ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ລາວ ໄດ້ອະນຸມັດ ງົບປະມານສຸກເສີນ 30 ຕື້ກີບ ເພື່ອນຳໃຊ້ໃນການສະກັດກັ້ນ ການລະບາດຂອງໄວຣັສ COVID-19


ທ່ານ ທອງລຸນ ສີສຸດລິດ ກ່າວຄຳປາໄສໃນລະຫວ່າງການລົງສຳຫຼວດ COVID-19.
ທ່ານ ທອງລຸນ ສີສຸດລິດ ກ່າວຄຳປາໄສໃນລະຫວ່າງການລົງສຳຫຼວດ COVID-19.

ລັດຖະບານ ລາວ ໄດ້ອະນຸມັດງົບປະມານສຸກເສີນ 30 ຕື້ກີບ ເພື່ອນຳໃຊ້ໃນການສະກັດກັ້ນການລະບາດຂອງໄວຣັສ COVID-19 ຫາກແຕ່ວ່າກໍຍັງບໍ່ພຽງພໍ ຈຶ່ງຕ້ອງການຄວາມຊ່ວຍເຫຼືອຈາກທຸກພາກສ່ວນເພີ່ມຂຶ້ນ.


ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນຖະແຫຼງວ່າ ໃນໄລຍະທີ່ຜ່ານມາ ລັດຖະບານ ລາວ ໄດ້ອະນຸມັດງົບປະມານສຸກເສີນ 2​ ຄັ້ງຄິດເປັນມູນຄ່າລວມ 30 ຕື້ກີບ ເພື່ອນຳໃຊ້ໃນການສະກັດກັ້ນການລະບາດຂອງເຊື້ອໄວຣັສ COVID-19 ໂດຍສະເພາະແມ່ນການຊື້ເຄື່ອງມື ແລະ ອຸປະກອນທາງການແພດທີ່ມີມູນຄ່າລວມ 10 ຕື້ກີບ ແລະ ຈັດສັນໃຫ້ພາກສ່ວນທີ່ຮັບຜິດ ຊອບຂັ້ນແຂວງໃນທົ່ວປະເທດມູນຄ່າ 15.9 ຕື້ກີບນັ້ນຖືເປັນການໃຊ້ຈ່າຍທີ່ມີຄວາມຈຳເປັນເລັ່ງດ່ວນ ສ່ວນການຊ່ວຍເຫຼືອຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດນັ້ນຄິດເປັນຈຳ ນວນເງິນ 7.12 ຕື້ກີບກັບ 1.3 ກວ່າລ້ານບາດ ແລະ 37,390 ໂດລາ ສ່ວນການຊ່ວຍເຫຼືອທີ່ເປັນເຄື່ອງມື ແລະ ອຸປະກອນທາງການແພດນັ້ນກໍຄິດເປັນມູນຄ່າກວ່າ 24 ຕື້ກີບຊຶ່ງລັດຖະບານ ລາວ ກໍຄືຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອ COVID-19 ໃນ ລາວ ໄດ້ຮັບປະກັນກັບທຸກພາກສ່ວນວ່າໄດ້ນຳໃຊ້ເງິນ ແລະ ອຸປະກອນຕ່າງໆຢ່າງໂປ່ງໃສ ດັ່ງທີ່ທ່ານ ບຸນໂຈມ ໄດ້ໃຫ້ການຢືນຢັນວ່າ

“ລັດຖະບານອະນຸມັດ 2​ ຄັ້ງ ທີ 1 ລະແມ່ນຈຳນວນ 10 ຕື້ກີບ ເພື່ອເອົາມານຳໃຊ້ໃຫ້ແກ່ການຈັດຊື້ເຄື່ອງມື-ອຸປະກອນການແພດ ລວມທັງເຄື່ອງປ້ອງກັນໃນການເຝົ້າລະວັງຕ່າງໆ ແລະ ຄັ້ງທີ 2 ນີ້ລັດຖະບານກໍໄດ້ອະນຸມັດຕື່ມອີກ 20 ຕື້ກີບ ເພື່ອຊ່ວຍບັນດາແຂວງໃນຂອບເຂດທົ່ວປະເທດ, ນອກນັ້ນພວກເຮົາກໍໄດ້ຮັບການຊ່ວຍເຫຼືອເປັນວັດຖຸຈາກລັດຖະບານ, ການຈັດຕັ້ງສາກົນ, ບຸກ ຄົນ, ນິຕິບຸກຄົນ ແລະ ພາກສ່ວນສັງຄົມຕ່າງໆ ຄະນະສະເພາະກິດ ກໍໄດ້ແຕ່ງຕັ້ງຄະນະຈັດຊື້-ຈັດຈ້າງສະເພາະ ເພື່ອເຮັດໃຫ້ມີຄວາມໂປ່ງໃສ.”

ສ່ວນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກໍຢືນຢັນວ່າ ລັດຖະບານ ລາວ ຈະດຳເນີນມາດຕະການໃນທຸກວິທີທາງ ເພື່ອສະກັດກັ້ນການລະບາດຂອງເຊື້ອໄວຣັສ COVID-19 ໃນ ລາວ ໃຫ້ໄດ້ໄວທີ່ສຸດ ຊຶ່ງເຮັດໃຫ້ຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນການຈັດຕັ້ງປະຕິບັດຕາມມາດຕະການຕ່າງໆຢ່າງເຄັ່ງຄັດ ທັງຍັງຈະຕ້ອງນຳໃຊ້ງົບປະມານ ແລະ ຊັບພະຍາກອນຕ່າງໆທີ່ມີຢູ່ໃຫ້ມີປະສິດທິພາບຢ່າງແທ້ຈິງອີກດ້ວຍ ຊຶ່ງລວມເຖິງເງິນ ແລະ ສິ່ງຂອງຕ່າງໆທີ່ໄດ້ຮັບການຊ່ວຍເຫຼືອຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດຈະຕ້ອງໄດ້ນຳໃຊ້ຢ່າງໂປ່ງໃສ ແລະ ປອດຈາກການທຸຈະລິດ ຫຼື ຍັກຍອກເອົາໄປເປັນຜົນປະໂຫຍດສ່ວນຕົວຂອງບັນດາພະນັກງານລັດທີ່ກ່ຽວຂ້ອງໃນທົ່ວປະເທດ ລາວ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫຼງຮຽກຮ້ອງໃນໂອກາດກອງປະຊຸມຄະນະລັດຖະບານ ລາວ ຮ່ວມກັບບັນດາເຈົ້າແຂວງໃນທົ່ວປະເທດ ດ້ວຍລະບົບເຊື່ອມຕໍ່ທາງໄກ ເມື່ອບໍ່ນານມານີ້ວ່າ

“ອັນທີ່ເຂົາມາຊ່ວຍເຫຼືອ ມາບໍລິຈາກຕ້ອງໄປຢາຍໃຫ້ປະຊາຊົນ ບໍ່ເອົາເຂົ້າຄລີນິກ ບໍ່ໄປຂາຍໄປຢາຍໂລດອຸປະກອນທີ່ໃຫ້ປ້ອງກັນແພດເຮົາທີ່ໄປປົວພະຍາດໂຄວິດ ຕ້ອງໃຫ້ຄົບຊຸດ ແລະ ຍັງບໍ່ພໍເທົ່າໃດໃຫ້ສັ່ງຊື້ ກໍບໍ່ແມ່ນເຫຼືອບ່າກວ່າແຮງປານໃດເດ້ ໃນການຊື້ຫັ້ນ ແຕ່ຂໍຢ່າງໃຫ້ສວຍໂອກາດເຮົານີ້ກໍຕ້ອງໃຫ້ຮູ້ລາຄາ ສົມມຸດວ່າເຄື່ອງນຶ່ງສິບພັນໂດລານີ້ ມາເອົາຊາວພັນ ບໍ່ໄດ້ແທ້ໆ ອັນນີ້ຄັນເຫັນຕ້ອງດຳເນີນການ.”

ທາງດ້ານກະຊວງການເງິນກໍໄດ້ກູ້ຢືມເງິນສຸກເສີນມູນຄ່າ 18 ລ້ານໂດລາຈາກທະນາຄານໂລກ ເມື່ອວັນທີ 7 ເມສາ 2020 ທີ່ຜ່ານມາສຳລັບນຳໃຊ້ໃນການດຳເນີນມາດຕະການຕ້ານການລະບາດຂອງໄວຣັສ COVID-19 ທີ່ແນໃສ່ການຍົກລະດັບປະສິດທິພາບໃນການຈັດຕັ້ງປະຕິບັດມາດຕະການໃຫ້ສູງຂຶ້ນ ໂດຍສະເພາະແມ່ນການເຝົ້າລະວັງ ແລະ ການເພີ່ມຄວາມອາດສາມາດໃນການຮັກສາຄົນປ່ວຍ COVID-19 ໂດຍທີມແພດຂອງ ລາວ ນັ້ນຖືເປັນງານທີ່ເລັ່ງດ່ວນ ເພາະຖ້າຫາກວ່າລັດຖະບານ ລາວ ສາມາດຄວບຄຸມ ແລະ ຢຸດການລະບາດຂອງເຊື້ອ COVID-19 ໄດ້ໄວເທົ່າໃດຍ່ອມເປັນການຢຸດຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເສດຖະກິດໃນ ລາວ ດ້ວຍນັ້ນເອງ.

ສ່ວນລັດຖະບານ ຈີນ ກໍໄດ້ສົ່ງຄະນະຊ່ຽວຊານທາງການແພດ 12 ຄົນທີ່ເດີນທາງມາເຖິງນະຄອນ ຫຼວງວຽງຈັນເມື່ອວັນທີ 29 ມີນາ 2020 ພ້ອມດ້ວຍອຸປະກອນຕ່າງໆທີ່ນຳໃຊ້ເພື່ອສະກັດກັ້ນການລະບາດຂອງເຊື້ອໄວຣັສ COVID-19 ໃນ ລາວ ໂດຍຄະນະຊ່ຽວຊານທາງການແພດຂອງ ຈີນ ທັງ 12 ຄົນໄດ້ປະຕິບັດພາລະກິດໃນ ລາວ ເປັນເວລາ 14 ວັນເພື່ອຖ່າຍທອດປະສົບການໃຫ້ກັບບຸກຄະລາກອນທາງການແພດຂອງ ລາວ ກ່ຽວກັບການປ້ອງກັນ ແລະ ຄວບຄຸມໄວຣັສ COVID-19 ການຄັດຕອງຄົນຕິດເຊື້ອ ການກວດວິເຄາະ, ການຮັກສາຄົນປ່ວຍ, ການບໍລິຫານ ແລະ ຈັດການໂຮງໝໍ ສະຖານທີ່ກັກກັນຜູ້ຕິດເຊື້ອ ການໂຄສະນາເພື່ອເສີມສ້າງການມີສ່ວນຮ່ວມຂອງປະຊາຊົນ ແລະ ຫຼ້າສຸດ ກອງທັບປົດປ່ອຍປະຊາຊົນ ຈີນ ກໍຊ່ວຍເຫຼືອໂຮງໝໍ 103 ຂອງກອງທັບປະຊາຊົນ ລາວ ເປັນການສະເພາະ.

XS
SM
MD
LG