ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຝຣັ່ງ ເຊື້ອສາຍລາວ ສະຫຼອງວັນຊາດ 14 ກໍລະກົດ


ປະທານາທິບໍດີຝຣັ່ງ ທ່ານເອມມານູຍແອລ ມາກຣົງ ກຳລັງກວດແຖວທະຫານ ຢູ່ຖະໜົນຊັງເອລີເຊ ນະຄອນຫຼວງປາຣີ ວັນທີ 14 ກໍລະກົດ 2019.
ປະທານາທິບໍດີຝຣັ່ງ ທ່ານເອມມານູຍແອລ ມາກຣົງ ກຳລັງກວດແຖວທະຫານ ຢູ່ຖະໜົນຊັງເອລີເຊ ນະຄອນຫຼວງປາຣີ ວັນທີ 14 ກໍລະກົດ 2019.

ມື້ນີ້ ວັນພຸດ ວັນທີ 14 ກໍລະກົດ 2021 ແມ່ນວັນຊາດຝຣັ່ງ (1789-2021) ນັບແຕ່ການ
ໂຄ່ນລົ້ມການປົກຄອງກະສັດຝຣັ່ງມາ ເປັນເວລາເກົ້າຮ້ອຍກວ່າປີ ແລະໃນທີ່ສຸດ ກໍໄດ້
ກາຍມາເປັນ ສາທາລະນະລັດຝຣັ່ງ ທີ່ຮູ້ກັນເທົ້າທຸກວັນນີ້. ໂດຍທົ່ວໄປແລ້ວ ວັນຊາດ
ຝຣັ່ງ ແມ່ນເປັນທີ່ຮູ້ກັນອີກວ່າ ບາສຕີລ ເດ (Bastille Day.)

ໃນໄລຍະກວ່ານຶ່ງປີທີ່ຜ່ານມານີ້ ຝຣ່ັງກໍບໍ່ແຕກຕ່າງໄປຈາກບັນດາປະເທດອື່ນໃດ ທີ່
ປະສົບກັບການແຜ່ລະບາດໂຄວິດ-19 ໂດຍໄດ້ມີການປິດເມືອງ ທຸລະກິດຕ່າງໆ ແລະ
ວາງມາດຕະການຢ່າງເຄັ່ງຄັດຂອງການອອກນອກບ້ານ. ບັດ ນີ້ທາງການໄດ້ເລີ້ມເປີດ
ໃຫ້ປະຊາຊົນໄປມາຫາສູ່ກັນໄດ້ແລ້ວ ແລະເປີດກິດຈະ ການຕ່າງໆ. ພ້ອມດຽວກັນນີ້
ຊາວຝຣັ່ງພາກັນຕື່ນເຕັ້ນ ຖືໂອກາດນີ້ສະຫຼອງ ບຸນວັນຊາດກັນຢ່າງຄຶກຄື້ນ ຊຶ່ງ ທ່ານ
ສີສຸກ ຄົນຝຣັ່ງເຊື້ອສາຍລາວຜູ້ນຶ່ງ ຢູ່ໃນ ນະຄອນຫຼວງປາຣີ ໄດ້ກ່າວເຖິງປະເພນີທີ່ຊາວ
ຝຣັ່ງຮວມທັງຄົນຝຣັ່ງເຊື້ອສາຍ ລາວ ພາກັນສະຫຼອງບຸນວັນຊາດສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ


ມື້ນີ້ເປັນວັນພັກລາດຊະການ ຊາວຝຣັ່ງພາກັນຢຸດພັກຜ່ອນ ປິກນິກ ເຕົ້າໂຮມກັນຢູ່
ຕາມບ້ານເຮືອນ ສະໂມສອນຕ່າງໆ ແລະເຕັ້ນລໍາສັງສັນກັນຢ່າງຄຶກຄຶ້ນ. ແນ່ນອນສິ່ງ
ທີ່ຫລີກລ່ຽງ ແລະຂາດບໍ່ໄດ້ອັນເປັນຮິດຕອງປະເພນີມາແຕ່ຍາວ ນານນັ້ນ ກໍຄືການ
ດື່ມເຫຼົ້າແວັງ.

XS
SM
MD
LG