ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ວາງແຜນທີ່ຈະສັກຢາວັກຊີນກັນ COVID-19 ໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນ ລາວ ທັງໝົດ ພາຍໃນປີ 2023


ພິທີມອບອຸບປະກອນການແພດ ປ້ອງກັນໂຄວິດ-19 ຈາກສະຫະລັດ ໃຫ້ແກ່ ສປປ ລາວ
ພິທີມອບອຸບປະກອນການແພດ ປ້ອງກັນໂຄວິດ-19 ຈາກສະຫະລັດ ໃຫ້ແກ່ ສປປ ລາວ

ລັດຖະບານ ລາວ ວາງແຜນການທີ່ຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ໄດ້ 70 ເປີເຊັນຂອງປະຊາກອນ ລາວ ທັງໝົດໃນປີ 2023 ສ່ວນປີ 2021 ນີ້ຈະໃຫ້ບູລິມະສິດກັບກຸ່ມສ່ຽງຫຼືກຸ່ມເປົ້າໝາຍ 1.5 ລ້ານຄົນ.

ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຖະແຫຼງວ່າ ການດຳ ເນີນການສັກຢາວັກຊີນກັນໄວຣັສ COVID-19 ໃຫ້ໄດ້ຕາມເປົ້າໝາຍຂອງລັດຖະບານ ລາວ ກໍຄື 70 ເປີເຊັນຂອງປະຊາກອນ ລາວ ທັງໝົດນັ້ນຄາດໝາຍວ່າ ຈະຕ້ອງໃຊ້ເວລາດຳເນີນການນັບຈາກປັດຈຸບັນນີ້ເຖິງປີ 2023 ຈຶ່ງຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ເນື່ອງຈາກວ່າລັດຖະບານ ລາວ ມີຂໍ້ຈຳກັດທາງດ້ານງົບປະມານ ຈຶ່ງຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ໂດຍເມື່ອພິຈາລະນາການຊ່ວຍເຫຼືອທີ່ ລາວ ໄດ້ຮັບຈາກຕ່າງປະເທດໃນໄລຍະຜ່ານມາກັບໂອກາດທີ່ຈະໄດ້ຮັບການຊ່ວຍເຫຼືອເພີ່ມຂຶ້ນໃນປີ 2021 ນີ້ຈຶ່ງຄາດວ່າຈະສາມາດສັກຢາວັກຊີນກັນໄວຣັສ COVID-19 ໃຫ້ກັບພະນັກງານລັດ ແລະ ປະຊາຊົນ ລາວ ໄດ້ບໍ່ເກີນ 1.5 ລ້ານຄົນ ໂດຍຈະໃຫ້ບູລິມະສິດກັບກຸ່ມສ່ຽງ ຫຼື ກຸ່ມເປົ້າໝາຍກ່ອນປະຊາຊົນທົ່ວໄປ ດັ່ງທີ່ທ່ານ ພອນປະເສີດ ໄດ້ໃຫ້ການຢືນຢັນວ່າ

“ກຸ່ມທີ່ 1 ແມ່ນພະນັກງານຢູ່ໃນຂົງເຂດຂົນສົ່ງມວນຊົນ, ກຸ່ມທີ 2 ນີ້ກະແມ່ນຜູ້ປະກອບການທ່ອງ ທ່ຽວ, ໂຮງແຮມ, ບ້ານພັກ, ກຸ່ມທີ 3 ນີ້ກະແມ່ນຜູ້ປະກອບການໃນຕະຫຼາດ ຂາຍຍົກ ຂາຍຫຍ່ອຍ ຫ້າງຊັບພະສິນຄ້າ, ຮ້ານອາຫານ, ກຸ່ມທີ 4 ກໍແມ່ນຂົງເຂດການເງິນຍການທະນາຄານ, ກຸ່ມທີ 5 ຄູອາຈານ ແພດໝໍ ໃນທັງພາກລັດ ແລະ ເອກະຊົນ ແລະ ກຸ່ມທີ 6 ກະແມ່ນຂົງເຂດໄຟຟ້າ ນໍ້າປະປາ ຊຶ່ງເປັນຂົງເຂດເສດຖະກິດຄໍຫອຍ ຂອງເສດຖະກິດ-ສັງຄົມຂອງພວກເຮົາຈະຕ້ອງໄດ້ໄປເຂົ້າຮັບການສັກວັກຊີນ.”

ທັງນີ້ລັດຖະບານສາມາດຕອບສະໜອງດ້ານງົບປະມານສຳລັບການຈັດຊື້ຢາວັກຊີນກັນໄວຣັສ COVID-19 ໄດ້ພຽງ 20 ເປີເຊັນຂອງຄວາມຕ້ອງການທັງໝົດເທົ່ານັ້ນໝາຍຄວາມວ່າການຈັດຫາຢາວັກຊີນກັນໄວຣັສ COVID-19 ເພື່ອສັກໃຫ້ປະຊາຊົນ ລາວ ນັ້ນກໍຈະຕ້ອງເພິ່ງ ພາການຊ່ວຍ ເຫຼືອຈາກຕ່າງປະເທດເປັນດ້ານຫຼັກນັ້ນເອງ ໂດຍທີ່ຜ່ານມາລັດຖະບານ ຈີນ ກໍໄດ້ໃຫ້ການຊ່ວຍ ເຫຼືອ ລາວ ດ້ານຢາວັກຊີນກັນໄວຣັສ COVID-19 ແລ້ວ 3 ຄັ້ງທີ່ມີຈຳນວນລວມກັນເຖິງ 1,102,000 ໂດສ ສ່ວນອົງການອະນາໄມໂລກ ກໍໄດ້ໃຫ້ການຊ່ວຍເຫຼືອ132,000 ໂດສ ແລະ 2,000 ໂດສທີ່ເປັນການຊ່ວຍເຫຼືອຈາກລັດຖະບານ ຣັດເຊຍ ຈຶ່ງຍັງຕ້ອງຈັດຫາຢາວັກຊີນເພີ່ມຂຶ້ນອີກ 5,764,000 ໂດສ ເພື່ອສັກໃຫ້ກັບກຸ່ມເປົ້າໝາຍດັ່ງກ່າວຢ່າງຄົບຖ້ວນ.

ພາຍໃຕ້ເປົ້າໝາຍທີ່ຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ປະຊາຊົນ ລາວ ໃຫ້ໄດ້ເຖິງ 3.5 ລ້ານຄົນ ຫຼື 70 ເປີເຊັນຂອງປະຊາກອນ ລາວ ທີ່ຢູ່ໃນກຸ່ມສ່ຽງດັ່ງກ່າວ ລັດຖະບານ ລາວ ຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອເພີ່ມຂຶ້ນອີກທັງຈາກອົງການອະນາໄມໂລກ ກັບບັນດາປະເທດຜູ້ບໍລິ ຈາກ ທັງຍັງເຊື່ອໝັ້ນວ່າຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຈີນ ເພີ່ມຂຶ້ນອີກດ້ວຍ ແຕ່ວ່າການສັກຢາວັກຊີນໃນໄລຍະນີ້ ກໍຍັງຈະເປັນການສັກໃຫ້ພະນັກງານລັດທີ່ມີຄວາມສ່ຽງໃນການປະ ຕິບັດງານ ລວມເຖິງຜູ້ທີ່ຈຳເປັນຈະຕ້ອງເດີນທາງໄປຕ່າງປະເທດດ້ວຍ ດັ່ງທີ່ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ຢືນຢັນວ່າ

“ເປົ້າໝາຍຂອງເຮົານີ້ໃຫ້ກວມໄດ້ 70 ເປີເຊັນຂອງປະຊາກອນຂອງພວກເຮົາຫຼືປະມານ 3.5 ລ້ານ ແຕ່ເຖິງຢ່າງໃດກໍຕາມ ໃນກໍລະນີທີ່ວ່າເຮົາມີຄວາມຈຳເປັນທີ່ຈະເດີນທາງໄປເຮັດວຽກງານທາງດ້ານລັດຖະການ ຫຼືວ່າອື່ນໆຢູ່ຕ່າງປະເທດທີ່ມີຄວາມຈຳເປັນທີ່ຈະຕ້ອງໄດ້ສັກ ອັນນີ້ທາງຄະນະສະເພາະກິດກໍຄືກະຊວງສາທາລະນະສຸກຂອງພວກເຮົາກໍຈະພິຈາລະນາເປັນລາຍໆໄປ.”

ທັງນີ້ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນກັນໄວຣັສ COVID-19 ຈາກກຸ່ມບໍລິ ສັດ Sino-Pharm ຂອງລັດຖະບານ ຈີນ ຈຳນວນ 1,102,000 ໂດສ ໃນຊ່ວງທ້າຍປີ 2020 ຫາເດືອນມີນາ 2021 ຜ່ານມາທີ່ໄດ້ສັກໃຫ້ກັບພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດງານໃນເຂດນະຄອນວຽງຈັນຢ່າງຄົບຖ້ວນແລ້ວ ແລະ ບໍ່ປາກົດວ່າມີຜົນຂ້າງຄຽງອັນຮ້າຍແຮງເກີດຂຶ້ນແຕ່ຢ່າງໃດ ຈຶ່ງໄດ້ແຈກຢາຍຢາວັກຊີນໄປໃຫ້ທຸກແຂວງ ເພື່ອສັກໃຫ້ກັບພະນັກງານລັດທີ່ມີຄວາມສ່ຽງໃຫ້ໄດ້ຢ່າງຄົບຖ້ວນໃນເດືອນເມສາ 2021 ນີ້.

ສ່ວນການສັກຢາວັກຊີນໃຫ້ປະຊາຊົນທົ່ວໄປນັ້ນ ກໍຈະຕ້ອງລໍຖ້າການຊ່ວຍເຫຼືອ ແລະ ສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອຈາກ WHO ໃນຖານະທີ່ ລາວ ເອງກໍເປັນ 1 ໃນ 92 ປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນ ສຳລັບປະຊາຊົນ 1.4 ລ້ານຄົນ ຫຼື 20 ເປີ ເຊັນຂອງຈຳນວນປະຊາກອນ ລາວ ທັງໝົດ ຊຶ່ງເມື່ອລວມກັບການຊ່ວຍເຫຼືອທີ່ ລາວ ໄດ້ຮັບແລ້ວນັ້ນ ຈຶ່ງຍັງເຫຼືອອີກກວ່າ 5.9 ລ້ານໂດສ ທີ່ລັດຖະບານ ລາວ ຈະຕ້ອງຈັດຫາຢາວັກຊີນກັນໄວຣັສ WHO ໃຫ້ໄດ້ເພີ່ມເຕີມຂຶ້ນອີກ.

XS
SM
MD
LG