ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ ລາວ ອະ​ນຸ​ມັດ​ເງິນ 47 ຕື້​ກີບ ເພື່ອ​ຈັດ​ງານ​ສະ​ຫຼອງ​ມໍ​ລະ​ດົກ​ໂລກ ​ທົ່ງ​ໄຫ​ຫີນ, ກິ​ລາ​ແຫ່ງ​ຊາດ ແລະ ວັນ​ສ້າງ​ຕັ້ງ​ພັກ


ທົ່ງ​ໄຫ​ຫີນ, ແຂວງ​ຊຽງ​ຂວາງ, ປະ​ເທດ ລາວ.
ທົ່ງ​ໄຫ​ຫີນ, ແຂວງ​ຊຽງ​ຂວາງ, ປະ​ເທດ ລາວ.

ລັດ​ຖະ​ບານ ລາວ ອະ​ນຸ​ມັດ​ເງິນ 47 ຕື້​ກີບ ເພື່ອ​ຈັດ​ງານ​ສະ​ຫຼອງ​ມໍ​ລະ​ດົກ​ໂລກ​ທົ່ງ​ໄຫ​ຫີນ ໃນ​ໂອ​ກາດ​ດຽວ​ກັບ​ພິ​ທີ​ເປີດ​ການ​ແຂ່ງ​ຂັນ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ 11 ແລະ ວັນ​ສ້າງ​ຕັ້ງ​ພັກ​ຄົບ​ຮອບ 65 ປີ​ໃນ​ວັນ​ທີ 22 ມີ​ນາ 2020.


​ທ່ານ ບຸນ​ຕົ້ນ ຈັນ​ທະ​ພອນ ເຈົ້າ​ແຂວງ ແລະ ເລ​ຂາ​ພັກ​ແຂວງ​ຊຽງ​ຂວາງ ຖະ​ແຫຼງ​ຢືນ​ຢັນ​ວ່າ ການ​ຈັດ​ງານ​ສະ​ເຫຼີມ​ສະຫຼອງ​ທົ່ງ​ໄຫ​ຫີນ ເປັນ​ມໍ​ລະ​ດົກ​ໂລກ​ຈະ​ມີ​ຂຶ້ນ​ໃນ​ໂອ​ກາດ​ດຽວ​ກັນ​ກັບ​ພິ​ທີ​ເປີດ​ການ​ແຂ່ງ​ຂັນ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ 11 ແລະ ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ຄົບ​ຮອບ 65 ປີ​ໃນ​ວັນ​ທີ 22 ມີ​ນາ 2020 ສະ​ນັ້ນ ຈຶ່ງ​ຖື​ເປັນ​ງານ​ສະ​ເຫຼີມ​ສະ​ຫຼອງ​ທີ່​ຍິ່ງ​ໃຫຍ່ ເພາະ​ມີ 3 ວາ​ລະ​ສຳ​ຄັນ​ໃນ​ລະ​ດັບ​ຊາດ​ທີ່​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ວັນ​ດຽວ​ກັນ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ນຳ​ໃຊ້​ງົບ​ປະ​ມານ​ເພີ່ມ​ຂຶ້ນ​ເປັນ 3 ເທົ່າ​ຊຶ່ງ​ໃນປັດ​ຈຸ​ບັນ​ລັດ​ຖະ​ບານ ລາວ ກໍ​ໄດ້​ອະ​ນຸ​ມັດ​ງົບ​ປະ​ມານ​ເພື່ອ​ສະໜັບ​ສະ​ໜູນ​ການ​ຈັດ​ງານ​ທັງ​ 3 ວາ​ລະ​ດັ່ງ​ກ່າວນີ້​ແລ້ວ​ໃນ​ມູນ​ຄ່າ 47 ຕື້​ກີບ ຈຶ່ງ​ເຮັດ​ໃຫ້​ການ​ກະ​ກຽມ​ງານ​ດຳ​ເນີນ​ໄປ​ດ້ວຍ​ດີ​ໃນ​ທຸກໆ​ດ້ານ ດັ່ງ​ທີ່​ທ່ານ ບຸນ​ຕົ້ນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ທາງ​ລັດ​ຖະ​ບານ​ກໍ​ໄດ້​ຕັດ​ສິນ​ໃຈ​ສູງ ເງິນ 47 ຕື້​ຫ​ັ້ນ​ນະ​ທີ່​ລັດ​ຖະ​ບານ​ອະ​ນຸ​ມັດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ງານ​ມະ​ຫາ​ກຳ​ຄັ້ງ​ນີ້​ຫັ້ນ ເພິ່ນ​ກະ​ໂອນ​ມາ​ແຂວງ​ຊຽງ​ຂວາງ ກະ 19 ຕື້​ແລ້ວ ແລະ ແຕ່​ລະ​ກຳ​ມະ​ການ​ທີ່​ໄດ້​ປະ​ຕິ​ບັດ​ວຽກ​ງານ​ໄປ​ກໍ​ຈ່າຍ​ຕາມ​ກົດ​ລະ​ບຽບ​ຂອງ​ກະ​ຊວງ​ການ​ເງິນ​ຫັ້ນ ກໍ​ຖືກ​ຕ້ອງ​ຕາມ​ຫັ້ນ​ໝົດ​ຢູ່ ລັດ​ຖະ​ບານບໍ່​ໄດ້​ໂອນ​ຄືນ​ໄປ​ໃຊ້​ໃນ​ຫ້ວງ​ອື່ນ ແມ່ນມອບ​ໃຫ້​ກຳ​ກັບ​ນຳ​ວຽກ​ງານນີ້​ສະ​ເພາະ ອັນ​ນີ້​ກໍ​ເປັນ​ອັນ​ດີ​ອັນ​ນຶ່ງ​ເຮັດ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ນັ້ນ​ເດີນ​ໄປ​ໄດ້."

ທ່ານ ບຸນ​ຕົ້ນ ຢືນ​ຢັນ​ດ້ວຍ​ວ່າ ສິ່ງ​ທີ່​ຈະ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ກ່ອນ​ການ​ສະ​ເຫຼີມ​ສະຫຼອງ​ມໍ​ລະ​ດົກ​ໂລກ​ກໍ​ຄື​ການ​ສ້າງ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະ​ຊາ​ຊົນ ລາວ ເຂົ້າ​ໃນ​ການ​ອຸ​ນຸ​ລັກ​ໄຫ​ຫີນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ເພາະ​ວ່າ​ໄຫ​ຫີນ​ທີ່​ຖືກ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ໂລກ​ຈາກ UNESCO ນັ້ນ​ບໍ່​ໄດ້​ຢູ່​ໃນ​ພື້ນ​ທີ່​ດຽວ​ກັນ ຫາກ​ແຕ່​ມີ​ທີ່​ຕັ້ງ​ຢູ່​ເຖິງ 11 ເຂດ​ໃນ 4 ເມືອງຂອງ​ແຂວງ​ຊຽງ​ຂວາງ ດ້ວຍ​ເຫດນີ້​ຈຶ່ງບໍ່​ແມ່ນ​ເລື່ອງ​ງ່າຍ​ສຳ​ລັບ​ການ​ຄຸ້ມ​ຄອງ ແລະ ຮັກ​ສາ​ມໍ​ລະ​ດົກ​ໂລກ​ແຫ່ງນີ້ ນອກ​ຈາກ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ​ເທົ່າ​ນັ້ນ.

ທັງ​ນີ້​ໄຫ​ຫີນ​ໄດ້​ຖືກ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ທາງວັດ​ທະ​ນະ​ທຳ​ຢ່າງ​ເປັນ​ທາງ​ການ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 43 ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ໃນ​ວັນ​ທີ 30 ມິ​ຖຸ​ນາ - 10 ກໍ​ລະ​ກົດ 2019 ທີ່​ນະ​ຄອນຫຼວງ ບາ​ກູ ປະ​ເທດ ອາ​ເຊີ​ໄບ​ຈານ ຊຶ່ງ​ກ່ອນ​ໜ້ານັ້ນ ຄະ​ນະ​ຊ່ຽວ​ຊານ​ຂອງ UNESCO ກໍ​ໄດ້​ເດີນ​ທາງ​ມາ​ກວດ​ກາ​ຄວາມ​ພ້ອມ​ໃນ​ດ້ານ​ຕ່າງໆ​ຂອງ​ທົ່ງ​ໄຫ​ຫີນ​ໃນ​ຊ່ວງ​ເດືອນ​ຕຸ​ລາ 2018 ກໍ​ຄືຫຼັງ​ຈາກ​ທາງ​ການ ລາວ ໄດ້​ສຶກ​ສາ​ຢ່າງ​ລະ​ອຽດ​ທັງ​ກໍ​ໄດ້​ກຳ​ນົດ​ແຜນ​ການ​ຄຸ້ມ​ຄອງ ແລະ ອຸນ​ລັກ​ເຂດ​ທົ່ງ​ໄຫ​ຫີນ​ໄດ້​ຕາມ​ເງື່ອນ​ໄຂ​ທີ່ UNESCO ກຳ​ນົດ​ໃນ​ທຸກ​ດ້ານ​ແລ້ວ ຊຶ່ງ​ທາງ​ການ ລາວ ໄດ້​ເລືອກ​ເອົາ​ສະ​ເພາະ 11 ພື້ນ​ທີ່ໆ​ຕັ້ງ​ຢູ່​ໃນ​ເຂດ​ເມືອງ​ຄຳ, ເມືອງ​ແປກ, ເມືອງ​ຜາ​ໄຊ ແລະ ເມືອງ​ພູກູດ ທີ່​ມີ​ໄຫ​ຫີນ 999 ໜ່ວຍ​ທີ່​ໄດ້​ຂ​ຶ້ນ​ທະ​ບຽນ​ເປັນ​ມໍ​ລະ​ດົກ​ໂລກ​ຈາ​ກ​ທັງ​ໝົດຫຼາຍກວ່າ 2,000 ໜ່ວຍ ເພື່ອ​ໃຫ້​ສະ​ດວກຕໍ່​ການ​ຄຸ້ມ​ຄອງ​ດັ່ງ​ກ່າວ.

ທາງ​ດ້ານ​ທ່ານ ວິ​ໄລ​ສຸກ ພິມ​ມະ​ສອນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາວ ຈາກ​ແຂວງ​ຊຽງ​ຂວາງ ກໍ​ຍອມ​ຮັບ​ວ່າ ໃນ​ແຂວງ​ຊຽງ​ຂວາງ ຍັງ​ຂາດ​ແຄນ​ພື້ນ​ຖານ​ໂຄງ​ລ່າ​ງ​ເພື່ອ​ຮອງ​ຮັບ​ການ​ທ່ອງ​ທ່ຽວ​ທີ່​ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້​ນ​ຈາກ​ການ​ທີ່ UNESCO ໄດ້​ປະ​ກາດ​ຮັບ​ຮອງ​ໄຫ​ຫີນ​ເປັນ​ມໍ​ລະ​ດົກ​ໂລກ​ດັ່ງ​ກ່າວ ໂດຍ​ສະ​ເພາະ​ແມ່ນ​ສະ​ໜາມ​ບິນ​ທີ່ບໍ່​ສາ​ມາ​ດ​ຮອງ​ຮັບ​ເຮືອ​ບິນ​ຂະ​ໜາດ​ໃຫຍ່​ໄດ້​ເລີຍ ສ່ວນ​ຖະ​ໜົນ​ຫົນ​ທາງ​ໄປ​ຫາ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ​ກໍ​ຍັງ​ບໍ​ໄດ້​ມາດ​ຕະ​ຖານ, ໂຮງ​ແຮມ, ບ້ານ​ພັກ, ຮ້ານ​ອາ​ຫານ, ສະ​ຖານ​ບໍ​ລິ​ການ​ຕ່າງໆ​ຍັງ​ບໍ່​ພຽງ​ພໍ ເຮັດ​ໃຫ້​ມີ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ຽວ​ໃນ​ແຂວງ​ຊຽງ​ຂວາງ​ພຽງ​ແຕ່ 80,000 ກວ່າ​ຄົນ​ເທົ່າ​ນັ້ນ​ໃນ​ແຕ່​ລະ​ປີ.

ສ່ວນ​ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ 11 ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ມີ​ນາ - 1 ເມ​ສາ 2020 ນັ້ນ​ຈະ​ມີ​ການ​ແຂ່ງ​ຂັນ​ໃນ 28 ປະ​ເພດ​ກິ​ລາ ເຊັ່ນ ແລ່ນ-ລານ, ບານ​ເຕະ, ບາງ​ບ້ວງ, ບານ​ສົ່ງ, ກະ​ຕໍ້, ເທັນ​ນິ​ສ, ປິ່​ງ​ປ່ອງ, ເປ​ຕັງ, ດອກ​ປີກ​ໄກ່, ລອຍ​ນ້ຳ, ຍິງ​ປືນ, ເທ​ຄວັນ​ໂດ, ຈູ​ໂດ, ວູ​ຊູ, ມວຍ​ສາ​ກົນ, ມວຍ​ລາວ, ມວຍ​ປ້ຳ, ກັອ​ຟ, ສ​ນຸກ​ເກີ, ແລະ ໝາກ​ເສິກ ເປັ​ນ​ຕົ້ນ ໂດຍ​ມີ 20 ພາກ​ສ່ວນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກໍ​ຄື​ ນະ​ຄອນຫຼວງວຽງ​ຈັນ ກັບ 17 ແຂວງ ແລະ 2 ກະ​ຊວງ ເພື່ອ​ຊິງ​ເອົາ 385 ຫຼຽນ​ຄຳ, 385 ຫຼຽນ​ເງິນ ແລະ 627 ຫຼຽນ​ທອງ​ແດງ ໂດ​ຍ​ສະ​ໜາມ​ກິ​ລາ​ກາງ​ທີ່​ໃຊ້​ໃນ​ການ​ຈັດ​ພິ​ທີ​ເປີດ ແລະ ປິດ​ນັ້ນ​ສາ​ມາດ​ຮອງ​ຮັບ​ຜູ້​ຊົມ​ໄດ້​ເຖິງ 17,000 ຄົນ ທັງ​ກໍ​ໄດ້​ປັບ​ປຸງ 11 ສະ​ໜາມ​ກິ​ລາ ເພື່ອ​ຮອງ​ຮັບ​ການ​ແຂ່ງ​ຂັນ ແລະ ສ້ອມ​ແປງ​ໂຮງ​ຮຽນ 27 ແຫ່ງ ເພື່ອ​ເປັນ​ບ່ອນ​ພັກ​ເຊົາ​ສຳ​ລັບ​ນັກ​ກິ​ລາຫຼາຍກວ່າ 6,000 ຄົນ​.

XS
SM
MD
LG