ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ຂະຫຍາຍ ການຮ່ວມມືກັບ NGO ສາກົນ ກ່ຽວກັບ ການເກັບກູ້ລະເບີດ


ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ຖ່າຍຮູບຮ່ວມ
ກັບບັນດາເຈົ້າໜ້າທີ່ ລາວ ຢູ່ສວນວາງສະແດງລູກລະເບີດ
ເປົ່າ ຂອງໂຄງການເກັບກູ້ລະເບີດ ແຂວງຊຽງຂວາງ.
ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ຖ່າຍຮູບຮ່ວມ ກັບບັນດາເຈົ້າໜ້າທີ່ ລາວ ຢູ່ສວນວາງສະແດງລູກລະເບີດ ເປົ່າ ຂອງໂຄງການເກັບກູ້ລະເບີດ ແຂວງຊຽງຂວາງ.

ທາງການ ລາວ ຂະຫຍາຍການຮ່ວມມືກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານໃນ
ລະດັບສາກົນ ເພື່ອດຳເນີນການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່
ຕົກຄ້າງຢູ່ໃນ ລາວ ໃຫ້ມີປະສິດທິພາບສູງຂຶ້ນ.

ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການຄະນະກຳມະການຄຸ້ມຄອງແຫ່ງຊາດ
ເພື່ອແກ້ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ລາວ (Lao UXO ຫຼື ຄກລ) ໃຫ້ການ
ຢືນຢັນວ່າ ການຈັດຕັ້ງປະຕິບັດແຜນການສຳຫຼວດ ແລະ ເກັບກູ້ລະເບີດ UXO ທີ່ເປັນ
ການຮ່ວມມືລະຫວ່າງ ລັດຖະບານ ລາວ ກັບນານາຊາດ ໃນໄລຍະທີ 3 ແຕ່ປີ 2017-
2021 ທີ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັນນັບແຕ່ເດືອນກໍລະກົດ 2017 ເປັນຕົ້ນມາ
ແລ້ວນັ້ນໄດ້ເນັ້ນໜັກໃຫ້ຄວາມສຳຄັນເປັນພິເສດໃນການເສີມຂະຫຍາຍການຮ່ວມມື
ລະຫວ່າງ Lao UXO ກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານໃນລະດັບສາກົນໃຫ້
ຫຼາຍຂຶ້ນເພາະເຊື່ອວ່າການດຳເນີນໃນທິດທາງດັ່ງກ່າວຈະເຮັດໃຫ້ການຈັດຕັ້ງປະຕິ
ບັດແຜນການມີປະສິດທິພາບສູງຂຶ້ນ ຊຶ່ງໃນນີ້ກໍລວມຖິງການຮ່ວມມືກັບທາງການ
ສະຫະລັດ ອາເມຣິກາ ດ້ວຍ ດັ່ງທີ່ທ່ານ ພູຂຽວ ໄດ້ໃຫ້ການຢືນຢັນວ່າ.

"ໄດ້ມີການຕົກລົງຮັບຮອງຢູ່ໃນກອງປະຊຸມກັບປະເທດຜູ້ໃຫ້ທຶນ ຊັດເຈນທີ່ສຸດແມ່ນ
ທຶນ ອາເມຣິກາ ກະໄດ້ລົມກັນ ຈະເຮັດຮ່ວມກັບເລື່ອງການສຳຫຼວດ ແຕ່ວ່າການສຳ
ຫຼວດນີ້ເຂົາມີຂໍ້ແມ້ວ່າຕ້ອງໃຫ້ ຄກລ ເຮັດກັບ NGO ເມື່ອກ່ອນເພິ່ນເອງນະຄຸນນະ
ພາບມັນບໍ່ດີ ບັດນີ້ ຄກລ ເຮົາເຂົາບໍ່ໄດ້ຕິ ກໍເລີຍສະເໜີວ່າຄັນຈັ່ງຊັ້ນກະໃຫ້ ຄກລ ນີ້
ເຮັດ ໃຫ້ ຄກລ ຄຸ້ມຄອງຊ່ວຍພື້ນຖານນັ້ນເຫັນດີປີ 2017 ນີ້ສິເຮັດແນວນັ້ນແຫຼະ."

ທັງນີໂດຍທາງການ ສະຫະລັດ ອາເມຣິກາ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະ
ບານ ລາວ ໃນມູນຄ່າ 1.7 ລ້ານໂດລາສຳລັບນຳໃຊ້ໃນການສຳຫຼວດທີ່ບໍ່ແມ່ນວິຊາ
ການໃນພື້ນທີ່ 950 ບ້ານໃນເຊດພາກໃຕ້ໃນປີ 2017 ໂດຍຈະດຳເນີນການສຳຫຼວດ
ຮ່ວມກັນລະຫວ່າງ Lao UXO ກັບບັນດາ NGO ໃນ ລາວ ເພື່ອເຮັດໃຫ້ການສຳ
ຫຼວດມີປະສິດທິພາບສູງຂຶ້ນກວ່າທີ່ຜ່ານມາ.

ທ່ານ ພູຂຽວ ຍັງໄດ້ສະແດງຄວມເຊື່ອໝັ້ນດ້ວຍວ່າ ການຈັດຕັ້ງປະຕິບັດຈະບັນລຸເປົ້າ
ໝາຍໄດ້ຢ່າງເປັນຮູບປະທຳ ທັງຍັງຈະສຳຫຼວດແບບວິຊາການໃນເຂດ 338 ບ້ານ
ພາຍໃຕ້ເປົ້າໝາຍເພື່ອຊອກຫາ ແລະ ເກັບກູ້ລະເບີດ UXO ໃຫ້ໝົດໄປຈາກເຂດທີ່
ຢູ່ອາໄສ ແລະ ທີ່ທຳກິນຂອງປະຊາຊົນໃນພື້ນທີ່ດັ່ງກ່າວດ້ວຍ.

ຫຼ້າສຸດ ລັດຖະບານ ສະຫະລັດ ໂດຍທ່ານນາງ Rena Bitter ເອກອັກຄະລັດຖະທູດ
ສະຫະລັດ ປະຈຳ ສປປ ລາວ ກໍໄດ້ຕົກລົງໃຫ້ການຊ່ວຍເຫຼືອ Lao UXO ໃນມູນຄ່າ
4.5 ລ້ານໂດລາສຳລັບນຳໃຊ້ໃນການສຳຫຼວດ ແລະ ເກັບກູ້ລະເບີດ UXO ໃນເຂດ 4
ເມືອງຂອງແຂວງສະຫວັນນະເຂດ ກໍຄືເມືອງເຊໂປນ, ເມືອງພິນ, ເມືອງວິລະບູລີ ແລະ
ເມືອງນອງ ມີກຳນົດການດຳເນີນງານໃຫ້ສຳເລັດໃນ 15 ເດືອນຕໍ່ໜ້າ ແລະ ກ່ອນໜ້າ
ນີ້ ທາງການ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອໃນມູນຄ່າ 3 ລ້ານໂດລາສຳລັບນຳໃຊ້
ໃນການສຳຫຼວດ ແລະ ເກັບກູ້ UXO ໃນເຂດ 94 ບ້ານຂອງເມືອງໜອງແຮດ, ເມືອງ
ຄູນ ແລະ ເມືອງຜາໄຊ ໃນແຂວງຊຽງຂວາງ ອີກດ້ວຍ ທັງນີໂດຍຖືເປັນການປະຕິບັດ
ຕາມການຕົກລົງທີ່ລັດຖະບານ ສະຫະລັດ ຈະໃຫ້ການຊ່ວຍເຫຼືອ ລັດຖະບານ ລາວ
ໃນມູນຄ່າລວມ 90 ລ້ານໂດລາ ສຳລັບນຳໃຊ້ເພື່ອການແກ້ໄຂບັນຫາ UXO ໃນ ລາວ
ແຕ່ປີ 2017-2019 ນັ້ນເອງ.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານນາງ ເຣນາ ບິດເທີ ຖ່າຍຮູບກັບເຈົ້າໜ້າທີ່ເກັບກູ້ລະເບີດແຂວງຊຽງຂວາງ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານນາງ ເຣນາ ບິດເທີ ຖ່າຍຮູບກັບເຈົ້າໜ້າທີ່ເກັບກູ້ລະເບີດແຂວງຊຽງຂວາງ.

ທາງດ້ານທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະ
ຫວັດດີການສັງຄົມໃຫ້ການຢືນຢັນວ່າ ໃນການຈັດຕັ້ງປະຕິບັດແຜນການເກັບກູ້ ແລະ
ຫຼຸດຜ່ອນຜົນກະທົບຈາກ UXO ໃນປັດຈຸບັນໄປເຖິງປີ 2020 ລັດຖະບານ ລາວ ໄດ້
ກຳນົດໜ້າວຽກໄວ້ໃນ 5 ດ້ານດ້ວຍກັນ ໂດຍນອກຈາກຈະແນໃສ່ການສຳຫຼວດ ແລະ
ເກັບກູ້ UXO ໃນພື້ນທີ່ເປົ້າໝາຍໃຫ້ໄດ້ຕາມແຜນການທີ່ວາງໄວ້ແລ້ວ ກໍຍັງແນໃສ່
ການຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນ ລາວ ດ້ວຍ.

ສຳລັບໃນປີ 2017 ນີ້ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ
ບໍ່ທັນແຕກທີ່ຕົກຄ້າງຢູ່ໃນ ລາວ ກໍໄດ້ວາງເປົ້າໝາຍການເກັບກູ້ UXO ໃຫ້ໄດ້ໃນພື້ນທີ່
4,500 ເຮັກຕາ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ UXO ໃນດ້ານ
ການປິ່ນປົວ, ການຟື້ນຟູສຸຂະພາບ ແລະ ການປະກອບອາຊີບໃຫ້ເຂົາເຈົ້າ ພ້ອມທັງໂຄ
ສະນາເຜີຍແຜ່ເຖິງຜົນຮ້າຍຂອງ UXO ແນໃສ່ຫຼຸດຈຳນວນຜູ້ບາດເຈັບ ຫຼື ເສຍຊີວິດ
ໃຫ້ຕໍ່າກວ່າ 50 ຄົນ.

ທາງການ ລາວ ໄດ້ສຳຫຼວດ ແລະ ເກັບກູ້ UXO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໂດຍ
ມາຮອດປັດຈຸບັນນີ້ກໍປາກົດວ່າ ສາມາດເກັບກູ້ UXO ໄດ້ໃນພື້ນທີ່ກວ່າ 50,000 ເຮັກ
ຕາ ໂດຍເກັບກູ້ ແລະ ທຳລາຍ UXO ໄດ້ຫຼາຍກວ່າ 1 ລ້ານໜ່ວຍ, ໃນນີ້ລວມເຖິງລະ
ເບີດລູກຫວ່ານ 8 ແສນກວ່າໜ່ວຍ ແລະ ລະເບີດຂະໜາດໃຫຍ່ທີ່ມີນຳໜັກເຖິງ 2,000
ປອນອີກ ຫຼາຍກວ່າ 1,500 ໜ່ວຍ.

XS
SM
MD
LG