ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ຂໍຮ້ອງຈາກທຸກພາກສ່ວນ ໃນທົ່ວປະເທດ ໃຫ້ປະກອບສ່ວນເຂົ້າໃນການສະກັດກັ້ນ ໂຄວິດ-19


ບໍລິສັດເອກະຊົນລາວ ປະກອບສ່ວນເປັນເງິນມູນຄ່າ 2,830 ລ້ານກີບ ເພຶ່ອຊ່ອຍລັດຖະບານລາວ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວ.
ບໍລິສັດເອກະຊົນລາວ ປະກອບສ່ວນເປັນເງິນມູນຄ່າ 2,830 ລ້ານກີບ ເພຶ່ອຊ່ອຍລັດຖະບານລາວ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວ.

ລັດຖະບານລາວຮຽກຮ້ອງຂໍຄວາມຊ່ອຍເຫຼືອຈາກທຸກພາກສ່ວນເພີ້ມຂຶ້ນເພື່ອປະກອບສ່ວນໃນການສະກັດກັ້ນການແຜ່ລະບາດຂອງພະບາດໄວຣັສ ໂຄວິດ-19 ໃຫ້ມີປະສິດທິພາບສູງຂຶ້ນໃນທົ່ວປະເທດ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫລງຍອມຮັບວ່າ ສະພາບການຕິດເຊື້ອໄວຣັສ ໂຄວິດ-19 ຂອງປະຊາຊົນລາວ ທີ່ຍັງສືບຕໍ່ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຢູ່ໃນເຂດນະຄອນວຽງຈັນນີ້ ມີຈຳນວນຜູ້ຕິດໄວຣັສ ໂຄວິດ-19 ຫຼາຍທີ່ສຸດໃນລາວນັ້ນ ເຮັດໃຫ້ຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນເພີ້ມຂຶ້ນເພື່ອປະກອບສ່ວນໃນການສະກັດກັ້ນການແຜ່ລະບາດຂອງໄວຣັສ ໂຄວິດ-19 ໃຫ້ມີປະສິດທິພາບສູງຂຶ້ນທັງໃນນະຄອນວຽງຈັນ ແລະທົ່ວປະເທດ ທັງນີ້ ໂດຍສາມາດປະກອບສ່ວນໄດ້ທັງໃນຮູບແບບຂອງເງິນ ເຄື່ອງມືທາງການແພດ ເຄື່ອງອຸປະໂພກບໍລິໂພກ ແລະສິ່ງຂອງຕ່າງໆທີ່ຈຳເປັນໃນການດຳເນີນງານຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໄວຣັສສ ໂຄວິດ-19 ໃນລາວ ດັ່ງທີ່ທ່ານພູທອນ ໃຫ້ການຢືນຢັນວ່າ:

“ຄະນະສະເພາະກິດຮຽກຮ້ອງໃຫ້ທົ່ວສັງຄົມທຸກພາກສ່ວນ ຈົ່ງຮ່ວມສົມທົບທຶນບໍລິຈາກຊັບ ວັດຖຸສິ່ງຂອງຮັບໃຊ້ໃຫ້ແກ່ວຽກງານສະກັດກັ້ນແລະແກ້ໄຂການລະບາດອາດຈະເປັນເງິນ ເປັນວັດຖຸອຸປະກອນການແພດ ເຄື່ອງນອນຂອງຜູ້ຕິດເຊື້ອຢູ່ໂຮງໝໍພາກສະໜາມ ຫຼືເຄື່ອງບໍລິໂພກຕາມຄວາມສາມາດຕົວຈິງ ຊຶ່ງຈະຊ່ອຍໃຫ້ພວກເຮົານີ້ ສາມາດບໍລິຫານແລະຄຸ້ມຄອງຜູ້ຕິດເຊື້ອເປັນຈຳນວນຫລວງຫຼາຍນີ້ ຢູ່ນະຄອນວຽງຈັນ ກໍຄືຢູ່ບັນດາແຂວງ ເພື່ອພ້ອມກັນຜ່ານຜ່າວິກິດການຂອງພະຍາດໂຄວິດ-19 ນີ້ໄປດ້ວຍກັນ.”

ທັງນີ້ ການຕິດເຊື້ອໄວຣັສ ໂຄວິດ-19 ໃນລາວ ໄດ້ເພີ້ມຂຶ້ນຢ່າງໄວວານັບຈາກວັນທີ 11 ເມສາ 2021 ເປັນຕົ້ນມາ ໂດຍຈຳນວນຜູ້ຕິດໄວຣັສເພີ້ມຂຶ້ນຈາກ 49 ຄົນເປັນ 1,500 ກວ່າຄົນ ໃນວັນທີ 14 ພຶດສະພາ ຫຼືເພີ້ມຂຶ້ນຫຼາຍກວ່າ 1,450 ຄົນໃນ​ 4 ສັບປະດາທີ່ຜ່ານມາ ແລະພາຍໃຕ້ສະພາບດັ່ງກ່າວນີ້ ກໍຍັງຖືເປັນການລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ໄດ້ແຜ່ລາມເຂົ້າໄປໃນລະດັບຊຸມຊົນອັນຈະເຮັດໃຫ້ເຊື້ອໄວຣັສ ໂຄວິດ-19 ສາມາດຈະຕິດຕໍ່ກັນຢູ່ພາຍໃນຄົວເຮືອນໄດ້ຢ່າງວ່ອງໄວດ້ວຍນັ້ນ ຈຶ່ງນັບເປັນສະພາການທີ່ໜ້າເປັນຫ່ວງຢ່າງຍິ່ງ ໂດຍສະເພາະແມ່ນຢູ່ໃນເຂດນະຄອນວຽງຈັນ ທີ່ມີຈຳນວນຜູ້ຕິດໄວຣັສ ໂຄວິດ-19 ຫຼາຍທີ່ສຸດຢູ່ໃນລາວນັ້ນ ດັ່ງທີ່ທ່ານນາງ ໄຊພອນ ນັນທະພອນຫົວໜ້າພະແນກສາທາລະນະສຸກໃນເຂດນະຄອນວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ສະຖານະການໃນປັດຈຸບັນນີ້ ຢູ່ໃນນະຄອນຫຼວງວຽງຈັນ ການແຜ່ລະຍາດຂອງພະຍາດໂຄວິດ-19 ນັ້ນ ເຫັນວ່າ ແຕ່ລະມື້ຫັ້ນມີການເພີ້ມຂຶ້ນ ປັດຈຸບັນນີ້ ເປັນການແຜ່ລະບາດຢູ່ໃນຂັ້ນຊຸມຊົນແລ້ວ ເພາະວ່າພວກເຮົາພົບເຫັນກໍລະນີຕິດເຊື້ອໃໝ່ຂອງພະຍາດໂຄວິດ-19 ຫັ້ນແມ່ນຢູ່ໃນຊຸມຊົນເນາະ ກໍຖືວ່າ ມັນເປັນການລະບາດຢູ່ໃນຂັ້ນຊຸມຊົນແລ້ວ ປັດຈຸບັນນີ້ ນະຄອນຫຼວງວຽງຈັນ ພວກເຮົາກໍໄດ້ຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງ ການເພີ້ມທະວີມາດຕະການໃນການສະກັດກັ້ນ ຄວບຄຸມ ແລະຕຽມຄວມພ້ອມຮອບດ້ານເພື່ອຕ້ານການລະບາດຮ້າຍແຮງຂຶ້ນຂອງພະຍາດໂຄວິດ-19.”

ພ້ອມກັນນີ້ ທາງການລາວ ກໍຍັງໄດ້ປັບປ່ຽນເປົ້າໝາຍການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ປະຊາຊົນລາວ ຈາກທີ່ວາງໄວ້ເດີມ 22 ເປີເຊັນ ເພີ້ມຂຶ້ນເປັນ 50 ເປີເຊັນຂອງປະຊາກອນທັງໝົດ ໃນປີ 2021 ນີ້ ຫາກແຕ່ລັດຖະບານລາວ ສາມາດຕອບສະໜອງງົບປະມານສຳລັບການຈັດຫາວັກຊີນໄດ້ພຽງ 20 ເປີເຊັນຂອງຄວາມຕ້ອງການທັງໝົດ ຈຶ່ງຈະຕ້ອງເພິ່ງພາການຊ່ອຍເຫຼືອຈາກຕ່າງປະເທດເປັນດ້ານຫລັກ ຊຶ່ງທີ່ຜ່ານມາ ລັດຖະບານຈີນ ໄດ້ໃຫ້ການຊ່ອຍເຫຼືອລັດຖະບານລາວແລ້ວ 4 ຄັ້ງ ຄິດເປັນຈຳນວນຢາວັກຊີນລວມເຖິງ 1,402,000 ໂດສ ສ່ວນອົງການອະນາໄມໂລກ (WHO) ແລະລັດຖະບານຣັດເຊຍ ກໍໃຫ້ການຊ່ອຍເຫຼືອ 132,000 ໂດສ ແລະ 2,000 ໂດສ ຕາມລຳດັບ ທັງຍັງຄາດວ່າ WHO ຈະໃຫ້ການຊ່ອຍເຫຼືອເພີ້ມຂຶ້ນອີກ 480,000 ໂດສ ໃນປີ 2021 ນີ້ ແລະຫລ້າສຸດລັດຖະບານອອສເຕຣເລຍ ກໍໄດ້ໃຫ້ການຊ່ອຍເຫຼືອ 1 ລ້ານໂດສ ຈຶ່ງຍັງອີກ 4,184,000 ໂດສທີ່ລັດຖະບານລາວ ຕ້ອງຈັດຫາເພີ້ມເພື່ອຈະດໄດ້ສັກຢາວັກຊີນໃຫ້ກັບປະຊາຊົນໄດ້ ຕາມເປົ້າໝາຍ 50 ເປີເຊັນຂອງປະຊາກອນທັງໝົດດັ່ງກ່າວ.

ທັງນີ້ ນານາຊາດໄດ້ໃຫ້ການຊ່ອຍເຫຼືອລັດຖະບານລາວແລ້ວ ເກີນກວ່າ 25 ລ້ານໂດລາ ແລະລັດຖະບານລາວ ໄດ້ກູ້ຢືມເງິນສຸກເສີນ 18 ລ້ານໂດລາຈາກທະນາຄານໂລກ ເພື່ອໃຊ້ໃນການສະກັດການລະບາດຂອງໄວຣັສ ໂຄວິດ-19.

XS
SM
MD
LG