ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າຂອງທຸລະກິດ ຂາຍສົ່ງອາຫານລາວຄົນ ນຶ່ງ ໃນລັດຄາລິຟໍເນຍ ສ້າງລາຍໄດ້ຫຼາຍຂຶ້ນ ໃນຊ່ວງມີການລະບາດ ຂອງໂຄວິດ-19


ນາງຂັນທະລີ ໄຊຍະລາດ, ເຈົ້າຂອງທຸລະກິດຜະລິດອາຫານພື້ນເມືອງລາວ ສໍາເລັດຮູບ ເຊັ່ນໃສ້ກອກ, ສົ້ມໝູ ແລະສົ້ມປາ ທີ່ລັດຄາລິຟໍເນຍ
ນາງຂັນທະລີ ໄຊຍະລາດ, ເຈົ້າຂອງທຸລະກິດຜະລິດອາຫານພື້ນເມືອງລາວ ສໍາເລັດຮູບ ເຊັ່ນໃສ້ກອກ, ສົ້ມໝູ ແລະສົ້ມປາ ທີ່ລັດຄາລິຟໍເນຍ

ທ້າມກາງການແຜ່ລະບາດຢ່າງໜັກ ຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ໃນປະເທດ ໄດ້ສົ່ງຜົນກະທົບແກ່ຄົນອາເມຣິກັນສ່ວນໃຫຍ່ເຮັດໃຫ້ຂາດລາຍໄດ້ ຢູ່ນີ້ ກໍຍັງມີບາງທຸລະກິດຂະໜາດນ້ອຍຂອງຄົນລາວບາງຄົນໃນສະຫະລັດກັບ ໄດ້ຮັບການກະຕຸ້ນໃຫ້ຂະຫລາຍຕົວຂຶ້ນ. ນາງຂັນທະລີ ໄຊຍະລາດ, ໃນເມືອງ ວິດທິ ເອີ (Whittier), ຊຶ່ງ ປັນເມືອງນ້ອຍໆ ໃນນະຄອນລັອສ ແອນເຈີລິສ, ທາງພາກໃຕ້ຂອງລັດຄາລິຟໍເນຍ ຊຶ່ງຢູ່ໃນເຂດຕາເວັນຕົກຂອງສະຫະລັດ ເປັນເຈົ້າຂອງທຸລະກິດເຮັດອາຫານພື້ນເມືອງລາວເຄິ່ງສໍາເລັດຮູບເຊັ່ນໃສ້ກອກ, ສົ້ມໝູແລະສົ້ມປາ ເພື່ອສົ່ງໃຫ້ແກ່ຮ້ານຂາຍອາຫານຂອງຄົນເອເຊຍ. ນາງບອກວ່າ ມີລູກຄ້າສັ່ງອາຫານຂອງນາງ ເພີ້ມຂຶ້ນສອງເທົ່າ ເມື່ອທຽບໃສ່ກັບແຕ່ຕອນຍັງບໍ່ມີການແຜ່ລະບາດຂອງໄວຣັສໂຄໂຣນາ. ລູກຄ້າຂອງນາງສ່ວນໃຫຍ່ ນອກຈາກຄົນເຊື້ອສາຍລາວແລ້ວ ກໍຍັງມີຊາວອາເມຣິກັນເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ກຸ່ມອື່ນ ເຊັ່ນ ກໍາປູເຈຍ, ຫວຽດນາມ ແລະໄທ ອີກດ້ວຍ ແລະສ່ວນຫລາຍກໍ ແມ່ນຄົນຢູ່ຕ່າງລັດ ໂດຍສະເພາະແມ່ນລັດໃກ້ຄຽງ ເຊັ່ນ ລັດອາຣີໂຊນາ, ເນວະດາ ແລະ ເທັກຊັສ ຊຶ່ງນາງເລົ່າ ກ່ຽວກັບອາຫານ ທີ່ ນາງເຮັດ ແລະລູກຄ້າຂອງນາງສູ່ຟັງວ່າ:

ສົ້ມປາຈໍານວນນຶ່ງທີ່ຮ້ານຂອງນາງຂັນທະລີ ຜະລິດເພື່ອສົ່ງໄປຂາຍໃນຮ້ານຄ້າຂາຍອາຫານເອເຊຍຕ່າງໆໃນລັດຄາລິຟໍເນຍ
ສົ້ມປາຈໍານວນນຶ່ງທີ່ຮ້ານຂອງນາງຂັນທະລີ ຜະລິດເພື່ອສົ່ງໄປຂາຍໃນຮ້ານຄ້າຂາຍອາຫານເອເຊຍຕ່າງໆໃນລັດຄາລິຟໍເນຍ

ແລະການສົ່ງສິນຄ້າປະເພດນີ້ ສໍາລັບອາຫານ ເຊັ່ນສົ້ມໝູ, ສົ້ມ ປາ ກໍແມ່ນອາທິດລະຫລາຍຮ້ອຍ ກິໂລ ຊຶ່ງເຮັດໃຫ້ນາງມີລາຍຮັບຫລາຍພັນໂດລາຕໍ່ອາທິດ. ສ່ວນສາເຫດທີ່ພາໃຫ້ທຸລະກິດຂອງນາງເພີ້ມຂຶ້ນເປັນພິເສດ ໃນໄລຍະນີ້ ນາງ ຂັນທະລີ ໃຫ້ຂໍ້ສັງເກດວ່າ:

ສະຫລຸບແລ້ວເນື່ອງຈາກມີມາດຕະກັນສະກັດກັ້ນການແຜ່ລະບາດຂອງພະຍາດ ທີ່ໄດ້ປະຕິບັດເປັນບາງໄລຍະໃນຊ່ວງ 1 ປີ ຜ່ານມານີ້ຢູ່ຫລາຍລັດແລະຫລາຍຂົງເຂດຂອງສະຫະລັດ ໄດ້ມີຂໍ້ຈໍາກັດຫລາຍຢ່າງທີ່ເຮັດໃຫ້ຄົນອອກໄປຫລິ້ນ ໄປທ່ຽວ ຫລື ໄປກິນເຂົ້າຢູ່ຮ້ານອາຫານບໍ່ສະດວກ ຊຶ່ງເຮັດໃຫ້ມີຜົນກະທົບໃສ່ຮ້ານອາຫານ ທັງໃຫຍ່ແລະນ້ອຍໄປຕາມໆກັນ ແຕ່ວ່າສະພາບການດັ່ງກ່າວ ກັບເຮັດໃຫ້ຄົນເຊື້ອສາຍລາວ ທີ່ຜະລິດອາຫານເຄິ່ງສໍາເລັດຮູບ ສ້າງລາຍໄດ້ຫຼາຍຂຶ້ນເປັນພິເສດ.

XS
SM
MD
LG