ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ໄດ້ຮັບຢາວັກຊີນ ກັນໂຄວິດ-19 ສາມແສນໂດສ ຈາກຈີນ ແລະຍັງຕ້ອງການຕື່ມອີກ


ລາວໄດ້ຮັບວັກຊີນ ປ້ອງກັນໂຄວິດ-19 ຈາກຈີນ
ລາວໄດ້ຮັບວັກຊີນ ປ້ອງກັນໂຄວິດ-19 ຈາກຈີນ

ລາວໄດ້ຮັບຢາວັກຊີນກັນໄວຣັສໂຄວິດ-19 ທີ່ເປັນການຊ່ວຍເຫຼືອຈາກຈີນ 300,000 ໂດສ
ສຳລັບສັກໃຫ້ບຸກຄະລາກອນ ທີ່ປະຕິບັດງານທີ່ມີຄວາມສ່ຽງ ສ່ວນປະຊາຊົນຍັງຕ້ອງລໍຖ້າ
ການຊ່ວຍເຫຼືອຕື່ມອີກ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງວ່າຢາ ວັກຊີນປ້ອງກັນເຊື້ອໄວຣັສໂຄວິດ-19 ທີ່ລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ 300,000 ໂດສ ນັ້ນຈະນຳໃຊ້ເພື່ອສັກໃຫ້ແກ່ບຸກຄະລາກອນ ທີ່ປະຕິບັດງານ ທີີ່ມີຄວາມສ່ຽງເປັນກຸ່ມທຳອິດເຊັ່ນ ໝໍ ພະຍາຍານ ແລະພະນັກງານ ລັດຜູ້ທີ່ປະຕິບັດໜ້າທີ່ປະຈຳຢູ່ດ່ານຊາຍແດນ ຫຼືພົວພັນກັບຊາວຕ່າງປະເທດ ເປັນຕົ້ນ ຊຶ່ງກ່ອນໜ້ານີ້ລັດຖະບານຈີນກໍໄດ້ໃຫ້ການຊ່ວຍເຫຼືອ ແລະສົ່ງມອບຢາ ວັກຊີນກັນໄວຣັສໂຄວິດ-19 ໃຫ້ກັບລາວມາແລ້ວ 2,000 ໂດສ ແລະທາງການ ລາວກໍໄດ້ສັກຢາວັກຊີນດັ່ງກ່າວໃຫ້ພະນັກງານລັດກຸ່ມທຳອິດໄດ້ຄົບທັງ 2 ໂດສ ແລ້ວ ຊຶ່ງບໍ່ປາກົດມີຜົນຂ້າງຄຽງທີ່ຜິດປົກກະຕິເກີດຂຶ້ນກັບຜູ້ທີ່ໄດ້ຮັບຢາວັກຊີນ ແຕ່ຢ່າງໃດ ຈຶ່ງໝັ້ນໃຈວ່າຈະໄດ້ຮັບຜົນດີໃນການສັກຢາວັກຊີນທີ່ໄດ້ຮັບການ ຊ່ວຍເຫຼືອຈາກລັດຖະບານຈີນໃນຄັ້ງນີ້ເຊັ່ນກັນ.

ສ່ວນການສັກຢາວັກຊີນໃຫ້ປະຊາຊົນລາວທົ່ວໄປນັ້ນ ຍັງຈະຕ້ອງລໍຖ້າການຊ່ວຍ ເຫຼືອ ຫຼືສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະແມ່່ນການຊ່ວຍເຫຼືອຈາກອົງການ ອະນາໄມໂລກ (WHO) ຊຶ່ງລາວເປັນປະເທດ 1 ໃນ 92 ປະເທດທີ່ຈະໄດ້ຮັບ ການຊ່ວຍເຫຼືອລ້າ ທາງດ້ານຢາວັກຊີນ ຕ້ານໂຄວິດ-19 ໃນປີ 2021 ສຳລັບ ປະຊາຊົນລາວ 1 ລ້ານ 4 ຄົນ ຫຼືຄິດເປັນ 20 ເປີເຊັນ ຂອງປະຊາກອນລາວ ທັງໝົດ ຈຶ່ງຍັງເຫຼືອອີກກວ່າ 5 ລ້ານ 6 ແສນຄົນ ທີ່ຈະໄດ້ຮັບການສັກຢາວັກ ຊີນຕ້ານໄວຣັສ ໂຄວິດ-19 ດ້ວຍການສັ່ງຊື້

ຈາກຕ່າງປະເທດເປັນດ້ານຫລັກ ໂດຍຄາດວ່າ ຈະຕ້ອງໃຊ້ເງິນທຶນຫາຍກວ່າ 100 ລ້ານໂດລາສະຫະລັດ ຊຶ່ງ ລັດຖະບານລາວສາມາດຈະສອບສະໜອງໄດ້ບາງສ່ວນຈຶ່ງເຮັດໃຫ້ຕ້ອງຂໍການ ຊ່ວຍເຫຼືອຈາກຕ່າງປະເທດ ເປັນດ້ານຫລັກດ້ວຍເຊັ່ນກັນ ຊຶ່ງຈະຕ້ອງໄດ້ໃຊ້ ເວລາພໍສົມຄວນດັ່ງທີ່ ທ່ານບຸນກອງ ໃຫ້ການຍອມຮັບວ່າ:

“ພວກເຮົາກໍຈະຕ້ອງໄດ້ພົວພັນກັບທາງປະເທດເພື່ອນມິດ ໃນການຈັດຫາ ຈັດຊື້ ຫຼື ວ່າການຊ່ວຍເຫຼືອຊຶ່ງກັນ ແລະກັນອັນນີ້ກໍເປັນອັນນຶ່ງທີ່ພວກເຮົາຈະມີເງື່ອນ ໄຂເຮັດໃຫ້ພໍ່ແມ່ປະຊາຊົນ ພວກເຮົາຈະຕ້ອງໄດ້ຮັບການໃຊ້ວັກຊີນນີ້ ບາດນີ້ຖ້າ ວ່າ ພວກເຮົາຫາກສັກທຸກທົ່ວໜ້ານີ້ເຮົາຈະຕ້ອງໄດ້ໃຊ້ເງິນປະມານ 100 ກວ່າ ລ້ານໂດລາ ຊຶ່ງວ່າອັນນີ້ໜີ້ກໍບໍ່ແມ່ນວ່າ ຊິສັກບາດດຽວໃຫ້ມັນແລ້ວໝົດ ຢູ່ປະ ເທດອື່ນເຂົາ ເຈົ້າກະເຮັດບໍ່ໄດ້ດັ່ງນັ້ນ ໂຕນີ້ເປັນອັນນຶ່ງທີ່ພວກເຮົາຈະຕ້ອງໄດ້ ຊອກງົບ.”

ໂດຍທີ່ຜ່ານມາພາກເອກກະຊົນລາວ ຊາວຕ່າງຊາດ ແລະອົງການສາກົນຈຳ ນວນ 99 ພາກສ່ວນໄດ້ໃຫ້ການຊ່ວຍເຫຼຶືອແກ່ລັດຖະບານລາວ 38 ກວ່າຕື້ກີບ ເພື່ອໃຊ້ໃນການສະກັດກັ້ນການລະບາດຂອງເຊື້ອໄວຣັສໂຄວິດ-19 ໃນລາວ ສ່ວນລັດຖະບານລາວກໍໄດ້ອະນຸມັດງົບປະມານສຸກເສີນ 30 ຕື້ກີບ ສຳລັບຈັດຊຶ້ ອຸບປະກອນທາງການການແພດ ແລະຈັດສັນໃຫ້ແຕ່ລະແຂວງ ໃນທົ່ວປະເທດ ນອກຈາກນັ້ນກໍຍັງໄດ້ຮັບການຊ່ວຍເຫຼືອເປັນອຸບປະກອນທາງການແພດກວ່າ 24 ຕື້ກີບ ສ່ວນກະຊວງການເງິນກໍໄດ້ກູ້ຢືມສຸກເສີນໃນມູນຄ່າ 18 ລ້ານໂດລາ ສະຫະລັດ ຈາກທະນາຄານໂລກເພື່ອຍົກລະດັບປະສິດທິພາບການສະກັດ ກັ້ນການລະບາດຂອງໄວຣັສໂຄວິດ-19 ໃຫ້ສູງຂຶ້ນ ສ່ວນລັດຖະບານຈີນກໍຊ່ວຍ

ເຫຼືອດ້ານຢາກວດໄວຣັສໂຄວິດ-19 ຈຳນວນ 22,000 ກວ່າ ສຸດໜ້າກາກ ສຳລັບແພດ 4 ແສນສຸດ ແລະອຸບປະກອນປ້ອງກັນແພດ 5,000 ກວ່າຊຸດ ຊຶ່ງໄດ້ມີການນຳໃຊ້ໄປສ່່ວນໃຫ່ຍແລ້ວຈຶ່ງເຮັດໃຫ້ຈະຕ້ອງດຳເນີນການຈັດຊື້ ຈັດຫາເພີ້ມຂຶ້ນອີກ ດັ່ງທີ່ທ່ານບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະ ຊວງການເງິນໄດ້ໃຫ້ການຢືນຢັນວ່າ:

“ໃນໄລຍະນີ້ບັນດາປະເທດອ້ອມຂ້າງພວກເຮົານີ້ ກະມີຄວາມສ່ຽງໃນການລະ ບາດຂອງພະຍາດໂຄວິດ-19 ດັ່ງນັ້ນລັດຖະບານພວກເຮົາກະແມ່ນເອົາໃຈໃສ່ ເຝົ້າລະວັງຢ່າງໃກ້ຊິດ ເພື່ອເຮັດແນວໃດ ເພື່ອໃຫ້ການປ້ອງກັນການລະບາດ ພະຍາດໂຄວິດໃຫ້ມັນຮັບປະກັນໃນລະດັບທີ່ແນ່ນອນ ແລະວັດທຸ ອຸບປະກອນ ພວກເຮົາກະຕຽມພ້ອມ ນອກຈາກພວກເຮົາໄດ້ເງິນກູ້ຈາກຕ່າງປະເທດກະໄດ້ມີ ການກະກຽມການປະມູນ ຈັດຊື້ວັດທຸອຸບປກອນຕ່າງໆ ທັງຢາປົວພະຍາດ ອຸບ ປະກອນສຳລັບການກວດ ແລະການປ້ອງກັນຕ່າງໆ.”

ທັງນີ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງ ພະບາດໄວຣັສໂຄວິດ-19 ໃນລາວໄດ້ກຳໜົດໃຫ້ໂຮງໝໍມິດຕະພາບໃນນະຄອນ ວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດໂຄວິດ-19 ໂດຍນໍາໃຊ້ອາຄານຫຼັງ ໃໝ່ເພື່ອຮອງຮັບຜູ້ທີ່ຕິດໂຄວິດ-19 ເປັນການສະເພາະເນື່ອງຈາກມີບຸກຄະລາ ກອນ ແລະເຄື່ອງມືແພດທັນສະໄໝທີ່ສຸດໃນລາວ ໂດຍການຊ່ວຍເຫຼືອຈາກລັດ ຖະບານຈີນເຊັ່ນກັນ.

XS
SM
MD
LG