ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປີດຕະຫລາດຫລັກຊັບ


ພິທີເປີດຕະຫລາດຫລັກຊັບແຫ່ງທໍາອິດຂອງລາວ ທີ່ນະຄອນຫລວງວຽງຈັນ, ວັນທີ 10 ຕຸລາ 2010.
ພິທີເປີດຕະຫລາດຫລັກຊັບແຫ່ງທໍາອິດຂອງລາວ ທີ່ນະຄອນຫລວງວຽງຈັນ, ວັນທີ 10 ຕຸລາ 2010.

ທາງການລາວທໍາພິທີເປີດຕະຫລາດຫລັກຊັບແຫ່ງທໍາອິດຢ່າງເປັນທາງການແລ້ວ ຫາກແຕ່ວ່າ ການຊື້-ຂາຍຫຸ້ນໃນພາກປະຕິບັດຕົວຈິງນັ້ນ ຈະຕ້ອງລໍຖ້າຈົນເຖິງຕົ້ນປີໜ້າ.

ຄະນະກໍາມະການຄຸ້ມຄອງຕະຫລາດຫລັກຊັບແຫ່ງຊາດລາວ
ພາຍໃຕ້ການເປັນປະທານຂອງທ່ານສົມສະຫວາດ ເລັ່ງສະ
ຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການຄະນະລັດຖະ
ບານລາວ ໄດ້ທໍາພິທີເປີດສໍານັກງານຕະຫລາດຫລັກຊັບ
ແຫ່ງຊາດແຫ່ງທໍາອິດຂອງລາວ ຢ່າງເປັນທາງການໃນວັນ
ທີ່ 10 ຕຸລາທີ່ຜ່ານມານີ້ ໂດຍມີບັນດາລັດຖະມົນຕີ ຄະນະ
ທູຕານຸທູດຕ່າງປະເທດ ຄະນະຜູ້ຕ່າງໜ້າຂອງຕະຫລາດ
ຫລັກຊັບຈາກເກົາຫລີໃຕ້ ຫວຽດນາມ ຈີນ ແລະໄທ ເຂົ້າ ຮ່ວມໃນພິທີການດັ່ງກ່າວດ້ວຍ.

ອາຄານສໍານັກງານຕະຫລາດຫລັກຊັບແຫ່ງຊາດຂອງລາວດັ່ງກ່າວນີ້ ເປັນການຮ່ວມທຶນ
ລະຫວ່າງທະນາຄານແຫ່ງຊາດລາວກັບຕະຫລາດຫລັກຊັບແຫ່ງເກົາຫລີໃຕ້ ໃນສັດສ່ວນ
51%:49% ຕາມລໍາດັບ ຊຶ່ງໃນໂອກາດດຽວກັນນີ້ ທ່ານ ເດດພູວັງ ມູນລັດ ປະທານ
ຄະນະກໍາມະການ ສ້າງຕັ້ງຕະຫລາດຫລັກຊັບແຫ່ງຊາດລາວ ກໍໄດ້ໃຫ້ການຢືນຢັນວ່າ ການດໍາເນີນງານໂດຍຕະຫລອດໄລຍະທີ່ຜ່ານມານັ້ນເປັນໄປຕາມແຜນການ ທີ່ທາງການ ລາວໄດ້ວາງເອົາໄວ້ທຸກປະການ ດັ່ງທີ່ທ່ານໄດ້ກ່າວວ່າ.

“ການສ້າງຕັ້ງຕະຫລາດຫລັກຊັບໄດ້ມີການກ່າວເຖິງໃນວົງການລັດຖະບານ ມາ
ຕັ້ງແຕ່ປີ 1997ເປັນຕົ້ນມາ ຈົນຮອດສົກປີ 2006-2010 ສະພາແຫ່ງຊາດໄດ້ຮັບ
ຮອງເອົາແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 6. ນຶ່ງໃນນັ້ນແມ່ນ
ໄດ້ກໍານົດໃຫ້ມີການສ້າງຕັ້ງຕະຫລາດຫລັກຊັບຢູ່ ສປປ ລາວ ໃນທ້າຍປີ 2010”

ແຕ່ຢ່າງໃດກໍຕາມ ທ່ານເດດພູວັງ ກໍຍອມຮັບວ່າການທີ່ຈະສາມາດເປີດໃຫ້ມີການຊື້-ຂາຍ
ຫຸ້ນໄດ້ໃນພາກປະຕິບັດຕົວຈິງໄດ້ນັ້ນ ກໍມີຄວາມຈໍາເປັນທີ່ຈະຕ້ອງລໍຖ້າ ຈົນເຖິງຕົ້ນປີ 2011
ໂດຍເຖິງແມ່ນວ່າຈະໄດ້ມີການຕົກ ແຕ່ງພາຍໃນ ລວມທັງຍັງໄດ້ມີການວາງລະບົບຄອມພິວ
ເຕີ ລະບົບການສື່ສານ ແລະສິ່ງອໍານວຍຄວາມສະດວກຕ່າງໆໃນສໍານັກງານໄວ້ຢ່າງຄົບຊຸດ
ແລ້ວກໍຕາມ. ຫາກແຕ່ວ່າທາງສໍານັກງານຕະຫລາດຫລັກຊັບແຫ່ງຊາດລາວ ກໍຍັງຈະຕ້ອງ
ມີການຕຽມຄວາມພ້ອມດ້ານບຸກຄະລາກອນເພື່ອໃຫ້ສາມາດປະຕິບັດໜ້າທີ່ໄດ້ຢ່າງມີປະສິດ
ທິພາບ. ຂະນະດຽວກັນ ໃນສ່ວນຂອງບັນດາວິສາຫະກິດຂະໜາດໃຫຍ່ໃນລາວນັ້ນ ກໍຍັງ
ຄົງບໍ່ມີຄວາມຊັດເຈນວ່າ ຈະມີຄວາມພ້ອມໃນດ້ານການບໍລິຫານ ແລະຈັດການໄດ້ມາດຕະ
ຖານ ເປັນທີ່ຍອມຮັບໃຫ້ຈົດທະບຽນ ໃນຕະລາດຫລັກຊັບຫລືບໍ່ ຈຶ່ງເຮັດໃຫ້ຕ້ອງເລື່ອນ
ກໍານົດການເປີດ ຊື້-ຂາຍຫຸ້ນຈາກກໍານົດການເດີມ ໃນວັນທີ່ 10 ຕຸລານັ້ນ ອອກໄປເປັນ ຕົ້ນປີ 2011 ນັ້ນເອງ.

ມາຮອດປັດຈຸບັນນີ້ ມີບໍລິສັດເອກກະຊົນໃນລາວເຖິງ 52 ບໍລິສັດທີ່ໄດ້ສະເໜີຕົວຂໍຈົດ
ທະບຽນເຂົ້າເປັນບໍລິສັດ ທີ່ຈະຊື້-ຂາຍຫຸ້ນໃນຕະຫລາດ ຫລັກຊັບແຫ່ງທຳອິດຂອງລາວ
ຫາກແຕ່ວ່າຈາກການພິດຈາລະນາ ກໍພົບວ່າມີພຽງ 8 ບໍລິສັດເທົ່ານັ້ນ ທີ່ມີເງຶ່ອນໄຂໃຫ້
ຈົດທະບຽນໃນຕະຫລາດຫລັກຊັບຂອງລາວໄດ້ ກໍຄືກຸ່ມບໍລິສັດ Lao World, ບໍລິສັດ
ການບິນລາວ ບໍລິສັດເບຍລາວ ລັດວິສາຫະກິດໄຟຟ້າລາວ ລັດວິສາຫະກິດນໍ້າມັນເຊື້ອ
ໄຟລາວ ບໍລິສັດດາວເຮືອງ ບໍລິສັດລາວໂທລະຄົມ ແລະ ລັດວິສາຫະກິດການບິນແລະ
ການສື່ສານ.

ສາເຫດທີ່ເຮັດໃຫ້ບໍລິສັດສ່ວນໃຫຍ່ໃນລາວຍັງຂາດເງື່ອນໄຂ ທີ່ເຮັດໃຫ້ບໍ່ສາມາດຈົດທະ
ບຽນເປັນບໍລິສັດທີ່ມີສິດ ຊື້-ຂາຍຫຸ້ນໃນຕະຫລາດຫລັກຊັບໄດ້ນັ້ນ ກໍຍ້ອນວ່າບໍລິສັດ
ສ່ວນໃຫຍ່ໃນລາວ ຍັງຄົງເປັນບໍລິສັດຂະໜາດນ້ອຍ ແລະຂະໜາດກາງ ກັບທັງຍັງມີການ
ບໍລິຫານ ແລະຈັດການ ເປັນແບບຄອບຄົວ ແລະມີການຈັດທໍາລະບົບບັນຊີລາຍຮັບ-ລາຍ
ຈ່າຍທີ່ບໍ່ໄດ້ມາດຕະຖານຫລືບໍ່ໂປ່ງໃສ ຈົນບໍ່ສາມາດທີ່ຈະກວດສອບທີ່ມາ ທີ່ໄປຂອງລາຍ
ຮັບ-ລາຍຈ່າຍທີ່ແທ້ຈິງໄດ້ເລີຍ.

XS
SM
MD
LG