ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດໃນເຂດອ່າງແມ່ນໍ້າຂອງ ໃຫ້ທັດສະນະວ່າການທີ່ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະພັດທະນາ ລາວ ໃຫ້ເປັນປະເທດສົ່ງອອກພະລັງງານໄຟຟ້າທີ່ສຳຄັນຫຼື ເປັນໝໍ້ໄຟຂອງອາຊຽນ ໃນປີ 2030 ນັ້ນ ເຖິງແມ່ນວ່າຈະສ້າງລາຍຮັບຈາກຄ່າສໍາປະທານໃຫ້ແກ່ລັດຖະບານລາວທຸກປີຕະຫຼອດອາຍຸການສໍາປະທານ ທັ້ງຍັງຈະໄດ້ຮັບໂອນໂຄງການຈາກນັກລົງທຶນເມື່ອສຳປະທານໝົດອາຍຸດ້ວຍນັ້ນ ແຕ່ກໍຖືເປັນຜົນປະ ໂຫຍດທີ່ແລກມາດ້ວຍຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະຕໍ່ຊີວິດການເປັນຢູ່ຂອງຄົນລາວຢ່າງກວ້າງ ຂວາງ ທັງການຖືກ ເວນຄືນທີ່ດິນ ແລະ ການຖືກຍົກຍ້າຍໄປຍູ່ເຂດຈັດສັນໃໝ່. ໂດຍເງິນຊົດເຊີຍ ແລະ ຄ່າທົດແທນຕ່າງໆ ທີ່ຕໍ່າກວ່າຄວາມເປັນຈິງ
ເພາະສະນັ້ນ, ໃນເມື່ອວ່າຜົນປະໂຫຍດບໍ່ໄດ້ໄປເຖິງປະຊາຊົນສ່ວນໃຫຍ່ ຈຶ່ງບໍ່ຈຳເປັນ ທີ່ລັດຖະບານລາວ ຈະຕ້ອງສົ່ງເສີມການລົງທຶນໃນການກໍ່ສ້າງເຂື່ອນຂະໜາດໃຫຍ່ອີກຕໍ່ໄປ. ແຕ່ຄວນທີ່ຈະໃຫ້ຄວາມສຳຄັນກັບໂຄງການພັດທະນາທີ່ສ້າງອາຊີບ. ແລະສ້າງລາຍຮັບໃຫ້ປະຊາຊົນຫຼາຍຂຶ້ນ ເຊັ່ນໂຄງການກໍ່ສ້າງຄອງຊົນລະປະທານເພື່ອສະໜອງນ້ຳໃຫ້ພຽງພໍ ແລະ ຄົບຖ້ວນໃຫ້ແກ່ການຜະລິດກະສິກຳ ຊື່ງຈະຕ້ອງໃຫ້ຄວາມສຳຄັນຕໍ່ການບໍລິຫານຈັດການນ້ຳໃນອ່າງແມ່ນ້ຳຂອງຮ່ວມກັນ. ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບປະລິມານນໍ້າຂອງເຂື່ອນຕ່າງໆໃນອ່າງແມ່ນໍ້າຂອງ ນັ້ນ. ດັງທີ່ຜູ້ຊ່ຽວຊານ ໄດ້ໃຫ້ການຢືນຢັນວ່າ
“ສິ່ງທີ່ພວກເຮົາຕ້ອງການຄືລະບົບການຄຸ້ມຄອງທີ່ມີການຄຸ້ມຄອງທີ່ດີ ທີ່ມັນຮັບຜິດຊອບ ວ່າ ຊ່ວງເວລາໃດທີ່ນ້ໍາຄວນຈະຖ້ວມຕາມທໍາມະຊາດ ຊ່ວງເວລາໃດທີ່ນໍ້າຄວນແຫ້ງ ຕາມລະດູການ ສິ່ງນີ້ຈະຕ້ອງໄດ້ມີການຍົກຂື້ນມາປຶກສາຫາລືແລ້ວນຳໄປສູ່ການແກ້ໄຂ ປັນຫາກ່ອນອື່ນໝົດ, ພວກເຮົາຕ້ອງຢຸດເບິ່ງວ່ານີ້ຄືຄອງສົ່ງນ້ຳຫຼື ກັອກນ້ຳທີ່ມີປະຕູລະບາຍນ້ຳຢູ່ຂ້າງເທິງ ແລ້ວກໍກົດວ່າຈະໃຫ້ນ້ຳໄຫຼມາເທົ່າໃດ? ແຕ່ວ່າມັນຄືລະບົບນິເວດ ທີ່ບໍ່ໄດ້ເປັນພຽງແຕ່ລຳນ້ໍາ. ແຕ່ມັນຫມາຍເຖິງການໃຫ້ມີສ່ວນຮ່ວມກັບພາກປະຊາຊົນ ແລະພວກເຮົາຈະບໍລິຫານຂັດການຊັບພະຍາກອນຮ່ວມກັນແນວໃດ? ເພື່ອໃຫ້ພວກ ເຮົາຢູ່ຮ່ວມກັນຢ່າງມີຄວາມສຸກ.”
ໂດຍຕົວຢ່າງທີ່ຊັດເຈນແມ່ນກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນປີ 2018 ເຊິ່ງການຊ່ວຍເຫຼືອລ້າຊ້າ ເຫັນໄດ້ຈາກໂຄງການກໍ່ສ້າງທີ່ຢູ່ອາໄສໃນເຂດຈັດສັນໃໝ່ແລ້ວ ສຳເລັດໃນທ້າຍປີ 2022, ໃນຂະນະທີ່ການສ້ອມແປງເຂື່ອນໄດ້ສຳເລັດແລະ ໄດ້ຜະລິດໄຟຟ້າເພື່ອສົ່ງອອກໄປຫວຽດນາມ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ສ່ວນລັດຖະບານ ລາວ ກໍຍັງບໍ່ທັນມີການທົບທວນເປົ້າໝາຍທີ່ຈະພັດທະນາລາວ ໃຫ້ເປັນໝໍ້ໄຟຂອງ ອາຊຽນແຕ່ຍ່າງໃດ ເພາະລັດຖະບານລາວ ຖືວ່າທຸກໆໂຄງການພັດທະນາ ຈະມີທັງຜົນກະທົບດ້ານລົບ ແລະ ດ້ານບວກສະເໝີ. ຊື່ງລັດຖະບານລາວ ເນັ້ນໜັກເຖິງຈຸດທີ່ວ່າ ຖ້າຜົນກະທົບທາງບວກຫລາຍກວ່າຜົນກະທົບທາງລົບ. ກໍຍັງຈະສືບຕໍ່ປະຕິບັດໂຄງ ການພັດທະນາດັ່ງກ່າວ. ແຕ່ວ່າກໍບໍ່ໄດ້ສະກັດກັ້ນການຮັບຟັງຄວາມເຫັນຈາກພາກ ສ່ວນທີ່ມີຄວາມເຫັນແຕກຕ່າງແຕ່ຍ່າງໃດ ດັງເຈົ້າໜ້າທີ່ຂັ້ນສູງ ກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າ
“ຂໍ້ສະເຫນີຕ່າງໆ ມັນກະເປັນຄໍາຊີ້ແນະທີ່ດີຕໍ່ລັດຖະບານລາວ ທີ່ຈະຕ້ອງຄໍານຶງເຖິງທຸກປະເດັນ ເພາະວ່າການສຶກສານີ້ ຜ່ານມາ ພວກເຮົາກະໄດ້ໃຊ້ວິຊາການ ໃຊ້ຊ່ຽວຊານຕ່າງໆ, ສະນັ້ນ ອາດຈະຍັງມີສ່ວນທີ່ຫລົງເຫຼືອທີ່ວ່າເຮົາອາດຈະຍັງມອງບໍ່ເຖິງ ໂດຍສະເພາະແມ່ນບັນຫາທີ່ຕິດພັນກັບພີ່ນ້ອງປະຊາຊົນໂດຍກົງຫັ່ນ, ສະນັ້ນຄວາມເຫັນຂອງພີ່ນ້ອງຂອງປະຊາຊົນໂດຍກົງຫັ່ນ ອາດຈະເຮັດໃຫ້ພວກເຮົາເອົາໄປທບທວນຄືນໃນຂົງເຂດການສ້າງເຂື່ອນໄຟຟ້າຈາກພະລັງນ້ຳ ແລ້ວກະການພັດທະນາ ອຸດສາຫະກຳ ແລະການບໍລິການຕ່າງໆ”
ທາງດ້ານ ຜູ້ນໍາເຄືອຂ່າຍ ປະຊາຊົນ ໄທ ໃນ 8 ແຂວງລຸ່ມແມ່ນໍ້າຂອງ ໃຫ້ທັດສະນະວ່າການພັດທະນາລາວໃຫ້ເປັນໝໍ້ໄຟຂອງອາຊຽນ ນອກຈາກຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງແລ້ວ ຍັງປະກອບສ່ວນເຮັດໃຫ້ປະຊາຊົນລາວທຸກຍາກເພີ່ມຂຶ້ນອີກດ້ວຍ ເຊິ່ງກວມເອົາ 27% ຂອງປະຊາກອນລາວທັງໝົດ. ເຖິງແມ່ນວ່າລາວ ຈະມີລາຍຮັບຈາກການສົ່ງອອກກະແສໄຟຟ້າເພີ່ມຂຶ້ນ 1,760 ລ້ານໂດລາ ແລະ 2,382 ລ້ານໂດລາ ໃນປີ 2022 ແລະ 2023 ນັ້ນ ແຕ່ກໍມີການໂອນລາຍຮັບດັງກ່າວກັບມາໃນລາວພຽງແຕ່ 476 ລ້ານໂດລາ ຫຼື 20% ຂອງມູນຄ່າການສົ່ງອອກ ໄຟຟ້າທັງໝົດ ທັງນີ້ກໍຍ້ອນວ່າ ລາຍຮັບສ່ວນໃຫຍ່ຕ້ອງໄດ້ໃຊ້ຈ່າຍຄືນເງິນກູ້ຈາກຕ່າງປະເທດຂອງນັກລົງທຶນກໍ່ສ້າງເຂື່ອນເປັນດ້ານຫຼັກ
ຟໍຣັມສະແດງຄວາມຄິດເຫັນ