ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ​ຖະ​ບານ ລາວ ອອກ​ພັນ​ທະ​ບັດ ​ເພື່ອ​ສະ​ເໜີ​ຂາຍ ​ຕໍ່​ນັກ​ລົງ​ທຶນ ​ພາຍ​ໃນ ແລະ ຕ່າງຊາດ


ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ ສະ​ພາ​ແຫ່ງ​ຊາດ, ນະ​ຄອນຫຼວງວຽງ​ຈັນ. 22 ເມ​ສາ 2016.
ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ ສະ​ພາ​ແຫ່ງ​ຊາດ, ນະ​ຄອນຫຼວງວຽງ​ຈັນ. 22 ເມ​ສາ 2016.

ລັດ​ຖະ​ບານ ລາວ ອອກ​ພັນ​ທະ​ບັດ​ມູນ​ຄ່າ​ລວມ 1,700 ຕື້​ກີບ​ເພື່ອ​ສະ​ເໜີ​ຂາຍ​ຕໍ່​ນັກ​ລົງ
ທຶນພາຍໃນ ແລະ ຕ່າງຊາດ ໂດຍຜ່ານສາມບໍລິສັດຫຼັກຊັບ ເພື່ອນຳໃຊ້ໃນການດຸ່ນດ່ຽງ
ດ້ານງົບປະມານລາຍຈ່າຍຂອງລັດຖະບານ.

ທ່ານ ສຸ​ລິ​ວັດ ສຸ​ວັນ​ນະ​ຈູມ​ຄຳ ຫົວ​ໜ້າ​ກົມ​ການ​ເງິນ​ຕ່າງ​ປະ​ເທດ ແລະ ຄຸ້ມ​ຄອງ​ໜີ້​ສິນ
ກະຊວງການເງິນໄດ້ລົງນາມແຕ່ງຕັ້ງໃຫ້ 3 ບໍລິສັດຫຼັກຊັບເປັນທີ່ປຶກສາດ້ານການເງິນ
ໂດຍເປັນຕົວແທນໃນການຈຳໜ່າຍພັນທະບັດ ລັດຖະບານ ລາວ ໃນມູນຄ່າລວມ
1,700 ຕື້ກີບ ຫຼື 195 ລ້ານໂດລາ ໃນວັນທີ 23 ສິງຫາ 2019 ໂດຍຈະເປີດໃຫ້ຈອງຊື້
ພັນທະບັດ ໃນວັນທີ 2-5 ກັນຍາ 2019 ແລະ ຈະປິດການຈອງທັນທີ ຖ້າຫາກວ່າໄດ້
ມີການຈອງຊື້ພັນທະບັດທີ່ອອກຈຳໜ່າຍທັງໝົດ ຢ່າງຄົບຖ້ວນແລ້ວນັ້ນ.

ການ​ອອກ​ພັນ​ທະ​ບັດ​ລັດ​ຖະ​ບານ ລາວ ໃນ​ຄັ້ງ​ນີ້ ​ມີ​ລາ​ຄາ 1 ລ້ານ​ກີບ​ຕໍ່​ໜ່ວຍ ແລະການ
ຈອງຊື້ແຕ່ລະຄັ້ງຈະຕ້ອງມີລາຄາຕັ້ງແຕ່ 10 ລ້ານກີບຂຶ້ນໄປ ທັງນີ້ໂດຍສາມາດຈອງຊື້
ໄດ້ທີ່ຕະຫຼາດຫຼັກຊັບ ລາວ ແລະ 3 ບໍລິສັດທີ່ປຶກສາດ້ານການເງິນ ກໍຄືບໍລິສັດຫຼັກຊັບ
ລ້ານຊ້າງມະຫາຊົນ, ບໍລິສັດຫຼັກຊັບ BCEL-KT ຈຳກັດ ແລະ ບໍລິສັດຫຼັກຊັບລາວ-ຈີນ
ຈຳກັດ ໂດຍໄດ້ແບ່ງພັນທະບັດອອກເປັນ 6 ລຸ້ນດ້ວຍກັນຄື ອາຍຸ 3 ປີ, 5 ປີ, 7 ປີ, 10
ປີ, 15 ປີ ແລະ 20 ປີ ຊຶ່ງມີອັດຕາດອກເບ້ຍ 6.8 ເປີເຊັນ, 6.96 ເປີເຊັນ, 7.2 ເປີເຊັນ,
7.5 ເປີເຊັນ, 7.7 ເປີເຊັນ ແລະ 8 ເປີເຊັນ ຕໍ່ປີຕາມລຳດັບ ແລະນັກລົງທຶນຍັງສາມາດ
ຊື້ຂາຍພັນທະບັດດັ່ງກ່າວນີ້ໃນຕະຫຼາດຫຼັກຊັບ ລາວ ໄດ້ອີກດ້ວຍ ນັບແຕ່ວັນທີ 26 ກັນ
ຍາ 2019 ເປັນຕົ້ນໄປ.

ທ່ານ ສຸ​ລິ​ວັດ ຢືນ​ຢັນ​ວ່າ ເງິນ​ທີ່​ໄດ້​ຈາກ​ການ​ອອ​ກ​ພັນ​ທະ​ບັດ​ລັດ​ຖະ​ບານ​ ໃນ​ມູນ​ຄ່າ
1,700 ຕື້ກີບນີ້ ຈະນຳໃຊ້ໃນການດຸ່ນດ່ຽງດ້ານງົບປະມານລາຍຈ່າຍ ຂອງລັດຖະບານ
ລາວ ໃນຊ່ວງປີ 2019-2020 ໂດຍເປັນປີສຸດທ້າຍຂອງແຜນການພັດທະນາເສດຖະ
ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020) ທັງນີ້ກໍເນື່ອງຈາກການມີແຫຼ່ງລາຍ
ຮັບທີ່ບໍ່ພຽງພໍກັບຄວາມຕ້ອງການດ້ານລາຍຈ່າຍ ຈຶ່ງມີຄວາມຈຳເປັນຕ້ອງຊອກຫາ
ແຫຼ່ງທຶນມາດຸ່ນດ່ຽງງົບປະມານແຫ່ງລັດ ດ້ວຍການອອກພັນທະບັດລັດຖະບານ ລາວ
ໃນຄັ້ງນີ້.

ສ່ວນ​ທ່ານ​ນາງ ປາ​ນີ ຢາ​ທໍ​ຕູ້ ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ລາວ ຖະ​ແຫຼງ​ຢືນ​ຢັນ​ວ່າ ສາ
ເຫດສຳຄັນທີ່ເຮັດໃຫ້ລັດຖະບານ ລາວ ຕ້ອງປະເຊີນກັບບັນຫາຂາດດຸນງົບປະມານ
ມາຢ່າງຕໍ່ເນື່ອງກໍຄືການຄຸ້ມຄອງດ້ານງົບປະມານລາຍຈ່າຍທີ່ບໍ່ມີປະສິດທິພາບເຫັນ
ໄດ້ຈາກການກຳນົດງົບປະມານລາຍຈ່າຍ ທີ່ບໍ່ສອດຄ່ອງກັບຄວາມສາມາດຕົວຈິງ
ໃນການຈັດເກັບລາຍຮັບ ຈຶ່ງເຮັດໃຫ້ຕ້ອງກູ້ຢືມຢືນທຶນ ຈາກພາກເອກະຊົນພາຍໃນ
ແລະຕ່າງປະເທດເພີ່ມຂຶ້ນນັບມື້ ດັ່ງທີ່ທ່ານນາງ ປານີ ໄດ້ໃຫ້ການຢືນຢັນວ່າ

"ພວກ​ເຮົາ​ສ້າງ​ແຜນ​ຕ່າງໆ​ບໍ່​ທັນ​ເລີ່ມ​ຈາກ​ຄວາ​ມ​ສາ​ມາດ​ ໂດຍ​ສະ​ເພາະ​ແຫຼ່ງ​ລາຍ​ຮັບ​
ຕົວຈິງຂອງພວກເຮົາ ສະນັ້ນມັນເກີດໃຫ້ມີການຂາດດຸນງົບປະມານສູງ ມັນສ່ອງແສງ
ເຖິງບັນຫາໜີ້ສາທາລະນະ ກະແມ່ນ ລັດຖະບານຕິດໜີ້ປະຊາຊົນໂດຍຜ່ານການລະ
ດົມການຂາຍພັນທະບັດ ຕິດໜີ້ຜູ້ປະກອບການໃນການລົງທຶນຕ່າງໆ ຕິດໜີ້ຕ່າງປະ
ເທດໃນການກູ້ຢືມ ຕິດໜີ້ດ້ວຍການຄ້ຳປະກັນ ມັນສະແດງເຖິງຄວາມອ່ອນແອ ໃນ
ການຄຸ້ມຄອງມະຫາພາກ."

ທາງ​ດ້ານ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​
ກະຊວງການເງິນ ກໍຖະແຫຼງຍອມຮັບວ່າໜີ້ສິນຂອງລັດຖະບານ ລາວ ຍັງມີທ່າອຽງ
ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ການຈັດເກັບລາຍຮັບຍັງບໍ່ສາມາດຈັດຕັ້ງປະຕິບັດ
ໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະ ເມື່ອປະກອບກັບການທີ່ລັດຖະບານ ລາວ ມີພັນທະ
ທີ່ຈະຕ້ອງຊຳລະຄືນໜີ້ເງິນກູ້ທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ ໃນໄລຍະ 2 ປີຕໍ່
ໜ້ານີ້ ຈຶ່ງເຮັດໃຫ້ຈະຕ້ອງຫາແຫຼ່ງເງິນທຶນ ສຳລັບນຳມາຊຳລະຄືນໜີ້ດັ່ງກ່າວໃຫ້ໄດ້
ຢ່າງເທົ່າທັນກັບເວລາ ໂດຍທາງເລືອກທີ່ສາມາດຈະຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບ
ປະທຳທີ່ສຸດ ຄືການອອກພັນທະບັດລັດຖະບານ.

ທາງ​ດ້ານ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ​ ປະ​ຈຳ ສ​ປ​ປ ລາວ ເປີດ​ເຜີຍ​
ວ່າ ລັດຖະບານ ລາວ ຕ້ອງປະເຊີນກັບສະພາບການເປັນໜີ້ພາກລັດ ເພີ່ມຂຶ້ນຢ່າງຕໍ່
ເນື່ອງ ໂດຍເຫັນໄດ້ໃນປີ 2016 ທີ່ຖືເປັນປີທຳອິດທີ່ໜີ້ສິນຂອງລັດຖະບານ ລາວ ມີ
ມູນຄ່າລວມທີ່ເກີນກວ່າ 60 ເປີເຊັນຂອງຍອດຜະລິດຕະພັນລວມ (GDP) ແລະ ເພີ່ມ
ຂຶ້ນເປັນ 65.3 ເປີເຊັນຂອງ GDP ໃນປີ 2018 ທັງກໍຍັງຄາດວ່າ ຈະເພີ່ມຂຶ້ນເປັນເກີນ
ກວ່າ 68 ເປີເຊັນຂອງ GDP ໃນປີ 2019 ນິ້.

XS
SM
MD
LG