ລັດຖະບານລາວສົ່ງມອບໃບຕາດິນໃຫ້ກັບປະຊາຊົນ ໄດ້ຕ່ຳກວ່າເປົ້າໜາຍແຜນການ
ທີ່ວາງໄວ້ ທັງຍັງມີການຈັດທຳເອກກະສານປອມ ເພື່ອຍັກຍອກເອົາທີ່ດິນຂອງລັດໄປ
ຂາຍໃຫ້ເອກກະຊົນຢ່າງກວ້າງຂວາງອີກດ້ວຍ ຊຶ່ງຊົງລິດ ໂພນເງິນ ນັກຂ່າວ ວີໂອເອ
ມີລາຍງານຈາກບາງກອກ.
ເຈົ້າໜ້າທີ່ເຄືອຂ່າຍການພັດທະນາແບບເປີດ (Open Development Network)
ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ (NGO) ເປີດເຜີຍວ່າທາງການລາວ
ໂດຍກະຊວງຊັບພະຍາກອນແຫ່ງຊາດ ແລະສິ່ງແວດລ້ອມໄດ້ຂຶ້ນທະບຽນສຳມະໂນທີ່
ດິນໄວ້ແລ້ວ 3 ລ້ານກວ່າຕອນໃນທົ່ວປະເທດ ຫາກແຕ່ກໍປະກາດວ່າໄດ້ມີການອະນຸ
ຍາດອອກໃບຕາດິນໃຫ້ກັບປະຊາຊົນລາວ ໄດ້ພຽງແຕ່ 1 ລ້ານກວ່າຕອນ ຫຼືຄິດເປັນ
40 ເປີເຊັນກວ່າຂອງຈຳນວນທັງໝົດທີ່ໄດ້ຂຶ້ນທະບຽນສຳມະໂນທີ່ດິນດັ່ງກ່າວ.
ຊຶ່ງຕໍ່ບັນຫາດຽວກັນນີ້ ທ່ານບຸນທອນ ຈິດມະນີ ຮອງນາຍົກລັດຖະມົນຕີກໍຍອມຮັບວ່າ
ເປັນການຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍ ແຜນການທີ່ລັດຖະບານລາວໄດ້ວາງ
ເອົາໄວ້ ຈຶ່ງເຮັດໃຫ້ຕ້ອງເລັ່ງກະຕຸກຊຸກຍູ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈະຕ້ອງປະສານ
ງານຮ່ວມກັນຢ່າງໃກ້ຊິດເພື່ອເຮັດໃຫ້ການອອກໃບຕາດິນໃຫ້ກັບປະຊາຊົນສາມາດ
ດຳເນີນໄປໄດ້ຢ່າງມີປະສິດທິພາບສູງຂຶ້ນ ດັ່ງທີ່ທ່ານບຸນທອງ ຢືນຢັນວ່າ:
“ບັນຫາກ່ຽວກັບສະພາບທີ່ດິນ ມາຮອດປັດຈຸບັນນີ້ ກ່ຽວກັບການອອກໃບຕາດິນ
ທາງກະຊວງກໍຄືຂະແໜງການຢູ່ແຂວງ ຢູ່ເມືອງໄດ້ເອົໃຈໃສ່ ແຕ່ວ່າກະໂສ້ ເຫລ້ກັນ
ໜ້ອຍນຶ່ງ ວ່າໄດ້ຂຶ້ນສຳມະໂນດິນແລ້ວໃນທົ່ວປະເທດປະມານ 3 ລ້ານປາຍຕອນ
ແຕ່ວ່າໄດ້ອອກໃບຕາດິນແທ້ນີ້ກໍປະມານລ້ານປາຍຕອນ ກໍຄືສິໄດ້ປະມານ 40 ຫາ
50 ເປີເຊັນເທົ່ານັ້ນແຫຼະ.
ສ່ວນທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະບາກອນທຳມະຊາດ
ແລະສິ່ງແວດລ້ອມ ກໍຍອມຮັບວ່າການຄຸ້ມຄອງທີ່ດິນຂອງລັດຖະບານຍັງບໍ່ມີປະສິດທິ
ພາບ ທັງຍັງກາຍເປັນຊ່ອງຫວ່າງເຮັດໃຫ້ມີການຍັກຍອກເອົາທີ່ດິນຂອງລັດຖະບານ
ໄປຂາຍໃຫ້ພາກເອກກະຊົນລາວ ແລະຊາວຕ່າງຊາດ ທີ່ລົງທຶນຢູ່ໃນລາວຢ່າງກວ້າງ
ຂວາງອີກດ້ວຍ.
ຍ້ອນວ່າລາວຍັງບໍ່ມີແຜນແມ່ບົດກ່ຽວກັບການຈັດສັນທີ່ດິນແຫ່ງຊາດ ຈຶ່ງເຮັດໃຫ້ບໍ່ມີ
ຫລັກການລວມຂອງການຈັດຕັ້ງປະຕິບັດທີ່ໄດ້ມາດຕະຖານດຽວກັນໃນທົ່ວປະເທດ
ຄັນເມື່ອມີການຍັກຍອກເອົາທີ່ດິນຂອງລັດ ແລະປະຊາຊົນຫຼາຍຂຶ້ນ ຈຶ່ງເກີດການບໍ່
ເຊື່ອໝັ້ນຕໍ່ພັກລັດເພີ້ມຂຶ້ນດ້ວຍເຊັ່ນກັນ.
ທັງນີ້ຄະນະສະເພາະກິດເພື່ອການສຶກສາວິໄຈ ແລະວິເຄາະບັນຫາການນຳໃຊ້ທີ່ດິນ
ທົ່ວປະເທດລາວ ລາຍງານວ່າການຈັດທຳເອກກະສານປອມເພື່ອຍັກຍອກເອົາທີ່ດິນ
ລັດ ແລະການສໍ້ໂກງເອົາທີ່ດິນປະຊາຊົນ ແລ້ວນຳໄປຂາຍໃຫ້ກັບບໍລິສັດເອກກະຊົນ
ລາວ ແລະຕ່າງຊາດທີ່ລົງທຶນໃນລາວ ໄດ້ເກີດຂຶ້ນຢ່າງກວ້າງຂວາງ ໃນນີ້ຮວມເຖິງ
ການປອມແປງໃບຕາດິນ ເພື່ອນຳໃຊ້ໃນການຄ້ຳປະກັນການກູ້ຢືມເງິນທັງຈາກທະ
ນາຄານຂອງລັດ ແລະທະນາຄານເອກກະຊົນໃນລາວດ້ວຍ.
ໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງແຕ່ງຕັ້ງຄະນະສະເພາະ
ກິດເພື່ອສຶກສາວິໄຈ ແລະວິເຄາະບັນຫາການນຳໃຊ້ທີ່ດິນທົ່ວປະເທດລາວ ນັບແຕ່ປີ
2017 ໂດຍມອບໝາຍໃຫ້ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີເປັນປະ
ທານ ແລະມີລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດ
ລ້ອມເປັນຫົວໜ້າຄະນະ ຊຶ່ງປະກອບດ້ວຍບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວ
ຂ້ອງເປັນກຳມະການ ຊຶ່ງຈາກການຈັດຄຕັ້ງປະຕິບັດໃນຊ່ວງປີ 2017-2018 ຜ່ານ
ມາກໍປາກົດວ່າສາມາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍ
ກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 1 ໝື່ນເຮັກຕາ.
ທາງດ້ານ ດຣ. ວາດສະໜາ ລະອອງປລິວ ນັກວິຊາການມະຫາວິທະຍາໄລ ໃນໄທ
ທຳມະສາດໃນໄທ ຊຶ່ງໄດ້ສຶກສາວິໃຈກ່ຽວກັບການນຳໃຊ້ທີ່ດິນໃນແຂວງຫຼວງນໍ້າທາ
ຢືນຢັນວ່າປະຊາຊົນລາວກຳລັງປະເຊີນບັນຫາການສູນເສຍທີ່ດິນໃຫ້ກັບນັກທຸລະກິດ
ຈີນເພີ້ມຂຶ້ນນັບມື້ ໂດຍມີສາເຫດຈາກການເຂົ້າຮ່ວມໃນໂຄງການກະເສດພັນທະທີ່
ລັດຖະບານລາວໃຫ້ການສະໜັບສະໜຸນນັກທຸລະກິດຈີນ ໃຫ້ເຂົ້າມາທົງທຶນໃນລາວ
ຫຼາຍຂຶ້ນນັບມື້.
ໂດຍປະຊາຊົນລາວໄດ້ຖືກບັງຄັບໃຫ້ເຂົ້າຮ່ວມໃນໂຄງການກະເສດພັນທະຂອງບັນ
ດານັກທຸລະກິດຈີນເຊັ່ນການປູຢາງພາລາ ໂດຍກະເສດຕະກອນລາວບໍ່ມີເງິນລົງທຶນ
ຈຶ່ງຕ້ອງກູ້ຢືມເງິນຈາກນັກທຸລະກິດຈີນ ແລະນຳໃຊ້ທີ່ດີນຄ້ຳປະກັນ ຄັນເມື່ອປາກົດ
ວ່າຢາງພາລາໃນຕະຫຼາດຕົກຕ່ຳ ຈຶ່ງເຮັດໃຫ້ກະເສດຕະກອນ ລາວບໍ່ມີເງິນສຳຫລັບ
ໃຊ້ໃນການຊຳລະໜີ້ ແລະຖືກຍຶດເອົາດິນໂດຍບັນດານາຍທຶນຈີນ.
ສະພາບການນີ້ຍັງມີທ່າອຽງທີກະເສດຕະກອນລາວຈະຕ້ອງສູນເສຍທີ່ດິນໃຫ້ແກ່ບັນ
ດານາຍທຶນຈີນເພີ້ມຂື້ນອີກເລື້ອຍໆ ເພາະຍັງມີທີ່ດິນອີກກວ້າງກວ່າ 3 ແສນເຮັກຕາ
ທີ່ກະເສດຕະກອນລາວຖືກບີບບັງຄັບໃຫ້ທຳສັນຍາພັນທະ ຮວມກັບບັນດານັກທຸລະ
ກິດຈີນໃນປັດຈຸບັນນີ້ ຊຶ່ງກໍເຊັ່ນດຽວກັນກັບກະເສດຕະກອນລາວໃນເຂດແຂວງອື່ນໆ.