ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ຖະ​ບານ​ລາວ ຕັ້ງ​ຄະ​ນະ​ກຳ​ມະ​ການ​ສະ​ເພາະ​ກິດ ເພື່ອ​ຕ້ານ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ


ປ້າຍ​ເຕືອນການ​ປ້ອງ​ກັນ​​ເຊື້ອໄວ​ຣັ​ສໂຄ​ໂຣ​ນາ
ປ້າຍ​ເຕືອນການ​ປ້ອງ​ກັນ​​ເຊື້ອໄວ​ຣັ​ສໂຄ​ໂຣ​ນາ

ລັດ​ຖະ​ບ​ານ​ລາວ​ຕັ້ງ​ຄະ​ນະ​ສະ​ເພາະ​ກິດ​ລະ​ດັ​ບ​ຊາດ ເພື່ອ​ກັນ​ ແລະ​ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ຈາ​ກເຊື້ອ​ໄວ​ຣັ​ສ Corona ທັງ​ສືບ​ຕໍ່​ການກວດ​ສຸ​ຂະ​ພາບ​ຊາວ​ຈີນ ແລະ​ຊ​າວ​ຕ່າງ​ຊາດທຸກ​ຄົນ ທີ່​ເດີນ​ທ​າງ​ຈາກ​ຈີນ​ເຂົ້າ​ມາ​ລາວ ຊຶ່ງ​ຊົງ​ລິດ ໂພ​ນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່​ານ​ບຸນກອງ​ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ກາ​ນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ຢືນ​ຢັນ​ວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເພື່ອ​ການ​ສະ​ກັດ​ກັ້ນ​ພະ​ຍາດ​ອັກ​ເສບ​ປອດຈາກ​ເຊື້ອ​ໄວ​ຣັ​ສ Corona ບໍ່​ໃຫ້​ເຂົ້າ​ມາ​ແຜ່ລະ​ບ​າດໃນ​ລາວ ຍັງ​ດຳ​ເນີນ​ການ​ຢ່າງ​ເຂັ້ມ​ງວດ ໂດຍ​ລັດ​ຖະ​ບານ​ລາວ​ໄດ້ແຕ່ງ​ຕັ້ງຄະນະ​ສະ​ເພາະ​ກິດລະ​ດັບ​ຊາດ ເພື່ອ​ຮັບ​ຜິດ​ຊອບ​ການ​ຈັດ​ຕັ້ງ​ປະຕິ​ບັດ 8 ມາດ​ຕະ​ການ​ດ້ວຍ​ກັນ ຄື​ການກວດກ​າ​ຈຸດ​ທີ່​ມີ​ຄວາມ​ສ່ຽງ ການ​ກະ​ກຽມ​ຈຸດ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ປະ​ເທດ ການ​ໂຄ​ສະ​ນາ​ເຜີຍ​ແຜ່​ໃຫ້ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບວິ​ທີການ​ປ້ອງ​ກັນ​ຜ່ານ​ສື່​ຕ່າງໆ ​ໃຫ້​ແກ່​ສັງ​ຄົມ​ຢາງກວ້າງ​ຂວາງ ການ​ແຈ້ງ​ເຕືອນ​ປະ​ຊາ​ຊົນ​ກ່ຽວ​ກັບກ​ານ​ອຸບ​ປະ​ໂພກ​ບໍ​ລິ​ໂພກ ທີ່​ຂາດ​ການ​ອະ​ນາ​ໄມ ການ​ເກັບ​ກຳ​ສະ​ຖິ​ຕິ ແລະ​ກວດ​ສຸ​ຂະ​ພາບ​ຜູ້​ເດີນ​ທາງ ການ​ຄວບ​ຄຸມ​ລາ​ຄາ​ອຸບ​ປະ​ກອນ​ທີ່​ໃຊ້​ໃນ​ການ​ປ້ອງ​ກັນ​ພະ​ຍາດ ການ​ຄົ້ນ​ຄວ້າ ແລະ​ວາງ​ແຜນ​ເພື່ອ​ແກ້​ໄຂ​ຜົນ​ກະ​ທົບ​ທີ່​ອາດ​ຈະ​ເກີດ​ຂຶ້ນ ແລະ​ການ​ກະ​ກຽມ​ງົບ​ປະ​ມານ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ທີ່​ຈຳ​ເປັນ​ໃນ​ຕະ​ຫຼອດ 24 ຊົ່ວ​ໂມງ ດັ່ງ​ທີ່​ທ່ານ​ບຸນກອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ປັດ​ຈຸ​ບັນ​ນີ້​ເຮົາ​ຕິດ​ຕາມ​ທັງ​ນັກ​ທ່ອງ​ທ່ຽວ ທັງ​ນັກ​ສຶກ​ສາ ແລະ​ກໍ​ຄົນ​ລາວ​ເຮົາ​ທີ່​ເດີນ​ທາງ​ມາ​ຈາກ ສ​ປ ຈີນ ຖ້າ​ວ່າ​ມີ​ອາ​ການ​ຫຍັງ​ ພວກ​ເຮົາ​ໄດ້​ມີ​ຄະ​ນະ​ຮັບ​ຜິດ​ຊອບ​ກະ​ໄດ້​ແຈ້ງ​ການ​ໄປ​ໃຫ້​ແຕ່​ລະ​ແຂວງ​ ກວດ​ກາ​ບ່ອນ​ນຳເຂົ້າ-ອອກ ດ່ານ​ຕ່າ​ງໆ​ໃນ 27 ດ່ານນ​ນີ້ ພວກ​ເຮົາ​ກະ​ຕຽມ​ພ້ອມ ແລະ​ພ້ອມ​ດຽວ​ກັນ​ນັ້ນ ພວກ​ເຮົາ​ກໍ​ໄດ້​ແ​ຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ເພື່ອ​ຮັບ​ຜິດ​ຊອບ​ເລື້ອງ​ຂ່າ​ວ​ສານ ເລື້ອງ​ວິ​ເຄາະ ເລື້ອ​ງ​ກັນ​ພະ​ຍາດ ເລື້ອງ​ປິ່ນ​ປົວ ເລື້ອງ​ຄວບ​ຄຸມ​ຫັ້ນ​ແຫລະ ຄື​ສູນ​ວິ​ເຄາະ​ລະ​ບາດ​ວິ​ທະ​ຍາ​ນີ້​ກໍ​ໃຫ້​ເຮັດ​ໄດ້ 24 ຊົ່ວ​ໂມງ.”

ທັງ​ນີ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ມີ​ໜັງ​ສື​ແຈ້ງ​ການເລກ​ທີ 030 ລົງ​ວັນ​ທີ 20 ມັງ​ກອນ ​ປີ 2020 ເລື້ອງ​ການ​ກຽມ​ຄວາມ​ພ້ອມ​ຢູ່​ດ່ານ ເພື່ອ​ປ້ອງ​ກັນ ແລະ​ຄວບຄຸມ ພະ​ຍາດ​ອັກ​ເສບ​ປອດ ​ຈາກ​ເຊື້ອ​ພະ​ຍາດ​ໄວ​ຣັ​ສ Corona ສາຍ​ພັນ​ໃໝ່ ໂດຍ​ຈັດ​ສົ່ງ​ແຈ້ງ​ການ​ ໄປ​ເຖິງ​ຫົວ​ໜ້າ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຂັ້ນ​ແຂວງ ແລະ​ນະ​ຄອນຫຼວງ​ວຽງ​ຈັນ ຫົວ​ໜ້າ​ກົມ​ການ​ບິນ​ພົນ​ລະ​ເຮືອນ ຫົວ​ໜ້າ​ຜະ​ແໜກສາ​ທາ​ລະ​ນະສຸກນະ​ຄອນ​ຫຼວງວຽງ​ຈັນ ແລະ​ແຂວງ​ໃນ​ທົ່ວ​ປະ​ເທດ ເພື່ອ​ຂໍ​ຄວາມ​ຮ່ວມ​ມື ແລະ​ການ​ສະ​ໜັບ​ສະ​ໜູນ​ເຂົ້າ​ໃນ​ການ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ດັ່ງ​ກ່າວ ໂດຍ​ສະ​ເພາະ​ແມ່ນ​ຫົວ​ໜ້າ​ດ່ານ​ສາ​ກົນ ທາງ​ບົກ ແລະ​ດ່ານ​ສະ​ໜາມ​ບິນ ​ຈະ​ຕ້ອງ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ທີມ​ງານ ຈາ​ກກະ​ຊວງ​ສາ​ທາ​ລະ​ນະ​ສຸກໃນ​ການ​ເຄື່ອນ​ໄຫວ ຕິດ​ຕາມ ຊຸກ​ຍູ້ ແລະ​ຄວາມ​ເຂັ້ມ​ແຂງ​ຂອງວຽກ​ງານ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ໃຫ້​ເອົາ​ໃຈ​ໃສ່​ປັບ​ປຸງ​ງານ​ສາ​ທ​າ​ລະ​ນະ​ສຸກ​ ປະ​ຈຳ​ຢູ່​ດ່ານ​ ນຳ​ໃຊ້​ເຄື່ອງ ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ ເພື່ອ​ຕິດ​ຕາມ​ເຝົ້າ​ລະ​ວັງ ແລະ​ລາ​ຍ​ງ​ານ​ກໍ​ລະ​ນີ​ທີ່​ສົງ​ໄສ​ຢ່າງ​ໃກ້​ຊິດ ໂດຍ​ເນັ້ນ​ໜັກ​ແຂວງ​ທີ່​ຕິດ​ຕໍ່​ຊາຍ​ແດນ​ກັ​ບ​ຈີນ ເຊັ່ນ​ແຂວງ​ຜົ້ງ​ສາ​ລີ ຫຼວງ​ນ້ຳ​ທາ ແລະ​ອຸ​ດົ​ມ​ໄຊ ລວມ​ເຖິງ​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ ສະ​ໜາມ​ບິນ​ສາ​ກົນ​ຫຼວງ​ພະ​ບາງ ແລະ​ດ່ານ​ອື່ນໆ ທີ່​ມີ​ຜູ້​ໂດຍ​ສານ​ເຂົ້າ-ອອກ​ລາວ.ພ້ອມ​ກັນ​ນີ້​ດ່ານ​ສາ​ກົນ​ຕ່າງໆ​ຍັງ​ຈະ​ຕ້ອງ​ໃຫ້​ຂໍ້​ມູນຂ່າວ​ສານ ​ແກ່​ຜູ້​ໂດຍ​ສານ​ທີ່​ເດີນ​ທາງເຂົ້າອອກ​ລາວ ໂດຍ​ນຳ​ໃຊ້​ສື່​ສິ່ງ​ພິມ ແລະ​ການ​ປະ​ກາດ​ເທິງ​ເຮືອ​ບິນ ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຈັດ​ສັນ ກະ​ກຽມ​ສະ​ຖານ​ທີ່​ເພື່ອ ຄັດ​ອອກຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ມາ​ຈາກ​ຈີນ ແລະ​ກຳ​ໜົດ​ເສັ້ນ​ທາງ​ເຄື່ອນ​ຍ້າຍ​ຄົນ​ເຈັບ​ຈາກ​ດ່ານ​ໄປ​ໂຮງ​ໝໍ ​ຮວມ​ເຖິງ​ການ​ຈັດ​ເຝິກ​ອົບ​ໂຮມ​ກ່ຽວ​ກັບ​ວຽກ​ງານ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່​ໃຫ້​ພະ​ນັກ​ງານ​ປະ​ຈຳ​ດ່​ານ​ດ້ວຍ ໂດຍ​ກະ​ຊວງ​ສາ​ທາ​ລະ​ສະ​ສຸກ​ໄດ້ຕັ້ງສູນ​ປະ​ສານ​ງານ​ໃນ​ຕະ​ຫຼອດ 24 ຊົ່ວ​ໂມງ.

ໂດຍ​ໃນ​ປິ 2019 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນເດີນ​ທາງ​ມາ​ລ​າວ​ຈຳ​ນວນ 1,022,724 ຄົນ ຊຶ່ງ​ເພີ້ມ​ຂຶ້ນ 27 ເປີ​ເຊັນ ທຽບ​ໃສ່​ປີ 2018 ຫຼື​ຄິດ​ເປັນ​ຈຳ​ນວນ​ສະ​ເລ່ຍ 2,800 ຄົນ ໃນ​ແຕ່​ລ​ະ​ວັນ ສ່ວນ​ໃນ​ປີ 2020 ກໍ​ຄາດ​ວ່າ​ຈະ​ມີ​ນັກ​ທ່ອ​ງ​ທ່ຽວຊາວ​ຈີນ​ເດີນ​ທາງ​ເຂົ້າ​ມາ​ລາວ​ຫຼາຍກວ່າ 1,290,000 ຄົນ ຫາກ​ແຕ່​ວ່າ​ເມື່ອ​ເກີດ​ບັ​ນ​ຫາ​ພະ​ຍາດອັກ​ເສບປອດຈາກ​ເຊື້ອ​ໄວ​ຣັ​ສ Corona ສາຍ​ພັນ​ໃໝ່​ໃນ​ເວ​ລາ​ນີ້ ຈຶ່ງ​ບໍ່​ແນ່​ວ່າ ຄາດ​ໝາຍ​ດັ່ງ​ກ່າວ​ຈະ​ເກີດ​ຂຶ້ນ​ໄດ້​ຈິງ​ຫຼື​ບໍ່ ເພາະ​ວ່າ​ຕົ້ນ​ຕໍ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ສາຍ​ພັນ​ໃໝ່​ດັ່ງ​ກ່າວ​ນີ້ ກໍ​ຄື​ເມືອງວູ​ຮານ ໃນ​ພາກ​ກາງ​ຂອງ​ຈີນ. ສະ​ນັ້ນ​ຖ້າ​ຫາກ​ການ​ຈັດ​ຕັ້ງ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ໃນ​ລາວ​ມີ​ປະ​ສິດ​ທິ​ຜົນ​ຕ່ຳ ແລະ ຊາວ​ຈີນ​ຍັງ​ເດີນ​ທາງ​ມາ​ລາວ​ເພີ້ມ​ຂຶ້ນຍ່ອມ​ມີ​ຄວາມ​ສ່ຽງສູງ​ທີ່​ພະ​ຍາດ​ດັ່ງ​ກ່າ​ວ​ຈະ​ເກີດ​ການ​ລະ​ບ​າດ​ຢູ່​ໃນ​ລາວໃນ​ໄລ​ຍະ​ຕໍ່​ໄປ ໂດຍ​ເຖິງ​ແມ່ນ​ວ່າ​ຈະ​ຍັງ​ບໍ່​ມີ​ລາຍ​ງານ​ການ​ຕິດ​ເຊື້ອ​ໃນ​ລາວ​ໃນ​ປັດ​ຈຸ​ບັນ​ນີ້​ກໍ​ຕາມ.

XS
SM
MD
LG