ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະເສດຕະກອນລາວ ສາມາດບັນລຸເປົ້າໝາຍ ການຜະລິດເຂົ້າໄດ້ 4 ລ້ານ 2 ແສນໂຕນ ໃນປີ 2015-16


ຊາວນາຄົນລາວ ທ່ານໜຶ່ງ ກຳລັງເກັບກ່ຽວເຂົ້າ ໃນນາຂອງຕົນ.
ຊາວນາຄົນລາວ ທ່ານໜຶ່ງ ກຳລັງເກັບກ່ຽວເຂົ້າ ໃນນາຂອງຕົນ.

ກະເສດຕະກອນລາວ ສາມາດບັນລຸເປົ້າໝາຍການຜະລິດເຂົ້າ ໄດ້ 4 ລ້ານ 2 ແສນ
ໂຕນ ໃນລະດູການເກັບກ່ຽວ ປະຈຳປີ 2015-2016 ທັງຍັງສາມາດເພີ່ມ ການຜະລິດ ເປັນສິນຄ້າ ໄດ້ຫຼາຍຂຶ້ນອີກດ້ວຍ.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຖະແຫລງຢືນ
ຢັນວ່າ ກະເສດຕະກອນລາວ ໃນທົ່ວປະເທດ ສາມາດບັນລຸເປົ້າໝາຍການຜະລິດເຂົ້າ ທີ່ວາງໄວ້ ໃນລະດູການເກັບກ່ຽວ ປະຈຳປີ 2015-2016 ທີ່ປະລິມານລວມ 4 ລ້ານ 2 ແສນໂຕນ ໂດຍມີເນື້ອທີ່ ທີ່ປັກດຳເຂົ້ານາປີ ແລະນາແຊງລວມທັງໝົດ 975,215
ເຮັກຕາ ໃນທົ່ວປະເທດ.

ຊາວນາທ່ານນຶ່ງ ກຳລັງໃຊ້ລົດໄຖນາເດີນຕາມ ໄຖນາຂອງຕົນ ເພື່ອການປັກດຳເຂົ້າ.
ຊາວນາທ່ານນຶ່ງ ກຳລັງໃຊ້ລົດໄຖນາເດີນຕາມ ໄຖນາຂອງຕົນ ເພື່ອການປັກດຳເຂົ້າ.

ພ້ອມກັນນັ້ນ ກະເສດຕະກອນລາວຍັງສາມາດເພີ່ມຜົນຜະລິດ ເປັນສະບຽງອາຫານ ແລະສິນຄ້າໄດ້ຫຼາຍຂຶ້ນອີກດ້ວຍ ເປັນຕົ້ນແມ່ນພືດຜັກຕ່າງໆ ທີ່ຜິລິດໄດ້ຫຼາຍກວ່າ 1 ລ້ານ 7 ແສນໂຕນ ສາລີຫວານ 27,950 ໂຕນ ເຜືອກມັນ 330,900 ໂຕນ ໝາກໄມ້ ຫຼາຍກວ່າ 1 ລ້ານ 3 ແສນ 3 ໝື່ນໂຕນ ສາລີລ້ຽງສັດ 1 ລ້ານ 2 ແສນໂຕນ ອ້ອຍ 2
ລ້ານ 1 ແສນໂຕນ ຖົ່ວເຫຼືອງ 18,340 ໂຕນ ຖົ່ວດິນ 66,970 ໂຕນ ໝາຍເດືອຍ 271,000 ໂຕນ ມັນຕົ້ນ 2 ລ້ານ 4 ແສນໂຕນ ຢາສູບ 66,800 ໂຕນ ແລະສາມາດ ຮັບປະກັນຊີ້ນສັດ ເພື່ອຕອບສະໜອງການບໍລິໂພກ ຂອງປະຊາຊົນລາວ ໄດ້ທີ່ລະດັບ
65 ກິໂລກຣາມ ຕໍ່ຄົນຕໍ່ປີ.

ພາຍໃຕ້ສະພາບການດັ່ງກ່າວ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ ການ
ຜະລິດ ເຂົ້າໃຫ້ໄດ້ ເຖິງ 5 ລ້ານໂຕນ ໃນປີ 2020 ອີກດ້ວຍ ທັງນີ້ ໂດຍໄດ້ກຳນົດ ເອົາພື້ນທີ່ 10 ແຂວງໃຫ້ເປັນເຂດຈຸດສູມ ໃນການປູກເຂົ້າທີ່ເອີ້ນວ່າ ເຂດອູ່ເຂົ້າ-
ອູ່ນ້ຳ ຂອງຊາດ ປະກອບດ້ວຍແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ບໍລິຄຳໄຊ ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ບໍ່ແກ້ວ ແລະນະຄອນວຽງຈັນ ຊຶ່ງຈະ ຜົນຜະລິດເຂົ້າລວມກັນ ຄິດເປັນ 85 ເປີເຊັນ ຂອງຜົນຜະລິດເຂົ້າທັງໝົດ ຊຶ່ງກໍປະ
ກົດວ່າ ໃນລະດູການຜະລິດຕະຫຼອດປີ 2015 ກະເສດຕະກອນລາວ ໃນເຂດ 10 ແຂວງດັ່ງກ່າວ ກໍສາມາດຜະລິດເຂົ້າໄດ້ 3 ລ້ານ 2 ແສນກວ່າໂຕນ ແລະເພີ່ມຂຶ້ນເປັນ
3 ລ້ານ 4 ແສນໂຕນ ໃນລະດູການຜະລິດຕະຫຼອດປີ 2016 ນີ້.

ໂດຍທັງ 10 ແຂວງດັ່ງກ່າວນີ້ ມີເນື້ອທີ່ປູກເຂົ້າລວມກັນກວ້າງກວ່າ 786,000 ເຮັກຕາ ຫາກແຕ່ວ່າ ໃນນີ້ກໍພຽງ 315,000 ເຮັກຕາ ຄິດເປັນ 40 ເປີເຊັນເທົ່ານັ້ນ ຂອງເນື້ອທີ່ ນາທັງໝົດ ທີ່ໄດ້ຮັບການສະໜອງນ້ຳຈາກຄອງຊົນລະປະທານ ສ່ວນນອກນັ້ນ ເປັນ ການປູກເຂົ້າຢູ່ນອກເຂດຊົນລະປະທານ ຊຶ່ງມີຄວາມສ່ຽງສູງ ຕໍ່ການປ່ຽນແປງ ຂອງ ສະພາບດິນຟ້າອາກາດ ທັງໄພແລ້ງ ແລະນ້ຳຖ້ວມ ຈຶ່ງກໍເປັນປັດໄຈ ທີ່ຈະສົ່ງຜົນກະທົບ ຕໍ່ເປົ້າໝາຍດັ່ງກ່າວ ຂອງລັດຖະບານລາວ ໄດ້ຕະຫຼອດເວລາ.

ດັ່ງຈະເຫັນໄດ້ຈາກການທີ່ລາວ ຕ້ອງປະເຊີນກັບໄພທຳມະຊາດ ທີ່ໜັກໜ່ວງຫຼາຍຂຶ້ນ ນັບມື້ນັ້ນ ກໍໄດ້ເຮັດໃຫ້ເກີດການເສຍຫາຍເພີ່ມຂຶ້ນທຸກໆປີ ໂດຍລະດູແລ້ງປີ 2016 ກະເສດຕະກອນລາວ ໃນທົ່ວປະເທດ ປູກເຂົ້ານາແຊງໄດ້ໃນເນື້ອທີ່ລວມພຽງ
94,700 ກວ່າເຮັກຕາ ຄິດເປັນ 75 ເປີເຊັນ ຂອງແຜນການປີ ແລະເມື່ອປະກອບກັບ ນາແຊງສ່ວນໃຫຍ່ ຕ້ອງເພິ່ງພານ້ຳຂອງ ຫາກແຕ່ນ້ຳຂອງທີ່ບົກແຫ້ງ ໃນລະດູແລ້ງ ກໍບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍນັ້ນ ກໍຍັງເຮັດໃຫ້ກະເສດຕະກອນລາວ ພາກັນຫັນໄປປູກພືດຊະນິດອື່ນແທນ ການປູກເຂົາຫຼາຍຂຶ້ນນັບມື້ ທັງຍັງເຮັດໃຫ້ ຜະລິດເຂົ້ານາແຊງໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງເອົາໄວ້ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ ຂັ້ນສູງໃນກະຊວງກະສິກຳ ແລະປ່າໄມ້ ໄດ້ໃຫ້ການຢືນຢັນວ່າ:

“ການຜະລິດເຂົ້າຫັ້ນ ປັດຈຸບັນນີ້ ຈັດຕັ້ງປະຕິບັດໄດ້ຕົວຈິງຫັ້ນ 35 ເປີເຊັນ ຂອງ ແຜນການທີ່ເຮົາຄາດການໄວ້ ຍ້ອນວ່າ ປະຊາຊົນນີ້ ຫັນໄປປູກພືດຜັກເປັນສິນຄ້າ ຫຼາຍກວ່າ ແລະມີເສດຖະກິດຫຼາຍກວ່າ ເມື່ອເປັນຈັ່ງຊັ້ນ ຖືວ່າ ການຜະລິດນາແຊງ
ປີນີ້ ກະຖືວ່າບໍ່ໄດ້ຕາມແຜນ.”

ນອກຈາກນັ້ນ ໄພແຫ້ງແລ້ງຢ່າງໜັກໜ່ວງ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຖິງແຜນ
ການປູກພືດເສດຖະກິດ ຊະນິດອື່ນໆ ເຊັ່ນ ສາລີລ້ຽງສັດ ສາລີຫວານ ມັນຕົ້ນ ໝາກ
ເດືອຍ ຖົ່ວດິນ ແລະພືດຜັກຕ່າງໆ ໃນລາວອີກດ້ວຍ ໂດຍກະເສດຕະກອນລາວ ສາ ມາດປູກພືອເຫລົ່ານີ້ໄດ້ ໃນເນື້ອທີ່ 93,900 ເຮັກຕາ ຫຼື ຄິດເປັນ 63 ເປີເຊັນ ຂອງ
ແຜນການທີ່ວາງໄວ້ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່ໄມ້ ກໍໄດ້ວາງແຜນການທີ່ຈະຂະຫຍາຍ ລະບົບຊົນລະປະທານໃຫ້ໄດ້ 18 ໂຄງການ ໃນຊ່ວງປີ 2016-2020 ແລະຈະກໍ່ສ້າງ ລະບົບຄອງຊົນລະປະທານ ໃຫ້ໄດ້ເພີ່ມຂຶ້ນອີກ 17 ໂຄງການ ໃນຊ່ວງປີ 2021-2025 ຊຶ່ງຈະເຮັດໃຫ້ສາມາດຕອບສະໜອງນ້ຳໃຫ້ກັບທີ່ນາ ໄດ້ກວ້າງກວ່າ 5 ແສນເຮັກຕາ
ໃນປີ 2020 ແລະເພີ່ມຂຶ້ນເປັນກວ້າງກວ່າ 6 ແສນເຮັກຕາ ໃນປີ 2025.

XS
SM
MD
LG