ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຕ້ອງການຢາວັກຊິນ ກັນໂຄວິດ-19 ກວ່າ 5 ລ້ານໂດສ ສຳລັບປະຊາຊົນ


ການສັກຢາວັກຊີນປ້ອງກັນໂຄວ້ດ-19 ໃນ ສປປ ລາວ.
ການສັກຢາວັກຊີນປ້ອງກັນໂຄວ້ດ-19 ໃນ ສປປ ລາວ.

ລັດຖະບານລາວຕ້ອງຈັດຫາຢາວັກຊິນກັນພະຍາດໄວຣັສ COVID-19 ໃຫ້ໄດ້ ເກີນກວ່າ 5 ລ້ານໂດສ ຈຶ່ງຈະບັນລຸເປົ້າໝາຍ ການສັກຢາວັກຊີນໃຫ້ປະຊາຊົນ ໄດ້ເຖິງ 50 ເປີເຊັນ ຂອງປະຊາກອນທັງໝົດໃນປີ 2021 ນີ້ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ຖະແຫຼງວ່າ ທາງການລາວໄດ້ປັບປ່ຽນເປົ້າໝາຍ ໃນການສັກຢາວັກຊີນກັນ ພະຍາດໄວຣັສ COVID-19 ໃຫ້ກັບປະຊາຊົນລາວ ຈາກທີ່ວາງໄວ້ 22 ເປີເຊັນ ໄດ້ປັບເພີ້ມຂຶ້ນເປັນ 50 ເປີເຊັນຂອງຈຳນວນປະຊາກອນທັງໝົດ ໃນປີ 2021 ນີ້ ໂດຍມີສາເຫດຈາກການລະບາດຢ່າງວອງໄວຂອງໄວຣັສ ໂຄວິດ-19 ໃນທົ່ວປະເທດລາວໃນເວລານີ້ ສະນັ້ນ ເພື່ອເປັນການສະກັດ ກັ້ນ ແລະປ້ອງກັນບໍ່ໃຫ້ປະຊາຊົນລາວ ຕ້ອງຕິດເຊື້ອໄວຣັສໂຄວິດ-19 ເພີ້ມຂຶ້ນຫຼາຍກວ່າທີ່ເປັນຢູ່ໃນເວລານີ້ຈຶ່ງຕ້ອງເລັ່ງການສັກຢາວັກຊີນກັນ ໄວຣັສໂຄວິດ-19 ໃຫ້ກັບປະຊາຊົນລາວ ເພີ້ມຂຶ້ນໃຫ້ໄດ້ຢ່າງມີປະສິດທິພາບ ແລະເຮັດໃຫ້ຈະຕ້ອງເລັ່ງການຈັດຫາຢາວັກຊີນໃຫ້ໄດ້ຢ່າງພຽງພໍອີກດ້ວຍ ດັ່ງ ທີ່ທ່ານພອນປະເສີດ ໄດ້ໃຫ້ການຢືນຢັນວ່າ:

"ໂຕນີ້ໝວດເຮົາກະຍັງພວມຢູ່ໃນໄລຍະການປະສານງສານປະເທດ ເພື່ອນມິດ ຊຶ່ງໝວດເຮົາກໍໄດ້ມີການປະສານງານກັບທາງທູດຈີນເພີ່ນກະມີການໃຫ້ຄຳໝັ້ນສັນຍາວ່າ ເພີ່ນຈະໃຫ້ການຊ່ວຍເຫຼືອ ສີືບຕໍ່ທັງການຊ່ວຍເຫຼຶືອລະກະທັງການ ຈັດຊື້ ເພາະໝວດເຮົາກະໄດ້ຮັບເງິນສະໜັບສະໜູນຈາກພາກສ່ວນເອກກະຊົນຫຼາຍພາກສ່ວນເດ້ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ລັດຖະບານ ກະຊວງສາ ທາລະນະສຸກ ໝວດເຮົາກະແມ່ນພວມມີການຈັດສັນເພື່ອຊອກຫາແຫຼ່ງວັກຊີນ ໃຫ້ເຂົ້າມາໄວເທົ່າທີ່ໄວໄດ້ທີ່ສຸດ ເພື່ອມາບໍລິການໃຫ້ກັບພໍ່ແມ່ປະຊາຊົນ.”

ທັງນີ້ການຕິເຊື້ອໄວຣັສໂຄວິດ-19 ໃນລາວ ໄດ້ເພີ້ມຂຶ້ນຢ່າງໄວວານັບຈາກ ວັນທີ 11 ເມສາ ປີ 2021 ເປັນຕົ້ນມາ ໂດຍຈຳນວນຜູ້ຕິດເຊື້ອໄວຣັສໂຄ ວິດ-19 ໄດ້ເພີ້ມຂຶ້ນຈາກ 49 ຄົນເປັນ 1968 ຄົນ ໃນວັນທີ 7 ມິຖຸນາປີ 2021 ຫຼືເພີ້ມຂຶ້ນກວ່າ 1,900 ຄົນ ໃນຊ່ວງ 50 ກວ່າວັນທີ່ຜ່ານມາ ແລະ ພາຍໃຕ້ສະພາບການດັ່ງກ່າວ ກໍເຮັດໃຫ້ເປັນການລະບາດຂອງເຊື້ອໄວຣັສ ທີ່ແຜ່ລາມເຂົ້າໄປໃນຊັ້ນຊຸມຊົນລາວ ອັນເຮັດໃຫ້ເຊື້ອໄວຣັສໂຄວິດ-19 ສາ ມາດທີ່ຈະຕິດຕໍ່ພາຍໃນຄົວເຮືອນ ໄດ້ຢ່າງໄວວາ ທັງກໍຍັງເກີດການຕິດຕໍ່ຢູ່ ພາຍໃນສຳນັກງານຂອງລັດຖະບານ ແລະມີການທີ່ບໍ່ສະແດງອາການດ້ວຍ ນັ້ນ ຈຶ່ງເປັນສະພາບການທີ່ໜ້າເປັນຫ່ວງຢ່າງຍິ່ງ ໂດຍສະເພາະນະຄອນ ຫຼວງວຽງຈັນທີີ່ມີຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ຫຼາຍທີ່ສຸດ ນັ້ນດັ່ງທີ່ ທ່ານນາງພອນປະເສີດ ໄຊຍະມົງຄົນ ຮອງຫົວໜ້າກົມຄວບຄຸມ ພະຍາ ດຕິດຕໍ່ ຢຶນຢັນວ່າ:

“ໂດຍສະເພາະການລະບາດຢູ່ນະຄອນຫຼວງແມ່ການຕິດເຊື້ອພາຍໃນຊຸມຊົນ ແລະມີ
ການແຜ່ລະບາດອອກເປັນວົງກວ້າງ ຈຶ່ງເຮັດໃຫ້ມີສະພາບການລະບາດ ເປັນຈຸ້ມໃນ
ຄອບຄົວ ແລະຄົນໃກ້ຊິດ ຍ້ອນວ່າຜູ້ທີ່ຕິດເຊຶ້ອບາງຄົນບໍ່ສະແດງ ອາການ ແລະຍັງ
ສືບຕໍ່ໄປເຄື່ອນໄຫວຕາມປົກກະຕິເຮັດໃຫ້ການລະບາດເຂົ້າສູ່ຫ້ອງການບັນດາສຳນັກ
ງານ ອົງການຕ່າງໆ ແລະເກີດມີເຂດແດງທີ່ເປັນການ ຕິດເຊື້ອໃໝ່ໃນແຕ່ລະວັນ.”

ແຕ່ຢ່າງໃດກໍຕາມລັດຖະບານລາວສາມາດຕອບສະໜອງງົບປະມານ ສຳລັບ ການຊື້ຫາວັກຊີນກັນໄວຣັສ COVID-19 ໄດ້ພຽງແຕ່ 20 ເປີເຊັນຂອງຄວາມ ຕ້ອງການທັງໝົດ ຈຶ່ງຈະຕ້ອງເພີ່ງພາການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານ ຫຼັກ ໂດຍທີ່ຜ່ານມາລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອໃນດ້ານຢາວັກຊີນກັນ ໄວຣັສ COVID-19 ແກ່ລັດຖະບານລາວແລ້ວ 4 ຄັ້ງ ມີຈຳນວນລວມກັນເຖິງ 1,402,000 ກວ່າໂດສ ສ່ວນອົງການອະນາໄມໂລກ (WHO) ແລະລັດຖະ ບານຣັດເຊຍ ກໍໄດ້ໃຫ້ການຊ່ວຍເຫຼືອ 232,620 ໂດສ ແລະ 2,000 ໂດສ ຕາມລໍາດັບ ແລະໃນໄວໆນີ້ລັດຖະບານຈີນກໍຈະໃຫ້ການຊ່ວຍເຫຼືອວັກຊີນເພີ້ມ ຂຶ້ນອີກ 500,000 ໂດສ ຈຶ່ງເຮັດໃຫ້ຍັງເຫຼືອວັກຊີນກັນໄວຣັສ COVID-19 ອີກກວ່າ 5,463,000 ໂດສ ທີ່ລັດຖະບານລາວຈະຕ້ອງຈັດຫາ ເພື່ອຈະໄດ້ ສັກໃຫ້ປະຊາຊົນໄດ້ຕາມເປົ້າໝາຍ 50 ເປີເຊັນ ຂອງປະຊາກອນທັງໝົດໃນ ປີນີ້.

ກ່ອນໜ້ານີ້ ລັດຖະບານລາວໄດ້ວາງເປົ້າໝາຍຈະສັກຢາກັນໄວຣັສ COVID-19 ໃຫ້ປະຊາຊົນລາວໃຫ້ໄດ້ເຖິງ 70 ເປີເຊັນ ຂອງຈຳນວນປະຊາກອນທັງ ໝົດພາຍໃນປີ 2023 ໂດຍເລີ້ມຈາກການສັກຢາວັກຊີນໃຫ້ກັບພະນັກງານລັດ ທີ່ປະຕິບັດໜ້າທີ່ແລະປະຊາຊົນລາວ ທີ່ປະກອບອາຊີບທີ່ມີຄວາມສ່ຽງສູງທີ່ ຈະໄດ້ຮັບເຊື້ອໄວຣັສ COVID-19 ເປັນກຸ່ມທຳອິດເຊັ່ນແພດ ພະຍາບານ ຕຳຫຼວດ ທະຫານ ພະນັກງານລັດທີ່ພົວພັນກັບຕ່າງປະເທດ ແລະສາທາ ລະນຸປະໂພກຕ່າງໆ ຮວມເຖິງຜູ້ມີອາຍຸ 60 ປີ ຂຶ້ນໄປ ໂດຍເຖິງວັນທີ 6 ມິຖຸນາ ປີ 2021 ໃນລາວໄດ້ສັກຢາວັກຊີນເຂັມທີ 1 ແລະເຂັມທີ 2 ແລ້ວ 686,749 ຄົນ ແລະ 313,402 ຄົນ ຕາມລຳດັບ.

XS
SM
MD
LG