ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ປະຕິບັດ ແຜນພັດທະນາ ບໍ່ໄດ້ຕາມຄາດໝາຍ


ການເຝິກອົບຮົມແຮງງານ ໃຫ້ມີຄວາມຊຳນິຊຳນານ ໃນ ສປປ ລາວ.
ການເຝິກອົບຮົມແຮງງານ ໃຫ້ມີຄວາມຊຳນິຊຳນານ ໃນ ສປປ ລາວ.

ຄະນະປະຈຳສະພາແຫ່ງຊາດລະບຸວ່າ ລັດຖະບານລາວຈັດຕັ້ງປະຕິບັດແຜນການ
ພັດທະນາ ເສດຖະກິດສັງຄົມ ໃຫ້ຕໍ່າກວ່າລະດັບຄາດໝາຍໃນເກືອບທຸກດ້ານ ໂດຍ
ສະເພາະການພັດທະນາຜີມືແຮງງານນັ້ນ.

ທ່ານບຸນປອນ ສີສຸນາດ ຄະນະປະຈຳສະພາແຫ່ງຊາດ ແລະປະທານກຳມາທິການ
ທຸລະກິດເທັກໂນໂນຈີ ແລະສິ່ງແວດລ້ອມ ຖະແຫລງລາຍງານຕໍ່ກອງປະຊຸມສະໄໝ
ສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມແຕ່ວັນທີ 16
ຕຸລາ ຫາວັນທີ 17 ພະຈິກ 2017 ນີ້ວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະ
ກິດ ແລະສັງຄົມຂອງລັດຖະບານລາວ ໃນລະຍະ 9 ເດືອນຜ່ານມາ ບໍ່ສາມາດບັນລຸ
ຄາດໝາຍທີ່ວາງໄວ້ໃນເກືອບທຸກດ້ານ ຊຶ່ງຮວມເຖິງຄາດໝາຍ ການຂະຫຍາຍໂຕ
ທາງເສດຖະກິດ ການຜະລິດເຂົເຂົ້າ ການພັດທະນາຜີມືແຮງງານ ແລະການໃຫ້ບໍລິ
ການດ້ານສາທາລະນະສຸກດ້ວຍ ດັ່ງທີ່ີທ່ານບຸນປອນ ໄດ້ຖະແຫລງຢືນຢັນວ່າ

“ຄະນະປະຈຳສະພາແຫ່ງຊາດ ເຫັນວ່າການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຈຳ
ນວນນຶ່ງ ຍັງບໍ່ທັນສາມາດບັນລຸໄດ້ຕາມທີ່ສະພາແຫ່ງຊາດ ໄດ້ຮັບຮອງເປັນຕົ້ນ ອັດຕາການເຕີບໂຕ GDP ປະຕິບັດໄດ້ 6.83% ທຽບໃສ່ສະພາແຫ່ງຊາດຮັບຮອງ
​ແມ່ນ 7% ຄາດໝາຍການ​ຜະລິ​ດເຂົ້າບັນລຸ​ໄດ້​ແຕ່ 98.16% ການ​ພັດທະນາ​ສີມື​

ແຮງ​ງານປະຕິບັດ​ໄດ້​ແຕ່ 9.7% ຂອງ​ແຜ​ນການ ການ​ສະໜອງ​ແຮງ​ງານ​ໄດ້​ແຕ່
47.4% ຂອງ​ແຜນການ ການ​ເຂົ້າ​ເຖິງການປະກັນ​ ​ສຸຂະພາບປະຕິບັດໄດ້ 30.7%
ໃນ​ແຜນນຶ່ງ 51% ."

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະການລົງທືນ ກໍລາຍງານວ່າໃນຊ່ວງ 6 ເດືອນທຳອິດຂອງປີ 2017ລັດຖະບານລາວສາມາດລົບລ້າງຄວາມຍາກຈົນ ປະຊາ
ຊົນລາວໄດ້ 6,546 ຄອບຄົວໃນ 83 ບ້ານ ຊຶ່ງເທົ່າກັບ 46.6% ຂອງແຜນການປີ
ໂດຍເຂດທີມີປະຊາຊົນຍາກຈົນຫລາຍທີ່ສຸດ ກໍຄືແຂວງສາລະວັນ ບໍ່ແກ້ວ ເຊກອງ
ຫົວພັນ ຊຽງຂວາງ ແລະອຸດົມໄຊ ຕາມລຳດັບ. ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ
ນາຍົກລັດຖະມົນຕີລາວ ໄດ້ຢືນຢັນວ່າ ເປົ້າໝາຍຂອງລັດຖະບານລາວ ທີ່ຈະລົບ
ລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອເຮັດໃຫ້ລາວຫລຸດພົ້ນຈາກການດ້ອຍ
ພັດທະນາໃຫ້ໄດ້ຢ່າງແທ້ຈິງກາຍໃນປີ 2020 ນັ້ນບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄົນ
ທຸກຍາກຫລົງເຫລືອຢູ່ໃນລາວເລີຍແຕ່ຢ່າງໃດ ແຕ່ເປົ້າໝາຍລົບລ້າງຄວາມທຸກຍາກ
ຈົນໃນລາວ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ມີກິນໄດ້ຮັບການປິ່ນປົວເມື່ອເຈັບປ່ວຍ ລູກ
ຫລານໄດ້ເຂົ້າໂຮງຮຽນ ສ້າງເງື່ອນໄຂໃຫ້ມີການຜະລິດເພື່ອກຸ້ມຕົນເອງໃຫ້ໄດ້ຢ່າງ
ຍືນຍົງ.

ໂດຍໃນແຜນການປະຈໍາສົກປີ 2015-2016 ທີ່ຜ່ານມາລັດຖະບານລາວໄດ້ວາງ
ເປົ້າໝາຍລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ່້ໄດ້ໃນ 179 ບ້ານ ຫລືຄິດ
ເປັນ 0.48% ຂອງບ້ານທຸກຍາກທັງໝົດໃນທົ່ວປະເທດ. ຫາກແຕ່ຈາກການຈັດຕັ້ງປະ
ຕິບັດໂຕຈິງກໍສາມາດບັນລຸໄດ້ພຽງແຕ່ 50 ບ້ານ ຫລືຄິດເປັນ 0.03% ເທົ່ານັ້ນຂອງ
ບ້ານທຸກຍາກທັງໝົດ 1,736 ບ້ານ.

ທາງດ້ານຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ ຂັ້ນສູນກາງລາຍ
ງານວ່າການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດປີ 2017 ໄດ້ວາງເປົ້າໝາຍ
ທີ່ຈະລົບລ້າງບັນຫາທຸກຍາກຂອງປະຊາຊົນໃຫ້ໄດ້ບໍ່ໜ້ອຍກວ່າ 5,580 ຄອບຄົວ ເພື່ອ
ເຮັດໃຫ້ຍັງເຫລືອ 70,924 ຄອບຄົວທີ່ທຸກຍາກ ຫລືຄິດເປັນ 6.09% ຂອງຈຳນວນ
ຄອບຄົວທັງ​ໝົດ​ໃນ​ທົ່ວ​ປະ​ເທດລາວ ພ້ອມກັນນີ້ຄະນະພັດທະນາຊົນນະບົດ ແລະລົບ
ລ້າງຄວາມທຸກຍາກ ຂັ້ນສູນກາງກໍຍັງໄດ້ວາງຄາດໝາຍລົບລ້າງບ້ານທຸກຈົນໃຫ້ໄດ້
178 ບ້ານ ໂດຍຖ້າຫາກຈັດຄັ້ງປະຕິບັດໄດ້ແທ້ຈິງກໍຈະເຮັດໃຫ້ຍັງເຫລືອບ້ານທຸກຍາກ
ບໍ່ເກີນ 1,511 ບ້ານ ຫລືເທົ່າກັບ 18% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ ແລະ
ໃນນີ້ກໍຮວມ ເຖິງ 78 ບ້ານ ທີ່ຈະໄດ້ຮັບການຍົກລະດັບໃຫ້ເປັນບ້ານພັດທະນາຊຶ່ງຈະ​ເຮັດ​
ໃຫ້ມີ​ບ້ານພັດທະນາ​ເພີ້​ມຂຶ້ນ​ເປັນ 3,914 ບ້ານ ຫລືເກືອບເຖິງ 46% ຂອງບ້ານທັງໝົດ
ໃນລາວ ທັ້ງນີ້ລັດຖະບານລາວໄດ້ຮັບການຊ່ວຍເຫລືອ ຈາກນານາຊາດ ນັບແຕ່ປີ 1983 ເປັນຕົ້ນມາແລະໄດ້ປະກອບສ່ວນເຮັດໃຫ້ອັດຕາຄວາມຍາກຈົນຫລຸດ ລົງຈາກ 48% ຂອງປະຊາກອນໃນປີ 1992 ມາເປັນ 17% ໃນປີໃນປີ 2015 ​ແລະ 10% ໃນປີ 2016 ແລະຕໍ່າກວ່າ 10% ຂອງປະຊົນລາວທັງໝົດໃນປັດຈຸບັນນີ້.

XS
SM
MD
LG