ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບທ່ານວັງປາວ ຖືກນຳໄປຝັງ ທີ່ນະຄອນ Los Angeles


ຫີບສົບຂອງມື້ລາງທ່ານວັງປາວ (5 ມັງກອນ 2010)
ຫີບສົບຂອງມື້ລາງທ່ານວັງປາວ (5 ມັງກອນ 2010)

ຊາວມົ້ງທີ່ມີຄວາມໂກດແຄ້ນແລະເສົ້າໂສກເສຍໃຈໄດ້ຝັງ
ສົບ ມື້ລາງນາຍພົນວັງປາວ ທີ່ມີຊື່ສຽງ ໃນການຕໍ່ຕ້ານ
ຄອມມູນິສນັ້ນ ທີ່ນະຄອນ Los Angeles ຫຼັງຈາກກະ
ຊວງປ້ອງກັນປະເທດສະຫະລັດ ໄດ້ປະຕິເສດຕໍ່ຄຳຮຽກ
ຮ້ອງຂອງພວກເຂົາເຈົ້າ ທີ່ຢາກໃຫ້ຈັດພິທີ ສົ່ງສະການ
ແບບທະຫານ ໃຫ້ແກ່ທ່ານວັງປາວ ທີ່ສຸສານ​ແຫ່ງ​ຊາດ ​
ໃກ້ນະຄອນຫຼວງວໍຊິງຕັນ.

ຄອບຄົວແລະເພື່ອນມິດຂອງມື້ລາງທ່ານວັງປາວໄດ້ຮ່ວມ​
ກັນຝັງສົບຂອງທ່ານວັງປາວ ໃນມື້ວັນພຸດ ວານນີ້ ດ້ວຍ
ເຄື່ອງແຕ່ງກາຍຕາມປະເພນີ ແລະດົນຕີຂອງຊາວມົ້ງ. ສົບ
ຂອງທ່ານ ໄດ້ຖືກນຳໄປແຕ່ເມືອງ Fresno ໃນເຂດພາກ
ກາງຂອງລັດຄາລີຟໍເນຍ ທີ່ມີຊາວມົ້ງອາໄສຢູ່ເປັນຈຳນວນ
ຫຼວງຫຼາຍນັ້ນ.

ຊາວມົ້ງມີຄວາມໂກດແຄ້ນທີ່ທຳນຽບ 5 ແຈໄດ້ປະຕິເສດ
ຕໍ່ຄໍາອຸທອນຂອງພວກເຂົາເຈົ້າ ຊຶ່ງຢາກໃຫ້ມີການອະນຸຍາດ
ໃຫ້ນຳເອົາສົບຂອງນາຍພົນວັງປາວໄປຝັງດ້ວຍພິທີທາງທະຫານຢ່າງ​ເຕັມກຽດ ທີ່ສຸສານ
ແຫ່ງຊາດອາຣ໌ລິງຕັນຄຽງຂ້າງວິລະຊົນສົງຄາມອະເມຣິກັນທີ່ຍິ່ງໃຫຍ່ຫຼາຍໆຄົນນັ້ນ.

ໃນວັນອັງຄານຜ່ານມານີ້ພັນລະຍາໝ້າຍແລະພວກລູກໆຂອງນາຍພົນວັງປາວໄດ້ຂໍອຸ ທອນຕໍ່ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ​ໃຫ້​ທ່ານຕ່າວປີ້ນການຕັດສິນ
ໃຈ​ຂອງທຳນຽບ 5 ແຈ ທີ່​ໄດ້​ປະຕິ​ເສດ​ໄປ​ກ່ອນ​ແລ້ວ​ນັ້ນ. ນາງ May Song Vang
ກ່າວວ່າ ນາງຮູ້ສຶກເຈັບປວດເປັນທີ່ສຸດແລະຖືກສົບປະໝາດ ຈາກການປະຕິເສດຂອງ
ທຳນຽບ 5 ແຈ.

ນາຍພົນວັງປາວເປັນຜູ້ນຳພາພວກນັກລົບຊາວມົ້ງ ໃນການເຮັດສົງຄາມລັບ ຕໍ່ຕ້ານ
ກຳລັງຄອມມູນິສລາວ ແລະຫວຽດນາມ ໃນລະຫວ່າງສົງຄາມຫວຽດນາມ ໂດຍໄດ້ ຊ່ອຍຊີວິດຊາວອະເມຣິກັນຈຳນວນຫຼາຍຮ້ອຍຄົນ. ນອກນັ້ນທ່ານວັງປາວຍັງໄດ້ຊ່ອຍ ໃນການຕັ້ງຖິ່ນຖານໃໝ່ຂອງຊາວມົ້ງຈຳນວນຫຼາຍໆພັນຄົນຫຼັງຈາກພວກເຂົາເຈົ້າໄດ້
ອົບພະຍົບຫຼົບໄພເຂົ້າມາຢູ່ສະຫະລັດ ໃນປີ 1975.

XS
SM
MD
LG