ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ສະ​ເຫຼີມໄຊ ກົມ​ມະ​ສິດ ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຄັ້ງ​ທີ 77


ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ ກ່າວ​ຄຳ​ປາ​ໄສ​ຢູ່ກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 24 ກັ​ນ​ຍາ 2022.
ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ ກ່າວ​ຄຳ​ປາ​ໄສ​ຢູ່ກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 24 ກັ​ນ​ຍາ 2022.

ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດປະຈຳປີ ເຊິ່ງຄັ້ງນີ້ຖືກຈັດຂຶ້ນເປັນ ໄໝທີ 77 ໄດ້ເລີ່ມຂຶ້ນໃນອາທິດ ທີ່ຜ່ານມາ. ໃນວັນເສົາທີ 24 ກັນຍາທີ່ຜ່ານ ມາ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຕາງໜ້າໃຫ້ປະເທດລາວ ຂຶ້ນກ່າວຄຳປາໄສ ໃນກອງປະຊຸມດັ່ງ ກ່າວນັ້ນ.

ຫົວຂໍ້ທີ່ສຳຄັນທີ່ທ່ານ ສະເຫຼີມໄຊ ໄດ້ຍົກຂຶ້ນມາເວົ້າຄັ້ງນີ້ ແມ່ນມີຫຼາຍຫົວຂໍ້ໄດ້ ແກ່ການການພັດທະນາໃນໂລກ ແລະ ວິກິດການສະພາບອາກາດ. ແຕ່ທ່ານບໍ່ໄດ້ກ່າວເຖິງການແກ້ໄຂບັນຫາທີ່ສຳຄັນທີ່ກຳລັງເກີດຂຶ້ນໃນໂລກໃນປັດຈຸບບັນນີ້ຄືການເຮັດສົງຄາມ ໃນປະເທດ ຢູເຄຣນ ຂອງ ຣັດເຊຍ, ເຊິ່ງທ່ານມີແຕ່ກ່າວ ເຖິງການແກ້ໄຂຄວາມຂັດແຍ້ງໂດຍທົ່ວໄປເປັນ​ພາ​ສາ​ອັງ​ກິດວ່າ “ອົງການສະຫະປະຊາຊາດຕ້ອງ ບັນລຸອຳນາດທີ່ຖືກມອບໝາຍໃຫ້ຢ່າງມີປະສິດທິພາບເພື່ອຮັກສາສັນຕິພາບແລະ ຄວາມໝັ້ນຄົງສາກົນ ພ້ອມກັບສົ່ງເສີມການຮ່ວມມືພັດທະນາ. ປະຊາຄົມສາກົນຕ້ອງຊອກຫາສັນຕິພາບ ແລະ ແກ້ໄຂບັນຫາທີ່ຍືນຍົງ ຕໍ່ຄວາມຂັດແຍ້ງ ແລະ ການໂຕ້ແຍ້ງໃນທົ່ວໂລກ.”

ທ່ານ ສະເຫຼີມໄຊ ໄດ້ກ່າວຢໍ້າເຖິງຄວາມສຳຄັນ ໃນການຮ່ວມມືຫຼາຍຝ່າຍເພື່ອບັນລຸເປົ້າໝາຍຕ່າງໆຕະຫຼອດຄຳປາໄສຂອງທ່ານ. ທ່ານເຊື່ອວ່າ “ໂດຍການ ຮ່ວມມືຫຼາຍຝ່າຍອົງການສະຫະປະຊາຊາດ ຈະສາມາດແກ້ໄຂວິກິດການ, ສິ່ງທ້າທາຍທີ່ສາກົນກຳລັງປະເຊີນຢູ່ຢ່າງເໝາະສົມ.” ພວກເຮົາມີລາຍງານພິ ເສດ ກ່ຽວກັບ ການຄຳປາໄສຂອງທ່ານ ສະເຫຼີມໄຊ ມາສະເໜີທ່ານໃນວັນພະຫັດຈະມາເຖິງນີ້.

XS
SM
MD
LG