ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໓ ມີນາ ໒໐໒໕

ລັດຖະບານລາວ ຍັງບໍ່ສາມາດແກ້ໄຂບັນຫາອັດຕາເງິນເຟີ້ສູງໄດ້ເລີຍ ຍ້ອນຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ


ທະນະບັດເງິນກິບຂອງ ສ.ປ.ປ. ລາວ.
ທະນະບັດເງິນກິບຂອງ ສ.ປ.ປ. ລາວ.

ລັດຖະບານລາວຍັງບໍ່ສາມາດແກ້ໄຂບັນຫາອັດຕາເງິນເຟີ້ສູງໄດ້ເລີຍ ຍ້ອນຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການນໍາເຂົ້າ ນໍ້າມັນ ແລະ ຍານພາຫະນະລົດຍົນ ພ້ອມທັງເຄື່ອງກົນຈັກນັ້ນ ຄືສາເຫດສໍາຄັນ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ລັດຖະບານລາວຈະບໍ່ສາມາດແກ້ໄຂບັນຫາອັດຕາເງິນເຟີ້ທີ່ສູງກວ່າ 25 ເປີເຊັນ ໃຫ້ຫຼຸດລົງມາຢູ່ທີ່ອັດຕາທີ່ເປັນໂຕເລກດຽວໄດ້ໃນປີ 2024 ຢ່າງແນ່ນອນ ຍ້ອນວ່າ ສ.ປ.ປ. ລາວ ຍັງຄົງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ໂດຍໃນໄລຍະ 5 ເດືອນຕົ້ນປີ 2024 ນີ້ ປາກົດວ່າ ສ.ປ.ປ. ລາວ ຂາດດຸນການຄ້າຕ່າງປະເທດແລ້ວ 5,918 ລ້ານໂດລາ ໂດຍການນໍາເຂົ້ານໍ້າມັນ, ຍານພາຫະນະ ແລະເຄື່ອງກົນຈັກ ຄືປະເພດສິນຄໍ້ານໍາເຂົ້າທີ່ເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດຫຼາຍທີ່ສຸດ.

ແຕ່ແນວໃດກໍຕາມ, ຖ້າຫາກວ່າລວມມູນຄ່າການສົ່ງອອກພະລັງງານໄຟຟ້າເຂົ້າດ້ວຍນັ້ນ ກໍຈະເຮັດໃຫ້ລາວເປັນຝ່າຍທີ່ໄດ້ປຽບດຸນການຄ້າຕ່າງປະເທດ ແຕ່ເນື່ອງຈາກພະລັງງານໄຟຟ້າທີ່ສົ່ງອອກນນັ້ນເປັນການລົງທຶນຂອງບັນດາບໍລິສັດຕ່າງປະເທດ ທີ່ກູ້ຢືມເງິນທຶນມາຈາກຕ່າງປະເທດແລ້ວ ຈຶ່ງຕ້ອງນໍາໃຊ້ລາຍຮັບສ່ວນຫຼາຍທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້ານັ້ນໄປ ເພື່ອການຊໍາລະໜີ້ດັ່ງກ່າວ. ເພາະສະນັ້ນ, ຈຶ່ງໄດ້ໂອນເງິນຕາທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້າເຂົ້າສູ່ລະບົບທະນາຄານໃນລາວແຕ່ຢ່າງໃດ. ດັ່ງທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວໃຫ້ການຄາດຄະເນການຄ້າຂອງລາວ 6 ເດືອນຕົ້ນປີ 2024 ວ່າ:

“ການ​ຄ້າ​ກັບ​ຕ່າງປະ​ເທດ​ໃນ 6 ​ເດືອນ​ຕົ້ນ​ປີ​ຄາດ​ວ່າ​ຈະ​ບັນລຸ 9,16 ​ຕື້ອໂດ​ລາ​ສະຫະລັດ, ​ເທົ່າ​ກັບ 57,22 ເປີເຊັນຂອງ​ແຜນການ, ​ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ໃນ 6 ​ເດືອນ​ຄາດ​ວ່າ​ຈະ​ບັນລຸ 4,7 ​ຕື້ອໂດ​ລາ​ສະຫະລັດ 54,4 ເປີເຊັນຂອງ​ມູນ​ຄ່າ​ການ​ນໍາ​ເຂົ້າ​ໃນ 6 ເດືອນ​ນີ້​ຄາດ​ວ່າ​ຈະ​ມີ​ການ​ດໍາ​ເນີນ​ງານ 4,4 ເທົ່າ​ຂອງ​ໂດ​ລາ​ສະ​ຫະ​ລັດ​, ເທົ່າ​ກັບ 60,6 ເປີເຊັນ ຍອດ​ມູນ​ຄ່າ​ການ​ຄ້າ​ຄາດ​ວ່າ​ໃນ 6 ເດືອນ​ຕົ້ນ​ປີ​ ບໍ່ລວມມູນຄ່າການສົ່ງອອກໄຟຟ້າ, ຈະຂາດດຸນການຄ້າເຖິງ 451 ລ້ານໂດລາສະຫະລັດ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG