ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລ​ມ​ຕ ການ​ຕ່າງ​ປະ​ເທດ ລາວ ກ່າວ​ວ່າ ຍັງບໍ່​ມີ​ການລະ​ບາດ ​ຂອງ​ໄວ​ຣັ​ສໂຄ​ໂຣ​ນາ ຢູ່​ລາວ


ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ເດີນ​ທາງ​ມາ​ຢ້ຽມ​ຢາມ​ນະ​ຄອນຫຼວງວໍ​ຊິງ​ຕັນ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 27-29 ມັງ​ກອນ 2020.
ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ເດີນ​ທາງ​ມາ​ຢ້ຽມ​ຢາມ​ນະ​ຄອນຫຼວງວໍ​ຊິງ​ຕັນ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 27-29 ມັງ​ກອນ 2020.

ທ່​ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ກ່າວວ່າ ຍັງ​ບໍ່​ມີ​ການ​ຄົ້ນ​ພົບ ​ກໍ​ລະ​ນີ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ລາວ​ເທື່ອ ໃນ​ເວ​ລານີ້.

ທ່ານ​ສະ​ເຫຼີມໄຊ ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ການ​ໃຫ້​ສຳ​ພາດ​ພິ​ເສດ ແກ່ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາພາກ​ພາ​ສາ​ລາວໃນຕອນ​ບ່າຍວັນ​ຈັນ​ທີ 27 ມັງກ​ອນ​ວານນີ້ ຢູ່ທີ່​ສະ​ຖານ​ທູດລາວ​ປະ​ຈຳ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ ໃນ​ລະ​ຫວ່າງ​ທີ່​ທ່ານ​ເດີນ​ທາງ​ມາ​ຢ້ຽມ​ຢ​າມ​ສະ​ຫະ​ລັດ ຢ່າງ​ເປັນ​ທາງ​ການ. ທ່ານ​ສະເຫຼີມ​ໄຊ ກ່າວ​ວ່າ ແນວ​ໃດ​ກໍ​ຕາມ ລາວ​ແລະ​ຈີນແມ່ນ​ໄດ້​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດແລະ​ທ່ານກ່າວ​ກ່ຽວ​ກັບ​ເລື້ອງ ນີ້​ຕື່ມວ່າ:


ທ່ານ​ສະ​ເຫຼີມ​ໄຊ​ກ່າວ​ວ່າ ລາວ​ຍັງ​ບໍ່​ມີ​ມາດ​ຕະ​ການ​ໃດໆ​ເພື່ອ​ຫ້າມ​ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ເທື່ອ​ ຊຶ່ງ​ໃນ​ເວ​ລານີ້ທ່ານ​ກ່າວ​ວ່າ ມີ​ແຕ່​ການ​ເອົາ​ມາດ​ຕະ​ການ​ປ້ອງ​ກັນ​ເພື່ອບໍ່​ໃຫ້​ເຊື້ອ​ໄວ​ຣັ​ສ​ລາມ​ເຂົ້າ​ມາ​ລາວ ​ຄື​ເຝົ້າ​ລະ​ວັງ ​ຕິດ​ຕາມ​ຄົນ​ຈີນ​ເຂົ້າ​ອອ​ກ​ເມືອງກໍ​ໄດ້​ມີ​ການກວດ​ກາ​ວ່າ ​ຜູ້​ເຂົ້າ​ມາ ​ບໍ່​ມີ​ເຊື້ອ​ໄວ​ຣັ​ສ ທ່ານ​ເວົ້າ​ວ່າ ບໍ່​ໄດ້​ປະ​ໝາດລາວ​ມີ​ມາດ​ຕະ​ການ​ຮຽບ​ຮ້ອຍ​ແລ້ວ ທາງ​ສາ​ທາ​ລະ​ນະ​ສຸກ ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ ແລະ​ກະ​ຊວງຕ່າງ​ປະ​ເທດ ພວກ​ເຮົາ​ແມ່ນ​ເຝົ້າ​ລະ​ວັງເພື່ອ​ຕິດ​ຕາມ.

ໃນ​ອີກ​ດ້ານ​ນຶ່ງນັ້ນ ເມື່ອ​ໄວໆ​ມານີ້ ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ແຂວງ​ບໍ່​ແກ້ວ ໄດ້​ມີ​ໜັງ​ສື​ເຖິງ​ເຈົ້າ​ແຂວງໆ​ບໍ່​ແກ້ວ ເພື່ອ​ຂໍ​ໃຫ້​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ແລະ​ພາກ​ສ່ວນ​ກ່ຽວ​ຂ້ອງ​ ໄປ​ສົມທົບ ​ກັບ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ ແລະ​ສະ​ພາ​ບໍ​ລິ​ຫານ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳ ດ່ານ​ສາ​ກົນ​ສາມ​ຫຼ່ຽມ​ຄຳ ເພື່ອ​ຊ່ວຍ​ສະ​ກັດ​ກັ້ນ​ແລະ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣນາ​ສາຍ​ພັນ​ໃໝ່.

ລາຍ​ງານ​ຫຼ້າ​ສຸດໃນ​ມື້ນີ້​ແຈ້ງວ່າ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ທັງ​ໝົດ​ຍ້ອຍ​ເຊື້ອ​ໄວຣັ​ສ​ໂຄໂຣ​ນາ 106 ​ຄົນ ແລະ​ມີ​ຜູ້​ຕິດ​ເຊື້ອ​ດັ່ງ​ກ່າວ​ຢູ່​ຈີນ​ຫຼາຍກວ່າ 4,500 ຄົນ.

XS
SM
MD
LG