ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ບໍ່ສາມາດສົ່ງແຮງງານ ໄປຕ່າງປະເທດ ຍ້ອນໂຄວິດ-19


ບັນດາແຮງງານລາວ
ບັນດາແຮງງານລາວ

ລັດຖະບານລາວບໍ່ສາມາດຈັດສົ່ງແຮງງານລາວໄປຕ່າງປະເທດໄດ້ຕາມສັນຍາ ເພາະ
ການລະບາດຊອງເຊື້ອໄວຣັສໂຄວິດ-19 ໃນປະເທດຄູ່ສັນຍາ ໂດຍສະ ເພາະແມ່ນໄທ
ເກົາຫຼີໃຕ້ ແລະຍີ່ປຸ່ນນັ້ນ ຊຶ່ງຊົງລິດ ໂພນເງິນ ມີ ລາຍງານ ຈາກບາງກອກ.

ທ່ານຄຳແພງໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະວັດດີການສັງຄົມຖະ
ແຫຼງວ່າ ບັນຫາທີ່ຈະຕ້ອງເລັ່ງແກ້ໄຂໃນໄລຍະນີ້ກໍຄືການເຈລະຈາ ກັບໜ່ວຍທຸລະກິດ
ເອກກະຊົນໃນທົ່ວປະເທດ ເພື່ອຂໍໃຫ້ມີການຈ້າງງານໃນລາວ ເພີ້ມຂຶ້ນ ໂດຍສະເພາະ
ແມ່ນແຮງງານລາວ ທີ່ເດີນທາງກັບຈາກໄທຍ້ອນປັນຫາ ການລະບາດຂອງໄວຣັສ
COVID-19 ນັ້ນ ຍັງຖືເປັນກຸ່ມແຮງງານເດີນທາງ ກັບມາລາວຫຼາຍທີ່ສຸດ ແລະສ່ວນ
ໃຫຍ່ກໍຍັງເປັນກຸ່ມແຮງງານທີ່ລັກລອບເຮັດ ວຽກໃນໄທໂດຍຜິດກົດໝາຍອີກດ້ວຍ ສະ
ນັ້ນຈຶ່ງຈະຕ້ອງແກ້ໄຂດ້ວຍການສ້າງ ວຽກເຮັດງານທຳໃນລາວໃຫ້ໄດ້ຫຼາຍຂຶ້ນ ຫາກບໍ່
ດັ່ງນັ້ນກໍຈະກາຍເປັນບັນຫາທີ່ ໃຫຍ່ຂຶ້ນນັບມື້ ເພາະການລະບາດໂຄວິດ-19 ນັ້ນຍັງເຮັດ
ໃຫ້ລັດຖະບານລາວ ບໍ່ສາມາດຈັດສົ່ງແຮງງານລາວໄປຕ່າງປະເທດໄດ້ຕາມສັນຍາອີກ
ດ້ວຍໂດຍສະ ເພາະແມ່ນປະເທດໄທ ເກົາຫຼີໃຕ້ ແລະຍີ່ປຸ່ນ ນັ້ນ ດັ່ງທີ່ທ່ານຄຳແພງໄດ້
ໃຫ້ ການຢືນຢັນວ່າ:

“ໃນປັດຈຸບັນນີ້ ເຮົາກະໄດ້ມີການເຊັນສັນຍາ ຫຼືວ່າບົດບັນທຶກກັບທາງໄທ ກັບ ເກົາຫຼີ
ກັບຍີ່ປຸ່ນ ສ່ວນວ່າປະເທດອື່ນ ກະມີແຕ່ວ່າຍັງບໍ່ທັນໄດ້ເຊັນບົດບັນທຶກ ຫຼືວ່າ ເຊັນສັນ
ຍານຳກັນ ສະນັ້ນຈຶ່ງເຮັດໃຫ້ການແລກປ່ຽນດ້ານປະສົບການ ຫຼື ວ່າພັດທະນາສີມືແຮງ
ງານຂອງພວກເຮົາດຽວນີ້ກະດີຂຶ້ນກວ່າເກົ່າ."

ແລ້ວກໍມີຫຼາຍ ປະເທດທີ່ໃຫ້ການຮ່ວມມື ແຕ່ເນື່ອງຈາກວ່າມີ COVID-19 ເຂົ້າມານີ້ຫລະ
ເລີຍ ເຮັດໃຫ້ການແລກປ່ຽນ ແລະການຝຶກສີມືແຮງງານນີ້ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້.
ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ປາກົດວ່າມີແຮງງານລາວ ທີ່ເດີນທາງ ກັບຈາກໄທ
ມາລາວ 3 ແສນກວ່າຄົນ ສ່ວນກະຊວງແຮງງານໄທ ລາຍງານວ່າ ໃນປັດຈຸບັນ ມີແຮງງານ
ລາວເຮັດວຽກໃນໄທຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ໃນຂະນະທີ່ເຄືອຂ່າຍໃຫ້
ການຊ່ວຍເຫຼືອແຮງງານຕ່າງຊາດ ໃນ ໄທ ລະບຸວ່າມີແຮງງານລາວໃນໄທ 6 ແສນກວ່າຄົນ
ໃນນີ້ເປັນແຮງງານທີ່ຜິດ ກົດໝາຍກວ່າ 330,000 ຄົນ ແລະກວ່າ 60 ເປີເຊັນ ເປັນເພດ
ຍິງທີ່ສ່ຽງ ຈະ ຕົກເປັນເຫຍື່ອ ຂອງການຄ້າມະນຸດ.

ທາງດ້ານເຄື່ອຂ່າຍອົງກອນດ້ານປະຊາກອນຂ້າມຊາດ (Migrants Working Group)
ໄດ້ລາຍງານວ່າ ການລະບາດຂອງໄວຣັສ (COVID-19) ເຮັດໃຫ້ ບັນດານາຍຈ້າງໃນ
ໄທຕ້ອງໄດ້ເລີກຈ້າງແຮງງານລາວ ມຽນມາ ກຳປູເຈຍ ແລະ ຫວຽດນາມ ຫຼາຍກວ່າ 5
ແສນຄົນ ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ໂດຍເກີນກວ່າ 75 ເປີເຊັນ ເປັນການ
ເລີກຈ້າງແຮງງານມຽນມາ ກຳປູເຈຍ ຫວຽດນາມ ແລະແຮງງານລາວ 120,000
ກວ່າຄົນ.

ທາງດ້ານທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກຳ ແລະການຄ້າແຫ່ງຊາດ
ຢືນຢັນວ່າການລະບາດໄວຣັສ COVID-19 ໄດ້ສົ່ງຜົນກະທົບຢ່າງ ໜັກໜ່ວງ ຕໍ່ບັນດາ
ແຮງງານ ຜູ້ທີ່ບໍ່ມີປະກັນສັງຄົມ ເພາະວ່າ ໃນປັດຈຸບັນນີ້ມີ ແຮງງານລາວ 9 ໝື່ນກວ່າຄົນ
ເທົ່ານັ້ນທີີ່ມີປະກັນສັງຄົມ ສ່ວນທີ່ເຫຼືອຫຼາຍກວ່າ 2 ລ້ານຄົນນັ້ນ ກໍຄືແຮງງານລາວ ທີ່ບໍ່ມີ
ປະກັນສັງຄົມແຕ່ຢ່າງໃດ.

ສ່ວນທ່ານສຸຊາດ ຊົມກຣິ່ນ ລັດຖະມົນຕີກະຊວງແຮງງານໄທ ຢືນຢັນວ່າ ລັດຖະບານໄທ
ໄດ້ອະນຸຍາດໃຫ້ແຮງງານລາວ ກຳປູເຈຍ ມຽນມາ ແລະ ຫວຽດນາມ ສາມາດເຮັດວຽກໃນ
ໄທໄດ້ເຖິງທ້າຍເດືອນມີນາ 2022 ໂດຍ ປັດຈຸບັນມີແຮງງານຈາກ 4 ປະເທດດັ່ງກ່າວເຮັດ
ວຽກຢ່າງຖືີກຕ້ອງໃນໄທ 2,114,609 ຄົນ ໂດຍທັງໝົດຈະຕ້ອງເດີນທາງກັບຄືນປະເທດ
ເມື່ອເຖິງກຳ ໜົດດັ່ງກ່າວ ແລະຈະສາມາດກັບຄືຶນມາເຮັດວຽກໃນໄທອີກເທື່ອໃໝ່ໄດ້ດ້ວຍ
ສັນຍາຈ້າງ ທີ່ລັດຖະບານລາວ ກຳປູເຈຍ ມຽນມາ ແລະຫວຽດນາມ ໄດ້ລົງ ນາມໃນບັນທຶກ
ຄວາມເຂົ້າໃຈ (MOU) ວ່າດ້ວຍການຈ້າງງານຮ່ວມກັບລັດ ຖະບານໄທໄວ້ແລ້ວນັ້ນ.

ໂດຍການຈັດຕັ້ງປະຕິບັດມາດຕະການດັ່ງກ່າວນີ້ ທາງການໄທມີເປົ້າໝາຍເພື່ອ ຢຸດບັນຫາ
ການຈ້າງແຮງງານຜິດກົດໝາຍ ທີ່ເຮັດໃຫ້ແຮງງານຈຳນວນຫຼາຍໄດ້ ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດໃນໄທ ໂດຍກະຊວງແຮງ ງານໄທກໍໄດ້ກຳໜົດທັງໂທດ
ຂັງຄຸກແລະປັບໃໝບັນດານາຍຈ້າງແລະແຮງງານ ທີ່ລັກລອບເຮັດວຽກໃນໄທໂດຍຜິດກົດ
ໝາຍດ້ວຍ ກໍຄືໂທດຂັງຄຸກ 1 ປີ ແລະ ປັບໃໝ 10,000-100,000 ບາດ ສຳລັບນາຍຈ້າງ
ທີ່ຈ້າງແຮງງານໂດຍຜິດກົດ ໝາຍ ທັງຍັງຈະຖືກຂັງຄຸກ ແລະປັບໃໝເພີ້ມຂື້ນອີກ ຖ້າຫາ
ກວ່າໄດ້ກະທຳ ຄວາມຜິດຊໍ້າ ສ່ວນແຮງງານທີ່ລັກລອບເຮັດວຽກໃນໄທຈະຖືກປັບໃໝ
5,000-100,000 ບາດ ແລະຈະຖືກສົ່ງໂຕກັບຄືນໄປປະເທດທັນທີ.

XS
SM
MD
LG