢູ່​ໃນ​ມູນ​ຄ່າ​ບໍ່​ເກີນ 35,693 ຕື້​ກີບ ຄຶດ​ເປັນ 20.08 ເປີ​ເຊັນ ຂອງ GDP.

ຫາກແຕ່ວ່າດ້ວຍການລະບາດຂອງເຊື້ອໄວຣັສ ໂຄວິດ-19 ກໍເຮັດໃຫ້ລັດຖະບານ ລາວ ຄາດວ່າຈະຈັດເກັບລາຍຮັບໄດ້ບໍ່ເກີນ 70 ເປີເຊັນຂອງແຜນການປີ 2020 ກໍຄືໃນມູນຄ່າລວມບໍ່ເກີນ 20,298 ຕື້ກີບເທົ່ານັ້ນ ສ່ວນໃນດ້ານລາຍຈ່າຍຈະຕ້ອງໃຊ້ເພີ່ມຂຶ້ນ ເພື່ອຟື້ນຟູເສດຖະກິດພາຍຫຼັງການລະບາດຂອງ ໂຄວິດ-19 ນັ້ນເອງ.

XS
SM
MD
LG