ລັດຖະບານລາວຍັງບໍ່ມີແຜນການຈະເຈລະຈາ ກັບທາງການຣັດເຊຍ ກ່ຽວກັບການຊື້ນໍ້າມັນ ເພາະມີຄວາມຫຍຸ້ງຍາກຫຼາຍດ້ານທີ່ຈະຕ້ອງຈັດຕັ້ງປະຕິບັດ ຈຶ່ງເຮັດໃຫ້ຕ້ອງຊື້ນໍ້າມັນຈາກໄທ ແລະຫວຽດນາມຕໍ່ໄປ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ທ່ານຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຖະແຫຼງວ່າ ລັດຖະບານລາວຍັງບໍ່ມີແຜນການ ຈະເຈລະຈາກັບທາງການຣັດເຊຍ ກ່ຽວກັບການຊື້ນໍ້າມັນຈາກຣັດເຊຍ ແຕ່ຢ່າງໃດ, ແຕ່ທີ່ຜ່ານມາເປັນພຽງການສະເໜີແນວທາງປະຕິບັດໃນກໍລະນີທີ່ລາວປະເຊີນກັບການຂາດແຄນນໍ້າ ມັນຢ່າງໜັກໜ່ວງ ແລະບໍ່ສາມາດຈັດຫານໍ້າມັນຈາກຄູ່ຄ້າໃນປັດຈຸບັນໄດ້ຕາມປົກກະຕິ ໂດຍສາເຫດທີ່ເຮັດໃຫ້ຍັງບໍ່ມີແຜນການເຈລະຈາດັ່ງກ່າວເພາະວ່າມີບັນຫາຫຍຸ້ງຍາກໃນຫຼາຍດ້ານທີ່ຈະຕ້ອງເຈລະຈາ ເພື່ອຈັດທໍາເປັນຂໍ້ຕົກລົງຮ່ວມກັນເຊັ່ນ ລາຄານໍ້າມັນ ອັດຕາພາສີອາກອນ ວິທີການຊໍາລະ ວິທີການຂົນສົ່ງ ສະຖານທີ່ສົ່ງມອບ ສະກຸນເງິນທີ່ນໍາໃຊ້ ແລະອັດຕາແລກປ່ຽນເປັນຕົ້ນ, ດັ່ງທີ່ ທ່ານຄໍາແພງ ໄດ້ຖະແຫຼງຢືນຢັນວ່າ:
“ສ່ວນວ່າສິຊື້ນໍ້າມັນຂອງ ຣັດເຊຍ ນັ້ນ, ອັນນັ້ນແມ່ນໃນກອງປະຊຸມ ຈະມີບາງທ່ານຕັ້ງຂຶ້ນ ບໍ່ແມ່ນການຕົກລົງຂອງລັດຖະບານ ອັນນີ້ຕັ້ງຂຶ້ນເພື່ອວ່າໃນຕໍ່ໄປຖ້າວ່າມີເງື່ອນໄຂກໍສາມາດເວົ້າຊື້ນໍ້າມັນຈາກຣັດເຊຍ, ແຕ່ວ່າ ຖ້າຊື້ນໍ້າມັນຈາກ ຣັດເຊຍ ຫຼືປະເທດອື່ນທີ່ເຮົາບໍ່ເຄີຍຊື້ ມັນຕ້ອງໄດ້ຜ່ານຫຼາຍຂັ້ນຕອນການເຈລະ ຈາຈະຊື້ແນວໃດ ຫຼືໄປຈອດຢູ່ທ່າເຮືອໃດ ແລ້ວກໍຈະລາຄາແນວໃດອີກ ອັນນີ້ກໍມີຄວາມຫຍຸ້ງຍາກຢູ່ ແລ້ວກໍສະເປັກອີກ ຄຸນນະພາບນໍ້າມັນອີກ, ໂອ້ຫຼາຍສິ່ງຫຼາຍຢ່າງ.”
ໂດຍສາເຫດທີ່ເຮັດໃຫ້ລາວຂາດແຄນນໍ້າມັນໃນໄລຍະນີ້ກໍເພາະວ່າ ລາວຍັງປະເຊີນກັບການຂາດດຸນບັນຊີ ການຊໍາລະເງິນຕາຕ່າງປະເທດເກີນກວ່າ 10 ເປີ ເຊັນຂອງຍອດຜລິດຕະພັນລວມພາຍໃນ ຫຼື GDP ເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຂອງລາວຫຼຸດລົງຈາກ 1 ພັນ 263 ລ້ານໂດລາ ໃນທ້າຍປີ 2021 ເຫຼືອພຽງ 1 ເດືອນເຄິ່ງເທົ່ານັ້ນ ໂດຍມີສາເຫດ ມາຈາກການປະເຊີນກັບການຂາດດຸນການຄ້າຕ່າງປະເທດທີ່ເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມຈາກຕ່າງປະ ເທດເພີ້ມຂຶ້ນ ເພື່ອນໍາມາໃຊ້ດຸນດ່ຽງພັນ 68 ລ້ານໂດລາ ເຊິ່ງເທົ່າກັບການນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງແຕ່ 1 ເດືອນເຄິ່ງເທົ່ານັ້ນ ໂດຍມີສາເຫດສໍາຄັນ ມາຈາກການປະເຊີນກັບການຂາດດຸນການຄ້າຕ່າງປະເທດ ທີ່ເຮັດໃຫ້ລາວຕ້ອງກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນ ເພື່ອນໍາມາໃຊ້ດຸນດຸ່ນດ່ຽງກັບລາຍຈ່າຍທີ່ສູງກວ່າລາຍຮັບ ອັນຈະເຮັດໃຫ້ລັດຖະບານລາວມີໜີ້ສິນເພີ້ມຂຶ້ນຈາກ 15 ພັນ 500 ລ້ານໂດລາ ຄິດເປັນ 70 ເປີເຊັນຂອງ GDP ໃນປີ 2021 ເປັນສູງກວ່າ 75 ເປີເຊັນຂອງ GDP ໃນປີ 2022 ຢ່າງແນ່ນອນ ເພາະວ່າລັດຖະບານລາວຍັງຈະຕ້ອງກູ້ຢືມ 1 ພັນ 275 ລ້ານໂດລາ ສໍາລັບນໍາໃຊ້ເພື່ອຊໍາລະໜີ້ເງິນກູ້ ແລະດອກເບ້ຍໃຫ້ກັບເຈົ້າໜີ້ຕ່າງປະເທດໃນປີ 2022 ນີ້ ເຊິ່ງບໍ່ລວມເຖິງໜີ້ພາຍໃນປະເທດທີ່ຈະຕ້ອງຊໍາລະຄືນເກີນກວ່າ 15 ພັນ 500 ລ້ານກີບໃນປີ 2022 ນີ້ເຊັ່ນດຽວກັນ.
ໂດຍໃນປີ 2021 ລາວສົ່ງສິນຄ້າອອກໃນມູນຄ່າ 5 ພັນ 458 ລ້ານໂດລາ (ບໍ່ ລວມການສົ່ງອອກກະແສໄຟຟ້າ) ແລະນໍາເຂົ້າສິນຄ້າ ຈາກຕ່າງປະເທດໃນມູນຄ່າລວມ 5 ພັນ 806 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າກັບຕ່າງປະ ເທດໃນມູນຄ່າລວມ 348 ລ້ານໂດລາ, ແຕ່ຖ້າຫາກລວມການສົ່ງອອກກະແສໄຟຟ້າດ້ວຍ ຈະເຮັດໃຫ້ລາວໄດ້ປຽບດຸນການຄ້າເຖິງ 1 ພັນ 740 ລ້ານໂດລາ ໃນປີ 2021, ແຕ່ລາຍໄດ້ສ່ວນນີ້ ຕ້ອງໃຊ້ຊໍາລະໜີ້ຕ່າງປະເທດ ຈຶ່ງບໍ່ໄດ້ໂອນເງິນເຂົ້າມາລາວ ແລະໃນ 4 ເດືອນຕົ້ນປີ 2022 ລາວຂາດດຸນການຄ້າແລ້ວກວ່າ 589 ລ້ານໂດລາ.
ທັງນີ້ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດ ໃນມູນຄ່າລວມໂດຍສະເລ່ຍ 4 ພັນລ້ານໂດລາຕໍ່ປີ ແຕ່ຈັດຕັ້ງປະຕິບັດໄດ້ຈິງພຽງ 50 ເປີເຊັນເທົ່ານັ້ນ ເນື່ອງຈາກສາມາດແລກປ່ຽນເງິນຕາ ຈາກບັນດາຜູ້ສົ່ງສິນຄ້າອອກໄປຕ່າງປະເທດໄດ້ພຽງ 2 ພັນລ້ານໂດລາເທົ່ານັ້ນໃນແຕ່ລະປີ ຈຶ່ງເຮັດໃຫ້ຕ້ອງປະເຊີນກັບບັນຫາຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດເຖິງ 2 ພັນລ້ານໂດລາ ແລະບໍ່ສາມາດຕອບສະໜອງເງິນຕາໃຫ້ແກ່ບໍລິສັດນໍາເຂົ້ານໍ້າມັນຢ່າງພຽງພໍ ອັນໄດ້ເຮັດໃຫ້ຕ້ອງຫຼຸດການນໍາເຂົ້ານໍ້າມັນຈົນເກີດການຂາດແຄນນໍ້າມັນໃນທົ່ວປະເທດ ສ່ວນທາງດ້ານນັກຊ່ຽວຊານດ້ານພະລັງງານຂອງທະນາຄານພັດທະນາເອເຊຍ ຫຼື ADB ໄດ້ໃຫ້ການຄາດໝາຍວ່າ ລາວຈະຕ້ອງການຊົມໃຊ້ນໍ້າມັນໃນປະລິມານລວມ ເກີນກວ່າ 1 ພັນ 45 ລ້ານລິດໃນຕະຫຼອດປີ 2022 ນີ້.