ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ປະເຊີນກັບຫຼາຍບັນຫາ ທີ່ຈະຊຸກຍູ້ໃຫ້ເສດຖະກິດ ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 4 ເປີເຊັນ


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ.

ລັດຖະບານລາວປະເຊີນກັບບັນຫາຫຼາຍໆດ້ານໃນຫານຊຸກຍູ້ໃຫ້ເສດຖະກິດຂອງ ລາວ
ຂະຫຍາຍໂຕເພີ້ມຂຶ້ນ ໃນອັດຕາສະເລ່ຍ 4 ເປີເຊັນ ເພື່ອເຮັດໃຫ້ມູນຄ່າ GDP ສະເລ່ຍ
ເປັນລາຍໄດ້ຂອງຄົນລາວ ທີ່ລະດັບ 2,887 ໂດລາ ໃນປີ 2025 ຊຶ່ງຊົງລິດ ໂພນເງິນ
ມີລາຍງານຈາກ ບາງກອກ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າແຜນການພັດທະນາເສດຖະກິດ
ແລະສັງຄົມໄລຍະ 5 ປີ ສະບັບທີ 9 ຊຶ່ງຈັດຕັ້ງປະຕິບັດ ໃນຊ່ວງປີ 2021 ຫາ 2025 ໄດ້
ຄາດໝາຍການຂະຫຍາຍໂຕທາງເສດຖະກິດໄວ້ ທີ່ອັດຕາສະເລ່ຍ 4 ເປີເຊັນ ຕໍ່ປີ ໂດຍ
ຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ (GDP) ມີມູນຄ່າເກີນກວ່າ 1 ລ້ານຕື້ກີບໃນ
ໄລຍະ 5 ປີ ແລະສະເລ່ຍເປັນລາຍໄດ້ຂອງປະຊາ ຊົນລາວໄດ້ທີ່ລະດັບ 2,887 ໂດລາ
ສະຫະລັດ ຕໍ່ຄົນ ໃນປີ 2025 ດັ່ງທີີ ທ່ານ ທອງລຸນ ໄດ້ຖະແຫຼງຢືນຢັນວ່າ:

“ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍໂຕສະເລ່ຍຕໍ່ປີໃນລະດັບ 4 ເປີເຊັນ ຂຶ້ນໄປ ມູນຄ່າ
GDP ລວມໃນ 5 ປີ ໃຫ້ໄດ້ 1 ລ້ານກັບ 57,689 ຕື້ກີບ GDP ຕໍ່ຫົວ ຄົນໃຫ້ບັນລຸ 2,887
ໂດລາສະຫະລັດ ໃນປີ 2025 ຂະແໜງກະສິກຳ ຈະຂະ ຫຍາຍໂຕໃນລະດັບສະເລ່ຍ
2.5 ເປີເຊັນ ຂະແໜງອຸດສາຫະກຳຂະຫຍາຍໂຕສະເລ່ຍ 4.1 ຂະແໜງບໍລິການຂະ
ຫຍາຍ ສະເລ່ຍ 6 ເປີເຊັນ."

ຫາກແຕ່ວ່າການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຍັງເປັນສິ່ງທີ່
ທ້າທາຍ ເພາະວ່າໃນການຈັດຕັ້ງປະຕິບັດໂຕຈິງນັ້ນ ລັດຖະບານລາວຍັງຈະ ຕ້ອງປະເຊີນ
ກັບບັນຫາໃນຫຼາຍດ້ານ ໂດຍສະເພາະແມ່ນບັນຫາຂາດດຸນງົບປະ ມານ ການຜະລິດສິນ
ຄ້າໄດ້ຕໍ່າທີ່ເຮັດໃຫ້ຂາດດຸນການຄ້າຕ່າງປະເທດ ການຈັດ ຕັ້ງປະຕິບັດໃນການສົ່ງເສີມ
ການລົງທຶນມີປະສິດທິພາບຕໍ່າ ແລະບັນຫາການຫວ່າງ ງານທີ່ເພີ້ມຂຶ້ນຍ້ອນການລະບາດ
ຂອງໄວຣັສ COVID-19 ເປັນຕົ້ນ ດັ່ງທີ່ີທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ການຍອມຮັບວ່າ:

“ ບັນຫາໜີ້ສິນການຂາດດຸນງົບປະມານ ອັດຕາແລກປ່່ຽນລາຄາສິນຄ້າທີ່ສູງຂຶ້ນ ເຫັນສິ່ງ
ທ້າທາຍທີ່ພວກເຮົາຕ້ອງສືບຕໍ່ແກ້ໄຂໃຫ້ໄດ້ ການປັບປຸງຄວາມສະດວກ ໃນການດຳເນີນ
ທຸລະກິດການລົງທຶນ ຍັງມີຄວາມຊັກຊ້າ ການຊຸກຍູ້ ສົ່ງເສີມ ການຜະລິດເພື່ອທົດແທນ
ການຳເຂົ້າ ແລະເພີ້ມການສົ່ງອອກຢ່າງເຮັດບໍ່ທັນໄດ້ດີ ການສ້າງວຽກເຮັດງານທຳຍັງເປັນ
ສິ່ງທ້າທາຍສຳຄັນໂດຍສະເພາະໃນໃນໄລຍະມີການລະບາດໂຄວິດ-19 ເຮັດໃຫ້ມີການ
ຫວ່າງງານສູງ ການຈັດເກັບລາຍຮັບງົບ ປະມານ ຍັງບໍ່ທັນສົມຄູ່ກັບການເຕີບໂຕຂອງເສດ
ຖະກິດໂຕຈິງ ຖ້າທຽບໃສ່ບັນດາ ປະເທດອ້ອມຂ້າງກໍເຫັນວ່າຍັງຕໍ່າ.”

ກ່ອນໜ້ານີ້ ທະນາຄານພັດທະນາເອເຊຍ (ADB) ໄດ້ສະເໜີລາຍງານວ່າເສດຖະກິດໃນ
ລາວໃນປີ 2020 ທີ່ຜ່ານມາໄດ້ປັບໂຕລົດລົງ ແລະຕິດລົບເຖິງ 2.5 ເປີເຊັນ ທຽບໃສ່ປີ
2019 ແລະຖືເປັນການຕິດລົບຄັ້ງທຳອິດໃນໄລຍະເວລາກວ່າ 3 ທົດສະ ວັດ ນັບຈາກປີ
1986 ເປັນຕົ້ນມາອີກດ້ວຍ ໂດຍມີສາເຫດສຳຄັນມາຈາກການລະ ບາດຂອງ ໄວຣັສ
COVID-19 ໃນຕະຫຼອດ ປີ 2020 ເລື້ອຍມາຈົນເຖິງປັດຈຸບັນ ອັນໄດ້ເຮັດໃຫ້ການກະສິ
ກຳຂະຫຍາຍໂຕພຽງ 1.9 ເປີເຊັນ ຈາກເປົ້າໝາຍທີ່ວາງ ໄວ້ 2.5 ເປີເຊັນສ່ວນພາກອຸດ
ສາຫະກຳກໍຂະຫຍາຍໂຕເພີ້ມຂຶ້ນພຽງ 1.4 ເປີເຊັນ ແລະພາກບໍລິການຕິດລົບ 5.5 ເປີເ
ຊັນເພາະຊາວຕ່າງຊາດເດີນທາງມາລາວລົດ

ລົງເກີນກວ່າ 80 ເປີເຊັນທຽບໃສ່ປີ 2019 ທັ້ງນີ້ ລັດຖະບານລາວໄດ້ວາງຄາດໝາຍ GDP ຂະຫຍາຍໂຕທີ່ອັດຕາສະເລ່ຍ 6.5 ເປີເຊັນ ໃນປີ 2020 ໂດຍມີມູນຄ່າລວມ 117,780 ຕື້
ກີບ ຫຼືສະເລ່ຍຕໍ່ຄົນໄດ້ທີ່ລະດັບ 2,733 ໂດລາສະຫະລັດ ຕໍ່ຄົນແຕ່ວ່າ ດ້ວຍຜົນກະທົບ
ຈາກການລະບາດຂອງໄວຣັສ COVID-19 ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ ຢ່າງແນ່ນອນແລ້ວ
ໂດຍໃນລາຍງານຫລ້າສຸດຂອງກະຊວງແຜນການແລະການ ລົງທຶນລະບຸວ່າ ຄົນລາວມີ
ລາຍໄດ້ສເລ່ຍ 2,644 ຕໍ່ຄົນໃນປີ 2020.

ສ່ວນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ກໍປະເມີນວ່າ ພາກທຸລະກິດບໍລິ
ການ ແລະທ່ອງທ່ຽວໃນລາວ ໄດ້ມີການເລີກຈ້າງພະນັກງານຫຼາຍກວ່າ 1 ແສນຄົນໃນປີ
2020 ສອດຄ້ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ທີ່ຄາດການວ່າພາກ
ບໍລິການ ແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍໄດ້ເກີນ ກວ່າ 700 ລ້ານໂດລາສະຫະ
ລັດ ເນື່ອງຈາກວ່າບໍ່ມີນັກທ່ອງທ່ຽວຕ່າງຊາດເດີນ ທາງເຂົ້າມາໃນລາວ ນັບແຕ່ເດືອນເມສາ
ປີ 2020 ເປັນຕົ້ນມາ ສ່ວນກະຊວງ ແຜນການ ແລະການລົງທຶນໄດ້ປະເມີນວ່າຜົນກະທົບ
ຈາກການລະບາດຂອງເຊື້ອ ໄວຣັສ COVID-19 ເຮັດໃຫ້ເສດຖະກິດລາວເກີດການສູນ
ເສຍຫຼາຍກວ່າ 7,000 ຕື້ກີບ ທັງຍັງໄດ້ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍໄດ້ທົ່ວ
ປະເທດອີກດ້ວຍ.

ທາງດ້ານທ່ານລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຖະແຫຼງ
ຍອມຮັບວ່າ ການລະບາດຂອງໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ ເສດຖະກິດລາວ
ຢ່າງຮຸນແຮງທີ່ສຸດນັບແຕ່ສ້າງຕັ້ງ ສປປ ລາວ ໃນທ້າຍປີ

1975 ເປັນຕົ້ນມາ ຊຶ່ງຈະຕ້ອງໃຊ້ເວລາຫຼາຍປີ ເພື່ອຈະຟື້ນຟູໃຫ້ເປັນປົກກະຕິ ໂດຍລັດຖະ
ບານລາວຕ້ອງການຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເຖິງ 4,000 ລ້ານໂດລາ
ສະຫະລັດ ໃນປີ 2021 ຫາ 2025.

XS
SM
MD
LG