ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທາງການລາວ ຂະຫຍາຍການພົວພັນ ຮ່ວມມືກັບຈີນຕື່ມຂຶ້ນ


ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ໃນວັນທີ 20 ກຸມພາ 2020 ທີ່ນະຄອນວຽງຈັນ.
ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ໃນວັນທີ 20 ກຸມພາ 2020 ທີ່ນະຄອນວຽງຈັນ.

ທາງການລາວຂະຫຍາຍການພົວພັນຮ່ວມມືແບບຄູ່ຮ່ວມຊະຕາກຳ ເພື່ອການດຳ ເນີນຍຸດ
ທະສາດການພັດທະນາຢ່າງຮອບດ້ານ ແລະຢ່າງຍາວນານຮ່ວມກັບຈີນ ແລະປະເທດ
ເພື່ອນມິດຫຼາຍຂຶ້ນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກ ບາງກອກ.

ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດຖະແຫຼງຢືນຢັນວ່າ ໃນ ໄລຍະ 3 ປີ
ຜ່ານມານີ້ ການພົວພັັນຮ່ວມມືກັບຕ່າງປະເທດຂອງລາວ ໄດ້ຂະ ຫຍາຍກວ້າງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການພົວພັນຮ່ວມມືກັບຈີນ ໄດ້ມີການຍົກລະດັບເປັນຄູ່ຮ່ວມ
ຊະຕາກຳເພື່ອການດຳເນີນຍຸດທະສາດການ ພັດທະນາຮ່ວມກັນຢ່າງຮອບດ້ານ ແລະ
ຢ່າງຍາວນານທັງຍັງໄດ້ພະຍາຍາມຂະຫຍາຍການພົວພັນຮ່ວມມືດັ່ງກ່າວກັບປະເທດເ
ພື່ອນບ້ານໃຫ້ກວ້າງຂວາງ ຫຼາຍຂຶ້ນອີກດ້ວຍ ດັ່ງທີ່ ທ່ານສະເຫຼີມໄຊ ໃຫ້ການຢືນຢັນວ່າ

"ໃນ 3 ປີຜ່ານມານີ້ ຖ້າຈະເບິ່ງລະດັບ 2 ຝ່າຍ ອັນທີ່ພົ້ນເດັ່ນອັນນຶ່ງກະແມ່ນ ກັບ ສປ. ຈີນ
ການນຳສູງສຸດໂດຍສະເພາະແມ່ນເລຂາທິການໃຫຍ່ ປະທານປະເທດຂອງ 2 ປະເທດ

ກໍໄດ້ມີການລົງນາມ ໃນເອກກະສານສຳຄັນກ່ຽວກັບ ການສ້າງຄູ່ຮ່ວມຊະຕາກຳສັງຄົມນິ
ຍົມ
ລະຫວ່າງ 2 ປະເທດ ອັນທີສອງພວກ ເຮົາກະໄດ້ຍົກລະດັບການພົວພັນຮ່ວມມື 2
ຝ່າຍໃຫ້ເປັນ
ຄູ່ຮ່ວມຍຸດທະສາດ”

ໂດຍການພົວພັນຮ່ວມມືລະຫວ່າງລາວ-ຈີນ ທີ່ຍົກລະດັບຂຶ້ນເປັນຄູ່ຮ່ວມຊະຕາ ກຳໃນ
ການພັດທະນາຢ່າງຮອບດ້ານດັ່ງກ່າວຈະເຮັດໃຫ່້ການພັດທະນາລາວມີຊະຕາກຳຮ່ວມ
ກັນກັບຈີນໃນທຸກດ້ານ ໂດຍບໍ່ວ່າຈະເປັນການພັດທະນາທາງການ ເມືອງ ເສດຖະກິດ
ສັງຄົມ-ວັດທະນາທຳ ແລະຄວາມໝັ້ນຄົງກໍຕາມ ລ້ວນແຕ່ ຕ້ອງດຳເນີນການຈັດຕັ້ງປະຕິ
ບັດກັນທຸກຂັ້ນຕອນ ແລະມີເປົ້າໝາຍດຽວກັນ.

ທີ່ເປັນການລິເລີ້ມຮ່ວມກັນຂອງຜູ້ນຳ 2 ປະເທດ ຊຶ່ງເກີດຂຶ້ນໃນໂອກາດການ ເດີນທາງໄປຢ້ຽມຢາມປະເທດຈີນຢ່າງເປັນທາງການໃນທ້າຍເດືອນເມສາ 2019 ໂດຍທ່ານບຸນຍັງ ວໍ
ລະຈິດ ປະທານປະເທດລາວ ໂດຍໃນໂອກາດດຽວກັນນີ້ຜູ້ ນຳທັງ 2 ຍັງໄດ້ຮ່ວມກັນລົງ
ນາມໃນແຜນຍຸດທະສາດ ນຶ່ງແລວທາງ-ນຶ່ງເສັ້ນ ທາງ ທີ່ລິເລີ້ມໂດຍ ທ່ານສີ ຈິ້ນຜິງ ອີກ
ດ້ວຍ.

ນອກຈາກນີ້ ການເປັນຄູ່ຮ່ວມຊະຕາກຳ ລະຫວ່າງລາວ-ຈີນ ຍັງຈະສົ່ງຜົນດີຕໍ່ ການພັດທະ
ນາລາວ ດ້ວຍການຊ່ວຍເຫຼືອຢ່າງຮອບດ້ານຈາກຈີນ ໃນຂະນະທີ່ ລາວ ແລະໃນພາກພື້ນ
ກໍຄືໃນລຸ່ມນໍ້າຂອງແລະອາຊຽນທີ່ຖືເປັນບາດກ້າວສຳ ຄັນຂອງການຮ່ວມມືລາວ-ຈີນ ດັ່ງທີ່
ທ່ານຄຳມະນີ ອິນທິລາດ ລັດຖະມົນຕີ ວ່າການກະຊວງພະລັງງານ ແລະບໍ່ແຮ່ ໄດ້ຢືນຢັນວ່າ

“ກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມຊະຕາກຳລາວ-ຈີນ ຊື່ງເນື້ອແທ້ ກໍແມ່ນການຜັນຂະຫຍາຍເນື້ອໃນຈິດໃຈ ແລະຜົນສຳເລັດໃນການຈັດຕັ້ງ ປະຕິບັດການພົວພັນຄູ່ຮ່ວມຍຸດ
ທະສາດຮອບດ້ານ ໃນເງື່ອນໄຂໃໝ່ໃຫ້ເປັນການ ສ້າງໂອກາດ ເຮັດໃຫ້ການພົວພັນຮ່ວມມື
ລາວ-ຈີນ ເປັນການເສີມຂະຫຍາຍ ບົດບາດທີ່ສຳຄັນໃນປະຫວັດສາດແຫ່ງການພັດທະນາ
ສາຍພົວພັນລະຫວ່າງ 2 ພັກລັດ ແລະປະຊາຊົນ 2 ຊາດ.”

ໂດຍຫລ້າສຸດກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ທີ່
ມີຂຶ້ນໃນວັນທີ 20 ກຸມພາ 2020 ທີ່ນະຄອນວຽງຈັນໂດຍເຂົ້າຮ່ວມ ກອງປະຊຸມຄັ້ງນີ້ກໍຄືລັດຖະມົນຕີວ່າການຕ່າງປເທດຂອງຈີນ ມຽນມາ ກຳປູເຈຍ ລາວ ໄທ ແລະຫວຽດນາມ ກໍ
ໄດ້ມີມະຕິຕົກລົງກັນໃນຫລັກການ ກ່ຽວກັບການ ເຊື່ອມໂຍງໂຄງການພັດທະນາໃນລຸ່ມ
ແມ່ນໍ້າຂອງ ແລະອາຊຽນ ເຂົ້າກັບແຜນ ການນຶ່ງແນວທາງ-ນຶ່ງເສັ້ນທາ ເພື່ອເຮັດໃຫ້ເປັນ
ເຂດພັດທະນາຮ່ວມລະຫວ່າງ ຈີນ-ອາຊຽນຢ່າງເປັນຮູບປະທຳ ໂດຍສະເພາະແມ່ນການ
ເຊື່ອມຕໍ່ການຄົມມະ ນາຄົມທາງບົກ ແລະທາງທະເລ ໃນປີ 2025 ນັ້ນ.

ປັດຈຸບັນລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອແກ່ລາວຫຼາຍກວ່າ 22,540 ລ້ານ ຢວນ ໃນ
ນີ້ເປັນການຊ່ວຍເຫຼືອລ້າ 5,900 ລ້ານຢວນ ເງິນກູ້ບໍ່ມີດອກເບ້ຍ 5,300 ລ້ານຢວນ ເງິນກູ້ດອກເບ້ຍຕໍ່າ 11,000 ລ້ານຢວນ ປະກອບກັບຈີນ ກໍຍັງເປັນຜູ້ລົງທຶນອັນດັບທີ 1 ໃນການພັດທະນາພື້ນຖານໂຄງລ່າງໃນລາວ ເຊັ່ນ ທາງລົດໄຟ ທາງດ່ວນ ແລະໂຄງຂ່າຍສາຍສົ່ງ
ໄຟຟ້າແຮງສູງ ຈຶ່ງຄາດ ໝາຍວ່າ ລາວຈະເປັນໜີ້ຈີນເພີ້ມຂຶ້ນເປັນເກີນກວ່າ 30,000 ລ້ານ
ຢວນພາຍ ໃນປີ 2022 ຢ່າງແນ່ນອນ.

XS
SM
MD
LG