ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຄົມລາວທີ່ຝຣັ່ງ ຈັດງານ​ສະ​ແດງ​ດົນຕີ ແລະ​ແຂ່ງ​ຂັນກິລາ


ການສະແດງດົນຕີຂອງບັນດານັກສິນລະປິນລາວໃນຝຣັ່ງ
ການສະແດງດົນຕີຂອງບັນດານັກສິນລະປິນລາວໃນຝຣັ່ງ

ລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ທີ່ເຮົານໍາມາສະເໜີທ່ານຂ້າງລຸ່ມນີ້ ແມ່ນລາຍການທີ່ເຮົາໄດ້ອອກອາກາດໄປ ເມື່ອວັນພະຫັດ ທີ 30 ມີຖຸນາ ເດືອນຜ່ານມາ ຊື່ງເປັນເລື່ອງລາວຂອງປະຊາຄົມລາວໃນປະເທດຝຣັ່ງ ກ່ຽວກັບການຈັດງານສະແດງດົນຕີ ແລະການແຂ່ງຂັນກິລາ ເພື່ອສະຫລອງການມາເຖິງຂອງລະດູຮ້ອນ ຊຶ່ງທ່ານ ຈັນທະຣາ ອຸເທນສັກດາ ປະທານຈັດງານ ໄດ້ມາໂອ້ລົມກັບ VOA.

ວັນ​ທີ 21 ມິຖຸນາ ​ເປັນ​ການ​ເລີ່​ມຕົ້ນລະດູ​ຮ້ອນ ຢູ່​ໃນ​ສະຫະລັດ​ອະ​ເມ​ຣິກາ​ ກໍ​ຄືຝຣັ່ງແລະ
ປະ​ເທດ​ຕາ​ເວັນ​ຕົກອື່ນໆ​ ຊຶ່ງ​ຢູ່ທີ່ປະເທດຝຣັ່ງນັ້ນ ປະຊາ​ຄົມ​ລາວ​ມີການຈັດ​ສະຫຼອງລະດູ
ຮ້ອນ​ກັນ​ໃນ​ຫຼາຍໆ​ຮູບ​ແບບ ອີງ​ຕາມ​ທ່ານ ຈັນທະຣາ​ ອຸ​ເທ​ນສັກດາ ປະທານ​ຈັດງານ​ສະ
ແດງ​ດົນຕີ ​ປະກອບ​ກັບ​ການ​ແຂງ​ຂັນກິລາຂອງ​ສະ​ມາ​ຄົມ​ນ້ອງ​ໃໝ່ ​ຊຶ່ງ​ງານ​ຄັ້ງ​ນີ້ ​ຈະມີຂຶ້ນ
ກົງ​ກັບ​ວັນ​ທີ 2 ກໍລະກົດ​ນີ້​ ຕາມທີ່ທ່ານ ຈັນທະຣາ​ ​ໄດ້​ໂອ້​ລົມ​ສູ່ VOA ຟັງ ດັ່ງໃນ​ບົດ​
ສໍາ​ພາດ​ຕໍ່​ໄປ​ນີ້:

/ຟັງບົດສໍາພາດຂອງທ່ານ ຈັນທະຣາ/

ບັນດາສິນລະປິນທີ່ເຂົ້າປະກອບສ່ວນ
ບັນດາສິນລະປິນທີ່ເຂົ້າປະກອບສ່ວນ

ທ່ານ ຈັນທະຣາ​ ອະທິບາຍ​ໃຫ້​ຟັງ​ວ່າການສະ​ແດງ​ດົນຕີ​ຄັ້ງ​ນີ້​ແມ່ນ​ໄດ້​ຮວມ​ເອົາ​ພຽງ​ແຕ່
9 ສິນລະປິນ​ລາວ​ຢູ່​ໃນ​ຝຣັ່ງທີ່​ມີ​ຜົນງານ​ແລ້ວ​ແລະ​ກໍມີຜົນງານທີ່​ກໍາລັງ​ຈະ​ອອກ​ມາ​ໃນ
ໄວໆນີ້. ​ແຕໍ​ກໍ​ບໍ່​ໄດ້​ໝາຍ​ຄວາມວ່ານັກ​ຮ້ອງ​, ນັກ​ສິນລະປິນ​ລາວ​ຢູ່​ໃນ​ຝຣັ່ງ ມີ​ພຽງ​ແຕ່​ເທົ່າ​ນີ້​.
ຄັ້ງ​ນີ້​ຖື​ວ່າ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ທາງ​ປະຊາຄົ​ມລາວ​ທີ່​ປະ​ເທດ​ຝຣັ່ງ​ໄດ້​ຈັດ​ງານ​ມະຫະກໍາ​ການ​
ດົນຕີ​ແລະ​ກິລາ​ຂຶ້ນ ກໍ​ເລີຍ​ຢາກ​ຈະ​ໃຫ້​ເປັນ​ການເລີ່​ມຕົ້ນ​ທີ່ມີ​ຄຸນ​ນະພາ​ບ ​ແຕ່ໂຄງການ​
ໃນ​ອະນາຄົດນັ້ນ ກໍຈະ​ໄດ້​ຮວມ​ເອົາ​ນັກ​ຮ້ອງ, ນັກສິນລະ​ປິນຢູ່​ໃນ​ປະ​ເທດ​ຝຣັ່ງ ​ແລະ​ແຖວ
ເອີຣົບມາຮວມກັນ ຊຶ່ງກໍ​ຈະ​ເປັນ​ການ​ປະກອບສ່ວນ​ກັບ​ຊາວ​ລາວ​ໃນ​ຕ່າງປະ​ເທດ, ບໍ່​ວ່າ​ຈະ
ເປັນ​ສະຫະລັດ, ອອສ​ເຕຣ​ເລຍ​ແລະ​ແມ່ນ​ກະ​ທັງ​ລາວ​ນໍາ. ສ່ວນສິນລະປິນ​ສາວ ຣັດຕະ
ນະ​ພອນ ສຸກ​ສະຫວັນ ຊຶ່ງ​ກໍ​ເປັນ​ນຶ່ງ​ໃນ​ຈໍານວນ 9 ຄົນ​ນັ້ນ ກໍ​ໄດ້​ໃຫ້ VOA ສໍາພາດແລະ​
ສະ​ແດງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ລາວ ທີ່​ໄດ້​ເຂົ້າ​ປະກອບສ່ວນ ຊຶ່ງຣັດຕະນະ​ພອນ​ໄດ້​ສະ​ແດງ
ຄວາມ​ຮູ້ສຶກ​ຂອງ​ນາງ​ວ່າ:

/ຟັງຄໍາຕອບຂອງ ຣັດຕະນະ​ພອນ ສຸກ​ສະຫວັນ/

ຮ້ອງເພງໝູ່
ຮ້ອງເພງໝູ່

ຊາວລາວໃນຕ່າງແດນ​ ບໍ່ວ່າຈະຢູ່ໃສ, ຈະຢູ່ສະຫະລັດຫຼືຢູ່ຝຣັ່ງ,​ ອອສເຕຣເລຍ ກໍບໍ່ໄດ້
ແຕກຕ່າງກັນ ຍັງຮັກສາເຄົ້າມູນ, ພາສາ,​ ການດົນຕີຕ່າງໆໄວ້ໃຫ້ຄົນຮຸ່ນ​ຫຼັງທີ່ເກີດໃໝ່
ໃຫຍ່ລຸນໃນຕ່າງແດນໄດ້ຮັກສາໄວ້ສືບທອດຕໍ່ໄປ​ໃຫ້ພວກເຂົາເຈົ້າຮູ້ວ່າ ຕົວເອງແມ່ນໃຜ
ແລະມາຈາກໃສ ຊຶ່ງທ່ານຈັນທະລາ ອຸເທນສັກດາ​ ອະທິບາຍວ່າ ສະມາຄົມໃນຝຣັ່ງມີ
ຫຼາຍກວ່າ 40 ສະມາຄົມດ້ວຍກັນ ຊຶ່ງຕ່າງກໍມີຈຸດປະສົງແລະວິທີເກັບຮັກສາວັດທະນະທໍາ
ທີ່ແຕກຕ່າງກັນອອກໄປ ທັງນີ້ທັງນັ້ນ ກໍແມ່ນເພື່ອຄົງໄວ້ຊຶ່ງຄວາມເປັນລາວນັ້ນໄວ້ ຊຶ່ງທ່ານ
ຈັນທະຣາ ກ່າວສະລຸບໄວ້ດັ່ງນີ້:

/ຟັງບົດສະຫຼຸບຂອງທ່ານ ຈັນທະຣາ/

ກິວົງແລະມະລີຈັນສຸກ ສິນລະປິນຄົນສໍາຄັນ
ກິວົງແລະມະລີຈັນສຸກ ສິນລະປິນຄົນສໍາຄັນ



XS
SM
MD
LG