ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານທອງລຸນ ສີສຸລິດ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ


ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 66 ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ (26 ກັນຍາ 2011)
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 66 ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ (26 ກັນຍາ 2011)

ໃນຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດຄັ້ງທີ 66 ທີ່ນະ ຄອນນິວຢອກເມື່ອວັນທີ 26 ກັນຍາຜ່ານມານີ້ທ່ານທອງລຸນ ສີສຸລິດຮອງນາຍົກລັດຖະມົນ ຕີແລະລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ ໄດ້ເວົ້າເຖິງຫຼາຍໆເລື່ອງ ຮວມທັງ ການຍຶດໝັ້ນໃນຫລັກການໆແກ້ໄຂບັນຫາໂດຍສັນຕິວິທີຂອງລາວ ການດຳເນີນນະໂຍບາຍ ການຕ່າງປະເທດ ແບບສະເໝີຕົ້ນສະເໝີປາຍ ຕະຫຼອດທັງການດຳເນີນວຽກງານເພື່ອຫຼຸດ ຜ່ອນຄວາມທຸກຍາກຢູ່ ສປປ ລາວ

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການ ຕ່າງປະເທດ ສປປ
ລາວ ໄດ້ເລີ່ມຕົ້ນຄຳປາໄສຂອງທ່ານ ດ້ວຍການສະແດງຄວາມປິຕິຍິນດີ ຕໍ່ທ່ານບັນ ກີມູນ
ທີ່ໄດ້ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງ ເປັນເລຂາທິການໃຫຍ່ ອົງການສະຫະປະຊາຊາດຕື່ມ
ອີກສະໄໝນຶ່ງ ພ້ອມ​ກັບສະແດງຄວາມຍິນດີ ທີ່ໄດ້ເຮັດວຽກຮ່ວມກັບບັນດາປະເທດສະມາ
ຊິກຂອງອົງການສະຫະປະຊາຊາດ ພາຍໃຕ້ການເປັນປະທານ ກອງປະຊຸມສະມັດຊາໃຫຍ່
ສະໄໝທີ 66 ຂອງທ່ານ Nassir Abudulaziz Al-Nasser ​ແລະ ສະແດງຄວາມຊົມ
ເຊີຍຕໍ່ທ່ານໂຈເຊັບ ໄດສ໌ ປະທານກອງປະຊຸມສະມັດຊາໃຫຍ່ສະໄໝທີ່ແລ້ວແລະສະແດງ
ຄວາມຍິນດີຕໍ່ປະເທດຊູດານໃຕ້ ທີ່ໄດ້ຖືກຮັບເຂົ້າເປັນສະມາຊິກທີ 193 ຂອງອົງການສະ
ຫະປະຊາຊາດ.

ທ່ານທອງລຸນເວົ້າວ່າ ຍາມໃດ ສປປ ລາວກໍຍຶດໝັ້ນໃນຫຼັກການ ການແກ້ໄຂບັນຫາໂດຍ
ສັນຕິວິທີ ການປົກປັກຮັກສາສັນຕິພາບ ຄວາມໝັ້ນຄົງສາກົນເພື່ອສ້າງສະພາບແວດລ້ອມ ອຳນວຍໃຫ້ແກ່ການສົ່ງເສີມການຮ່ວມມືເພື່ອການພັດທະນາ.

ທ່ານທອງລຸນກ່າວ​ຕໍ່​ໄປ​ວ່າ ໃນຍຸກໂລກາພິວັດແລະຍຸກສະໄໝແຫ່ງການເຊື່ອມໂຍງກັນຄື
ໃນປັດຈຸບັນນີ້ ທຸກປະເທດໃນໂລກ ບໍ່ວ່າໃຫຍ່ຫຼືນ້ອຍ ຮັ່ງມື ຫຼືທຸກຍາກ ກໍລ້ວນແລ້ວແຕ່
ເພິ່ງພາອາໄສເຊິ່ງກັນແລະກັນ ເພາະບໍ່ມີປະເທດໃດໃນໂລກສາມາດຢູ່ຢ່າງໂດດດ່ຽວແລະ
ຕັດຂາດຈາກວົງຄະນາຍາດສາກົນໄດ້. ປະ​ເທດ​ຂອງທ່ານ​ ສປປ ລາວນັ້ນເຖິງແມ່ນວ່າຈະ
ປະສົບຜົນສຳເລັດ ໃນລະດັບນຶ່ງ ໃນການພັດເສດຖະກິດ-ສັງຄົມກໍຕາມ ແຕ່ລາວກໍຍັງປະ
ເຊີນກັບສິ່ງທ້າທາຍຫຼາຍຢ່າງ ຍ້ອນວ່າທຸກໆປະເທດນ້ອຍໆ ທີ່ດ້ອຍພັດທະນາທັງຫຼາຍນັ້ນ
ຍ່ອມມີຄວາມອ່ອນໄຫວຕໍ່ຜົນກະທົບທີ່ມາຈາກວິກິດການຕ່າງໆຂອງໂລກ. ທ່ານເວົ້າວ່າສະ
ນັ້ນ ສປປ ລາວມີຄວາມຫວັງຢ່າງຍິ່ງ ທີ່ຢາກເຫັນໂລກຂອງເຮົາມີສັນຕິພາບແລະຄວາມ
ໝັ້ນຄົງ ການພັດທະນາທີ່ຍືນຍົງອັນຈະນຳເອົາຜົນປະໂຫຍດໂຕຈິງມາສູ່ປະຊາຊາດໃນທົ່ວ
ໂລກ ບົນພື້ນຖານການເຄົາລົບນັບຖືກັນ ສາມັກຄີກັນ ເຂົ້າເອົາເຂົ້າໃຈກັນ ຊ່ອຍເຫຼືອເຊິ່ງ
ກັນແລະກັນ ປາສຈາກການຂົ່ມຂູ່ ແຊກແຊງ ໂຈມຕີ ແລະຕໍ່ສູ້ກັນດ້ວຍກຳລັງອາວຸດ.

ທ່ານທອງລຸນເວົ້າວ່າ ແຕ່ເປັນທີ່ໜ້າເສຍດາຍ ຕະຫຼອດໄລຍະນຶ່ງປີທີ່ຜ່ານມານີ້ ໂລກຂອງ
ເຮົາຊໍ້າພັດໄດ້ປະເຊີນ ກັບວິກິດການຕ່າງໆ ເຊັ່ນການປະທະກັນໃນພາກພື້ນ ຄວາມບໍ່ສະ
ຫງົບດ້ານສັງຄົມທີ່ແຜ່ລາມຢ່າງກວ້າງຂວາງ ການຂະຫຍາຍໂຕຢ່າງໄວວາຂອງວິກິດການ ດ້ານເສດຖະກິດແລະການເງິນ ໄພທຳມະຊາດຮ້າຍແຮງທີ່ເກີດຂຶ້ນເປັນປະຈຳແລະອື່ນໆຊຶ່ງ
ທັງໝົດນັ້ນໄດ້ກາຍ ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ສະຖຽນລະພາບແລະຄວາມໝັ້ນຄົງສາກົນ
ກໍຄືການຮ່ວມມືດ້ານການພັດທະນາ ຢູ່ໃນໂລກ. ທ່ານເວົ້າວ່າ ສະພາບການດັ່ງກ່າວນີ້ ບໍ່
ພຽງແຕ່ຈະເປັນອຸບປະສັກ ໃຫ້ແກ່ປະເທດທີ່ກຳລັງພັດທະນາ ໂດຍສະເພາະປະເທດດ້ອຍ
ພັດທະນາໃນການພັດທະນາເສດຖະກິດສັງຄົມຂອງຕົນ ກໍຄືບັນລຸເປົ້າໝາຍການພັດທະນາ
ຂອງສາກົນ ເປັນຕົ້ນແມ່ນເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາເທົ່ານັ້ນ ແຕ່ຍັງ
ເປັນການຖ່ວງດຶງຄວາມກ້າວໜ້າຂອງປະເທດເຫຼົ່ານີ້ ໃຫ້ຖອຍຫຼັງລົງໄປອີກຊໍ້າ. ທ່ານທອງ
ລຸນກ່າວຕື່ມກ່ຽວກັບເລື່ອງນີ້ວ່າ:

ທ່ານທອງລຸນເວົ້າວ່າ ຄວາມໝັ້ນຄົງແລະສະຖຽນລະພາບດ້ານການເມືອງເປັນປັດໃຈຕົ້ນຕໍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງທຸກໆພາກພື້ນ ສະນັ້ນອົງການສະຫະປະຊາ ຊາດຄວນເພີ່ມທະວີບົດບາດຂອງຕົນ ໃນການປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງ
ສາກົນ ແລະປະຕິບັດໜ້າທີ່ຂອງຕົນ ໃຫ້ໄດ້ຢ່າງມີປະສິດທິຜົນ ແກ້ໄຂບັນຫາພາກພື້ນເປັນ
ຕົ້ນບັນຫາພາກຕາເວັນອອກກາງທີ່ແກ່ຍາວມາໄດ້ຫຼາຍທົດສະວັດແລ້ວນັ້ນໃຫ້ສຳເລັດ. ໃນ
ນັ້ນກໍ​ແມ່ນການແກ້ໄຂບັນຫາ ທີ່ແນໃສ່ບັນລຸວິໃສທັດ ໃນການສ້າງສອງລັດ ຄືອິສຣາແອລ
ແລະປາແລສໄຕນ໌ທີ່ ດຳລົງຢູ່ຄຽງຂ້າງກັນ ໃນສັນຕິພາບ ໃນຄວາມປອດໄພແລະມີເສັ້ນຊາຍ
ແດນທີ່ຮັບຮູ້ກັນ ຕາມທີ່ໄດ້ລະບຸໄວ້ ໃນບັນດາມະຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງ
ສະຫະປະຊາຊາດ. ທ່ານທອງລຸນເວົ້າວ່າ ບົນຈິດໃຈດັ່ງກ່າວນີ້ ສປປ ລາວ ສະໜັບສະໜຸນ
ການສະມັກເຂົ້າເປັນສະມາຊິກອົງການສະຫະປະຊາຊາດຂອງປາແລສໄຕນ໌.

ນອກ​ນັ້ນ ທ່ານທອງລຸນ ຍັງໄດ້ສະແດງວິຕົກເປັນຫ່ວງ ຕໍ່ການຂວໍ້າບາດດ້ານເສດຖະກິດ
ການຄ້າແລະການເງິນຕໍ່ຄິວບາທີ່ໄດ້ແກ່ຍາວມາຫຼາຍທົດສະວັດແລະໄດ້ສ້າງຜົນກະທົບຢ່າງ
ຫຼວງຕໍ່ປະຊາຊົນຊາວຄິວບານັ້ນຊຶ່ງທ່ານເວົ້າວ່າມັນເຖິງເວລາແລ້ວທີ່ຈະຕ້ອງຍຸດຕິການຂວໍ້າ ບາດດັ່ງກ່າວໂດຍບໍ່ມີເງື່ອນໄຂ.

ໃນການຫັນໄປສູ່ ເຂດເອເຊຍຕາເອເຊຍຕາເວັນອອກສຽງໃຕ້ນັ້ນ ທ່ານທອງລຸນ ກ່າວວ່າ
ສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນໄດ້ປະສົບກັບ
ຄວາມກ້າວໜ້າໃນການສ້າງ 3 ເສົາຄໍ້າຂອງຕົນ.

ທ່ານທອງລຸນກ່າວວ່າ ການຮ່ວມມືໃນຂອບອາຊີ-ຢູໂຣບ ກໍແມ່ນກົນໄກນຶ່ງ ທີ່ປະກອບ
ສ່ວນເອື້ອອຳນວຍໃຫ້ແກ່ການຮ່ວມມືສາກົນ. ຕະຫຼອດໄລຍະ 15 ປີຜ່ານມານີ້ກອງປະ
ຊຸມອາຊີຢູໂຣບຫຼືອາເຊັມໄດ້ມີການເຕີບໃຫຍ່ຂະຫຍາຍໂຕເປັນກ້າວໆແລະໄດ້ກາຍເປັນ
ເວທີນຶ່ງທີ່ມີບົດບາດສຳຄັນ ທີ່ບັນດາຜູ້ນຳໄດ້ເອົາໃຈໃສ່ ປຶກສາຫາລືໃນການຮັບມື ແລະ
ແກ້ໄຂບັນຫາພົ້ນເດັ່ນ ແລະສິ່ງທ້າທາຍຕ່າງໆທັງໃນພາກພື້ນແລະສາກົນ. ທ່ານເວົ້າວ່າ
ບົນພື້ນຖານຂອງຄວາມສຳຄັນດັ່ງກ່າວ ສປປ ລາວຈຶ່ງຖືເປັນກຽດຢ່າງຍິ່ງທີ່ໄດ້ຮັບຄວາມ
ໄວ້ວາງໃຈຈາກຄູ່ຮ່ວມອາເຊັມ ໃຫ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 9 ໃນອາທິດຕົ້ນໆ
ຂອງເດືອນພະຈິກ ປີ 2012 ທີ່ນະຄອນຫຼວງວຽງຈັນ ຊຶ່ງໃນປັດຈຸບັນ ສປປ ລາວໄດ້ຖື ເປັນວຽກງານບູລິມະສິດອັນນຶ່ງຂອງຕົນໃນການກະກຽມກອງປະຊຸມດັ່ງກ່າວນີ້.

ກ່ຽວກັບບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມນັ້ນ ທ່ານທອງລຸນກ່າວ
ວ່າ ແມ່ນຍັງສືບຕໍ່ເປັນຜົນກະທົບຢ່າງໜັກໜ່ວງບໍ່ວ່າທາງກົງຫຼືທາງອ້ອມຕໍ່ການພັດທະ
ນາເສດຖະກິດ-ສັງຄົມຢູ່ ສປປ ລາວຊຶ່ງທ່ານກ່າວກ່ຽວກັບເລື່ອງນີ້ວ່າ:

ທ່ານທອງລຸນໄດ້ກ່າວມ້ວນທ້າຍ​ຄໍາ​ປາ​ໄສ​ຂອງ​ທ່ານ ໂດຍໃຫ້ການຢັນຢັນໃນການສືບຕໍ່
ຮ່ວມມືກັບນາໆຊາດຂອງ ສປປ ລາວວ່າ.

XS
SM
MD
LG