ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ລາວ ກ່າວ​ຄຳ​ປາ​ໄສ​ ທີ່ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ


ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແຫ່ງ
ສ​ປ​ປ ລາວ ກ່າວ​ຄຳ​ປ​າ​ໄສ​ ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ. ນະ​ຄອນ ນິວຢອກ, ສະ​ຫະ​ລັດ.
ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແຫ່ງ ສ​ປ​ປ ລາວ ກ່າວ​ຄຳ​ປ​າ​ໄສ​ ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ. ນະ​ຄອນ ນິວຢອກ, ສະ​ຫະ​ລັດ.

ລັດຖະມົນຕີການຕ່າງປະເທດແຫ່ງ ສປປ ລາວ ທ່ານ ສະເຫຼີມໄຊ ກົມ​ມະສິດ ໄດ້ຂຶ້ນ
ກ່າວຄຳປາໄສໃນກອງປະຊຸມສະມັດຊາໃຫຍ່ ສະຫະ ປະຊາຊາດ ສະໄໝທີ 73 ທີ່ສຳ
ນັກງານໃຫຍ່ອົງການສະຫະປະຊາ ຊາດ, ໃນນະຄອນ ນິວຢອກ, ສະຫະລັດ ເມື່ອວັນ
ເສົາວານນີ້.

ທ່ານ​ໄດ້ຂຶ້ນກ່າວຄຳປາໄສຂອງທ່ານໃນຕອນບ່າຍ ຫຼັງຈາກການຂຶ້ນກ່າວ ຂອງຮອງ
ນາຍົກລັດຖະມົນຕີຈາກປະເທດ ສາທາລະນະລັດ ເຊັກ. ທ່ານ ສະເຫຼີມໄຊ ໄດ້ກ່າວ
ເຖິງບັນຫາສະພາບອາກາດປ່ຽນແປງໃນຫຼາຍພາກ ສ່ວນຂອງໂລກ ແລະ ໂດຍສະ
ເພາະໄພພິບັດນໍ້າຖ້ວມທີ່ໄດ້ເກີດຂຶ້ນໃນ ລາວ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກ
ໜ່ວງຕໍ່ປະເທດ.

ທ່ານ ສະເຫຼີມໄຊ ໄດ້ກ່າວວ່າ “ປີນີ້ພວກເຮົາໄດ້ປະເຊີນກັບຄວາມ​ຫາ​ຍະນະຂອງສະ
ພາບອາກາດປ່ຽນແປງ ແລະ ໄພພິບັດທຳມະຊາດ ທີ່ໄດ້ສ້າງ ຄວາມສູນເສຍ ແລະ
ການເສຍຫາຍຕໍ່ຊີວິດ, ຊັບສິນຂອງປະຊາຊົນໃນ ຫຼາຍພາກສ່ວນຂອງໂລກ. ເຊັ່ນ
ດຽວກັບຫຼາຍປະເທດນັ້ນ, ສປປ ລາວ ກໍບໍ່ໄດ້ຖືກລະເວັ້ນ ແລະ ໄດ້ຮັບຜົນກະທົບຢ່າງ
ໜັກຈາກໄພພິບັດທຳມະຊາດ ໂດຍສະເພາະໄພນໍ້າຖ້ວມທີ່ຍືດເຍື້ອໃນທົ່ວປະເທດ.”

ນອກຈາກນັ້ນ, ທ່ານລັດຖະມົນຕີ ຍັງໄດ້ເນັ້ນເຖິງການບັນລຸເປົ້າໝາຍການ ພັດທະນາ
ແບບ​ຍືນ​ຍົງ, ເຊິ່ງໄດ້ຖືກລວມເຂົ້າໃນແຜນການພັດທະນາ 5 ປີ ສຳລັບປີ 2016 ຫາ
2020 ຂອງລັດຖະບານລາວ ແລະ ທ່ານກໍໄດ້ກ່າວ ເຖິງການສົ່ງເສີມການຮຽກຮ້ອງ
ປະຕິບັດ ກ່ຽວກັບ ບັນຫາຢາເສບຕິດໃນ ໂລກ, ເຊິ່ງປະທານາທິບໍດີ ສະຫະລັດ ເປັນ
ຜູ້ລິເລີ່ມ, ພ້ອມທັງການຕໍ່ສູ້ ກັບການຄ້າມະນຸດ ດ້ວຍການຮັບຮອງເອົາກົດໝາຍຫຼາຍ
ສະບັບ.

XS
SM
MD
LG