ລັດຖະບານລາວອະນຸມັດ 449 ສຳປະທານການຂຸດຄົ້ນແຮ່ທາດ ໃຫ້ກັບ 275 ບໍລິສັດ
ລົງທຶນຈາກຕ່າງປະເທດ ໃນນີ້ໄດ້ຂຸດຄົ້ນໂຕຈິງແລ້ວ 141 ກິດຈະການ ໂດຍບໍ່ຮວມເຖິງ
ສຳປະທານທີ່ຂັ້ນທ້ອງຖິ່ນອະນຸຍາດແຕ່ຢ່າງໃດ.
ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນ
ວ່າ ການສຳຫຼວດຫາແຫຼ່ງແຮ່ທາດຕ່າງໆໃນທົ່ວປະເທດລາວ ໄດ້ສຳຫຼວດພົບແຮ່ທາດ
ແລ້ວຫາຍກວ່າ 570 ແຫຼ່ງ ທີ່ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ
ຫຼືເກືອບ 70 ເປີເຊັນຂອງພື້ນທີ່ທັງໝົດ ໂດຍໃນປັດຈຸບັນນີ້ ທາງການລາວ ໄດ້ອະນຸ
ຍາດສຳປະທານໃຫ້ບໍລິສັດລາວ ແລະຕ່າງຊາດໄປແລ້ວ 649 ບໍລິສັດໃນ 942 ກິດຈະ
ການ ໃນນີ້ເປັນການອະນຸຍາດໂດຍຂັ້ນສູນກາງ 275 ບໍລິສັດໃນ 449 ກິດຈະການທີ່
ໄດ້ລົງທຶນຂຸດຄົ້ນໂຕຈິງແລ້ວ 79 ບໍລິສັດ ໃນ 141 ກິດຈະການ ດັ່ງທີ່ທ່ານຄຳມະນີ ໄດ້
ຖະແຫຼງຢືນຢັນວ່າ
“ນັບຕັ້ງແຕ່ປີ 1990 ເປັນຕົ້ນມານີ້ ລັດຖະບານໄດ້ເປີດກວ້າງ ໂດຍອະນຸຍາດໃຫ້ຜູ້
ລົງທຶນທັງພາຍໃນແລະຕ່າງປະເທດ ສາມາດລົງທຶນເຂົ້າໃສ່ໃນການພັດທະນາທາງ
ດ້ານອຸດສາຫະກຳບໍ່ແຮ່ ຊຶ່ງມາຮອດປັດຈຸບັນນີ້ ພວກເຮົາໄດ້ອະນຸຍາດໃຫ້ບໍລິສັດ
ໄດ້ລົງທຶນແລ້ວ 275 ບໍລິສັດຊຶ່ງມີຢູ່ 449 ກິດຈະການຢູ່ໃນນີ້ ມີຂັ້ນຕອນໃນການສຳ
ປະທານຂຸດຄົ້ນ 79 ບໍລິສັດ ມີຢູ່ 141 ກິດຈະການ.”
ສ່ວນທີ່ເປັນການອະນຸຍາດສຳປະທານ ໂດຍຂັ້ນທ້ອງຖິ່ນນັ້ນມີຢູ່ເຖິງ 374 ບໍລິສັດ ໃນ
493 ກິດຈະການ ໂດຍສ່ວນຫຼາຍເປັນກິດຈະການຂະໜາດນ້ອຍ ທັ້ງນີ້ໂດຍບໍລິສັດ
ຈາກຈີນ ຖືເປັນພາກສ່ວນທີ່ໄດ້ລົງທຶນໃນການຂຸດຄົ້ນແຮ່ທາດໃນລາວຫຼາຍທີ່ສຸດ ຊຶ່ງ
ໃນປັດຈຸບັນກໍປາກົດວ່າ ບໍລິສັດຈາກຈີນ ໄດ້ມີການຂຸດຄົ້ນແຮ່ທາດແລ້ວ ເຖິງ 52 ກິດ
ຈະການ ສ່ວນອີກຫຼາຍກວ່າ 30 ກິດຈະການກຳລັງດຳເນີນການສຳຫຼວດ ແລະຈັດທຳ
ບົດວິພາກເສດຖະກິດ ເພື່ອຂໍອະນຸຍາດສຳປະທານຂຸດຄົ້ນຈາກລັດຖະບານລາວຕໍ່ໄປ
ໂດຍສຳປະທານຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດໃນ
ລາວກໍຄື ເໝືອງແຮ່ຢູ່ທີ່ເຊໂປນ ຂອງບໍລິສັດ Lane Xang Mineral ຈຳກັດຈາກຈີນ
ແລະຢູ່ທີ່ເຂດພູເບ້ຍ ຂອງບໍລິສັດ Phoubia Mining ຈຳກັດຈາກປະເທດອອສເຕຣເລຍ.
ແຕ່ຢ່າງໃດກໍຕາມແຮ່ທາດຢູ່ໃນເຂດສຳປະທານຂອງກຸ່ມບໍລິສັດ Lane Xang Mineral
ຈຳກັດ ແລະບໍລິສັດ Phoubia Mining ຈຳກັດ ກໍມີປະລິມານລົດລົງຢ່າງຕໍ່ເນື່ອງ ໂດຍ
ຈາກສະພາບການທີ່ເປັນຢູ່ໃນປັດຈຸບັນນີ້ ເຮັດໃຫ້ສາມາດຄາດ ໝາຍໄດ້ວ່າ ປະລິມານ
ແຮ່ທາດທີ່ຢູ່ໃນເຂດສຳປະທານຂອງທັງ 2 ບໍລິສັດດັ່ງກ່າວນີ້ຍັງເຫຼືອໃຫ້ຂຸດຄົ້ນຕໍ່ໄປອີກ
ຈົນເຖິງທ້າຍປີ 2020 ແລະ 2021 ຕາມລຳດັບ ໂດຍເໝືອງແຮ່ທີ່ເຊໂປນ ຢູ່ເມືອງວີລະ
ບຸລີ ແຂວງສະຫວັນນະເຂດ ທີ່ເລີ້ມຂຸດຄົ້ນ ແລະຜະລິດຄຳໃນປີ 2003 ແລະທອງແດງ
ໃນປີ 2005 ມາຮອດປັດຈຸບັນນີ້ກໍສາມາດຜະລິດແຮ່ທາດໄດ້ລົດລົງນັບມື້ ໂດຍໄດ້ຢຸດ
ການຂຸດຄົ້ນ ແລະຜະລິດຄຳນັບແຕ່ທ້າຍປີ 2013 ເປັນຕົ້ນມາ ຈຶ່ງຍັງເຫຼືອພຽງການຂຸດ
ຄົ້ນ ແລະຜະລິດທອງແດງທີ່ຄາດວ່າໃນຕະຫຼອດປີ 2019 ນີ້ຈະຜະລິດໄດ້ບໍ່ເກີນ
80,000 ໂຕນເທົ່ານັ້ນ.
ສ່ວນການຂຸດຄົ້ນຢູ່ທີ່ເຂດພູເບ້ຍ ໃນແຂວງໄຊສົມບູນຂອງບໍລິສັດ Phoubia Mining
ຈຳກັດຂອງກຸ່ມບໍລິສັດ Pan Australia ນັ້ນໄດ້ເລີ້ມການຂຸດຄົ້ນ ແລະຜະລິດຄຳ ທອງ
ແດງ ແລະເງິນ ຢູ່ທີ່ເຂດພູຄຳ ນັບແຕ່ປີ 2008 ແລະເລີ້ມການຂຸດຄົ້ນ ແລະຜະລິດຄຳ
ກັບເງິນຢູ່ບ້ານຫ້ວຍຊາຍ ນັບແຕ່ປີ 2012 ເຖິງ 2018 ກໍປາກົດວ່າ ຜະລິດຄຳໄດ້ໃນ
ປະລິມານລວມ 1.2 ລ້ານອອນ ທອງແດງ 660,000 ກວ່າໂຕນ ແລະແຮ່ເງິນ 8.1 ລ້ານ
ໂຕນ ໂດຍໄດ້ມອບພັນທະໃຫ້ລັດຖະບານລາວຫຼາຍກວ່າ 716 ລ້ານ ໂດລາສະຫະລັດ
ໃນຂະນະທີ່ປະຊາຊົນທີ່ຖືກກະທົບນັ້ນກໍຍັງໄດ້ຮັບການຊົດເຊີຍບໍ່ທັນຄົບຖ້ວນ ດັ່ງທີ່
ເຈົ້າໜ້າທີ່ຂັ້ນສູງໃນສະພາປະຊາຊົນຂັ້ນແຂວງໄຊສົມບູນຢືນຢັນວ່າ.
“ບັນຫາທີ່ເຂົາເຈົ້າຮ້ອງຮຽນມານີ້ ແມ່ນທາງບໍລິສັດ Phoubia Mining ຍັງບໍ່ທັນ
ຈ່າຍຄ່າຊົດເຊີຍໃຫ້ແກ່ເຂົາເຈົ້າ ບ່ອນທີ່ ທີ່ດິນເຂົາເຈົ້າຖືກຜົນກະທົບໃນບໍລິເວນ
ຂອບເຂດບໍລິສັດ ພວກເຮົາກະມີແຕ່ອີງໃສ່ກົດໝາຍການຊົດເຊີຍໃນປັດຈຸບັນນີ້
ຍັງຢູ່ໃນຂັ້ນຕອນຂອງທາງຂັ້ນເຈົ້າເມືອງ ແລະແຜນການຕ່າງໆໄດ້ລົງໄປເກັບກຳ
ຂໍ້ມູນຕື່ມອີກ ແລ້ວກະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະວ່າພາຍຫຼັງທີ່ມີການຕິດຕາມກວດກາ ມີການແກ້ໄຂແນວໃດຫັ້ນ ກະໃຫ້ລາຍງານສະພາຂອງພວກເຮົາ.”
ໂດຍເຂດສຳປະທານຂອງບໍລິສັດ Phoubia ທີ່ພູຄຳ ແລະບ້ານຫ້ວຍຊາຍດັ່ງກ່າວນີ້
ມີເນື້ອທີ່ຮວມກວ້າງກວ່າ 2,600 ກິໂລແມັດມົນທົນ ທີ່ກວມເອົາທີ່ດິນ ແລະສິ່ງປູກສ້າງ
ຂອງປະຊຳຊົນລາວ 94 ຄົວເຮືອນ.