ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດ​ຖະ​ບານ ລາວ ​ຄາດ​ໝາຍ ​ການ​ຂະ​ຫຍາຍ​ຕົວ​ ທາງ​ເສດ​ຖະ​ກິດ ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ​ໃນ​ປີ 2020


ລົດ​ບັນ​ທຸກ​ສິນ​ຄ້າ​ນຳ​ເຂົ້າ​ລາວ.
ລົດ​ບັນ​ທຸກ​ສິນ​ຄ້າ​ນຳ​ເຂົ້າ​ລາວ.

ລັດ​ຖະ​ບານ ລາວ ວາງ​ຄາດ​ໝາຍ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ​ໃນ​ປີ 2020 ໃນ​ຂະ​ນະ​ທີ່​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ​ຄາດ​ວ່າ ເສດ​ຖະ​ກິດ ລາວ ຈະ​ຂະ​ຫຍາຍ​ຕົວ​ພຽງ​ແຕ່ 6.2 ເປີ​ເຊັນ​ເທົ່າ​ນັ້ນ.


ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ-ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຖະ​ແຫຼງວ່າ​ລັດ​ຖະ​ບານ ລາວ ວາງ​ຄາດ​ໝາຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຂອງ ລາວ ໃນ​ປີ 2020 ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ໃນອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ ຊຶ່ງ​ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ຍອດ​ຜ​ະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ມີ​ມູນ​ຄ່າ​ລວມ​ເຖິງ 117,780 ຕື້​ກີບ​ທີ່​ຖົວ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ ລາວ ທີ່​ລະ​ດັບ 2,733 ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ໂດຍ​ພາກ​ບໍ​ລິ​ການ​ຈະ​ມີ​ມູນ​ຄ່າ​ທາງ​ເສ​ດ​ຖະ​ກິດຫຼາຍ​ທີ່​ສຸດ ຕິດ​ຕາມ​ດ້ວຍ​ພາກ​ອຸດ​ສາ​ຫະ​ກຳ, ພາກ​ກະ​ສິ​ກຳ ແລະ ພາ​ສີ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ຕາມ​ລຳ​ດັບ ດັ່ງ​ທີ່​ທ່ານ ສອນ​ໄຊ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

"ຄາດ​ຄະ​ເນ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ປີ 2020 ຈະ​ເພີ່ມ​ຂຶ້ນ​ໃນ​ລະ​ດັບ 6.5 ເປ​ີ​ເຊັນ ຄິດ​ເປັນ​ມູນ​ຄ່າ 117,780 ຕື້​ກີບ ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້ 2,733 ໂດ​ລາ​ໃນ​ນີ້​ຂະ​ແໜງ​ກະ​ສິ​ກຳ​ເພີ່ມ​ຂຶ້ນ 2.7 ເປີ​ເຊັນ ກວມ​ເອົາ 15.2 ເປີ​ເຊັນ​ຂອງ GDP ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເພີ່ມ​ຂຶ້ນ 7.3 ເປີ​ເຊັນ ກວມ​ເອົາ 32 ເປີ​ເຊັນ​ຂອງ GDP, ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ 6.9 ເຊັນ ກວມ​ເອົາ 41.47 ເປີ​ເຊັນ​ຂອງ GDP, ພາກ​ສີ​ຈາກ​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 7.5 ເປີ​ເຊັນ ກວມ​ເອົາ 11.31 ເປີ​ເຊັນ​ຂອງ GDP."

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ ລັດ​ຕະ​ນະ​ໄຕ ຫຼວງ​ລາດ​ບັນ​ດິດ ຜູ້​ຊ່ຽວ​ຊານ​ໃນ​ດ້ານ​ເສດ​ຖະ​ສາດ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາເອ​ເຊຍ (ADB) ຖະ​ແຫຼງວ່າ​ເສດ​ຖະ​ກິດ​ຂອງ ລາວ ໃນ​ປີ 2019 ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ຈາກ​ປີ 2018 ໃນ​ອັດ​ຕາ​ສະ​ເລ່ຍ​ພ​ຽງ 6.2 ເປີ​ເຊັນ​ຊຶ່ງຫຼຸດ​ລົງ​ຈາກ​ຊ່ວງ​ກາງ​ປີ 2019 ທີ່​ຄາດ​ໝາຍ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ ລາວ ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 6.5 ເປີ​ເຊັນ​ນັ້ນ ທັງ​ນີ້​ກໍ​ເພາະ​ວ່າ​ພາກ​ການ​ຜະ​ລິດ​ໃນ ລາວ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້​ໃນ​ທຸກ​ດ້ານ ຄື​ພາກ​ກະ​ສິ​ກຳ​ຂະ​ຫຍາຍ​ຕົວ 2.5 ເປີ​ເຊັນ, ພາກ​ອຸດ​ສາ​ຫະ​ກຳ​ຂະ​ຫຍາຍ​ຕົວ 7.1 ເປີ​ເຊັນ, ພາກ​ບໍ​ລິ​ການ​ຂະ​ຫຍາຍ​ຕົວ 5 ເປີ​ເຊັນ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ລາວ ໄດ້​ວາງ​ເປົ້າ​ໝາຍ​ໄວ້​ທີ່​ລະ​ດັບ 2.8 ເປີ​ເຊັນ​ກັບ 8.3 ເປີ​ເຊັນ ແລະ 6.7 ເປີ​ເຊັນ​ຕາ​ລຳ​ດັບ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ຍັງ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ ລາວ ໃນ​ປີ 2020 ນີ້​ຈະຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ໃນ​ລະ​ດັບ 6.2 ເປີ​ເຊັນ​ດ້ວຍ​ເຊັ່ນ​ກັນ ຫາກ​ແຕ່​ວ່າ​ລັດ​ຖະ​ບານ ລາວ ຈະ​ຕ້ອງ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ມີ​ສະ​ເຖຍ​ລະ​ພາບ ປັບ​ປຸງ​ການ​ຄຸ້ມ​ຄອງ​ການ​ເງິນ ແລະ ງົບ​ປະ​ມານ​ລັດ​ໃຫ້​ແຂງ​ແຮງ, ປະ​ຕິ​ຮູບ​ກົນ​ໄກ​ການ​ເກັບ​ລາຍ​ຮັບ​ທີ່​ໂປ່ງ​ໃສ ແລະ ທັນ​ສະ​ໄໝ, ຄຸ້ມ​ຄອງ​ເງິນ​ຕາ​ໃຫ້​ມີ​ສະ​ເຖຍ​ລະ​ພາບ, ປະ​ຕິ​ບັດ​ນະ​ໂຍ​ບາຍດອກ​ເບ້ຍ​ທະ​ນາ​ຄາ​ນ​ຕາມ​ກົນ​ໄກ​ຕະຫຼາດ ປັບ​ປຸງ​ສະ​ພາບ​ແວດ​ລ້ອມ ການ​ດຳ​ເນີນ​ທຸ​ລະ​ກິດ ສົ່ງ​ເສີມ​ການ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງປະ​ເທດ​ໃຫ້​ເພີ່ມ​ຂຶ້ນ​, ພັດ​ທະ​ນາ​ການ​ຜະ​ລິດ​ສິນ​ຄ້າ ແລະ ບໍ​ລິ​ການ, ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ ເພື່ອຫຼຸ​ດ​ການ​ນຳ​ເຂົ້າ ແກ້​ໄຂ​ບັນ​ຫາ​ຍາກ​ຈົນ, ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ໃນ​ການ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ ແລະ ປາບ​ປາມ​ການ​ທຸ​ຈະ​ລິດ​ຄ​ໍ​ຣັບ​ຊັ້ນ​ຢ່າງ​ແທ້​ຈິງ.

ພ​້ອມ​ກັນ​ນີ້ ADB ຍັງ​ຄາດ​ໝາຍ​ດ້ວຍ​ວ່າ ລັດ​ຖະ​ບານ ລາວ ຈະ​ຕ້ອງ​ປະ​ເຊີນ​ບັນ​ຫາ​ຂາດ​ດຸນ​ການ​ຊຳ​ລະ​ບັນ​ຊີ​ໝຸນ​ວຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ລະ​ດັບ 9.5 ເປີ​ເຊັນ ແລະ 10 ເປີ​ເຊັນ​ຂອງ GDP ໃນ​ປີ 2019-2020 ຊຶ່ງ​ຈະ​ເຮັດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ ລາວ ຫຼຸດ​ລົງ​ເຫຼືອບໍ່​ເຖິງ 1,000 ລ້ານ​ໂດ​ລາ ຫຼື​ທຽບ​ໄດ້​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ໄດ້​ພຽງ​ບໍ່​ເຖິງ 2 ເດືອນ​ເທົ່າ​ນັ້ນ.

ສ່ວນ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ຖະ​ແຫຼງຍອມ​ຮັບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແຫ່ງ​ຊາດ​ໃນ​ປີ 2019 ເຮັດ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ຈຶ່ງ​ຄ່າດ​ວ່າ​ເສດ​ຖະ​ກິດ ລາວ ຈະ​ຂະ​ຫຍາຍ​ຕົວ​ບໍ່​ເກີນ 6.4 ເປີ​ເຊັນ ຂະ​ນະ​ທີ່​ແຜນ​ການ​ປີ​ໄດ້​ວາງ​ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 6.7 ເປີ​ເຊັນ ແຕ່​ກໍ​ຍັງ​ຖື​ວ່າ​ເປັນ​ການ​ຂະ​ຫຍາຍ​ຕົວ​ດ້ານບວກ ແລະ ກໍ​ຈະ​ຍັງ​ສືບ​ຕໍ່​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ ລາວ ມີ​ການ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ໃນ​ປີ 2020 ອີກດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ, ການ​ເຕີບ​ໂຕ​ທາງເສດ​ຖະ​ກິດ​ຂອງ ລາວ ກໍ​ໄດ້​ປັບ​ຕົວ​ລົງ​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ປີ 2017-2019 ຄື​ຈາກ 6.9 ເປີ​ເຊັນ​ໃນ​ປີ 2017 ເປັນ 6.5 ເປີ​ເຊັນ​ໃນ​ປີ 2018 ແລະ 6.2 ເປີ​ເຊັນ​ໃນ​ປີ 2019 ເພາະ​ປະ​ສົບ​ໄພ​ນ້ຳ​ຖ້ວມ​ໃຫຍ່​ທັງ​ໃນ​ປີ 2018-2019 ທັງ​ຍັງ​ເຮັດ​ໃຫ້​ລາຍ​ໄດ້​ຂອ​ງ​ປະ​ຊາ​ຊົນ ລາວ ເພີ່ມ​ຂຶ້​ນ​ຈາກ 2,599 ໂດ​ລາ​ຕໍ່​ຄົນ​ໃນ​ປີ 2018 ເປັນ 2,683 ໂດ​ລາ​ຕໍ່​ຄົນ​ໃນ​ປີ 2019 ໂດຍ​ແຜນ​ການ​ວາງ​ໄວ້​ທີ່​ລະ​ດັບ 2,726 ໂດ​ລາ ຈຶ່ງ​ຍັງ​ມີ 65,000 ຄອບ​ຄົວ​ທີ່​ຍາກ​ຈົນ.

XS
SM
MD
LG