ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາດຕະການໃໝ່ ເພື່ອຄວບຄຸມໂຄວິດ-19 ໃນນະຄອນຫຼວງປາຣີ ຂອງຝຣັ່ງ


ນະຄອນຫຼວງປາຣີ ຂອງປະເທດຝຣັ່ງ
ນະຄອນຫຼວງປາຣີ ຂອງປະເທດຝຣັ່ງ

ປັດຈຸບັນນີ້ຢູ່ທົ່ວປະເທດຝຣັ່ງ ລັດຖະບານຍັງດຳເນີນມາດຕະການຢ່າງເຄັ່ງຄັດ ກ່ຽວກັບ
ການຄວບຄຸມ ການແຜ່ລະບາດຂອງໂຄວິດ-19 ຫຼັງຈາກໄດ້ໂຍະຍານ ໃຫ້ເປີດຄືນເປັນ
ໄລຍະພຽງສັ້ນໆ. ມາດຕະການໃໝ່ ໂດຍສະເພາະແລ້ວແມ່ນເນັ້ນໜັກໃສ່ການເດີນທາງ
ໄປມາຫາສູ່ກັນ ໃຫ້ຢູ່ໃນຂອບເຂດຈຳກັດ ແລະບໍ່ໃຫ້ເດີນທາງກາຍລັດສະໝີ 100 ກິໂລ
ແມັດ. ສ່ວນໃຫຍ່ຂອງໂຮງຮຽນໄດ້ເປີດຄືນ ແຕ່ມີຈຳນວນນ້ອຍທີ່ຍັງປິດຢູ່ ເພາະມີນັກຮຽນ
ຕິດໄວຣັສໂຄໂຣນາແລະຕ້ອງໄດ້ ຮຽນຢູ່ບ້ານ. ທຸລະກິດຕ່າງໆ ໂດຍສະເພາະຮ້ານອາ
ຫານ ໄດ້ຮັບອະນຸຍາດໃຫ້ ເປີດໄດ້ ຢູ່ພາຍໃນຊົ່ວໂມງຈຳກັດ ຈາກທ່ຽງວັນ ຫາ 10 ໂມງ
ແລງ ພ້ອມທັງ ຈຳກັດລູກຄ້າທີ່ເຂົ້າໄປນັ່ງຮັບປະທານ ຊຶ່ງຂຶ້ນຢູ່ກັບເນື້ອທີ່ ຂອງຮ້ານອາ
ຫານ ຊຶ່ງບໍ່ມີຄວາມແຕກຕ່າງກັບ ບັນດາປະເທດຢູໂຣບອື່ນໆ ແລະສະຫະລັດອາເມຣິກາ.

ມາດຕະການດັ່ງກ່າວໄດ້ສ້າງຄວາມບໍ່ສະດວກ ແລະຫງຸດງິດ ໃຫ້ແກ່ປະຊາຊົນ ຜູ້ທີ່ບໍ່ສາ
ມາດດຳລົງຊີວິດ ໃນການທຳມາຫາກິນ ເປັນປົກກະຕິ ໂດຍສະເພາະ ມີຜົນກະທົບທາງ
ດ້ານການເງິນ. ທ່ານອາເລັກຊານຣ ສັກດາສະມາຊິກສັງຄົມລາວຝຣັ່ງ ຢູ່ໃນນະຄອນຫຼວງ
ປາຣີ ໄດ້ກ່າວເຖິງສະພາບການແລະບັນຍາກາດພາຍ ໃຕ້ໂຄວິດ-19 ສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ອີງຕາມລາຍງານຫລ້າສຸດ ປັດຈຸບັນນີ້ ຍັງມີຜູ້ຕິດເຊື້ອໄວຣັສໂຄໂຣນາເພີ້ມຂຶ້ນ ຢູ່ໃນທົ່ວໂລກ ປະມານ 33 ລ້ານຄົນ ແລະເສຍຊີວິດ ຫຼາຍກວ່າ 1 ລ້ານຄົນແລ້ວ.

XS
SM
MD
LG