ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ລັດຖະບານລາວ ຈະເສີມຂະຫຍາຍ ການພົວພັນ ຮ່ວມມື ກັບ ສຫລ ອາເມຣິກາ


ກອງປະຊຸມ ວຽກງານການຕ່າງປະເທດ ຄັ້ງທີ 8 ຂອງກະຊວງການຕ່າງປະເທດ ໄດ້ຈັດຂຶ້ນ ໂດຍການເປັນປະທານ ຂອງລັດຖະມົນຕີ ການຕ່າງປະເທດ ທ່ານສະເຫຼີມໄຊ ກົມມະສິດ ຢູ່ທີ່ນະຄອນ ວຽງຈັນ.
ກອງປະຊຸມ ວຽກງານການຕ່າງປະເທດ ຄັ້ງທີ 8 ຂອງກະຊວງການຕ່າງປະເທດ ໄດ້ຈັດຂຶ້ນ ໂດຍການເປັນປະທານ ຂອງລັດຖະມົນຕີ ການຕ່າງປະເທດ ທ່ານສະເຫຼີມໄຊ ກົມມະສິດ ຢູ່ທີ່ນະຄອນ ວຽງຈັນ.

ລັດຖະບານລາວ ຈະເສີມຂະຫຍາຍ ການພົວພັນຮ່ວມມື ກັບ ສະຫະລັດ ອາເມຣິກາ ໃຫ້ຫຼາຍຂຶ້ນ ສືບຕໍ່ການພົວພັນພິເສດກັບຫວຽດນາມ ເສີມສ້າງການເປັນຫຸ້ນສ່ວນ ຍຸດທະສາດ ກັບຈີນ ແລະ ອາຊຽນ.

ທ່າານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ໄດ້ຢືນຢັນວ່າ ການຈັດ ຕັ້ງປະຕິບັດແຜນການ ແລະນະໂຍບາຍການຕ່າງປະເທດຂອງລັດຖະບານລາວ ໃນ ຊ່ວງປີ 2017-2019 ຈະເນັ້ນໜັກໃນດ້ານການທູດ ປ້ອງກັນປະເທດ ແລະບຸກທະລຸ ເພື່ອປົກປ້ອງຮັກສາ ແລະພັດທະນາປະເທດຊາດ ໂດຍຍົກສູງຄວາມສາມາດ ລັກສະ
ນະນຳໜ້າ ແລະຄວາມເປັນເຈົ້າການ ຂອງພະນັກງານ ໃນດ້ານການຕ່າງປະເທດ ພາຍໃຕ້ຫລັກການຂອງພັກ ວ່າດ້ວຍການຕ່າງປະເທດທີ່ຄ່ອງແຄ່ວ ນຸ້ມນວນ ແລະ ມີຈຸດສຸມ ກໍຄືການເສີມສ້າງສາຍພົວພັນ ຢ່າງເໝາະສົມ ກັບແຕ່ລະປະເທດ ຊຶ່ງຮວມ ເຖິງການພົວພັນຮ່ວມມືກັບ ສະຫະລັດ ອາເມຣິກາ ດ້ວຍ ດັ່ງທີ່ ທ່ານສະເຫຼີມໄຊ ໄດ້ຖະແຫລງເນັ້ນຢ້ຳວ່າ:

“ໄດ້ຕັ້ງໜ້າເພີ່ມທະວີຄວາມສາມັກຄີພິເສດ ໃນການຮ່ວມມືຮອບດ້ານ ກັບ ສສ ຫວຽດນາມ ແລະໄດ້ຕັ້ງໜ້າເພີ່ມທະວີ ຄວາມສາມັກຄີອັນເປັນມູນເຊື້ອ ກັບ ສປ
ຈີນ ເພື່ອໃຫ້ການພົວພັນສອງຝ່າຍໝັ້ນຄົງ ຍາວນານ ພ້ອມດຽວກັນນີ້ ພວກເຮົາ ກະໄດ້ເປີດກວ້າງ ການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ ບັນດາປະເທດ ອາຊຽນ ແລະອື່ນໆ ໃຫ້ມີບາດກ້າວໃໝ່ ເປັນຕົ້ນແມ່ນການພົວພັນກັບ ສະຫະລັດ ອາເມຣິກາ ຊຶ່ງສອງຝ່າຍ ກໍໄດ້ຍົກລະດັບການຮ່ວມມື ສອງຝ່າຍ ມາເປັນການຮ່ວມມື ແບບກວມລວມ ຂະນະດຽວກັນນັ້ນ ພວກເຮົາກໍໄດ້ເສີມຂະຫຍາຍການພົວພັນທີ່ດີ ກັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອ ເພື່ອການພັດທະນາປະເທດຊາດ ແນໃສ່ ສ້າງປະຊາຄົມອາຊຽນ ໃຫ້ປາກົດຜົນເປັນຈິງ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ພົບປະກັບ ລັດຖະມົນຕີການຕ່າງປະເທດ ລາວ ທ່ານສະເຫຼີມໄຊ ກົມມະສິດ ເພື່ອປຶກສາຫາລື ສາຍສຳພັນ ລະຫວ່າງ ສະຫະລັດ ແລະ ສປປ ລາວ ທີ່ຂະຫຍາຍກວ້າງຂວາງອອກໄປ ຢ່າງວ່ອງໄວ ເມື່ອ ເດືອນກັນຍາ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ພົບປະກັບ ລັດຖະມົນຕີການຕ່າງປະເທດ ລາວ ທ່ານສະເຫຼີມໄຊ ກົມມະສິດ ເພື່ອປຶກສາຫາລື ສາຍສຳພັນ ລະຫວ່າງ ສະຫະລັດ ແລະ ສປປ ລາວ ທີ່ຂະຫຍາຍກວ້າງຂວາງອອກໄປ ຢ່າງວ່ອງໄວ ເມື່ອ ເດືອນກັນຍາ 2016.

ທັງນີ້ ໂດຍອົງການສາກົນ ແລະນານາຊາດ ໄດ້ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນຊ່ວງປີ 2000-2015 ຜ່ານມາ ປະກົດວ່າ ລັດຖະບານລາວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດ ຄິດເປັນມູນຄ່າລວມເຖິງ 28,894.9 ລ້ານ ໂດລາ ໂດຍສ່ວນໃຫຍ່ເປັນການຊ່ວຍເຫຼືອ ທີ່ແນໃສ່ການພັດທະນາ ເພື່ອຍົກລະດັບ ຄຸນນະພາບຊີວິດ ການເປັນຢູ່ ຂອງປະຊາຊົນລາວ ໃຫ້ດີຂຶ້ນ.

ແຕ່ຢ່າງໃດກໍຕາມ ບັນດາປະເທດ ແລະອົງການສາກົນທີ່ໃຫ້ການຊ່ວຍເຫຼືອ ແກ່ລັດ ຖະບານ ລາວດັ່ງກ່າວ ກໍໄດ້ເນັ້ນໜັກໃຫ້ຄວາມສຳຄັນ ເປັນພິເສດໃນ 4 ດ້ານ ທີ່ກ່ຽວ ຂ້ອງກັບແຜນການພັດທະນາທາງເສດຖະກິດ ແລະສັງຄົມແຫ່ງຊາດລາວ ລະຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດຈາກປີ 2016-2020 ຊຶ່ງປະກອບດ້ວຍການຄຸ້ມຄອງເສດ
ຖະກິດ ມະຫາພາກ ແລະການເຕີບໂຕທີ່ສົມສ່ວນ ແລະຍືນຍົງ ການພັດທະນາ ຊັບພະ ຍາກອນມະນຸດ ແລະສັງຄົມ ການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງຍືນຍົງ ແລະ ອະນຸລັກ ສິ່ງແວດລ້ອມທຳມະຊາດຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ລາວຫລຸດພົ້ນ ຈາກ ສະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2020 ດັ່ງກ່າວ.

ທາງດ້ານທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ກອງປະຊຸມໂຕະມົນ ລະຫວ່າງລັດຖະບານລາວ ກັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່ລາວ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ນັບຕັ້ງແຕ່ປີ 1983 ເປັນ ຕົ້ນມາ ໄດ້ປະກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາໃນທຸກໆດ້ານ ທີ່ມີເປົ້າ
ໝາຍເພື່ອລົບລ້າງຄວາມຍາກຈົນ ຂອງປະຊາຊົນລາວ ໂດຍເຫັນໄດ້ຈາກອັດຕາຄວາມ ຍາກຈົນ ທີ່ໄດ້ລົດລົງຈາກ 48 ເປີເຊັນ ຂອງຈຳນວນປະຊາກອນລາວທັງໝົດ ໃນປີ
1992 ເປັນ 27.6 ເປີເຊັນ ໃນປີ 2008 17 ເປີເຊັນ ໃນປີ 2015 ແລະບໍ່ເຖິງ 10 ເປີເຊັນ ໃນປີ 2016.

ທັງນີ້ ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ໄດ້ລະບຸວ່າ ລັດຖະບານ
ລາວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດໃນມູນຄ່າ 475.3 ລ້ານໂດລາ ໃນປີ 2000 ແລ້ວ ກໍເພີ່ມຂຶ້ນເປັນ 1,046.39 ລ້ານໂດລາ ໃນປີ 2006 ແລະເພີ່ມຂຶ້ນເປັນ 3,708.8 ລ້ານໂດລາ ໃນປີ 2011 ສ່ວນປີ 2014 ກໍນັບເປັນປີທີ່ລາວ ໄດ້ຮັບການຊ່ວຍ ເຫຼືອລ້າ ຈາກຕ່າງປະເທດຫຼາຍທີ່ສຸດ ກໍຄື 5,169.55 ລ້ານໂດລາ ແລະລົດລົງເປັນ 4,545.8 ລ້ານໂດລາ ໃນປີ 2015 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍບໍ່ສາມາດບັນລຸເປົ້າໝາຍ ສະຫັດສະວັດ ຂອງການພັດທະນາ ໃນ 6 ດ້ານ ຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງກັບ UNDP ໂດຍບັນຫາທ້າທາຍທີ່ສຸດ ກໍຄືອັດຕາການເສຍຊີວິດ ຂອງແມ່ຍິງໃນຂະນະຖືພາ ທີ່ຍັງສູງເຖິງ 339 ຄົນ ຕໍ່ 1 ແສນຄົນ ໃນປັດຈຸບັນນີ້.

XS
SM
MD
LG