ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸດສາຫະກຳການຜະລິດເສື້ອຜ້າ ສຳເລັດຮູບ ໃນລາວ ໄດ້ຮັບຜົນກະທົບຈາກການລະບາດ ຂອງໄວຣັສ Covid-19 ຢ່າງໜັກໜ່ວງທີ່ສຸດ


ທັງບໍລິສັດຜະລິດເສື້ອຜ້າສຳເລັດຮູບ ແລະພະນັກງານຕັດຫຍິບທັງຫຼາຍໃນລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19.
ທັງບໍລິສັດຜະລິດເສື້ອຜ້າສຳເລັດຮູບ ແລະພະນັກງານຕັດຫຍິບທັງຫຼາຍໃນລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19.

ອຸດສາຫະກຳເສື້ອຜ້າສຳເລັດຮູບເປັນພາກການຜະລິດທີ່ຖືກກະທົບໜັກໜ່ວງສຸດຈາກການລະບາດຂອງໄວຣັສ Covid-19 ໂດຍຄາດວ່າ ລາວ ຈະສົ່ງອອກເສື້ອຜ້າສຳເລັດຮູບລົດລົງເກີນກວ່າ 41 ເປີເຊັນ ໃນປີ 2020.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳແລະການຄ້າ ເປີດເຜີຍວ່າ ອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບ ຖືເປັນພາກການຜະລິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄວຣັດ Covid-19 ຢ່າງໜັກໜ່ວງທີ່ສຸດ ເພາະວ່າການຜະລິດເສື້ອຜ້າສຳເລັດຮູບໃນລາວ ລ້ວນແຕ່ມີເປົ້າໝາຍເພື່ອສົ່ງອອກໄປຕ່າງປະເທດເປັນດ້ານຫລັກ ແຕ່ຄັນເມື່ອເກີດການລະບາດຂອງພະຍາດໄວຣັສ Covid-19 ໃນທົ່ວໂລກ ຈຶ່ງເຮັດໃຫ້ການສັ່ງຊື້ຜະລິດຕະພັນເສື້ອຜ້າສຳເລັດຮູບຈາກລາວໂດຍລູກຄ້າໃນຕ່າງປະເທດນັ້ນ ລົດລົງຢ່າງຕໍ່ເນື່ອງນັບແຕ່ເດືອນມັງກອນປີ 2020 ເປັນຕົ້ນມາ ຊຶ່ງເຫັນໄດ້ຈາກການສົ່ງອອກເສື້ອຜ້າສຳເລັດຮູບຂອງລາວໃນຊ່ວງ 6 ເດືອນຕົ້ນປີ 2020 ທີ່ມີມູນຄ່າລວມບໍ່ເຖິງ 95 ລ້ານໂດລາ ປະກອບກັບການທີ່ບໍ່ມີການສັ່ງຊື້ເຂົ້າມາເລີຍສຳລັບການສົ່ງມອບສິນຄ້າໃນຊ່ວງ 4 ເດືອນທ້າຍປີນີ້ ຈຶ່ງມີຄວາມເປັນໄປໄດ້ສູງ ທີ່ການສົ່ງອອກເສື້ອຜ້າສຳເລັດຮູບຂອງລາວໃນຕະຫຼອດປີ 2020 ຈະມີມູນຄ່າລວມບໍ່ເກີນ 132 ລ້ານໂດລາ ຫຼືລົດລົງເກີນກວ່າ 41 ເປີເຊັນ ເມື່ອທຽບກັບປີ 2019 ທີ່ຜ່ານມາ.

ໂດຍສາເຫດສຳຄັນທີ່ເຮັດໃຫ້ການສັ່ງຊື້ເສື້ອຜ້າສຳເລັດຮູບຂອງລາວ ລົດລົງດັ່ງກ່າວ ກໍຄືຄວາມບໍ່ໝັ້ນໃຈວ່າ ໂຮງງານຕັດຫຍິບໃນລາວ ຈະສາມາດຜະລິດແລະສົ່ງສິນຄ້າໄດ້ຕາມການສັ່ງຊື້ຂອງລຸກຄ້າຕ່າງຊາດ ເພາະວ່າ ການລະບາດຂອງໄວຣັສ Covid-19 ໄດ້ເຮັດໃຫ້ທາງການລາວ ມີຄຳສັ່ງປິດໂຮງງານຕ່າງໆ ໃນທົ່ວປະເທດ ເປັນການຊົ່ວຄາວ ຊຶ່ງເມື່ອປະກອບກັບການສືບຕໍ່ມາດຕະການປິດດ່ານຊາຍແດນແລະກວດກາການເຂົ້າ-ອອກລາວ ຢ່າງເຂັ້ມງວດ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາຈົນເຖິງປັດຈຸບັນດ້ວຍແລ້ວ ຈຶ່ງເຮັດໃຫ້ລູກຄ້າຕ່າງຊາດຫັນໄປສັ່ງຊື້ສິນຄ້າຈາກປະເທດອື່ນທີ່ມີການຂົນສົ່ງສະດວກ-ວ່ອງໄວກວ່າລາວ ຊຶ່ງໃນນີ້ ກໍຮວມເຖິງການສັ່ງຊື້ສິນຄ້າຈາກປະເທດໄທດ້ວຍ ດັ່ງທີ່ນັກທຸລະກິດໄທທີ່ລົງທຶນໃນລາວ ໄດ້ໃຫ້ການຢືນຢັນກ່ຽວກັບການໂອນຍ້າຍການສັ່ງຊື້ສິນຄ້າຂອງລູກຄ້າຕ່າງຊາດດັ່ງກ່າວ ວ່າ:

“ເນື່ອງຈາກວ່າ ມີການແຜ່ລະບາດຂອງໂຄວິດເກີດຂຶ້ນມັນກໍມີຜົນກະທົບໃນເລື້ອງຂອງ Order ທີ່ເຮົາກຳລັງຜະລິດຢູ່ ເລີຍຕ້ອງຍ້າຍ Order ບາງສ່ວນທີ່ມັນມີໝາຍກຳນົດການທີ່ເຮັດສັນຍາກັບລູກຄ້າໄວ້ແລ້ວຫັ້ນນະ ເຮົາມີການເຈລະຈາຕໍ່ລອງກັບລູກຄ້າແລ້ວບໍ່ໄດ້ ເຮົາຈຳເປັນຕ້ອງຂະຫຍາຍ Order ໄປທີ່ປະເທດໄທ ເພາະສະນັ້ນ ມັນກໍເລີຍເຮັດໃຫ້ Order ຂອງເຮົາເລີ້ມຫົດຫາຍລົງ ເພາະເຮົາກໍບໍ່ຮູ້ວ່າ ສະຖານະການໂຄວິດມັນຈະຍາວນານຂັ້ນໃດ ແລະມັນຈະຮຸນແຮງຂັ້ນໃດ.”

ທາງດ້ານທະນາຄານພັດທະນາເອເຊຍ ຫຼື ADB ຄາດການວ່າ ລັດຖະບານລາວຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງຍອດຜະລິດຕະລວມພາຍໃນ ຫຼື GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວເຫຼືອບໍ່ເຖິງ 1,000 ລ້ານໂດລາ
ທາງດ້ານທະນາຄານພັດທະນາເອເຊຍ ຫຼື ADB ຄາດການວ່າ ລັດຖະບານລາວຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງຍອດຜະລິດຕະລວມພາຍໃນ ຫຼື GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວເຫຼືອບໍ່ເຖິງ 1,000 ລ້ານໂດລາ

ໂດຍການສົ່ງອອກທີ່ລົດລົງດັ່ງກ່າວ ກໍຍັງເຮັດໃຫ້ລາວ ຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອອີກດ້ວຍ ທັງນີ້ ໃນຊ່ວງເດືອນມັງກອນ ຫາ ມິຖຸນາ 2020 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 4,693.66 ລ້ານໂດລາ ຊຶ່ງໃນນີ້ເປັນການສົ່ງສິນຄ້າອອກໄປຕ່າງປະເທດ 2,080 ລ້ານໂດລາ ແລະການນຳເຂົ້າສິນຄ້າຕ່າງປະເທດ 2,613.66 ລ້ານໂດລາ ຈຶ່ງເຮັດໃຫ້ລາວ ຂາດດຸນການຄ້າຕ່າງປະເທດເກີນກວ່າ 533 ລ້ານໂດລາ ທັງຍັງເປັນສາເຫດສຳຄັນທີ່ເຮັດໃຫ້ລາວ ຂາດແຄນເງິນຕາຕ່າງປະເທດເພີ້ມຂຶ້ນອີກດ້ວຍ.

ທັງນີ້ ທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫລງວ່າ ລັດຖະບານລາວ ມີຄວາມຕ້ອງການດ້ານທຶນສຳຮອງເງິນຕາຕ່າງປະເທດ ຄິດເປັນມູນຄ່າບໍ່ຕ່ຳກວ່າ 4,000 ລ້ານໂດລາໃນແຕ່ລະປີ ຫາກແຕ່ວ່າ ກໍສາມາດປະຕິບັດໄດ້ຈິງພຽງແຕ່ 50 ເປີເຊັນ ເພາະວ່າ ສາມາດແລກປ່ຽນເງິນຕາຕ່າງປະເທດຈາກນັກທຸລະກິດຜູ້ສົ່ງສິນຄ້າອອກຈາກລາວໄປຕ່າງປະເທດໄດ້ໃນມູນຄ່າບໍ່ເກີນ 2,000 ລ້ານໂດລາເທົ່ານັ້ນ ໃນແຕ່ລະປີ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງປະເຊີນກັບບັນຫາຂາດແຄນທຶນສຳຮອງເງິນຕາຕ່າງປະເທດໃນມູນຄ່າເຖິງ 2,000 ລ້ານໂດລາ ໂດຍມີສາເຫດມາຈາກການຂາດດຸນການຄ້າຕ່າງປະເທດ ດັ່ງທີ່ ທ່ານສອນໄຊ ຢືນຢັນວ່າ:

“ການເກັບຊື້ຈາກມວນຊົນທົ່ວໄປໄດ້ຫລຸດລົງ 60 ເປີເຊັນ ຈາກລະດັບສະເລ່ຍ 1,600 ລ້ານໂດລາ ແລະ 14,000 ລ້ານບາດມາເປັນພຽງສະເລ່ຍ 743 ລ້ານໂດລາ ແລະ 5,900 ລ້ານບາດຕໍ່ປີ ໃນຂະນະທີ່ຄວາມຕ້ອງການເງິນຕາໃນສັງຄົມເພື່ອນຳເຂົ້າສິນຄ້າຈາກຕ່າງປະເທດສະເລ່ຍບໍ່ຫລຸດ 4,000 ລ້ານໂດລາຕໍ່ປີ ແຕ່ວ່າ ຄວາມສາມາດເກັບຊື້ໂດຍສະເລ່ຍແລ້ວ 3-4 ປີຜ່ານມານີ້ຢູ່ປະມານ 2,000 ລ້ານໂດລາ ຖືວ່າ ພວກເຮົາຍັງຂາດດຸນຢູ່.”

ທາງດ້ານທະນາຄານພັດທະນາເອເຊຍ ຫຼື ADB ຄາດການວ່າ ລັດຖະບານລາວຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງຍອດຜະລິດຕະລວມພາຍໃນ ຫຼື GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວເຫຼືອບໍ່ເຖິງ 1,000 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ທັງຍັງຕ້ອງຂໍເລື່ອນການຊຳລະໜີ້ຕ່າງປະເທດໃນປີ 2020 ນີ້ອີກດ້ວຍ.

XS
SM
MD
LG