ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ເສຍຫາຍກວ່າ 5,689 ຕື້ກີບ ຈາກການສໍ້ລາດບັງຫຼວງ ໃນ 4,129 ໂຄງການ


ສະພາແຫ່ງຊາດ ສປປ ລາວ.
ສະພາແຫ່ງຊາດ ສປປ ລາວ.

ລັດຖະບານລາວສູນເສຍທາງດ້ານງົບປະມານຫຼາຍກວ່າ 5,689 ຕື້ກີບ ຈາກ ການທຸຈະລິດໂດຍບັນດາພະນັກງານຂອງລັດໃນ 4,129 ໂຄງການພັດທະນາ ລາວ ໃນຊ່ວງປີ 2016 ຫາ 2020 ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກ ບາງກອກ.

ທ່ານຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຖະແແຫຼງລາຍງານ ຕໍ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດລາວ ຊຸດທີ 9 ເມືຶ່ອທ້າຍເດືອນມີນາ ປີ 2021 ວ່າການສໍ້ລາດບັງຫຼວງໃນວົງການພັກ ແລະ ລັດຖະບານ ຍັງເປັນບັນຫາສຳຄັນທີ່ຈະຕ້ອງດຳເນີນມາດຕະການປ້ອງກັນ ແລະ ປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນການທຸດຈະລິດ ໃນບັນດາໂຄງານພັດ ທະນາ ທີ່ລັດຖະບານເປັນຜູ້ອອກທຶນທັງໝົດນັ້ນ ຊື່ງຈາກການກວດກາ ໃນ 4,129 ໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນຊ່ວງປີ 2016 ຫາ 2020 ທີ່ຜ່ານມາ ພົບວ່າການທຸດຈະລິດໄດ້ເຮັດໃຫ້ລັດຖະບານລາວເສຍຫາຍທາງດ້ານງົບປະມານ ເກີນກວ່າ 5,689 ຕື້ກີບ ໂດຍສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ເກີດສະພາບ ການດັ່ງກ່າວ ກໍຄືການກວດກາໃນໄລຍະທີີຜ່ານມາ ຍັງມີປະສິດທິພາບຕໍ່າ ດັ່ງ ທີ່ີທ່ານຄຳພັນ ໄດ້ໃຫ້ການຢືນຢັນວ່າ

“ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຍັງຊັກຊ້າ ບັນດາປາກົດການ ສວຍໃຊ້ໜ້າທີ່ຕຳແໜ່ງສໍ້ລາດບັງຫຼວງຍັງແຜ່ຫຼາຍ ສັງຄົມທັັກທວງຕິຕຽນຫຼາຍ ແຕ່ການກວດກາ ແລະສະກັດກັ້ນຍັງເຮັດໄດ້ນ້ອຍ ມີຫຼາຍກໍລະນີກວດເຫັນແຕ່ບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ໂດຍສະເພາະ ແມ່ນຂົງເຂດການລົງທຶນການ ຄຸ້ມຄອງງົບປະມານ ການເກັບລາຍຮັບ ການຄຸ້ມຄອງນຳໃຊ້ຊັບພະຍາກອນ ທຳມະຊາດ ມີບາງເປົ້າໝາຍກວດພົບເຫັນຄວາມເສຍຫາຍຫຼາຍ ແກ່ການເກັບກູ້ ເງິນຄືນໃຫ້ລັດໄດ້ໜ້ອຍ.”

ທາງດ່້ານທ່ານທອງລຸນ ສີສຸລິດ ປະທານປະເທດ ກໍຖະແຫຼງຢືນຢັນໃນໂອກາດ ດຽວກັນນີ້ວ່າ ທ່ານຈະປະຕິບັດໜ້າທີ່ປະທານປະເທດ ດ້ວຍຄວາມຮັບຜິດຊອບ ສູງ ແລະປາດສະຈາກການທຸດຈະລິດ ໂດຍແນ່ໃສ່ການພັດທະນາປະເທດໃຫ້ ຈະເລີນກ້າວໜ້າເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນໃນທຸກດ້ານ ໃນນີ້ຮວມເຖິງຄວາມປອດໄພ ຄວາມສະງົບ ສະຖຽນລະ ພາບ ແລະເສດຖະກິດຂອງຊາດທີ່ຂະຫຍາຍໂຕເພີີ້ມຂຶ້ນນັບມື້ ດ້ວຍດັ່ງທີີ່ ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

ຂ້າພະເຈົ້າ ຈະຈົງຮັກພັກດີ ສື່ສັດ ບໍລິສຸດຕໍ່ປະເທດຊາດ ແລະຕໍ່ປະຊາຊົນ ບັນດາເຜົ່າ ຈະຮ່ວມກັບການນຳຂອງພັກ ແລະລັດ ເຮັດທຸກສິ່ງທຸກຢາງເພື່ອ ສ້າງເງື່ອນໄຂ ແລະຮັບປະກັນໃຫ້ປະເທດຊາດຂອງພວກເຮົາ ມີສະຖຽນລະພາບ ມີຄວາມສະງົບປອດໄພ ເສດຖະກິດ ສັງຄົມ ໄດ້ຮັບການພັດທະນາຢ່າງ ບໍ່ຢຸດຍັ້ງ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ນັບມື້ນັບສູງຂຶ້ນ.”

ສ່ວນທ່ານພັນຄຳ ວິພາວັນ ກໍໄດ້ຖະແຫຼງໃນຖານະນາຍົກລັດຖະມົນຕີຄົນໃໝ່ ວ່າ ເປົ້າໝາຍສຳຄັນໃນການຈັດຕັ້ງປະຕິບັດຂອງລັດຖະບານລາວ ຄືການຮັກ ສະຖຽນລະພາບທາງການເມືອງ ຄວາມສະຫງົບ ປອດໄພແລະແກ້ໄຂບັນຫາ ຫຍໍ້ທໍ້ໃນສັງຄົມ ຄຸ້ມຄອງເສດຖະກິດມະຫາພາກໃຫ້ເຂັ້ມແຂງ ການປັບປຸງກົນ ໄກຄຸ້ມຄອງບໍລິຫານລັດທີ່ໂປ່ງໃສ ສ້າງປັດໄຈເງື່ອນໄຂ ເພື່ອບັນລຸເປົ້າໝາຍ ການພັດທະນາຢ່າງຍືນຍົງ ຂະຫຍາຍການພົວພັນກັບຕ່າງປະເທດຢ່າງກວ້າງ ຂວາງ ແລະເປັນຄະນະລັດຖະບານທີ່ເວົ້າແທ້ ທຳຈິງ.

ກ່ອນໜ້ານີ້ ທ່ານບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຖະແຫຼງຢືນຢັນວ່າ ປະຊາຊົນລາວມີທ່າອຽງທີ່ເສື່ອມສັດທາຕໍ່ການຊີ້ນໍາຂອງ ພັກລັດເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນ ມາຈາກການປະຕິບັດງານຂອງ ບຸກຄະລາກອນພັກລັດທີ່ບໍ່ມີປະສິດທິພາບ ທີ່ຮວມເຖິງການທຸດຈະລິດທີ່ເກີດ ຂຶ້ນຢ່າງກວ້າງຂວາງ ທັງໃນຂັ້ນສູນກາງພັກ ແລະທ້ອງຖິ່ນ ທີ່ໄດ້ກາຍເປັນ ອຸບປະສັກທີ່ມີຕໍ່ການເສີມສ້າງຄວາມເຂັ້ມແຂງຂອງພັກ ໂຕຢ່າງຄືການກວດ ສອບບັນດາໂຄງການລົງທຶນຂອງລັດ 209 ໂຄງການທີ່ບໍ່ໄດ້ຈັດການປະມູນ ຫຼືຈັດການປະມູນບໍ່ຖືກຕ້ອງຕາມກົດໝາຍເຮັດໃຫ້ລັດຖະບານເສຍຫາຍກວ່າ 5,331ຕື້ກີບໃນຊວງປີ 2016 ຫາ 2020 ໂດຍມີພະນັກງານລັດ 970 ຄົນ ແລະນັກທຸລະກິດ 315 ຄົນ ທີ່ຮ່ວມມືກັນທຸດຈະລິດ ສ່ວນອົງການເພື່ອຄວາມ ໂປ່ງໃສສາກົນ ຫຼື Transparency International ລາຍງານວ່າ ລັດຖະບານ ລາວມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 29 ຈາກ 100 ຄະແນນ ເຕັມໃນປີ 2020 ຊຶ່ງເທົ່າກັບໃນປີ 2019 ໝາຍຄວາມວ່າມີນັກລົງທຶນຊາວຕ່າງ ຊາດໃນລາວພຽງ 29 ຄົນ ຈາກ 100 ຄົນທີ່ເຫັນວ່າ ການບໍລິຫານຂອງລັດ ຖະບານລາວ ບໍ່ມີການທຸດຈະລິດຫາກແຕ່ 71 ຄົນຫັນວ່າມີການທຸດຈະລິດ.

XS
SM
MD
LG