ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ ລາວ ຈະ​​ຟື້ນ​ຟູ​ປ່າ​ ທຳ​ມະ​ຊາດ ແລະ ປູກ​ຕົ້ນ​ໄມ້ໃຫ້​ໄດ້​ ໃນ​ເນື້ອ​ທີ່ 500,000 ກວ່າ​ເຮັກ​ຕາ​ໃນ​ປີ 2020


ຕົ້ນ​ຢາງ​ພາ​ລາ ຫາ​ກໍ​ຖືກ​ປູກ​ໃໝ່ໆ ຢູ່​ສວນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ປະ​ທານ​ໃຫ້​ນັກ​ລົງ​ທຶນ ຫວຽດ​ນາມ. 24 ພະ​ຈິກ 2007.
ຕົ້ນ​ຢາງ​ພາ​ລາ ຫາ​ກໍ​ຖືກ​ປູກ​ໃໝ່ໆ ຢູ່​ສວນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ປະ​ທານ​ໃຫ້​ນັກ​ລົງ​ທຶນ ຫວຽດ​ນາມ. 24 ພະ​ຈິກ 2007.

ລັດ​ຖະ​ບານ ລາວ ຈະ​ຕ້ອງ​ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ ແລະ ປູກ​ຕົ້ນ​ໄມ້​ໃຫ້​ໄດ້​ໃນ​ເນື້ອ​ທີ່
500,000 ກວ່າເຮັກຕາໃນປີ 2020 ຈຶ່ງຈະບັນລຸເປົ້າໝາຍການເພີ່ມອັດຕາການປົກ
ຫຸ້ມຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດ.


ທ່ານ ລຽນ ທິ​ແກ້ວ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້​ຖະ​ແຫຼງ​ຢືນ​ຢັນ​
ວ່າ ການທີ່ລາວ ຈະສາມາດບັນລຸເປົ້າໝາຍການເພີ່ມອັດຕາການປົກຫຸ້ມຂອງປ່າໄມ້
ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ນັ້ນບໍ່ແມ່ນເລື່ອງ່າຍ ເພາະປ່າໄມ້
ໃນລາວໃນປັດຈຸບັນ ມີອັດຕາການປົກຫຸ້ມຄິດເປັນ 67.2 ເປີເຊັນຂອງພື້ນທີ່ທັງໝົດ ຫຼື
15.91 ລ້ານເຮັກຕາຈຶ່ງເຮັດໃຫ້ຈະຕ້ອງເພີ່ມພື້ນທີ່ປ່າໄມ້ໃຫ້ໄດ້ 584,000 ເຮັກຕາ ຫຼື
ຄິດເປັນ 2.8 ເປີເຊັນຂອງພື້ນທີ່ທັງໝົດພາຍໃນໄລຍະເວລາບໍ່ເຖິງ 16 ເດືອນຂ້າງໜ້າ.

ແຕ່​ຢ່າງ​ໃດ​ກໍ​ຕາມ, ເນື່ອງ​ຈາກວ່າ​ການ​ປູກ​ຕົ້ນ​ໄມ້​ໃນ​ພ​າກ​ລັດ​ຖະ​ບານ​ສາ​ມາດ​ຈັດ​ຕັ້ງ​
ປະຕິບັດໄດ້ຕ່ຳກວ່າແຜນການທີ່ວາງໄວ້ທຸກປີ ໂດຍມີສາເຫດຈາກການຂາດແຄນງົບ
ປະມານໃນພາກລັດ ຈຶ່ງເຮັດໃຫ້ລັດຖະບານ ລາວ ໄດ້ໃຫ້ຄວາມສຳຄັນກັບການຟື້ນຟູ
ປ່າທຳມະຊາດໃນເຂດປ່າເສື່ອມໂຊມເປັນຫຼັກ ດັ່ງທີ່ທ່ານ ລຽນ ໄດ້ໃຫ້ການຢືນຢັນວ່າ

"ການ​ຟື້ນ​ຟູນີ້ ອັນ​ນຶ່ງ​ແມ່ນ​ການ​ຟື້ນ​ຟູ​ປ່າ​ດ້ວຍ​ທຳ​ມະ​ຊາດ ແລະ ການ​ປູກ​ໄມ້ ພວກ​ເຮົາ​
ເຮັດ 2 ຮູບແບບ ການຟື້ນຟູແບບທຳມະຊາດນີ້ ແມ່ນກຳນົດເອົາເຂດທີ່ເສື່ອມໂຊມໄປ
ຄຸ້ມຄອງປົກປັກຮັກສາບໍ່ໃຫ້ມີການບຸກລຸກທຳລາຍ ປ່ອຍໃຫ້ປ່າໄມ້ມີການຟື້ນຟູແບບທຳ
ມະຊາດ ປະເທດພວກເຮົາແມ່ນວ່າຮູບແບບນີ້ເປັນສິ່ງທີ່ດີກວ່າໝູ່ ເພາະວ່າປ່າໄມ້ນີ້ ຄັນ
ຖ້າວ່າປະມັນຈັກ 2-3 ປີ ມັນກະອາດຟື້ນຟູໂດຍມັນເອງໄດ້ ສ່ວນການປູກໄມ້ ປະຕິບັດ
ໄດ້ທັງໝົດ 486,000 (ເຮັກຕາ) ໄມ້ປູກນີ້ ກະມີຢາງພາລາ, ໄມ້ວິກ, ໄມ້ສັກ, ໄມ້ເກດສະ
ໜາ ແລະ ໄມ້ພື້ນເມືອງອື່ນໆ."

ທ​າງ​ດ້ານ​ທ່ານ ບຸນ​ປັນ ດວງ​ລາ​ຕີ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈາກ​ແຂວງ​ຄຳ​ມ່ວນ​ ຖະ
ແຫຼງວ່າການປູກໄມ້ຢູ່ໃນແຂວງຄຳມ່ວນ ໃນປັດຈຸບັນນີ້ ສາມາດຈັດຕັ້ງປະຕິບັດໄດ້ໃນ
ພື້ນທີ່ທັງໝົດ 27,290 ເຮັກຕາ ໂດຍສ່ວນໃຫຍ່ເປັນປ່າໄມ້ທີ່ປູກໂດຍບໍລິສັດເອກະຊົນ
ທີ່ໄດ້ຮັບສຳປະທານຈາກລັດຖະບານ ລາວ ແຕ່ໃນຂະນະດຽວກັນ ໄມ້ທີ່ປູກໂດຍພາກ
ລັດນັ້ນ ສາມາດຈັດຕັ້ງປະຕິບັດໄດ້ພຽງ 30 ເຮັກຕາເທົ່ານັ້ນ ໂດຍມີສາເຫດຈາກການ
ຂາດແຄນທາງດ້ານງົບປະມານໃນພາກລັດນັ້ນເອງ.

ທັງ​ນີ້​ໂດຍ​ປ່າ​ໄມ້​ໃນ​ລາວ ທີ່​ມີ​ເນື້ອ​ທີ່​ລວມ 15.91 ລ້ານເຮັກຕາ ໃນປັດ​ຈຸ​ບັນແບ່ງເປັນ
ປ່າປ້ອງກັນ 7.98 ລ້ານເຮັກຕາ, ປ່າສະຫງວນ 4.93 ລ້ານເຮັກຕາ, ປ່າຜະລິດ 3.1
ລ້ານເຮັກຕາ ແລະ ປ່າໄມ້ທີ່ປູກໂດຍບໍລິສັດຕ່າງຊາດທີ່​ໄດ້​ຮັບ​ອະ​ນຸ​ຍາດສຳປະທານທີ່
ດິນຈາກລັດຖະບານ ລາວ ໃນພື້ນທີ່ລວມເຖິງ 486,600 ເຮັກຕາຈຶ່ງເຮັດໃຫ້ຈະຕ້ອງ
ເພີ່ມພື້ນທີ່ປ່າໄມ້ອີກ 584,000 ເຮັກຕາເພື່ອເຮັດໃຫ້ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້ໃຫ້ເຖິງ
16.5 ລ້ານເຮັກຕາ ຫຼື 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ດັ່ງ​ກ່າວ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ບໍ່​
ແມ່ນເລື່ອງງ່າຍ ເພາະວ່າປ່າໄມ້ທີ່ປູກໃນເຂດສຳປະທານຂອງບໍລິສັດຕ່າງຊາດນັ້ນ
ເປັນສິດຂອງບໍລິສັດຕ່າງຊາດທີ່ຈະຕັດ ເພື່ອນຳປາແປຮູບເປັນຜະລິດຕະພັນສຳເລັດ
ຮູບ ເພື່ອຕອບສະໜອງຕະຫຼາດພາຍໃນ ລາວ ແລະ ສົ່ງອອກໄປຕ່າງປະເທດໄດ້ຕາມ
ສັນຍາສຳປະທານ ພ້ອມກັນນັ້ນລັດຖະບານ ລາວ ຍັງຈະຕ້ອງປາບປາມການລັກລອບ
ຕັດໄມ້ຜິດກົດໝາຍໃຫ້ໄດ້ຢ່າງເດັດຂາດອີກດ້ວຍ.

ທັງ​ນີ້​ໂດຍ​ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດ​ຖະ​ບານ ລາວ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ນາ​ຍົກ​
ລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດ
ຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ແລະ ໄດ້ມີຄຳສັ່ງປິດໂຮງງານປຸງ
ແຕ່ງໄມ້ທີ່ລະເມີດຄຳສັ່ງດັ່ງກ່າວແລ້ວ 1,545 ແຫ່ງ, ພ້ອມກັນນັ້ນກໍຍັງກວດພົບການ
ລະເມີດຄຳສັ່ງເລກທີ 15/ນຍ ເຖິງ 630 ກໍລະນີ ຈັບຜູ້ກະທຳຄວາມຜິດ 700 ຄົນ
ລວມເຖິງພະນັກງານລັດດ້ວຍ 421 ຄົນ ແລະ ສັ່ງປິດໂຮງເລື່ອຍ 1,206 ແຫ່ງ.

ໃນ​ປີ 2018 ລັດ​ຖະ​ບານນຳ​ໄມ້​ທີ່​ຍຶດ​ໄດ້​ອອກ​ປະ​ມູນ​ຂາຍ​ໄດ້​ມູນ​ຄ່າ 51 ກວ່າ​ຕື້​ກີບ ແຕ່
ກໍ​ຍັງ​ມີ​ການ​ລັກ​ລອບ​ຕັດ​ໄມ້​ເລື້ອຍ​ມາ ທັງ​ນີ້​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ Global
Witness ລາຍງານວ່າເຂດທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດກໍຄືແຂວງຜົ້ງສາລີ ກັບ
ຫຼວງນ້ຳທາ ທີ່ມີການລັກລອບຂົນໄມ້ໄປ ຈີນ ສ່ວນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນ
ນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຊຽງຂວາງ ນັ້ນ ກໍລັກລອບຂົນໄມ້ ລາວ
ໄປ ຫວຽດນາມ ແລະ ກໍເຮັດໃຫ້ ຫວຽດນາມ ເປັນປະເທດຜູ້ສົ່ງອອກຜະລິດຕະພັນໄມ້
ລາຍໃຫຍທີ່ສຸດໃນ ອາຊຽນ ໃນປັດຈຸບັນນີ້.

XS
SM
MD
LG