ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານ ລາວ ຈະເລັ່ງພັດທະນາ ດ້ານຄົມມະນາຄົມ-ຂົນສົ່ງ ແລະ ໂລຈິສຕິກ ໃຫ້ເຊື່ອມໂຍງກັບຕ່າງປະເທດ ເພີ່ມຂຶ້ນ


ທ່າເຮືອ ລາວ-ຫວຽດນາມ ຫວຸງແອັ່ງ.
ທ່າເຮືອ ລາວ-ຫວຽດນາມ ຫວຸງແອັ່ງ.

ລັດຖະບານ ລາວ ຈະເລັ່ງພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະ ໂລຈິສຕິກ ໃຫ້ເຊື່ອມໂຍງກັບຕ່າງປະເທດເພີ່ມຂຶ້ນ ຊຶ່ງລວມເຖິງການຮ່ວມທຶນກັບ ຫວຽດນາມ ໃນສັດສ່ວນ 60 ເປີເຊັນຕໍ່ 40 ເປີເຊັນ ເພື່ອພັດທະນາທ່າເຮືອ ຫວຸງ ອ່າງ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຖະແຫຼງວ່າ ລັດຖະ ບານໄດ້ໃຫ້ຄວາມສຳຄັນຢ່າງຍິ່ງໃນການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະ ໂລຈິສຕິກ ເພື່ອເຊື່ອມໂຍງກັບຕ່າງປະເທດໃຫ້ໄດ້ເພີ່ມຂຶ້ນ ໂດຍເຫັນໄດ້ຈາກການພັດທະນາເສັ້ນທາງຄົມມະ ນາຄົມ-ຂົນສົ່ງໃນ ລາວ ໃນໄລຍະ 5 ປີຜ່ານມາ ຊຶ່ງສາມາດເຊື່ອມຕໍ່ລະຫວ່າງເມືອງໃນທົ່ວປະເທດໄດ້ຕະຫຼອດປີ ທັງຍັງໄດ້ໃຫ້ຄວາມສຳຄັນໃນການພັດທະນາຂົນສົ່ງທາງນໍ້າອີກດ້ວຍ ໂດຍສະເພາະແມ່ນໃນໄລຍະປີ 2021-2025 ຈະເລັ່ງການພັດທະນາທ່າເຮືອ ຫວຸງ ອ່າງ ໃນພາກກາງຂອງ ຫວຽດນາມ ທີ່ເປັນການຮ່ວມລົງທຶນລະຫວ່າງ ລັດຖະບານ ລາວ ກັບ ຫວຽດນາມ ໃນສັດສ່ວນ 60 ເປີເຊັນຕໍ່ 40 ເປີເຊັນຂອງການລົງທຶນທັງໝົດ ດັ່ງທີ່ທ່ານ ວຽງສະຫວັດ ໄດ້ໃຫ້ການຢືນຢັນວ່າ

“ໃນທົ່ວປະເທດມີລະບົບຕາໜ່າງເສັ້ນທາງທັງໝົດ 58,254 ກິໂລແມັດ ທຽບໃສ່ປີ 2015 ເພີ່ມຂຶ້ນເຖິງ 1,922 ກິໂລແມັດ ໃນນັ້ນໄປເຖິງທຸກເມືອງ ມີເສັ້ນທາງທຽວໄດ້ຕະຫຼອດປີໃນທົ່ວປະເທດ ພ້ອມດຽວກັນນີ້ກະໄດ້ນຳພາຊີ້ນຳພັດທະນາໂຄງລ່າງທາງນໍ້າ ໂດຍໄດ້ມີການເຊັນສັນຍາການຮ່ວມມືລົງທຶນພັດທະນາທ່າເຮືອນ ຫວຸງ ອ່າງ ກັບ ສສ ຫວຽດນາມ ຕົກລົງໃຫ້ແກ່ ສປປ ລາວ ເພີ່ມຫຸ້ນຈາກ 20 ເປີເຊັນຂຶ້ນເປັນ 60 ເປີເຊັນ.”

ແຕ່ເນື່ອງຈາກວ່າລັດຖະບານ ລາວ ມີງົບປະມານຢ່າງຈຳກັດສຳລັບນຳໃຊ້ໃນການພັດທະນາດັ່ງກ່າວ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີ ລາວ ອອກຄຳສັ່ງເລກທີ 99 ເມື່ອວັນທີ 20 ຕຸລາ 2020 ໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບໃນການສົ່ງເສີມພາກເອກະຊົນ ລາວ ແລະ ຕ່າງຊາດໃຫ້ເຂົ້າຮ່ວມລົງທຶນໃນໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະ ໂລຈິສຕິກ ເພີ່ມເຊື່ອມໂຍງກັບປະເທດໃນອາຊຽນດ້ວຍກັນນັ້ນ ໂດຍລັດຖະບານ ລາວ ຈະໃຫ້ການສົ່ງເສີມທັງໃນຮູບແບບການຮ່ວມລົງທຶນລະຫວ່າງ ລັດ-ເອກະຊົນ ແລະ ຮູບແບບເອກະຊົນລົງທຶນ ແລະ ເກັບເອົາຜົນປະໂຫຍດຈົນຄົບສັນຍາສຳປະທານ ແລ້ວຈຶ່ງໂອນໂຄງການມາໃຫ້ລັດຖະບານ ລາວ ຊຶ່ງໃນປີ 2021 ນີ້ກໍມີເຖິງ 184 ໂຄງການທີ່ລັດຖະບານຕ້ອງການໃຫ້ພາກເອກະຊົນຮ່ວມລົງທຶນ ໂດຍລວມເຖິງການລົງທຶນໃນພາກພະລັງງານ ແລະ ແຮ່ທາດດ້ວຍ ເພາະເປັນຂະແໜງການທີ່ສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ລັດຖະບານ ລາວ ໄດ້ເກືອບ 2,000 ລ້ານໂດລາໃນປີ 2020 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ, ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນ ລາວ ພຽງ 23 ໂຄງການ ແລະ ມີມູນຄ່າລົງທຶນລວມ 2,064 ລ້ານໂດລາເທົ່ານັ້ນໃນປີ 2020 ທີ່ຫຼຸດລົງເກີນກວ່າ 80 ເປີເຊັນທຽບກັບປີ 2019 ໂດຍມີສາເຫດສຳຄັນມາຈາກການລະບາດຂອງພະຍາດໄວຣັສ COVID-19 ໃນທົ່ວໂລກ ແລະ ພາຍໃຕ້ສະພາບການດັ່ງກ່າວນີ້ກໍຍັງເຮັດໃຫ້ມີການນຳເງິນທຶນຕົວຈິງເຂົ້າມາ ລາວ ພຽງ 17 ເປີເຊັນເທົ່ານັ້ນຂອງມູນຄ່າລົງທຶນທັງໝົດທີ່ສ່ວນໃຫຍ່ເປັນການລົງທຶນຂອງ ຈີນ ເຮັດໃຫ້ ຈີນ ມີມູນຄ່າລົງທຶນລວມໃນ ລາວ ກວ່າ 12,000 ລ້ານໂດລາໃນ 785 ໂຄງການທັງໝົດໃນດ້ານພະລັງງານ, ແຮ່ທາດ, ກະສິກຳ, ອຸດສາຫະກຳ, ການຄົມມະນາຄົມ-ຂົນສົ່ງ, ການທ່ອງທ່ຽວ, ການຄ້າ ແລະ ບໍລິການຕ່າງໆຢ່າງຄົບວົງຈອນ.

ຍິ່ງໄປກວ່ານັ້ນ ບັນດາບໍລິສັດເອກະຊົນ ຈີນ ຍັງໄດ້ເຂົ້າໄປລົງທຶນໃນແຂວງ ໄຊສົມບູນ ທີ່ຈັດຕັ້ງຂຶ້ນໃໝ່ເປັນແຂວງທີ 18 ຂອງ ລາວ ອີກດ້ວຍ ເຖິງແມ່ນວ່າ ລາວ ຈະຖືກກະທົບຈາກການລະບາດຂອງໄວຣັສ COVID-19 ນັບແຕ່ປີ 2020 ເປັນຕົ້ນມາກໍຕາມ ແຕ່ບັນດາບໍລິສັດເອກະຊົນ ຈີນ ກໍຍັງໄດ້ເຂົ້າມາລົງທຶນໃນແຂວງໄຊສົມບູນ ເພີ່ມຂຶ້ນເຖິງ 44 ໂຄງການ ດັ່ງທີ່ທ່ານ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ໄດ້ໃຫ້ການຢືນຢັນວ່າ

“ປິ 2020 ນີ້ພວກເຮົາກະສາມາດດຶງດູດການລົງທຶນຂອງເອກະຊົນໄດ້ຫຼາຍພໍສົມຄວນ ເນື່ອງຈາກວ່າມີນະໂຍບາຍພິເສດ ມີດຳລັດ 414 ຂອງລັດຖະບານ ກໍເຫັນວ່າເອກະຊົນມີຄວາມສົນໃຈຫຼາຍ ໄດ້ເຂົ້າໄປລົງທຶນຢູ່ແຂວງໄຊສົມບູນ ກະເປັນບັນຍາກາດໃໝ່ ແຕ່ກ່ອນໃຜກະຢ້ານ ໃຜກະບໍ່ກ້າໄປພັດທະນາຢູ່ໃນໄຊສົມບູນ ແຕ່ວ່າມາເຫັນສະພາບທີ່ມີຄວາມສະຫງົບປີ 2020 ນີ້ ນັກລົງທຶນຫຼັ່ງເຂົ້າໄປຫຼາຍທັງພາຍໃນ ແລ້ວກະຕ່າງປະເທດ ໂດຍສະເພາະ ສປ ຈີນ.”

ທັງນີ້ບັນດາບໍລິສັດເອກະຊົນ ຈີນ ຍັງເປັນກຸ່ມລົງທຶນລາຍໃຫຍ່ທີ່ໄດ້ຄວບຄຸມໂຄງການສຳປະທານຕ່າງໆໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນ ໃນ ລາວ ນັບຕັ້ງແຕ່ດ່ານ ບໍ່ເຕັນ ໃນແຂວງຫຼວງນໍ້າທາ ມາເຖິງນະຄອນຫຼວງວຽງຈັນອີກດ້ວຍ ຫຼ້າສຸດກໍປາກົດວ່າບໍລິສັດ ຈີນ ໄດ້ຮັບອະນຸຍາດສຳປະ ທານໂຄງການພັດທະນາເມືອງໃໝ່ທີ່ ວັງວຽງ ແຂວງວຽງຈັນ ດ້ວຍເງິນລົງທຶນລວມເຖິງ 5,000 ລ້ານໂດລາເພື່ອພັດທະນາເຂດເມືອງໃໝ່ບົນພື້ນທີ່ 7,000 ເຮັກຕາຢູ່ຝັ່ງຕາເວັນຕົກຂອງແມ່ນໍ້າຊອງ ພາຍໃຕ້ເປົ້າໝາຍຈະພັດທະນາໃຫ້ເປັນເຂດທ່ອງທ່ຽວ ແລະ ບໍລິການຄົບວົງຈອນ ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດ ໂດຍສະເພາະແມ່ນນັກທ່ອງທ່ຽວຊາວ ຈີນ ນັ້ນໃຫ້ໄດ້ເຖິງ 9 ລ້ານຄົນຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

XS
SM
MD
LG